ທ.ບົວສອນບຸບຜາວັນ ລາອອກຍ້ອນຫຍັງແທ້
2010.12.27

ການປ່ຽນຕົວ ທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ຂອງ ສປປ ລາວ ຊຶ່ງເປັນຜູ້ນຳ ຣັຖບານ ໂດຍເອົາ ທ່ານທອງສິງ ທັມມະວົງ ປະທານ ສະພາ ແຫ່ງຊາດ ມາເປັນແທນ ແບບກະທັນຫັນ ແລະ ບໍ່ຄາດຄິດ ຢູ່ໃນກອງ ປະຊຸມ ສມັຍສາມັນ ເທື່ອທີ 10 ຂອງ ສະພາ ແຫ່ງຊາດ ຊຸດທີ 6 ດັ່ງ ຍານາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດ ຄົນໃໝ່ ໄດ້ເວົ້າ ໃນຕອນນຶ່ງວ່າ:
"ໄດ້ຮັບຮອງ ການລາອອກ ຈາກການເປັນ ນາຍົກຣັຖມົນຕຣີ ຂອງທ່ານ ບົວສອນ ບຸບຜາວັນ ແລະ ຮັບຮອງເອົາ ການສເນີ ແຕ່ງຕັ້ງ ທ່ານ ທອງສິງ ທຳມະວົງ ເປັນ ນາຍົກຣັຖມົນຕຣີ ຄົນໃໝ່".
ການປ່ຽນແປງ ນັ້ນມີຂຶ້ນ ໃນຂນະທີ່ ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ເຫັນວ່າ ການບໍຣິການ ປະເທດ ພາຍໃຕ້ ການນຳພາ ຂອງ ທ່ານ ບົວສອນ ສາມາດເຮັດໃຫ້ ພື້ນຖານ ເສຖກິດຂອງຊາດ ມີການ ເຕີບໂຕ ຢ່າງຕໍ່ເນື່ອງ ດ້ວຍຈັງຫວະ ການເພີ້ມຂຶ້ນ ຂອງຍອດ ຜລິດຕະພັນ ພາຍໃນສະເລັ່ຍ 5 ປີ ຜ່ານມາ ແມ່ນຢູ່ໃນ ຣະດັບ 7.5% ຄືບັນລຸ ຄາດໝາຍ ທີ່ມະຕິ ກອງປະຊຸມ ໃຫຍ່ຄັ້ງທີ 8 ຂອງພັກ ໄດ້ກຳນົດເອົາໄວ້.
ໃນຣະຫວ່າງການ ເປັນຜູ້ນໍາ ຄນະຣັຖບານລາວ ມາເປັນເວລາ 4 ປີ ກວ່າ ຊຶ່ງເປັນ ຣະຍະທີ່ ເກີດມີວິກິດການ ທາງດ້ານ ເສຖກິດໂລກ, ມີຄວາມຫຍຸ້ງຍາກ ທາງດ້ານການເງິນ ທ່ານກໍໄດ້ ມີຜົລງານ ຫລາຍຢ່າງທີ່ ສໍາຄັນ ເປັນຕົ້ນທາງ ດ້ານເສຖກິດ. ແຕ່ປະຊາຊົນ ລາວ ສ່ວນຫລາຍ ຮູ້ສຶກວ່າ ພວກຕົນ ຍັງບໍ່ໄດ້ຮັບ ຜົນປະໂຫຍດ ຈາກການຂຍາຍຕົວ ຂອງເສຖກິດນັ້ນ. ພ້ອມກັນນັ້ນ ປະຊາຊົນ ກໍປະເຊີນກັບ ບັນຫາຣາຄາ ອາຫານການກິນ ແລະ ເຄື່ອງໃຊ້ຂອງສອຍ ແພງ ແລະເງິນກີບ ກໍເຟີ້ສູງຂຶ້ນ ໃນປີນີ້.
