ສິດທິມະນຸສ ໃນປະຊາຄົມ ອາຊຽນ

ບັນຫາ ດ້ານສິດທິມະນຸສ ເປັນບັນຫາ ທີ່ໜ້າເປັນຫ່ວງ ໃນຂະນະທີ່ ອາຊຽນ ຈະຮວມເຂົ້າກັນເປັນ ປະຊາຄົມ ອັນນຶ່ງອັນດຽວກັນ ໃນປີ 2015......
ໂພໄຊສວັດ
2009.03.31

ສະມາຄົມ ບັນດາປະເທດ ເອເຊັຍຕາເວັນ ອອກສ່ຽງໃຕ້ ຫລືອາຊຽນ ເປັນອົງ ການຮ່ວມມື ທາງເສຖກິດ ໃນພູມີພາກ ນີ້ມີປະເທດ ສະມາຊິກທັງໝົດ 10 ປະເທດ.
ຈຸດປະສົງຫລັກ ຂອງອາຊຽນກໍ ແມ່ນການຮ່ວມມື ທາງເສຖກິດ ແລະສັງຄົມ, ການສົ່ງເສີມ ການພັທນາ ສິລປະວັທນະທັມ ຂອງປະເທດ ສະມາຊິກ, ການປົກປັກ ຮັກສາ ຄວາມສງົບສຸຂ ແລະຄວາມມີ ສະເຖັຍຣະພາບ ຂອງຂົງເຂດນີ້.

ນຶ່ງໃນຈຳນວນ ບັນຫາທີ່ ຍຸ້ງຍາກສຳລັບ ອາຊຽນ ໃນປັດຈຸບັນນີ້ ທີ່ປະເທດ ສະມາຊິກຈະ ຕ້ອງໄດ້ຊ່ອຍກັນ ແກ້ໄຂ ຄືບັນຫາດ້ານ ສິດທິມະນຸສ. ບັນຫາການລ່ວງ ລະເມີດ ສິດທິມະນຸສ ຂອງປະເທດ ສະມາຊິກ ອາຊຽນ ມີມາແຕ່ກ່ອນ ການເຕົ້າໂຮມເຂົ້າ ຮ່ວມກັນເປັນ ກຸ່ມກ້ອນອາຊຽນ ດັ່ງນັ້ນການດັດ ແປງແກ້ໄຂຫລື ຍຸດຕິການ ກະທຳຈຶ່ງບໍ່ ເປັນຂອງງ່າຍ ຍ້ອນວ່າຫລາຍ ປະເທດ ມີລະບອບການ ປົກຄອງ ທີ່ແຕກຕ່າງກັນ ດັ່ງຣັຖມົນຕຣີ ການຕ່າງປະເທດ ປະເທດ ສິງກະໂປ ທ່ານ George Yeo ໄດ້ກ່າວວ່າ ອາຊຽນ ປະກອບດ້ວຍ ປະເທດທີ່ມີ ການປົກຄອງ ໃນຫລາຍຫລາຍ ລະບອບ ທີ່ແຕກຕ່າງກັນ ໄປເຊັ່ນລະບອບ ປະຊາທິປະໄຕ, ລະບອບຄອມ ມິວນິສ, ການປົກຄອງແບບ ຜເດັດການ ທະຫານແລະ ການປົກຄອງແບບ ຣາຊາທິປະໄຕ ອີກດ້ວຍ. ທ່ານກ່າວອີກວ່າ ການປົກຄອງທີ່ ແຕກຕ່າງກັນ ທາງດ້ານການ ເມືອງແບບນີ້ ມັນເປັນສະພາບ ຄວາມເປັນຈິງທີ່ ບໍ່ສາມາດຈະ ຕັດອອກໄປໄດ້ ຄືວ່າອາຊຽນ ຈະເຂົ້າໄປຫຍຸ້ງ ກ່ຽວປ່ຽນແປງ ບໍ່ໄດ້ເພາະວ່າ ກົດບັດຂໍ້ນຶ່ງ ຂອງອາ ຊຽນ ລະບຸໄວ້ວ່າ ບໍ່ກ້າວກ່າຍ ກິຈການພາຍໃນ ຂອງປະເທດ ສະມາຊິກ.

