ສາຍນ້ຳຂອງສາຍຄອງຊີບ
2009.03.03
ແມ່ນ້ຳຂອງ ເປັນແມ່ນ້ຳສາຍນຶ່ງ ທີ່ໃຫລມາຈາກ ແມ່ນ້ຳແຂງຂ້າງພູເຂົາ ຂອງ ທິເບດ ປະເທດຈີນ ລົງສູ່ທະເລຈີນໄຕ້ ໃຫລຜ່ານ 6 ປະເທດ ຄື ຈີນ ພະມ້າ ລາວ ໄທ ກຳພູຊາ ແລະວຽດນາມ ມີຄວາມຍາວ 4,620 ຫລັກກິໂລແມດ ແຕ່ຕາມຂໍ້ມູນ ຂອງ ທະນາຄານ ພັດທະນາເອເຊັຍ ວ່າມີຄວາມຍາວ 4,880 ຫລັກກິໂລແມດ ແລະຕາມຂໍ້ມູນ ນຶ່ງອີກ ບົ່ງໄວ້ແບບແນ່ ນອນວ່າ ມີຄວາມຍາວ 4,849 ແມດ.
ແມ່ນ້ຳຂອງ ທີ່ມີຄວາມຍາວ ອັບດັບທີ 10 ຂອງໂລກ ຊຶ່ງຈີນເອີ້ນວ່າ ແມ່ນ້ຳ ລ້ານຊ້າງ ນັ້ນມີເນື້ອທີ່ 795,500 ຕາລາງ ກິໂລແມດ ຄືໃຫຍ່ກວ່າ ປະເທດ ຍີ່ປຸ່ນ ຊຶ່ງມີເນື້ອທີ່ 374,744 ຕາລາງ ກິໂລແມດ ເຖິງ 2 ເທົ່າກວ່າ ມີຫລາຍກວ່າ 70 ຊົນຊາດ ແລະ ປະຊາຊົນ ຫລາຍກວ່າ 60 ລ້ານຄົນ ອາໃສເປັນບ່ອນ ທຳມາຫາກິນ ຫາອາຫານ ແລະນ້ຳກິນນ້ຳໄຊ້ ເປັນບ່ອນລຳລຽງ ຂົນສົ່ງໄປ-ມາ ແລະເປັນບ່ອນ ເພີ່ງພາອາໃສ ທາງດ້ານອື່ນໆອີກ ໃນຊີວິດ ປະຈຳວັນຂອງ ຜູ້ຄົນ ຮວມທັງ ການຫາປາ ແລະສັດນ້ຳ ຕ່າງໆ ມີການຫາປາ ໄດ້ຫລາຍ ອັນດັບ 2 ຂອງໂລກ ຮອງລົງມາຈາກ ແມ່ນ້ຳ ອາມາຊອນ ຢູ່ປະເທດ ບຣາຊິນ ອະເມຣິກາໄຕ້. ຕາມຕົວເລກ ຂອງ ຄະນະກັມມະການ ແມ່ນ້ຳຂອງ ໃນແຕ່ລະປີ ການຫາປາ ຫລືວ່າການ ປະໂມງ ຢູ່ໃນລຳນ້ຳຂອງ ໄດ້ຢ່າງນ້ອຍ ປະມານ 3,000 ລ້ານໂດລາ ສະຫະຣັດ. ນອກຈາກປາ ທົ່ວໄປແລ້ວ ຕາມລຳແມ່ ນ້ຳຂອງ ເມື່ອບໍ່ນານ ມານີ້ ກໍມີການຄົ້ນ ພົບສັດສາຍ ພັນຊະໜິດໃໝ່ ຊຶ່ງເປັນນຶ່ງ ໃນຈຳນວນ 1,068 ສາຍພັນໃໝ່ ທີ່ຄົ້ນພົບ ໃນເຂດປະເທດ ລຸ່ມແມ່ນ້ຳຂອງນັ້ນ ຄືແມງມຸມ ຍັກ ຊຶ່ງມີຂະໜາດ ຄວາມໃຫຍ່ ເທົ່າກັບ ຈານກິນເຂົ້າ ຊຶ່ງບໍ່ເຄີຍ ຄົ້ນພົບ ຢູ່ທີ່ໃດ ໃນໂລກ ນອກຈາກນັ້ນ ກໍຍັງມີການ ຄົ້ນພົບ ກະຕ່າຍສີລາຍ ແລະແມງເງົາ ມີພິດ ຂະໜາດໃຫຍ່ ອີກດ້ວຍ.