ເມື່ອຕົ້ນເດືອນ ທັນວາ ນີ້ ເງິນເຟີ້ ທີ່ເຄີຍຢູ່ ໃນອັຕຣາຕິດລົບ ໃນປີ 2009 ໄດ້ເພິ່ມຂຶ້ນເປັນ 4,20% ໃນເດືອນມີນາ 2010 ແລະ ເພີ່ມຂຶ້ນເປັນ 8,14% ໃນເດືອນ ກັນຍາ ກ່ອນຈະ ຫລຸດລົງມາ 7,78% ໃນເດືອນ ຕຸລາ ແຕ່ກໍຍັງເປັນ ອັຕຣາ ສູງທີ່ສຸດ ໃນຮອບ ຫລາຍປີມານີ້.
ຣັຖບານ ຂອງທ່ານ ໄດ້ຖືກອົງການ ກວດສອບແຫ່ງຣັດ ຣາຍງານຜົນຂອງ ການກວດສອບ ງົບປະມານ ແຫ່ງຣັດ ປະຈຳສົກປີ 2008-2009 ວ່າການລົງ ກວດສອບຕົວຈິງ ເຫັນວ່າ ມີຫລາຍ ພາກສ່ວນຂອງ ຣັຖບານ ໄດ້ໃຊ້ຈ່າຍເງິນ ເກີນແຜນ ງົບປະມານ ໂດຍສະເພາະ ແມ່ນການໃຊ້ຈ່າຍ ເງິນນອກແຜນ ເຮັດໃຫ້ເກີດ ຣະບົບ ໜີ້ສິນຄຸມເຄືອ ແກ່ຍາວ, ມີການກູ້ຢືມເງິນ ຈາກ ທະນາຄານ ແບບບໍ່ຖືກຕ້ອງ, ຫລາຍຂແນງການ ຂອງຣັດ ໃຊ້ຈ່າຍ ງົບປະມານ ເກີນກໍານົດ ແລະ ປະຕິບັດ ບໍ່ຖືກຕ້ອງ ຕາມຣະບຽບ ກົດໝາຍ ອັນເປັນການ ສິ້ນເປືອງ ຂອງ ປະຊາຊົນ ທີ່ເສັຽພາສີ ໃຫ້ຣັດ ຊຶ່ງ ທ່ານ ບົວສອນ ໃນນາມ ສະມາຊິກ ສະພາແຫ່ງຊາດ ກໍຮັບຮູ້ວ່າ ການກວດສອບ ແຜນງົບປະມານ ໄດ້ຊ່ວຍໃຫ້ ຣັຖບານ ມີຄວາມ ຣະມັດຣະວັງ, ມີຄວາມເຂັ້ມງວດ ໃນການວາງແຜນ ຕ່າງໆ ຫລາຍຂຶ້ນ. ພ້ອມດຽວກັນນັ້ນ ກໍເປັນ ການກະຕຸ້ນ ໃຫ້ພາກສ່ວນ ກ່ຽວຂ້ອງ ມີສະຕິ ໃນການ ປະຕິບັດ ກົດໝາຍ ແລະ ທັງເປັນການ ຫລຸດຜ່ອນຊ່ອງຫວ່າງ ໃນການເກີດ ປະກົດການ ຫຍໍ້ທໍ້ ໂດຍສະເພາະ ແມ່ນການ ສ້າງໜີ້ສິນ ທີ່ສຳຄັນ ເປັນການຊ່ວຍກັນ ຫາທາງອອກ ຕໍ່ກັບວຽກງານ ຄຸ້ມຄອງ ບໍຣິຫານ ງົບປະມານ.