ໃນປັດຈຸບັນນີ້ ຫລາຍໆປະເທດ ໃນອາຊຽນຍັງ ມີການລະເມີດ ບໍ່ເຄົາຣົບ ສິດທິມະນຸສຊົນ ຂັ້ນພື້ນຖານຂອງ ປະຊາຊົນ ຂອງຕົນ ໂດຍສະເພາະ ຈາກການປົກຄອງ ແບບລະບອບ ຜະເດັດການ ໃນຮູບແບບຕ່າງໆ. ດັ່ງທ້າວ ສອນໄຊ ຊາຍໜຸ່ມລາວ ທີ່ເຮັດວຽກຢູ່ ບາງກອກໄດ້ ສແດງຄວາມຄາດ ຫວັງກັບບັນຫາ ສິດທິມະນຸສ ໃນຂົງເຂດ ອາຊຽນນີ້ວ່າ:

ອາຊຽນຄິດວ່າ ໜ້າຈະມີ ມາຕການ ອີ່ຫຍັງທີ່ເຮັດ ໃຫ້ຊ່ອຍໃຫ້ມີ ສິດທິມະນຸສຊົນ ເທົ່າທຽມກັນ ສຳລັບ ປະຊາຊົນ ໃນອາຊຽນກໍດີ ກວ່າກຸ່ມປະເທດ ບໍ່ເຮັດຫຍັງເລີຍ
ຈະເຫັນໄດ້ເຊັ່ນ ໃນ ສປປລາວ ລາຍງານຂອງ ອົງການ ນິຣະໂທດກັມ ສາກົນ ທີ່ເປີດເຜີຍວ່າ ການສິ້ງຊອມຫລື ສັງເກດຂອງ ອົງການອິສຣະ ກ່ຽວດ້ານ ສິດທິມະນຸສ ທົ່ວໄປຍັງຖືກ ຫ້າມປາມແລະ ການອອກຂ່າວສານ ແລະການຊຸມນຸມ ຍັງຖືກຄວບຄຸມ ຢ່າງໄກ້ຊິດແລະ ເຂັ້ມງວດກວດຂັນ. ເຖິງວ່າ ຮັຖທັມມະນູນ ລາວ ຈະຣະບຸວ່າ ໃຫ້ມີຄວາມ ສເມີພາບກັນ ລະຫວ່າງ ເພດຊາຍຍິງ ໃຫ້ມີສິດ ເສຣີພາບ ໃນການນັບ ຖືສາສນາ ໃຫ້ສິດເສຣີພາບ ໃນການປາກເວົ້າ, ລາຍງານຂ່າວສານ ແລະການຊຸມ ນຸມກໍຕາມ. ອົງການແຫລ່ງຂ່າວ ຕ່າງປະເທດ ໃນລາວກໍຍັງ ບໍ່ໃຫ້ມີ, ລາຍງານການຈັບ ກຸມຜູ້ນັບຖື ສາສນາ ກາໂຕລິກ ຫລື ຊາວຄຣິສຕຽນ ຍັງປາກົດ ມີຢູ່ເລື້ອຍໆ.
ພ້ອມກັນນີ້ ປະທານຄະບວນ ການລາວເພື່ອ ສິດທິມະນຸສ ຜູ້ທີ່ໄດ້ຕິດຕາມ ສະຖານະການ ດ້ານສິດທິມະນຸສ ຢູ່ໃນລາວ ມາຕລອດຍັງໄດ້ ອອກຄວາມຄິດ ຄວາມ ເຫັນຢັ້ງຢືນລາຍ ງານຂອງອົງການ ນິຣະໂທດກັມ ສາກົນແລະ ອົງການ ສິດທິມະນຸສວ່າ:

