ໜັງສືພີມຜູ້ຈັດກາຣຣາຍວັນໄທຽ ສະບັບວັນທີ່ 26 ກຸມພານີ້ແຈ້ງວ່າ: ບໍຣິສັທ Pan Australian Resources ໄດ້ປະກາດວ່າ ຈະເຣີ່ມໂຄງກາຣດຳເນີນກາຣຂຸດ ຄົ້ນບໍ່ແຮ່ທອງແດງ ແລະຄຳຢູ່ເຂຕພູຄຳ ໃນແຂວງວຽງຈັນ ເປັນແຫ່ງທີ່ 3 ຢູ່ປະເທດລາວ ໃນເດືອນມີນາ ທີ່ຈະມາເຖີງນີ້ ພາຍຫລັງທີ່ມີກາຣລ່າຊ້າ ມາໄດ້ກວ່າໜື່ງປີ ຊື່ງທາງ ບໍຣິສັທດັ່ງກ່າວ ກໍມີກຳໜົດ ທີ່ຈະຜລິຕ ແລະສົ່ງທອງແດງ ແລະຄຳອອກຈາກ ເໝືອງແຮ່ພູເບັ້ຽ ແຂວງຊຽງຂວາງ ອອກຂາຍເປັນເທື່ອທຳອິດ ໃນປີນີ້ເຊັ່ນກັນ.
ນອກຈາກນີ້ບໍ່ຢູ່ພູ ເບັ້ຽແລະພູຄຳດັ່ງກ່າວ ນີ້ແລ້ວທາງບໍຣິສັທ Pan Australian ດັ່ງກ່າວຍັງດຳເນີນ ກາຣສົ່ງຄຳອອກຂາຍ ຈາກບໍ່ຄຳເຊໂປນ ແຂວງສວັນນະເຂຕຕລອດມາ.
ສຳຫລັບໂຄງກາຣຂຸດຄົ້ນບໍ່ທອງແດງ ແລະຄຳທີ່ເຂຕພູຄຳດັ່ງກ່າວ ທາງບໍຣິສັທມີ ກາຣຄາດຄະເນວ່າ ຈະສາມາດຜລິຕແຮ່ຕ່າງໆ ຊື່ງຮວມທັງທອງແດງ ບໍ່ຕໍ່າກວ່າ 50,000 ຕັນຕໍ່ປີ, ຄຳປີລະ 50,000 ອອນຊ໌ຫລືປະມານ 1,417 ກິໂລກຣາມ ພ້ອມກັບແຮ່ເງີນ ອີກບໍ່ຕໍ່າກວ່າ 400,000 ອອນຊ໌ຕໍ່ປີ ໂດຽຈະມີກາຣເຣີ່ມສົ່ງສິນຄ້າ ທີ່ຜລິຕອອກຈາກ ເຂຕບໍ່ຄຳດັ່ງກ່າວ ພາຍໃນທ້າຍປີນີ້ ແລະວ່າປັຈຈຸບັນ ກໍມີກາຣຕຣຽມ ຈ້າງຄົນງານ ຊື່ງສ່ວນຫລາຍ ອາຈຈະເປັນປະຊາຊົນ ໃນເຂຕທ້ອງຖີ່ນທີ່ຮວມເປັນທັງ ໝົດບໍ່ຕໍ່າກວ່າ 1,000 ຄົນ.
ຫວາດ ສີມູນ ຣາຍງານ