ການລາອອກ ຈາກໜ້າທີ່ ນາຍົກຣັຖມົນຕຣີ ຂອງທ່ານ ບົວສອນ ໃນມື້ປິດ ກອງປະຊຸມ ສະພາແຫ່ງາດ ວັນທີ 23 ທັນວາ 2010 ເປັນການລາອອກ ແບບງຽບໆ ຊຶ່ງມີຂຶ້ນ ບໍ່ດົນ ພາຍຫລັງທີ່ ທ່ານ ກັບມາຈາກ ການໄປຢ້ຽມຢາມ ວຽດນາມ ແລະ ທ່ານ ສົມສວາດ ເລັ່ງສວັດ ກັມມະການ ກົມການເມືອງ ສູນກາງພັກ, ຮອງນາຍົກ ຣັຖມົນຕຣີ ກັບມາຈາກ ການໄປຢ້ຽມຢາມ ຈີນ ທີ່ມີການ ວິພາກ ວິຈານ ກັນໄປຕ່າງໆນາໆ ກ່ຽວກັບສາເຫດ ການລາອອກ ຂອງ ທ່ານ ອັນຮວມທັງວ່າ ມີການຂັດແຍ່ງ ພາຍໃນພັກ ແລະ ໃນການນໍາ ຂອງຣັດ ຊຶ່ງທາງການລາວ ກໍຍັງບໍ່ທັນ ມີຖແລງການ ແນວໃດ ທີ່ເວົ້າເຖິງ ເຣື່ອງນີ້. ມີແຕ່ ໂຄສົກກະຊວງ ການຕ່າງປະເທດ ສປປລາວ ອັນເປັນ ກະບອກສຽງ ຂອງທາງການ ໃຫ້ເຫດຜົນ ພຽງແຕ່ວ່າ ທ່ານ ບົວສອນ ລາອອກຈາກ ຕໍາແໜ່ງ ນາຍົກຣັຖມົນຕຣີ “ຍ້ອນບັນຫາ ຄອບຄົວ” ແລະວ່າ ນາຍົກ ບົວສອນ ໄດ້ບອກກັບ ຄົນໃກ້ຊິດ ວ່າບໍ່ສາມາດ ຈະປະຕິບັດ ໜ້າທີ່ ຕໍ່ໄປໄດ້ ເນື່ອງຈາກ ບັນຫາຄອບຄົວ. ນັກການເມືອງ ອາວຸໂສ ຄົນສຳຄັນ ຂອງຣັຖບານ ຣາຊອານາຈັກ ລາວ ທ່ານນຶ່ງ ໃຫ້ທັສນະກ່ຽວກັບ ການປ່ຽນຕົວ ນາຍົກຣັຖມົນຕຣີ ນັ້ນວ່າ ເປັນຈັງຫວະ ລໍຖ້າ ການປ່ຽນແປງ ທາງດ້ານການເມືອງ ຢູ່ລາວ. ແຕ່ຈົນເຖິງ ຂນະນີ້ ພວກຢູ່ພາຍນອກ ການນຳຂອງພັກ ກໍຍັງບໍ່ທັນ ຮູ້ສາເຫດ ອັນແທ້ຈິງ ຂອງການ ລາອອກນັ້ນເທື່ອ. ເຖິງແນວໃດ ກໍມີຄົນ ຈຳນວນນຶ່ງ ສົງໃສກັນວ່າ ການສັບປ່ຽນ ນາຍົກຣັຖມົນຕຣີ ໃໝ່ນັ້ນ ມີສາເຫດ ມາຈາກການ ຍາດແຍ່ງ ອິດທິພົນ ຂອງ ຈີນເໜືອ ວຽດນາມ ຊຶ່ງວຽດນາມ ມີອິດທິພົນ ທຸກດ້ານ ໃນຄນະນຳ ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ຢູ່ລາວ ຮວມທັງທາງດ້ານ ການເມືອງ ແລະ ການທະຫານ ທັງກ່ອນສະໃໝ ຍຶດອຳນາດ ການປົກຄອງ ຢູ່ລາວ.