ໃນຖານະ ເປັນສະມາຊິກ ຂອງສະຫະ ປະຊາຊາດ ສປປລາວ ກໍມີໜ້າທີ່ ຮັບຮູ້ປະກາດ ສາກົນດັ່ງກ່າວ ແລະມີໜ້າທີ່ ນຳເອົາໄປ ປະຕິບັດ ເພື່ອປ້ອງກັນ ສິດທິມະນຸສ ແລະປ້ອງກັນ ຜົນປະໂຍດ ຂອງປະຊາຊົນ ລາວທຸກໆຄົນ ທຸກເຜົ່າພັນ. 33 ປີ ຫລັງຈາກມີອຳນາດ ສປປລາວ ຍັງຢູ່ໃນ ຈຳນວນປະເທດ ຊຶ່ງລະເມີດ ສິດທິມະນຸສ ຢ່າງໜັກໜ່ວງ ຊຶ່ງເຮົາຈະເຫັນ ໄດ້ທຸກໆປີ ໃນລາຍງານ ຂອງອົງການ ນິຣະໂທດກັມ ຫລືວ່າ ສະຫະພັນ ສິດທິມະນຸສ ນາໆຊາດ. 33 ປີ ຫລັງມານີ້ ຈົນຮອດມື້ນີ້ ສປປລາວ ຍັງເປັນປະເທດ ທີ່ບໍ່ມີສິດທິ ປາກເວົ້າຂີດຂຽນ ຊຸມນຸມ ສິດທິປະທ້ວງ ແບບສັນຕິວິທີ ບໍ່ມີສິດທິ ໃນການສຶກສາ ສິດທິໃນການ ປິ່ນປົວ ສິດທິໃນການ ຮັບຄວາມ ຍຸດຕິທັມ ບໍ່ມີເພື່ອໝົດ ທຸກຄົນ ສິດເສຣີພາບ ໃນການນັບຖື ສາສນາ ຖືກບີບຮັດແໜ້ນ ໂດຍສະເພາະ ຜູ້ທີ່ບໍ່ນັບຖື ສາສນາພຸທ, ສິດເສຣີພາບ ໃນດ້ານ ການເມືອງບໍ່ມີ ບໍ່ມີຫລາຍພັກ ການເມືອງ ການເລືອກຕັ້ງກໍ ເພື່ອພັກດຽວ. ຣັຖທັມມະນູນ ສປປລາວ ຍັງບົ່ງວ່າ ພັກປະຊາຊົນ ປະຕິວັດລາວ ເປັນແກ່ນນຳ…

ເຖິງຢ່າງໃດ ກໍຕາມເຈົ້າໜ້າ ທີ່ທາງການລາວ ໄດ້ໃຫ້ຄຳ ອະທິບາຍ ກ່ຽວກັບສະພາບ ການດ້ານ ສິດທິມະນຸສ ໃນ ສປປລາວ ພາຍໃນ ສາມປີທີ່ ຜ່ານມາວ່າ:

ປັດຈຸບັນນີ້ ສປປລາວ ຂອງພວກເຮົາເພິ່ນ ຫັນເອົາກົດໝາຍ ສາກົນມາເປັນ ກົດໝາຍໝູນໃຊ້ ມາໄດ້ສາມປີ ປາກົດວ່າ ເຣື້ອງການລ່ວງລ້ຳ ເຣື້ອງສິດທິມະນຸສ ຖືວ່າມີ ການຫລຸດຜ່ອນລົງ ກວ່າເດີມຫລາຍເທົ່າ,  ຫລາຍເທົ່າໂຕ.

ແລະສະພາບການ ດ້ານສິດທິມະນຸສ ໃນກຳພູຊາ ກໍຍັງໄດ້ຮັບ ການຕິຕຽນ ຮຸນແຮງຂື້ນ ທັງພາຍໃນແລະ ຊຸມຊົນນາໆຊາດ. ທາງການຍັງຫ້າມ ປາມແລະທັບມ້າງ ການຊຸມນຸມ ປະທ້ວງຂອງຊຸມຊົນ. ນັກການເມືອງ ແລະນັກຂ່າວ ທີ່ຕິຕຽນ ຣັຖບານ ຍັງປະເຊີນກັບ ຄວາມຮຸນແຮງແລະ ການຖືກນາບຄູ່ ແລະຍັງຖືກຫ້າມ ບໍ່ໃຫ້ຕິດຕໍ່ ກັບແຫລ່ງຂ່າວອີກ. ນອກຈາກນີ້ ລະບົບການ ຍຸດຕິທັມ ຍັງອ່ອນແອ ແລະຂື້ນຢູ່ກັບ ການຄວບຄຸມທາງ ດ້ານການເມືອງ. ບໍ່ທໍ່ນັ້ນ ລາຍງານການຈັບ ກຸມໃສ່ໂທດຜູ້ ຄົນເໜືອກົດໝາຍ ກໍຍັງມີ ຢູ່ເລື້ອຍໆ.

