ແມ່ນໍ້າຂອງ
2009.04.10

ຣະດັບນໍ້າໃນ ແມ່ນໍ້າຂອງ ປີ 2009 ນີ້ບົກລົງຢ່າງໄວວາຕັ້ງແຕ່ ເໜືອຕລອດໄຕ້ ຖ້າທຽບໃສ່ປີ ທີ່ຜ່ານໆມາ. ເວົ້າສະເພາະໃນ ເຂດແຂວງ ບໍ່ແກ້ວ ໃນລະຫວ່າງເດືອນ ກຸມພາ ຫາເດືອນ ມິນາ ທີ່ຫາກໍ່ຜ່ານ ມານີ້ຣະດັບນ້ຳ ໃນແມ່ນ້ຳຂອງ ບົກລົງຢ່າງ ຫລວງຫລາຍ ແບບໜ້າເປັນຫ່ວງ ຊຶ່ງມີການຊ່າ ລືກັນວ່າມີ ສາເຫດມາຈາກ ເຂື່ອນ ຂອງຈີນ ກັກຕຸນນ້ຳໄວ້ ເພື່ອຜົນປໂຍດ ຂອງຕົນໃນການ ປັ່ນໄຟຟ້າ ແລະການປູກຝັງ ລ້ຽງສັດ ບໍ່ປ່ອຍນ້ຳລົງ ມາໃຫ້ຜູ່ອື່ນ ໄດ້ໄຊ້ນຳແບບ ປົກກະຕິດັ່ງ ທ່ານ ສາຍັນ ຂ້າມນຶ່ງ ເຈົ້າໜ້າທີ່ ພາກສະໜາມຂອງ ໂຄງການແມ່ນ້ຳ ເພື່ອຊີວິດ ຂອງໄທ ປະຈຳແຂວງ ຊຽງຮາຍແລະ ແຂວງບໍ່ແກ້ວ ຂອງລາວເວົ້າວ່າ:
ທ່ານວ່າ ເຂື່ອນຈິງຫົງ ຂອງຈີນ ໜ້າຈະເປັນໂຕກັ້ນ ທີ່ຄວບຄຸມນ້ຳ ໃນເຂດທີ່ບົກ ແຫ້ງທັງໝົດ ລະຍະນິີຄົງ ເປັນລະຍະທີ່ ແລ້ງສຸດ, ຈີນຄົງບໍ່ກ້າ ທີ່ຈະປ່ອຍນ້ຳ ເພາະ ວ່າຈີນຕ້ອງ ຮັກສາຣະດັບ ນ້ຳໃນເຂື່ອນ. ເຂື່ອນຈຳເປັນຕ້ອງ ຮັກສາຣະດັບນ້ຳ ໃຫ້ມັນຊົງໂຕ ເພື່ອຈະບໍ່ໃຫ້ ນ້ຳບົກເກີນໄປ.
ສາເຫດທີ່ພາ ໃຫ້ຣະດັບນໍ້າ ໃນແມ່ນໍ້າຂອງ ຂື້ນສູງຈົນມີ ນ້ຳຖ້ວມ ແລະລົດລົງຫລາຍ ຈົນເປັນປາກົດການ ທີ່ໃນເມື່ອກ່ອນ ບໍ່ເຄີຍມີ ແຕ່ຫາກເກີດມີ ຂຶ້ນແບບຜິດ ປົກກະຕິ ເມື່ອຫລາຍປີ ຫລັງໆມານີ້ນັ້ນ ມີຫລາຍຄົນເຂົ້າ ໃຈວ່າເປັນຍ້ອນ ການປິດ-ການເປີດ ເຂື່ອນໃຫຍ່ຂອງຈີນ 3 ແຫ່ງທີ່ຈີນສ້າງ ໃສ່ແມ່ນໍ້າຂອງ ຕອນເທີງ ໃນເຂດແດນ ຂອງຈີນນັ້ນ.