ເວົ້າສະເພາະ ເມື່ອປີ 2009 ຜ່ານມາ ຫລາຍບໍຣິສັດ ວຽດນາມ ໄດ້ລົງທຶນ ທັງໝົດ ຢູ່ລາວ ໃນຈຳນວນ 1,400 ລ້ານ ໂດລາ ສະຫະຣັດ, ຈີນ ລົງທຶນ ປະມານ 932 ລ້ານໂດລາ ແລະໃນ 2-3 ປີມານີ້ ກໍສັງເກດເຫັນວ່າ ການລົງທຶນ ທັງ ຂອງວຽດນາມ ແລະ ຈີນ ຢູ່ລາວ ເພີ້ມຂຶ້ນ ຢ່າງຫລວງຫລາຍ ຊຶ່ງການລົງທຶນ ສ່ວນໃຫຍ່ ສຸມໃສ່ການ ສ້າງເຂື່ອນໄຟຟ້າ, ການຂຸດຄົ້ນ ແຮ່ທາດ, ການກະສິກັມ -ປ່າໄມ້, ອຸດສາຫະກັມ ປຸງແຕ່ງ ແລະ ການບໍຣິການ ຕ່າງໆ. ແຕ່ໃນຂນະນີ້ ທຽບໃສ່ ວຽດນາມ ກໍຍັງເຫັນວ່າ ຈີນ ເປັນປະເທດ ທີ່ມີທ່າ ລົງທຶນ ຫລາຍທີ່ສຸດ ຢູ່ລາວ ຮວມທັງໂຄງການ ກໍ່ສ້າງ ທາງຣົດໄຟ ຄວາມໄວສູງ ທີ່ເຊື່ອມຕໍ່ ຣະຫວ່າງ ຈີນກັບລາວ ທີ່ຣັຖບານ ໄດ້ຣາຍງານ ຕໍ່ກອງ ປະຊຸມສະພາ ແຫ່ງຊາດເທື່ອທີ 10 ນີ້.
ຖ້າເບິ່ງແນວໂນ້ມ ສ່ວນຕົວຂອງ ນາຍົກຣັຖມົນຕຣີ ຄົນເກົ່າ ແລະຜູ້ໃໝ່ ທີ່ມີຕໍ່ ວຽດນາມ ແລະ ຈີນ ມີຫລາຍຄົນ ຄິດວ່າ ທ່ານ ທອງສິງ ນາຍົກຣັຖມົນຕຣີ ຄົນໃໝ່ ມີທ່າອ່ຽງ ໄປຫາ ວຽດນາມ ຫລາຍກວ່າ ທ່ານ ບົວສອນ ຊຶ່ງໃນຣະຫວ່າງ ທີ່ທ່ານທອງສິງ ໄປຮໍ່າຮຽນ ທິສດີ ການເມືອງຂັ້ນສູງ ທີ່ກຸງຮ່າໂນ່ຍ ປະເທດວຽດນາມ ກໍຍັງຖືກ ເລືອກຕັ້ງ ໃຫ້ເປັນ ກັມມະການ ສູນກາງພັກ ປະຊາຊົນ ປະຕິວັດລາວ ຢູ່ໃນກອງປະຊຸມ ໃຫຍ່ຂອງພັກ ທີ່ຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ.
ປົກກະຕິແລ້ວ ໃນພາກ ປະຕິບັດ ຂອງທາງການລາວ ຕາມກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ ທີ່ ປະທານປະເທດ ປະກາດໃຊ້ ໃນວັນທີ 29 ພຶສພາ 2003 ແລະ ກົດໝາຍ ວ່າດ້ວຍ ສະພາ ແຫ່ງຊາດ ສະບັບປັບປຸງ ທີ່ ປະທານປະເທດ ໄດ້ອອກດໍາຣັດ ປະກາດໃຊ້ ໃນວັນທີ 10 ກໍຣະກະດາ 2006 ທີ່ຜ່ານມາ ການເລືອກຕັ້ງ, ການພິຈາຣະນາ ແລະຮັບຮອງເອົາ ໂຄງປະກອບ ກົງຈັກ ຂອງຣັຖບານ, ການແຕ່ງຕັ້ງ, ການຍົກຍ້າຍ ຫລືການ ປົດຕໍາແໜ່ງ ສະມາຊິກ ຣັຖບານ, ເປັນຕົ້ນ ຜູ້ເປັນ ນາຍົກຣັຖມົນຕຣີ ຊຶ່ງປະທານ ປະເທດ ເປັນຜູ້ສເນີນັ້ນ ແມ່ນມີຂຶ້ນຢູ່ໃນ ກອງປະຊຸມ ຄັ້ງ ປະຖົມມະລຶກ ຂອງ ສະພາແຫ່ງຊາດ ຫລືວ່າ ກອງປະຊຸມ ເທື່ອທໍາອິດ ຫລັງຈາກການ ເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດໃໝ່ ແຕ່ລະຊຸດ.