ສ່ວນຢູ່ວຽດນາມ ສະພາບການທາງ ດ້ານສິດທິມະນຸສ ຍັງຕົກຕໍ່າແລະ ຖືກລະເມີດຢ່າງ ຮ້າຍແຮງ. ອີງຕາມລາຍງານ ຂອງອົງການ ສິດທິມະນຸສ ຣັຖບານ ວຽດນາມ ຍັງຄວບຄຸມຈຳກັດ ອິດສະຣະພາບ ໃນການປາກເວົ້າ ອອກຄວາມຄິດຄວາມເຫັນ, ໃນການແຜ່ຜາຍ ຂ່າວສານ, ໃນການຊຸມນຸມ ແລະໃນການ ກໍ່ຕັ້ງ ສມາຄົມ. ປະຊາ ຊົນ ຍັງບໍ່ມີສິດ ເລືອກແລະປ່ຽນແປງ ຣັຖບານ. ນອກຈາກນີ້ ຣັຖບານ ວຽດນາມ ຍັງສືບຕໍ່ຈັບ ກຸມນັກໂທດການເມືອງ ທີ່ບໍ່ເຫັນພ້ອມ ກັບຝ່າຍປົກຄອງ. ອີກອັນນຶ່ງ ແມ່ນແຕ່ອົງການ ສິດທິມະນຸສ ກໍບໍ່ໄດ້ ອະນຸຍາດໃຫ້ ໄປເປີດສາຂາ ຢູ່ໃນວຽດນາມ.


ຫາກຈະຫັນມາ ສັງເກດ ການລະເມີດ ສິດທິມະນຸສ ໃນພະມ່າ ແຮ່ງເຫັນໄດ້ຢ່າງ ແຈ່ມແຈ້ງຍ້ອນ ພະມ່າ ມີການປົກຄອງ ໃນລະບອບ ຜະເດັດການ ທະຫານ ຊຶ່ງໃຊ້ ວິທີການ ຍຶດກິຈການຕ່າງໆ ຢ່າງກວ້າງຂວາງ ມາເປັນຂອງຣັຖ, ການໃຊ້ລະບົບ ການຢູ່ໂດດດ່ຽວ, ການປະຫັກ ປະຫານ ຊົນຊາດ ຊົນເຜົ່າ ແລະ ການທີ່ເຮັດໃຫ້ ພັກຣັຖ ເປັນພະເດັດການ. ຈະເຫັນໄດ້ຈາກ ລາຍງານຂອງ ອົງການ ສິດທິມະນຸສ ຕໍ່ສະຫະ ປະຊາຊາດ ວ່າຍັງມີນັກ ໂທດການເມືອງ ທີ່ຖືກກັກຂັງ ກວ່າ 2,100 ຄົນ ຢູ່ປະເທດ ພະມ່າ ພວກຂະເຈົ້າໄດ້ ຖືກຕັດສີນຢ່າງ ບໍ່ເປັນທັມ, ແລະຢ່າງລຶກລັບ. ແມ່ນແຕ່ ທນາຍຄວາມ ທີ່ຕໍ່ສູ້ຄະດີ ບາງລາຍກໍຍັງ ໄດ້ຖືກຈັບກຸມ ໃນຂໍ້ຫາລ່ວງລະ ເມີດສານ. ນອກຈາກນີ້ ຜູ້ທີ່ຖືກກັກ ຂັງຍັງໄດ້ຮັບ ການທໍຣະມານ ຈາກການຂາດ ການປິ່ນປົວ ໃນເວລາທີ່ ຖືກກັກຂັງ ຫລືໄດ້ຮັບ ບາດເຈັບເມື່ອຖືກ ສອບປາກຄວາມ. ຍັງບໍ່ໝົດ ທໍ່ນີ້ ນັກໂທດດັ່ງກ່າວ ຍັງຖືກຕັດສີນ ຈຳຄຸກດົນນານ ຕັ້ງແຕ່ 3 ປີ ຂື້ນໄປຫາ 60 ກວ່າປີ.

ທາງອົງການ ສິດທິມະນຸສ ຍັງຢ້ຳອີກວ່າ ຣັຖບານທະຫານ ພະມ່າ ປະຕິເສດ ແມ່ນແຕ່ພື້ນຖານ ເສຣີພາບຂອງ ປະຊາຊົນ ຂອງຕົນ, ຊຶ່ງຮວມທັງ ສິດທິ ໃນການປາກ ເວົ້າຂີດຂຽນ, ຈັດຕັ້ງ, ແລະໂຮມຊຸມນຸມ. ນອກຈາກນີ້ແລ້ວ ຍັງຈັບກຸມຄຸມ ຂັງນັກເຂື່ອນໄຫວ ທາງການເມືອງ ແລະນັກຕໍ່ສູ້ ເພື່ອສິດທິມະນຸສ ຢູ່ເລື້ອຍໆ.