ຕໍ່ມາກໍແມ່ນ ພາຍຫລັງທີ່ຈີນ ຣະເບີດແກ້ງຫີນ ໃນລຳແມ່ນໍ້າຂອງ ຕາມຂໍ້ຕົກລົງ ການເດີນເຮືອເພື່ອ ການຄ້າໃນແມ່ ນໍ້າຂອງ ລະຫວ່າງ ຈີນ ພະມ່າ ລາວ ແລະໄທ ໃນປີ 2000 ເປັນຕົ້ນມາເຮັດ ໃຫ້ເກີດມີ ຫາດຊາຍ ຈົນບໍ່ສາມາດ ເດີນເຮືອບັນທຸກ ສິນຄ້າໄດ້ ຄືແຕ່ກ່ອນ ແລະເຮັດໃຫ້ເກີດ ມີຜົນກະທົບ ຕໍ່ການດຳລົງ ຊີວິດຂອງ ປະຊາຊົນ ທັງບໍ່ສາມາດ ຫາປາແລະປູກຝັງ ໄດ້ຢ່າງເປັນ ປົກກະຕິ, ຊຶ່ງມາໃນໄລຍະ ຫລັງໆນີ້ຈີນກໍໄດ້ ງົດການລະເບີດແກ້ງ ຕາມຄຳຮຽກຮ້ອງ ຂອງທາງການ ໄທ ແລ້ວ.
ນອກຈາກສາເຫດ ທີ່ໄດ້ເວົ້າມານັ້ນ ກໍຍັງພົວພັນ ກັບສາເຫດອື່ນໆ ອັນສຳຄັນທີ່ ເຮັດໃຫ້ມີການ ແຫ້ງແລ້ງນັ້ນກໍຄື ສະພາບດິນຟ້າ ອາກາດ ຮ້ອນອົບເອົ້າ ທີ່ເກີດມາ ຈາກຫລາຍສາເຫດ ຮວມທັງມາຈາກ ການຕັດໄມ້ ທຳລາຍປ່າ ຢ່າງຫລວງຫລາຍ, ມາຈາກມົນລະພິດ ຂອງໂຮງຈັກໂຮງງານ, ລົດລາງຕ່າງໆ.
ເວົ້າສະເພາະເຖິງ ສະພາບນ້ຳໃນ ລຳແມ່ນ້ຳຂອງ ທ່ານ ວົງເພັດ ຮອງຫົວໜ້າ ຫ້ອງການ ຂົນສົ່ງທາງນໍ້າ ແຂວງບໍ່ແກ້ວ ເວົ້າວ່າການທີ່ ນໍ້າຂອງ ບົກແຫ້ງ ຢ່າງຜິດ ປົກກະຕິນີ້ ອາດເປັນຍ້ອນ ການຕັດໄມ້ ທໍາລາຍປ່າ ຫລາຍເກີນໄປຫລື ມີການພັທນາ ເສຖກິດແບບ ບໍ່ມີການຈັດສັນ ຢ່າງລະອຽດໂດຍ ບໍ່ຄໍານຶງເຖິງ ຜົນຮ້າຍທີ່ຈະ ຕິດຕາມມາ.
ໃນແຕ່ລະປີ ພໍຕົກມາເຖິງ ຍາມແລ້ງຈີນກໍ ຈະປິດປະຕູນ້ຳ ຂອງເຂື່ອນໃຫ້ມີ ແຕ່ນ້ຳໄຫລຜ່ານ ຮູປັ່ນໄຟຟ້າ. ດັ່ງນັ້ນຈຶ່ງມີ ຂ່າວເລື່ອງນ້ຳ ໃນແມ່ນໍ້າຂອງ ບົກລົງຫລາຍ, ການເດີນເຮືອ ບໍ່ສະດວກ, ເກິດອຸບັດຕິເຫດ ເຮືອຄາແກ້ງ ຄ້າງຫາດຊາຍ ຕ່າງໆນາໆ. ຊາວບ້ານ ຈາກແຂວງ ຊຽງຮາຍ ຂອງໄທ ກ່າວກ່ຽວກັບເລື່ອງ ນີ້ວ່າ: ສຽງ...