ການສັບປ່ຽນ ນາຍົກຣັຖມົນຕຣີ ສປປລາວ ຄັ້ງນີ້ ເປັນການປ່ຽນແປງ ທີ່ບໍ່ເປັນ ປົກກະຕິ ໃນຮອບ 35 ປີ ທີ່ພັກ ປະຊາຊົນ ປະຕິວັດລາວ ໄດ້ກໍາ ອໍານາດມາ ຊຶ່ງການ ປ່ຽນແປງນັ້ນ ມີຂຶ້ນບໍ່ພໍ ເທົ່າໃດ ເດືອນ ກ່ອນທີ່ທ່ານ ບົວສອນ ຈະໝົດ ອາຍຸການເປັນ ນາຍົກຣັຖມົນຕຣີ. ຖ້າວ່າທ່ານ ບົວສອນ ບໍ່ມີຄວາມ ຂາດຕົກບົກຜ່ອງ ຫລືຄວາມຜິດໜັກ ທາງດ້ານການເມືອງ ຫລືທາງດ້ານ ເສຖກິດ-ສັງຄົມ ຫລືວ່າ ຍ້ອນສຸຂພາບ ຂອງທ່ານແລ້ວ ຫລາຍຄົນຄິດວ່າ ໜ້າຈະປ່ອຍ ໂອກາດ ໃຫ້ທ່ານ ບໍຣິຫານ ປະເທດ ໄປຈົນກວ່າ ຈະຄົບວາຣະ ທີ່ກົດໝາຍ ບັນຍັດໄວ້ ຄື 5 ປີ. ຫລືວ່າ ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ມີແຜນທີ່ຈະ ໃຫ້ທ່ານ ບົວສອນ ບຸບຜາວັນ ທີ່ປັດຈຸບັນນີ້ ເປັນສະມາຊິກ ກົມການເມືອງ ສູນກາງພັກ ຄົນທີ 7 ໃນຈຳນວນ 11 ຄົນນັ້ນ ມີອຳນາດ ສຳຄັນ ໃນສາຍພັກ ຊຶ່ງເປັນ ຜູ້ຈັດຕັ້ງ ແລະ ນຳພາ ທຸກວຽກງານ ໃນສັງຄົມລາວ. ໃນຕໍ່ໜ້າ ຊຶ່ງຄາດກັນວ່າ ຈະຈັດກອງ ປະຊຸມໃຫຍ່ ຄັ້ງທີ 9 ຂອງຕົນ ຂຶ້ນໃນຕົ້ນປີ 2011 ທີ່ຈະມາເຖິງ ນີ້ ຫລືວ່າ ຖ້າມີຄວາມ ຜິດໜັກ ທ່ານຈະຖືກປົດ ອອກຈາກ ກົມການເມືອງ ອັນທີ່ຈະເປັນ ໄປໄດ້ຍາກ ໃນຂນະທີ່ ຝ່າຍທະຫານ ຍັງສນັບສນູນ ທ່ານຢູ່.
