ສເລີມສລອງວຽງຈັນ ແລະ ວັນສ້າງຕັ້ງສປປລາວ
2010.11.24

ກົດຟັງສຽງ
ການສເລີມ ສລອງ ວັນ ສະຖາປະນາ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ວັນສ້າງຕັ້ງ ສປປລາວ ຄົບຮອບ 35 ປີ ຖືກຈັດຂຶ້ນ ພ້ອມກັນ ແຕ່ວັນທີ 15 ເຖິງວັນ ທີ 19 ພຶສຈິກາ 2010 ແຕ່ 2 ວັນນັ້ນ ມີຄວາມໝາຍ ແລະ ຈຸດປະສົງ ແຕກຕ່າງກັນ.
ສຳລັບ ຈຸດປະສົງ ຂອງການ ສເລີມ ສລອງວັນ ສະຖາປະນາ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ທ່ານ ສົມສວາດ ເລັ່ງສວັດ ປະທານ ຄນະກັມມະການ ຈັດງານ ສເລີມສລອງ 2 ວັນ ທີ່ວ່ານັ້ນ ຢູ່ສນາມກິລາ ແຫ່ງຊາດ ຫລັກ 16 ນະຄອນຫລວງ ວຽງຈັນ ເມື່ອຕອນຄໍ່າ ຂອງວັນທີ 19 ພຶສຈິກາ 2010 ເວົ້າໃນບາງ ຕອນວ່າ: (ສຽງ)... ພ້ອມກັນນັ້ນ ທ່ານກໍວ່າ ເພື່ອຄວາມຕື່ນຕົວ ທາງການເມືອງ, ເພີ້ມທະວີ ຄວາມສາມັກຄີ ປອງດອງ ເປັນປຶກແຜ່ນ, ເສີມຂຍາຍ ສິດເປັນເຈົ້າ, ຈິດໃຈ ເພິ່ງຕົນເອງ, ສ້າງຄວາມ ເຂັ້ມແຂງ ດ້ວຍຕົນເອງ, ສ້າງນະຄອນຫລວງ ວຽງຈັນ ໃຫ້ຂຍາຍຕົວ ຢ່າງຮອບດ້ານ. ທ່ານວ່າ ແຜນງານ ແລະ ໂຄງການຕ່າງໆ ທີ່ວາງອອກນັ້ນ ໄດ້ຮັບການ ປະຕິບັດ ໃນພາກຕົວຈິງ ເຊັ່ນໂຄງການ ປັ້ນຫລໍ່ ແລະ ປະດິດສະຖານ ພຣະບໍຣົມມະຮູບ ເຈົ້າອະນຸວົງ, ໂຄງການ ຫໍທັມສະພາ ແລະ ໂຄງການອື່ນໆ ກໍສຳເຣັດ.
ຄຽງຄູ່ກັນ ໄປນັ້ນ ທ່ານກໍວ່າ ໄດ້ວາງຄາດໝາຍ ສູ້ຊົນ ສ້າງນະຄອນຫລວງ ວຽງຈັນ ໃຫ້ບັນລຸ 6 ສໍ ຄື: ສໍ-ສງົບ, ສໍ-ສີຂຽວ, ສໍ-ສະອາດ, ສໍ-ສວ່າງ, ສໍ-ສີວິໄລ ແລະ ສໍ-ສເນ່.
ເບື້ອງຕົ້ນວ່າ ຈະມີແຕ່ ການສເລີມ ສລອງ ວັນ ສະຖາປະນາ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ແຕ່ຕໍ່ມາ ດ້ວຍການຕົກລົງ ຂອງກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ຈຶ່ງໄດ້ຈັດ ໃຫ້ມີການ ສເລີມສລອງ ວັນສ້າງຕັ້ງ ສປປລາວ ຄົບຮອບ 35 ປີ ໄປພ້ອມໆ ກັນ ດັ່ງທ່ານ ສົມສວາດ ວ່າ: (ສຽງ)
ຊຶ່ງຫລາຍຄົນ ຄິດວ່າ ເປັນວິທີນຶ່ງ ຂອງທາງການ ລາວ ທີ່ຈະດຶງດູດ ໃຫ້ປະຊາຊົນ ລາວສົນໃຈ ແລະ ນິຍົມຊົມຊອບ ວັນທີ 2 ທັນວາ ທີ່ມີຊາວລາວ ຈຳນວນນຶ່ງ ຖືວ່າ ເປັນວັນອຸບາດ.