ລາວວ່າເລື່ອງຂອງ ຣະດັບນໍ້າມັນ ບໍ່ເປັນປົກກະຕິ ມັນມີການ ຂຶ້ນ-ລົງ ເນື່ອງຈາກວ່າຈີນ ປິດ-ເປີດ ເຂື່ອນຢູ່ຂ້າງເທິງ ເຮັດໃຫ້ຊາວບ້ານ ຕ້ອງປະເຊີນກັບ ບັນຫານີ້ມາ ຕລອດ ມັນຈະສ້າງຄວາມ ປ່ຽນແປງຢູ່ຕລອດ ຍ້ອນນໍ້າຈາກຈີນ ຢູ່ຂ້າງເທິງ ປ່ຽນແປງ. ແລະກ່ອນໜ້ານີ້ ນັກວິຊາການໄທ ບາງທ່ານ ກໍເວົ້າວ່າ ພາຍຫລັງທີ່ ຈີນໄດ້ ສ້າງເຂື່ອນໃສ່ລຳ ແມ່ນໍ້າຂອງຕອນ ເທິງນັ້ນຄວາມຕື້ນ ຂອງແມ່ນໍ້າຂອງ ຊຶ່ງສ່ວນໃຫຍ່ ຈະຢູ່ໃນເຂດ ເມືອງປ່າລ້ຽງ ປະເທດພະມ່າ, ຊາຍແດນ ພະມ່າ-ລາວ ໃນເຂດ ສາມຫລ່ຽມຄໍາ ນັ້ນບາງປີມີ ຄວາມຍາວລະຫວ່າງ 100 ຫາ 120 ຫລັກກິໂລແມັດ ແລະການເດີນເຮືອ ສິນຄ້າກໍມີ ຄວາມຫຍູ້ງຍາກຫລາຍ ໃນເຂດດັ່ງກ່າວ ໂດຍທີ່ ຈະສັງເກດເຫັນ ແກ້ງຫີນແລະ ຫາດຊາຍກະຈາຍ ໄປເປັນໄລຍະຍາວ ແລະຢູ່ບາງບ່ອນ ຣະດັບນໍ້າຕື້ນ ບໍ່ເຖິງຣອດ 1 ແມັດ. ສ່ວນວ່າຮ່ອງ ນໍ້າເລິກ 3-4 ແມັດ ກໍມີ ຂະໜາດແຄບເຂົ້າ, ມີແຕ່ເຮືອຫາງ ຍາວນ້ອຍເທົ່ານັ້ນ ທີ່ຍັງສາມາດ ແລ່ນໄດ້ ໃນຂະນະນີ້.
ສ່ວນວ່າ ເຮືອຂນາດໃຫຍ່ ຈາກປະເທດຈີນ ທີ່ລ່ອງລົງມາ ຈາກເມືອງຊຽງແສນ ໄປຫາເມືອງ ຊຽງຂອງ ຂອງໄທ ທີ່ຢູ່ເຊີ່ງກັບ ແຂວງບໍ່ແກ້ວ ຮວມທັງ ເຮືອຂົນສົ່ງສິນ ຄ້າກະສິກັມ ຈາກເມືອງ ຫລວງພະບາງ ໄປເຂດວຽງແກ່ນ ເມືອງຊຽງຂອງ ນັ້ນກໍໄປບໍ່ໄດ້ ຊຶ່ງເຣືອບາງລໍາ ໄປຄາຢູ່ເກີ້ຍຫາດ ຈຶ່ງຕ້ອງໄດ້ຈອດ ກາງທາງ ຈົນວ່າໄດ້ນໍາ ເຮືອນ້ອຍໄປ ຂົນຖ່າຍສີນຄ້າ ຂຶ້ນຝັ່ງແລ້ວໄຊ້ ຣົດໃຫຍ່ຂົນໄປ ຕາມເສັ້ນທາງສາຍ ອາຣ 3 ເອ ໃນລາວແທນ.
