ຊາວລາວເຜົ່າມົ້ງ ທີ່ໄດ້ຕໍ່ສູ້ຄຽງບ່າຄຽງໄລ່ກັບ ກອງທະຫານສະຫະຣັດ ອະເມຣິກາ ຢູ່ລາວ ໃນຣະຫວ່າງ ສົງຄາມວຽດນາມ ແລະຄອບຄົວ ຂອງເຂົາເຈົ້າ ບໍ່ຖືກຖືວ່າ ເປັນພວກກໍ່ການຮ້າຍ ອີກຕໍ່ໄປ ຍ້ອນຮ່າງກົດໝາຍ ທີ່ໄດ້ຮັບການລົງນາມ ໂດຍທ່ານປະທານາທິບໍດີ ສະຫະຣັດ George W Bush ເມື່ອ ວັນທີ 26 ທັນວາ 2007 ຜ່ານມາ.
ທ່ານ Thai Vue ຜູ້ອໍານວຍການ ຝ່າຍບໍຣິຫານ ສະມາຄົມຊ່ວຍເຫລືອ ຊາວມົ້ງ ກ່າວວ່າ ທ່ານມີຄວາມດີໃຈ ນໍາກົດໝາຍດັ່ງກ່າວ ແຕ່ການຈັດເຂົ້າ ຢູ່ໃນກຸ່ມຄົນກໍ່ການຮ້າຍນັ້ນ ເປັນການທໍຣະຍົດ ຫັກຫລັງຊາວມົ້ງ. ການຈັດຢູ່ໃນກຸ່ມ ພວກຄົນກໍ່ການຮ້າຍ ສົ່ງຜົນກະທົບ ໃສ່ຊາວມົ້ງ ທັງທີ່ຢູ່ສະຫະຣັດ ແລະຢູ່ໃນສູນອົບພະຍົບ ປະເທດໃທ ບ່ອນປະເມີນກັນວ່າ ມີຮອດ 8 ພັນ ຄົນອາໃສຢູ່.
ເວົ້າສະເພາະ ຢູ່ສະຫະຣັດ ເຮັດໃຫ້ມີການຊັກຊ້າເລື່ອງ ຂັ້ນຕອນເຮັດຄໍາຮ້ອງ ຂອງຊາວມົ້ງ ຂໍບັດຂຽວ ເປັນຄົນມີສິດ ຢູ່ສະຫະຣັດໄດ້ ຢ່າງຖາວອນ ຂໍບັດປະຈໍາຕົວ ແລະເອກກະສານອຶ່ນໆ ຖືກຊັກຊ້າ. ສ່ວນຢູ່ໃທ ທ່ານ Vue ເວົ້າວ່າ ຊາວມົ້ງໜີເຂົ້າເມືອງ ຈໍານວນນຶ່ງ ກໍບໍ່ສາມາດໄປຕັ້ງຖີ່ນຖານ ຢູ່ສະຫະຣັດໄດ້ ຍ້ອນການຖືກຈັດເຂົ້າ ບັນຊີພວກກໍ່ການຮ້າຍ.
ທ່ານ Ron Kind ສະມາຊິກພັກຫ Democrat ຈາກຣັດ Wisconsin ແລະສະມາຊິກ ຣັດຖະສະພາສະຫະຣັດ ຄົນອຶ່ນໆອີກ ໄດ້ສົ່ງໜັງສື ເຖີງຣັຖມົນຕຣີ ການຕ່າງປະເທດ ສະຫະຣັດ Condoleezza Rice ເມື່ອເດືອນມິນາ ປີ 2007 ກ່ຽວກັບເລື່ອງນີ້. ທ່ານ Kind ເວົ້າກ່ຽວກັບ ການຈັດເປັນພວກຄົນ ກໍ່ການຮ້າຍນັ້ນວ່າ ພວກທ່ານໄດ້ພະຍາຍາມ ເພື່ອໃຫ້ມີການແກ້ໃຂ ປ່ຽນແປງ ຄວາມອະຍຸຕິທໍາ ທີ່ຮ້າຍແຮງອັນນີ້. ກໍຣະນີໃດກໍຕາມ ທີ່ອາດກ່ຽວຂ້ອງ ກັບຄໍານິຍາມນີ້ ຄວນຖືກແກ້ໃຂຢ່າງຮີບດ່ວນ.
ທ່ານ Kind ພ້ອມກັນນັ້ນ ຍັງເວົ້າວ່າ ເປັນທີ່ສໍາຄັນຍີ່ງ ທີ່ຕ້ອງສືບຕໍ່ດໍາເນີນການ ເລື່ອງຊາວມົ້ງ ທີ່ສູນອົບພະຍົບໃນໃທ ແລະ ສືບຕໍ່ກົດດັນ ຣັດຖະບານລາວ ບໍ່ໃຫ້ບີບບັງຄັບ ຄອບຄົວຊາວມົ້ງໃນທີ່ນັ້ນ ດ້ວຍ. ທ່ານ Vue ເວົ້າວ່າ ຊາວມົ້ງໃນໃທ ຄວນມີການ screened ຂັດເລືອກ ໂດຍສະຫະປະຊາຊາດ ເພື່ອກໍານົດ ຫລືຣະບຸຖານະ ທາງການເມືອງຂອງພວກເຂົາ. ນອກນັ້ນ ການຖືກເອົາອອກຈາກ ຣາຍຊື່ພວກກໍ່ການຮ້າຍ ຍັງຊ່ວຍຜ່ອນຄາຍ ຄວາມຮູ້ສຶກນຶກຄິດ ຄວາມໂລ່ງໃຈຫລື ຈິດວີນຍານທີ່ຮູ້ສຶກຜິດຫວັງ ຂອງຊາວມົ້ງ ໃນຫລາຍປີຜ່ານມາ ນໍາອີກ.
ມະນີຈັນ ຣາຍງານ