ການສລອງ ວັນສ້າງຕັ້ງ ສປປລາວ ຄົບຮອບ 35 ປີ ແມ່ນມີ ຈຸດປະສົງ ສັລເສີນ ພັກ ປະຊາຊົນ ປະຕິວັດລາວ ແລະ ຜົນງານ ຂອງພັກ ຊຶ່ງເປັນພັກ ທີ່ສືບຕໍ່ ພາຣະກິດ ຂອງພັກ ຄອມມິວນິສ ອິນດູຈີນ ທີ່ກວມເອົາ ທັງວຽດນາມ, ລາວ ແລະ ກຳພູຊາ ພາຍໃຕ້ການນຳ ຂອງທ່ານ ໂຮຈິມິນ ຊຶ່ງມີຫຼາຍຄົນ ເຂົ້າໃຈວ່າເປັນພັກທີ່ ມີເປົ້າໝາຍ ສ້າງ ສະຫະພັນ ອິນໂດຈີນ ຫລືເວົ້າອີກ ຢ່າງນຶ່ງ ກໍແມ່ນ ສະຫະພັນ ທີ່ຢູ່ພາຍໃຕ້ ການຈັດຕັ້ງ ແລະ ນຳພາຂອງພັກ ຄອມມິວນິສ ວຽດນາມ ຊຶ່ງກ່ອນໜ້າ ໄຂພິທີ ສລອງງານ 1 ວັນ ຄືນວັນທີ 18 ພຶສຈິກາ ທ່ານ Pham Quang Ngi ເລຂາພັກ ຄອມມິວນິສ ວຽດນາມ ກຸງຮ່າໂນ້ຍ ກໍໄດ້ຍ້ອງຍໍ ສັລເສີນ ບັນດາຜູ້ນຳ ແລະ ປະຊາຊົນ ເນື່ອງໃນວັນ ຄົບຮອບ 35 ປີ ຂອງການສ້າງ ຕັ້ງ ສປປລາວ ແລະ 450 ປີ ຂອງການ ສະຖາປະນາ ນະຄອນຫລວງ ວຽງຈັນ ແລະ ວຽດນາມ ເປັນປະເທດ ທຳອິດ ທີ່ອ່ວຍພອນ. ພ້ອມກັນນັ້ນ ທາງການລາວ ກໍມີຈຸດ ປະສົງຍົກຍ້ອງ ການນຳຂອງ ທ່ານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ນຳ ພາຍຫລັງທີ່ ຄນະພັກ ແຄວ້ນລາວ ຊຶ່ງບໍ່ຢູ່ພາຍໃຕ້ ການນຳພາ ຂອງ ທ່ານ ໄກສອນ ຖືກສລາຍໄປ.
ຟັງຄືວ່າ ຢາກຍົກ ຖານະບົດບາດ ຂອງ ທ່ານ ໄກສອນ ຂຶ້ນທຽບເທົ່າ ກັບກະສັດ ຜູ້ຍິ່ງໃຫຍ່ ຂອງລາວ ໃນອະດີດ ຄື ເຈົ້າຟ້າງຸ່ມ ແລະ ເຈົ້າອະນຸວົງ ຊຶ່ງກະສັດທັງ 2 ພຣະອົງ ໄດ້ສະຣະຊີບ ເພື່ອເຕົ້າໂຮມ ຄົນໃນຊາດ ໃຫ້ມີຄວາມ ສາມັກຄີ, ຖືກຕ້ອງ ປອງດອງ ແລະ ເປັນອັນນຶ່ງ ອັນດຽວກັນ ກົງກັນຂ້າມ ກັບທ່ານ ໄກສອນ ພົມວິຫານ ທີ່ສ້າງຄວາມ ແຕກແຍກ ຣະຫວ່າງ ປະຊາຊົນ ລາວ ດັ່ງທີ່ ບໍ່ເຄີຍມີ ໃນປວັດສາດ ຂອງຊາດລາວ.