ຫົວໜ້າສຖານີ ກວດກາແມ່ນໍ້າ ຂອງເຂດແຂວງ ຊຽງຮາຍຂອງໄທ ກ່າວວ່າ ສະພາບນໍ້າຂອງ ຂະນະນີ້ຖືວ່າ ເຂົ້າຂັ້ນວິກິດ ການແລ້ວ. ເຮືອສີນຄ້າ ຂນາດໃຫຍ່ເຂົ້າ ມາບໍ່ໄດ້ເຮັດໃຫ້ ການຂົນສົ່ງ ສີນຄ້າ ການກະເສດ ຈາກປະເທດຈີນ ແລະລາວເຂົ້າມາ ເມືອງຊຽງຂອງ ປະເຊີນກັບ ບັນຫາຫຍູ້ງຍາກ, ຕ້ອງໄຊ້ວິທີ ການຂົນຖ່າຍຂຶ້ນ ຣົດແລ່ນທາງ ບົກແທນ, ເພາະຄາໂງ່ນຫີນ ຫລືແກ້ງ ທີ່ໂຜ່ຂື້ນ ຕລອດທາງເຮັດ ໃຫ້ມີການເສັຽ ຄ່າໄຊ້ຈ່າຍ ຫລາຍເພີ່ມຂື້ນ.
ໃນປີນີ້ ສັງເກດເຫັນວ່າ ບໍ່ມີເຮືອບັນ ທຸກສີນຄ້າ ຫລາຍຄືແຕ່ກ່ອນ ຍ້ອນນ້ຳ ຂອງຕື້ນຂື້ນມີ ຫາດຊາຍຫລາຍ, ຢູ່ບາງບ່ອນ ບາງເຂດ ຕ້ອງໄດ້ແກ່ ໄດ້ລາກເຮືອເອົາ ເຮັດໃຫ້ສິນຄ້າ ໄປເຖິງຈຸດໝາຍ ຊັກຊ້າກວ່າ ປົກກະຕິ ຕັ້ງຫລາຍຊົ່ວໂມງ.
ເວົ້າສະເພາະຢູ່ ພາກກາງຂອງລາວ ຣະຫວ່າງ ແຂວງຄໍາມ່ວນກັບ ແຂວງ ນະຄອນພະນົມ ຂອງໄທ ຕາມຣາຍງານຂ່າວ ເມື່ອໄວໆມານີ້ ກໍວ່າຜູ້ມີ ອາຊີບແລ່ນເຮືອ ຕ້ອງໄດ້ປ່ຽນສາຍ ທາງເດີນໄປຫາ ຮ່ອງນໍ້າເລິກ ຊຶ່ງປົກກະຕິ ໄລຍະທາງເດີນ ເຮືອມີຢູ່ ປະມານ 2 ຫລັກກິໂລແມັດ ແຕ່ມາດຽວນີ້ ເພິ່ມຂື້ນເປັນ 4 ຫລັກກິໂລແມັດ, ເຮັດໃຫ້ເສັຍເວລາ ແລະສີ້ນເປືອງ ຄ່າໄຊ້ຈ່າຍ ຄ່ານໍ້າມັນ ເພີ່ມຂຶ້ນ.
ຖ້າໄປເບີ່ງທາງ ພາກເໜືອໂດຍ ສະເພາະຣະຫວ່າງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະເມືອງປາກແບງ ແຂວງອຸດົມໄຊ ຂອງລາວແລ້ວ ກໍເຫັນວ່າ ນ້ຳຂອງບົກລົງ ຫລາຍ. ບາງບ່ອນຫລຽວເຫັນ ຮອດຫີນດິນຊາຍ, ມີປ່ອງນໍ້າໄຫລ ເປັນຮ່ອມນ້ອຍໆ ພໍເຣືອຈັກນ້ອຍ ແລ່ນຜ່ານໄດ້. ແຕ່ກໍແລ່ນຜ່ານ ໄດ້ເທື່ອລະລໍາ ບໍ່ສາມາດແລ່ນ ພາບກັນ 2 ລຳບາດດຽວໄດ້. ຈົນວ່າມີເຈົ້າ ໜ້າທີ່ລາວ ຈໍາຕ້ອງໄດ້ໄປ ປະຈໍາການ ຢູ່ທີ່ນັ້ນເພື່ອ ຖືທຸງແດງ ໃຫ້ສັນຍານ ການເດີນເຮືອ ຂື້ນ-ລ່ອງ ເທື່ອລະລຳ.
