ປັດຈຸບັນ ຊາວໂລກ ກໍາລັງປະເຊີນ ກັບຄວາມທຸກຍາກ ແລະອຶດຫິວ ຫລາຍເພີ້ມຂຶ້ນ

ປັດຈຸບັນ ຊາວໂລກ ກໍາລັງປະເຊີນ ກັບຄວາມທຸກຍາກ ແລະອຶດຫິວ ຫລາຍເພີ່ມຂຶ້ນ. ຈໍານວນຜູ້ອຶດຍາກ ເພີ່ມຂຶ້ນເປັນ 1 ພັນກວ່າລ້ານຄົນ ແລະຢ່າງໜ້ອຍ 400 ລ້ານຄົນ ເປັນເດັກນ້ອຍ ຊຶ່ງໃນນັ້ນ ມີປະຊາຊົນ ແລະເດັກນ້ອຍລາວ ຮວມຢູ່ນຳດ້ວຍ ແຕ່ກໍມີຂ່າວດີ ທີ່ບັນດາ ຜູ້ນໍາໂລກ ໃຫ້ສັນຍາວ່າ ຈະສນັບສນູນ ຂໍ້ລິເລີ່ມເພື່ອ ຮັບປະກັນ ດ້ານອາຫານເຖິງ 22 ພັນລ້ານໂດລາ ແລະຣັຖບານຂອງ ທ່ານ ບາຣັກ ໂອບາມາ ຂອງສະຫະຣັດ ອາເມຣິກາ ກໍມີຍຸທສາດໃໝ່ ເພື່ອຕໍ່ສູ້ຕ້ານ ຄວາມອຶດຫິວ. ຈຳປາທອງ ມີລາຍງານກ່ຽວກັບ ເລື້ອງນີ້ ມາສເນີທ່ານ.

ກຸງໂຣມປະເທດອິຕາລີສູນກາງໃຫຍ່ໂຄງການອາຫານໂລກເປີດ ກອງປະຊຸມໃນວັນທີ16ຕຸລາ2009ຊື່ງໄດ້ແນໃສ່ຄວາມໝັ້ນຄົງ ຄວາມພຽງພໍອາຫານຂອງຊາວໂລກໃນພາວະສຸກເສີນ.
ກຸງໂຣມປະເທດອິຕາລີສູນກາງໃຫຍ່ໂຄງການອາຫານໂລກເປີດ ກອງປະຊຸມໃນວັນທີ16ຕຸລາ2009ຊື່ງໄດ້ແນໃສ່ຄວາມໝັ້ນຄົງ ຄວາມພຽງພໍອາຫານຂອງຊາວໂລກໃນພາວະສຸກເສີນ. (AFP PHOTO / Filippo MONTEFORTE)

0:00 / 0:00