ໃນ 35 ປີ ຜ່ານມານີ້ ຊາວລາວ ກໍຍັງແບ່ງເປັນ ສອງພັກສອງພວກ ຢູ່ຄືເກົ່າ ຄື: ລາວນອກ ແລະລາວໃນ ປຽບສະເໝືອນ ນໍ້າມັນ ກັບນໍ້າ ທີ່ຈະບໍ່ສາມາດ ເຂົ້າກັນ ໄດ້ງ່າຍ. ເຖິງແມ່ນວ່າ ຣັຖບານລາວ ຮຽກຮ້ອງ ໃຫ້ລາວນອກ ກັບໄປ ປະກອບສ່ວນ ເຂົ້າໃນການ ສ້າງສາ ພັທນາ ປະເທດຊາດ ແຕ່ມາເຖິງ ປັດຈຸບັນ ນີ້ ກໍຍັງບໍ່ມີ ມາຕການແນວໃດ ທີ່ອໍານວຍ ຄວາມສະດວກ ໃຫ້ແກ່ ນະໂຍບາຍ ທີ່ເວົ້າມານັ້ນ ກັບກາຍ ເປັນຄວາມຈິງ.
ຫລາຍຄົນເວົ້າວ່າ ເປົ້າໝາຍ ທີ່ວ່ານັ້ນ ສະແດງອອກ ໃນຄຳປາໄສ ຂອງ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຂອງພັກ ປະຊາຊົນ ປະຕິວັດ ລາວ ໃນພິທີ ສລອງວັນ ດັ່ງກ່າວ: (ສຽງ)
ງານຄັ້ງນີ້ ນອກຈາກຈະມີ ຄນະຜູ້ແທນ ຕ່າງປະເທດ 31 ຄນະ ແລ້ວ ກໍມີຄົນ ເຊື້ອສາຍລາວ ທີ່ຢູ່ຕ່າງ ປະເທດ ຈາກ 9 ປະເທດ ຈຳນວນ 200 ກວ່າ ຄົນເຂົ້າຮ່ວມ.
ຕາມຂ່າວວ່າ ລາວນອກ ທີ່ຖືກຣັຖບານ ເຊື້ອເຊີນ ເພື່ອສ້າງ ຄວາມສາມັກຄີ ແລະ ເພື່ອຍົກຣະດັບ ຄວາມເຊື່ອໝັ້ນ ຣະຫວ່າງ ຄົນລາວດ້ວຍກັນ ມີຄວາມພໍໃຈ ແລະ ຈຳນວນນຶ່ງ ໄດ້ຮັບ ຫລຽນຍ້ອງຍໍ ຂອງ ແນວລາວສ້າງຊາດ ຊຶ່ງໃນນັ້ນຈາກ ສະຫະຣັດ ອະເມຣິກາ 21 ຄົນ.
ແຕ່ຍັງມີ ລາວ ນອກ ທີ່ບໍ່ເຫັນ ພ້ອມກັບ ຣັຖບານ ຄອມມຸນີສ ລາວ ບໍ່ມີຄວາມ ຍິນດີນຳ ຍ້ອນຖືວ່າ ເປັນງານເພື່ອການ ໂຄສະນາ ຊວນເຊື່ອ ຫລາຍກວ່າ ດັ່ງທ່ານ ບຸນທັນ ຄັດຕິຍາ ປະທານ ອົງການ ຮ່ວມພະລັງລາວ ຕໍ່ສູ້ເພື່ອ ປະຊາທິປະໄຕ ໃນລາວ ກ່າວຕໍ່ ເອເຊັຽເສຣີ ກ່ຽວກັບງານ ນັ້ນວ່າ: (ສຽງ)
ເວົ້າເຖິງເຣື້ອງ ຄວາມສາມັກຄີ ຂອງ ປະຊາຊົນ ພາຍໃນ ສປປລາວ ຫລື ຮວມທັງ ຊາວລາວ ທີ່ຢູ່ນອກ ປະເທດ ນັ້ນ ທ່ານກໍວ່າ: (ສຽງ)
ທີ່ເວົ້າມານັ້ນ ຄືການ ສເລີມສລອງ ວັນ ສະຖາປະນາ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ທີ່ວ່າມີ ຄວາມໝາຍສຳຄັນ ສຳລັບ ປະຊາຊົນ ລາວ ແຕ່ ເປັນຫຍັງ ພັກປະຊາຊົນ ປະຕິວັດລາວ ຈຶ່ງເອົາວັນ ສ້າງຕັ້ງ ສປປລາວ ຄົບຮອບ 35 ປີ ເຂົ້າມາສົມທົບ ນຳດ້ວຍ.