ສ່ວນວ່າເຮືອຂົນ ສົ່ງສີນຄ້າຂນາດ ໃຫຍ່ແດ່ແມ່ນບໍ່ ສາມາດ ແລ່ນຜ່ານໄດ້. ນອກຈາກນັ້ນແລ້ວ ໃນລະຫວ່າງທີ່ ເຮືອແລ່ນຜ່ານໄປ ບາງບ່ອນ ເຮືອກໍຄາ ຫລືວ່າເປັນຄື ຈະຄາ ຢູ່ກາງລຳແມ່ ນ້ຳຂອງ ເພາະນໍ້າຕື້ນຫລາຍ. ບາງບ່ອນຈໍາເປັນ ຕ້ອງໄດ້ຜ່ອນຈັກ ເຮືອລົງຫລືວ່າ ໄຊ້ໄມ້ຖໍ່ ຊຸກຊ່ວຍໄປນໍາ ແລະບ່ອນໃດ ນໍ້າຕື້ນອີ່ຫລີ ຜູ້ໂດຍ ສານຈໍາເປັນຕ້ອງ ໄດ້ພາກັນລົງ ຊຸກຫລືແກ່ ເຮືອໄປເອົາ.
ເຂດທີ່ມີນ້ຳຕື້ນ ກວ່າໝູ່ແມ່ນເຂດ ບ້ານຕົ່ງຣະຫວ່າງ ເມືອງຫ້ວຍຊາຍ ແລະເມືອງປາກແບງ. ແມ່ນໍ້າຂອງເປັນ ແມ່ນໍ້ານາໆຊາດ ໄຫລຜ່ານ 6 ປະເທດ ຈາກເທືອບເຂົາ ທິເບດ ໃນປະເທດຈີນ ຜ່ານພະມ່າ ລາວ ໄທ ກໍາພູຊາ ແລະວຽດນາມ ລົງໃສ່ ທະເລຈີນໄຕ້. ແຕ່ບັນດາ ປະເທດທີ່ເຂົ້າ ເປັນສມາຊິກ ຂອງຄນະກັມມາທິການ ແມ່ນໍ້າ ຂອງ MRC ນັ້ນແທນທີ່ວ່າ ຈະແມ່ນທັງ 6 ປະເທດທີ່ ແມ່ນໍ້າຂອງ ໄຫລຜ່ານແຕ່ ຊໍ້າພັດມີພຽງ 4 ປະເທດ ຄື ລາວ ໄທ ກໍາພູຊາ ແລະວຽດນາມ ເທົ່ານັ້ນ. ສ່ວນວ່າ ອີກ 2 ປະເທດຄືຈີນ ແລະພະມ່າ ບໍ່ທັນເຂົ້າຣ່ວມ ໂດຍອ້າງເຫດຜົນ ວ່າຕົນຍັງບໍ່ ມີຄວາມພ້ອມເທື່ອ.