ແຕ່ເຖິງແນວໃດ ໃນຣະຍະທີ່ ທ່ານເປັນຜູ້ນໍາ ຄນະຣັຖບານ ທ່ານໄດ້ຮັບ ຄວາມນິຍົມ ຕລອດມາ ຈາກທີ່ເຄີຍ ໄດ້ຮັບຄະແນນ ນິຍົມ 84% ໃນການເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ເຂດ 1 ນະຄອນຫລວງ ວຽງຈັນ ໃນເດືອນ ພຶສພາ 2006, ເຖິງແມ່ນຈະຖືກ ເບິ່ງວ່າ ເປັນຄົນໜຸ່ມນ້ອຍ ທີ່ຖືກ ທ່ານຄໍາໄຕ ສີພັນດອນ ອາດີດ ປະທານ ພັກປະຊາຊົນ ປະຕິວັດລາວ, ອາດີດ ປະທານປະເທດ ແລະ ທ່ານ ຈູມມາລີ ໄຊຍະສອນ ຜູ້ນໍາສູງສຸດ ຂອງ ສປປລາວ ຄົນປັດຈຸບັນ ປັ້ນຂຶ້ນ.
ທ່ານ ບົວສອນ ບຸບຜາວັນ ມີອາຍຸ 56 ປີ, ເຂົ້າຮ່ວມການ ປະຕິວັດ ປີ 1974, ເປັນສະມາຊິກ ພັກ ໃນປີ 1980 ຂນະທີ່ເຮັດວຽກ ຢູ່ແຂວງ ຈໍາປາສັກ. ຫລັງຈາກນັ້ນ ທ່ານໄດ້ໄປ ເຮັດວຽກຢູ່ ຫ້ອງວ່າການ ສູນກາງພັກ ທີ່ນະຄອນຫລວງ ວຽງຈັນ ແລະ ໃນຊ່ວງປີ 1986 ຫາປີ 1990 ໄປຮຽນ ທິສດີ ມາກເລນິນ ທີ່ ສະຫະພາບ ໂຊວຽດ ແລະ ໄດ້ກັບຄືນເຂົ້າ ເຮັດວຽກຢູ່ຫ້ອງ ວ່າການພັກ ຄືເກົ່າ ແລະ ໄດ້ຖືກໃຫ້ໄຕ່ເຕົ້າ ຂຶ້ນເປັນ ກັມມະການ ສູນກາງພັກ ໃນປີ 1996 ແລະ ເປັນສະມາຊິກ ກົມການເມືອງ ສູນກາງພັກ ຄົນທີ 7 ໃນຈໍານວນ 11 ຄົນໃນປີ 2006.
ສຳລັບ ທ່ານ ທອງສິງ ທັມມະວົງ ເປັນນັກທິສດີ ການເມືອງ-ການປົກຄອງ ຫລັງຈາກເປັນ ຫົວໜ້າກົມ ຈັດຕັ້ງ ຢູ່ກະຊວງ ສຶກສາທິການ, ໄດ້ອົບຮົມ ທິສດີ ມາກເລນິນ ແລະ ພຶດຕິກັມ ຂັ້ນສູງ ຈາກ ພັກຄອມມິວນິສ ວຽດນາມ, ໄດ້ເປັນ ຣັຖມົນຕຣີ ກະຊວງຖແລງຂ່າວ ແລະວັທນະທັມ, ເປັນຮອງປະທານ ສະພາແຫ່ງຊາດ, ເປັນເຈົ້າຄອງ ນະຄອນຫລວງ ວຽງຈັນ ແລ້ວໄດ້ຖືກ ກັບເຂົ້າເປັນ ປະທານ ສະພາແຫ່ງຊາດ. ທ່ານເປັນ ສະມາຊິກ ກົມການເມືອງ ສູນກາງພັກ ຄົນສຳຄັນ ຄົນ ທີ 3 ໃນປີ 2006 ຫລືວ່າເປັນຄົນ ທີ 2 ກໍວ່າໄດ້ ຮອງລົງມາຈາກ ທ່ານ ຈູມມະລີ ໄຊຍະສອນ ຜູ້ເປັນ ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ຄົນປັດຈຸບັນ.