ມີຄວາມກົດດັນ ຈາກພາຍນອກ ຕໍ່ຣັຖບານຈີນ ເພີ້ມຂຶ້ນ ເພື່ອໃຫ້ມີ ການປັບປຸງ ນະໂຍບາຍ ຕ່າງປະເທດ ຂອງຈີນ ແລະ ຜັກດັນ ໃຫ້ມີການ ເຂົ້າຮ່ວມ ໃນສາກົນ ຫລາຍຂຶ້ນ, ອີງຕາມ ຣາຍງານ ຂອງນັກຊ່ຽວຊານ ໃນມື້ວັນຈັນນີ້.
ຍານາງ ລິນດາ ເຈັດກັອບເຊິນ, ອໍານວຍການ ໂຄງການຈີນ ຂອງສະຖາບັນ ສະວີເດັນ, ກ່າວຕໍ່ຜູ່ສື່ຂ່າວເອ ແອັຟ ພີ, ທີ່ກຸງ ເຮວຊິກີ, ບ່ອນທີ່ ຣາຍງານ ອອກເຜີຍແຜ່ ວ່າ ຍັງມີຕື່ມອີກ ຫລາຍກຸ່ມ, ແລະ ຈໍາເປັນ ທີ່ຜູ່ນໍາ ຣະດັບສູງ ຂອງຈີນ ຕ້ອງໄດ້ນໍາ ຄວາມເຫັນທີ່ ແຕກຕ່າງກັນນັ້ນ ໄປພິຈາລະນາ.
ກຸ່ມທີ່ກົດດັນ ໃໝ່ນີ້ ຮວມທັງ ບໍຣິສັດ ໃຫຍ່ ທີ່ຣັຖ ແລະ ເອກຊົນ ເປັນເຈົ້າຂອງ, ຣັຖບານທ້ອງຖິ່ນ, ພວກນັກຊ່ຽວຊານ, ພ້ອມດຽວກັນນັ້ນ ຍັງມີຄວາມຄິດເຫັນ ຂອງສາທາຣະນະ ທີ່ສົ່ງຜ່ານ ສື່ມວນຊົນ ແລະ ຈາກອິນເທີແນັດ ທີ່ສົ່ງເຖິງ ພັກຄອມມິວນິດ ຈີນ.
ຍານາງ ແຈັກຄັອບເຊິນ ໃຫ້ຂໍ້ສັງເກດ ວ່າ ການອອກ ນະໂຍບາຍ ຂອງຈີນ ຍັງຖືກປົກປິດ ແລະ ເປັນຄວາມລັບຢູ່, ດັ່ງນັ້ນ ຍາກທີ່ສຸດ ທີ່ຈະຮູ້ໄດ້ ວ່າ ກຸ່ມຫົວຄິດໃໝ່ນີ້ ຈະສາມາດ ກົດດັນ ໄດ້ຫລາຍປານໃດ ຕໍ່ການໃຊ້ ອໍານາດ ທີ່ເປັນແບບ ປະເພນີ ຂອງພັກ ຄອມມິວນິດ. ເຖິງຢ່າງໃດ ກໍຕາມ, ການປ່ຽນແປງ ໃໝ່ນີ້ ສະແດງ ໃຫ້ເຫັນວ່າ ພັກຄອມມິວນິດ ຈີນ ບໍ່ສາມາດ ຄວບຄຸມໄດ້ ໝົດທຸກຢ່າງ.