ແຕ່ເຖິງຢ່າງ ໃດກໍຕາມ ໃນເມື່ອເກີດມີ ສະພາບນ້ຳໃນ ແມ່ນ້ຳຂອງບົກ ລົງຢ່າງຜິດ ປົກກະຕິ ແລະປະຊາຊົນ ໄດ້ຮັບຄວາມ ເດືອດຮ້ອນຢູ່ນີ້ ທາງສຳນັກງານ ຂົນສົ່ງ ທາງນ້ຳຂອງໄທ ກໍໄດ້ພຍາຍາມ ຕິດຕໍ່ພົວພັນ ກັບພາກສ່ວນທີ່ ກ່ຽວຂ້ອງກັບການ ເປີດ-ປິດ ປະຕູເຂື່ອນ ຈິງຫົງ ໃນແຂວງຢຸນນານ ຂອງຈີນຊຶ່ງເປັນ ເຂື່ອນໄຕ້ສຸດ ໃນລຳແມ່ນ້ຳ ຂອງຈີນທີ່ກັກ ນ້ຳໄວ້ເພື່ອ ຮຽກຮ້ອງໃຫ້ມີ ການປ່ອຍນ້ຳ ຈາກເຂື່ອນລົງມາ ເພື່ອຫລຸດຜ່ອນ ຜົນກະທົບທີ່ ເກີດມີຢູ່ແມ່ ນ້ຳຂອງຕອນລຸ່ມ ຊຶ່ງທາງຈີນ ກໍຮັບວ່າ ຈະປ່ອຍນ້ຳໃຫ້ 1 ມື້ແລະປິດ 3 ມື້ ຜັດປ່ຽນກັນໄປ ແລະວ່າຈະເລີ່ມ ປະຕິບັດ ໃນຕົ້ນເດືອນ ເມສາ 2009 ນີ້ເປັນຕົ້ນໄປ.
ໃນເມື່ອ ປະຊາຊົນ ໄດ້ຮັບຄວາມ ເດືອດຮ້ອນ ມີຫລາຍໆຄົນ ໃຫ້ຄວາມເຫັນວ່າ ທາງການລາວຄວນ ຊອກຫາຊ່ອງທາງ ຊ່ວຍແກ້ໄຂແຕ່ ກໍບໍ່ປາກົດ ມີຂ່າວວ່າທາງ ການລາວເຄື່ອນໃຫວ ຕິດຕໍ່ພົວພັນ ພໍເທົ່າໃດກັບ ຈີນຊຶ່ງຖືວ່າ ເປັນພັນທະມິດ ຍຸທສາດ ແລະມີການພົວພັນ ຮ່ວມມືກັນ ຮອບດ້ານ.
ນາງ ເປີ້ຍຫລິງ ເຈົ້າໜ້າທີ່ອົງ ການພິທັກ ສີ່ງແວດລ້ອມ ເອກກະຊົນຂອງ ຈີນໄດ້ກ່າວກ່ອນ ໜ້ານີ້ກ່ຽວກັບວ່າ ຈະເຮັດແນວໃດ ໃຫ້ຈີນຫັນມາ ໃຫ້ຄວາມສົນໃຈ ໃນບັນຫານີ້ນັ້ນ ນາງວ່າ: ສຽງ ….
ນາງວ່າຖ້າຢາກ ເຮັດໃຫ້ຣັຖບານ ຈີນຫັນມາໃຫ້ ຄວາມສົນໃຈນຳ ຜົນກະທົບ ຈາກການສ້າງເຂື່ອນ ຢູ່ຈີນວ່າເປັນ ບັນຫາໃຫຍ່ນັ້ນ ພວກທ່ານຄວນ ຕິດຕາມການສ້າງ ເຂື່ອນໃນຈີນທີ່ ສົ່ງຜົນກະທົບ ຕໍ່ຊຸມຊົນໃນເຂດ ລຸ່ມແມ່ນໍ້າຂອງ ໃຫ້ກວ້າງ ອອກໄປຕື່ມອີກ. ແລະວ່າຕ້ອງໃຫ້ ອົງການຈັດຕັ້ງ ສາກົນໄກ່ເກັ່ຽ ບັນຫາດັ່ງ ອົງການແມ່ ນ້ຳນາໆຊາດ ຫລືວ່າອົງການ ແມ່ນ້ຳຂອງ ແລະມີການຮ່ວມ ກຸ່ມຂອງ ປະຊາຊົນໃນ ເຂດລຸ່ມແມ່ນ້ຳຂອງ ໃຫ້ຫລາຍຂື້ນ.