ນອກຈາກປະເທດ ທີ່ລະເມີດ ຝ່າຝືນ ສິດທິມະນຸສ ທີ່ເຮັດໄປຢ່າງ ເປີດເຜີຍ ໂຈ່ງແຈ້ງນີ້ແລ້ວ ປະເທດ ສະມາຊິກ ອື່ນໆ ກໍມີປາກົດ ລາຍງານ ການລະເມີດ ຝ່າຝືນ ສິດທິມະນຸສ ເຊັ່ນດຽວກັນ ຕົວຢ່າງ ອົງການ ສິດທິມະນຸສ ກ່າວວ່າການບັງ ຄັບແກ່ເຮືອຊຶ່ງ ເຕັມໄປດ້ວຍ ອົພຍົບຊາວ Rohingya ອອກໄປກາງ ທະເລ ຈົນມີຫລາຍ ຮ້ອຍຄົນເສັຍ ຊີວິດ ເມື່ອບໍ່ນານ ມານີ້ສແດງໃຫ້ ເຫັນວ່າ ບັນຫາ ສິດທິມະນຸສ ໃນເອເຊັຍ ຕາເວັນອອກສ່ຽງໃຕ້ ຕ້ອງໄດ້ແກ້ໄຂ ໃນລະດັບ ຂົງເຂດ.

ອ້າງອີງຕາມ ລາຍງານຕໍ່ ສະພາຂອງ ຣັຖມົນຕຣີ ການຕ່າງປະເທດ ປະເທດ ສິງກະໂປ ທ່ານ  Yeo ອີກເທື່ອນຶ່ງ ທີ່ວ່າ 10 ປະເທດ ສະມາຊິກ ອາຊຽນ ຍັງແບ່ງ ແຍກກັນກ່ຽວກັບ ລາຍລະອຽດຕ່າງໆ ແຕ່ອົງການ ສິ້ງຊອມດ້ານ ສິດທິມະນຸສ ຕ້ອງໄດ້ຈັດຂື້ນ ໂດຍຜູ້ນຳກຸ່ມ ພາຍໃນເດືອນ ຕຸລາ 2009 ນີ້.

ເຖິງຢ່າງໃດ ກໍຕາມ ນັກເຂື່ອນໄຫວ ດ້ານສິດທິມະນຸສ ໄດ້ກ່າວວ່າ ອົງການສິ້ງຊອມ ສິດທິມະນຸສ ທີ່ອາຊຽນຈະ ຈັດຕັ້ງຂື້ນນີ້ ຈະບໍ່ມີ ອຳນາດ ເພື່ອສອບສວນລົງ ໂທດປະເທດທີ່ ລະເມີດສິດທິ ເພາະສະນັ້ນຈຶ່ງ ຈະບໍ່ມີຄວາມ ສັກສິດ ຫາກຈະອ້າງ ເຖິງຂໍ້ມູນ ແລະໜ້າທີ່ ວຽກງານ ທີ່ບັນທຶກໄວ້ ໃນເບື້ອງຕົ້ນນີ້.

ຕາມຄວາມເປັນ ຈິງແລ້ວ ສະມາຊິກ ອາຊຽນ ບາງປະເທດ ຕ້ອງການ ການປົກຄອງທີ່ ມີການ ແຊກແຊງໜ້ອຍ ເພາະບໍ່ຕ້ອງການ ໃຫ້ປະເທດ ຕາເວັນຕົກ ຫລືບັນດາ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ມາລົບກວນ ສະພາບການ ເມືອງພາຍໃນ, ແຕ່ຫລາຍປະເທດ ເຊື່ອວ່າປະເທດ ທີ່ມີອົງການ ສິດທິມະນຸສ ທີ່ເຂັ້ມແຂງ ແລະ ມີປະສິດ ທິພາບ ຈະຊ່ອຍໃຫ້ ປະເທດຂອງຕົນ ກ້າວໜ້າແລະ ຈະເຣີນຮຸ່ງເຮືອງ ຂື້ນໄປກ່ວາ ປະເທດທີ່ຂາດ ສິດເສຣີພາບ ສິດທິມະນຸສຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.