ແມ່ນໍ້າຂອງ ປຽບເໝືອນ ສາຍເລືອດສຳຄັນ ຂອງຫລາຍຊາດ ແລະປະຊາຊົນ ໃນພາກພື້ນ ເອເຊັຽ ຕາເວັນອອກສ່ຽງໄຕ້ ທີ່ນ້ຳຂອງໃຫລ ຜ່ານຍ້ອນວ່າເປັນ ສາຍນໍ້າ ທີ່ກ່ຽວພັນກັບ ຊີວິດທຸກດ້ານ ຂອງຜູ້ຄົນໃນ ແຖບນີ້ທັງໃນ ຍາມເກີດໄພແຫ້ງແລ້ງ ຫລືໄພນໍ້າຖ້ວມ ແລະທັງໃນຣະດູ ເພາະປູກແລະຣະດູ ເກັບກ່ຽວ ທີ່ມີຄວາມ ອຸດົມ ສົມບຸນຫລືວ່າ ໄດ້ຮັບຄວາມເສັຍ ຫາຍນຳດ້ວຍ.
ໃນເມື່ອເຫັນວ່າ ແມ່ນ້ຳຂອງ ຖືກຄຸກຄາມ ຜູ່ປົກປ້ອງ ສິ່ງແວດລ້ອມ ແລະຊັພຍາກອນ ທັມມະຊາດ ທັງຫລາຍ ບໍ່ວ່າຈະຢູ່ ປະເທດໃດກໍລ້ວນ ແລ້ວແຕ່ພາ ກັນຮຽກ ຮ້ອງໃຫ້ມີການ ຍຸດຕິການ ທຳລາຍ. ແລະໃນຣະຫວ່າງ ກາງເດືອນ ມິນາ ປີ 2009 ນີ້ໃນງານ ສແດງພາບຖ່າຍ ພາຍໄຕ້ຫົວຂໍ້ວ່າ “ ສີພັນດອນ ເມື່ອແມ່ນໍ້າຂອງ ຖືກຄຸກຄາມ “ ຊຶ່ງຈັດຂຶ້ນຢູ່ ຫ້າງຊັພສີນຄ້າ ຢູ່ບາງກອກ ປະເທດໄທ ອົງການຟື້ນຟູ ນິເວດ ໃນພູມີພາກ ແມ່ນໍ້າຂອງຫລື ແທຣາ, ມູນນິທິ ຟື້ນຟູຊີວິດ ແລະທັມມຊາດ ໄດ້ປະກາດການ ກໍ່ຕັ້ງກຸ່ມ ພັນທະມິດ ເພື່ອປົກປ້ອງ ຊ່ວຍກອບກູ້ ແມ່ນໍ້າຂອງຂື້ນ ຢ່າງເປັນທາງການ.
ໃນນັ້ນມີການອອກ ຖແລງການ ສບັບນຶ່ງຊຶ່ງ ເວົ້າເຖິງເຂື່ອນຕ່າງໆ ທີ່ສ້າງກັ້ນ ແມ່ນໍ້າຂອງ ເປັນຕົ້ນເຂື່ອນ 3 ແຫ່ງໃນປະເທດ ຈີນທີ່ສົ່ງ ຜົນກະທົບ ຢ່າງຣ້າຍແຣງ ຕໍ່ປະເທດ ທີ່ຢູ່ໄຕ້ລົງມາ ຍ້ອນວ່າເຮັດໃຫ້ ຣະດັບນ້ຳ ໃນແມ່ນ້ຳຂອງ ມີການຜັນຜວນ ແລະປ່ຽນແປງ ຢ່າງໄວວາ, ປະລິມານນ້ຳ ນ້ອຍລົງແລະພັນ ປາສະໜິດຕ່າງໆ ກໍລຸດລົງນໍາດ້ວຍ.