ມີການຄາດຄະເນ ກັນວ່າ ໃນເຂດລຸ່ມ ແມ່ນ້ຳຂອງ ຍັງມີ ສັດປະຫລາດ ຢູ່ຢ່າງຫລວງຫລາຍ ທີ່ ນັກວິທະຍາສາດ ໃນໂລກ ຍັງບໍ່ທັນ ຄົ້ນພົບໄດ້ ແລະສັດ ບາງຊະໜິດ ກໍຈະໄກ້ສູນພັນ ຫລືອາດຈະສູນ ພັນໄປແລ້ວກໍມີ ບໍ່ພຽງເທົ່ານັ້ນ ແມ່ນ້ຳຂອງ ຍັງມີຄວາມ ອຸດົມສົມບູນ ທາງດ້ານ ວັດທະນະທັມ ຮວມທັງມີຊີວິດ ທີ່ກ່ຽວພັນ ທາງສາສນາ ອີກດ້ວຍ ມີບຸນງານຕ່າງໆ ເຊັ່ນ ບຸນໃຫລເຮືອໄຟ ບຸນລອຍກະໂທງ ບຸນຊ່ວງເຮືອ ນອກຈາກນັ້ນ ກໍມີ ສິນລະປະ ດົນຕຣີການຮ້ອງ ການຟ້ອນການລຳ ກາບກອນ ການຄວັດ ລວດລາຍ ການແຕ່ງຢູ່ຄົວກິນ ຕະຫລອດ ເຖິງພິທີການ ຕ່າງໆ ກໍພົວພັນກັບ ຊີວິດໃນແມ່ ນ້ຳຂອງ ແມ່ນ້ຳຂອງ ສ່ວນທີ່ຕົກຢູ່ ໃນເຂດ ປະເທດລາວ ຮວມທັງທີ່ຢູ່ ລະຫວ່າງ ຕິດກັບພະມ້າ ແລະໄທ ມີຄວາມຍາວ ທັງໝົດ 1,987 ແມດ.
ເພື່ອຂະຫຍາຍ ການຮ່ວມມື ທາງດ້ານ ເສດຖະກິດ ເປັນຕົ້ນລະຫວ່າງ 4 ປະເທດ ຄື ລາວ ຈີນ ພະມ້າ ແລະໄທ ທີ່ກວມເອົາແມ່ນ້ຳຂ ອງສ່ວນໃຫຍ່ ໂດຍສະເພາະ ແມ່ນການສົ່ງເສີມ ການຂົນສົ່ງ ທາງນ້ຳ ຕາມລຳແມ່ນ້ຳ ລ້ານຊ້າງ ແມ່ນ້ຳຂອງ ທີ່ມີຄວາມຍາວ ທັງໝົດ 331 ຫລັກກິໂລແມດ ນັ້ນ ໄດ້ມີ ການຕົກລົງ ຮ່ວມກັນປັບປຸງ ຮ່ອງນ້ຳ ແລະ ປະເມີນຜົນ ກະທົບ ທີ່ຈະເກີດຂື້ນ ຕໍ່ສີ່ງແວດລ້ອມ ໂຄງການປັບປຸງ ຮ່ອງນ້ຳ ໄດ້ດຳເນີນໄປ ຕາມແກ້ງຫີນ ແລະຫາດຊາຍ ທີ່ເປັນ ອຸບປະສັກ ຕໍ່ການເດີນເຮືອ ຂົນສົ່ງສິນ ຄ້າ ທັງໝົດ 11 ແຫ່ງ ຢູ່ແກ້ງບໍລິເວນ ຊາຍແດນ ຈີນ ພະມ້າ 1 ແຫ່ງ ລາວ-ພະມ້າ 9 ແຫ່ງ ແລະຢູ່ບໍລິເວນ ຊາຍແດນ ລາວ ໄທ 1 ແຫ່ງ ຢູ່ທາງຝັ່ງລາວ ທີ່ບໍລິເວນແກ້ງ ຄອນຜີຫລວງ ລະຫວ່າງເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຂອງລາວ ແລະເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ.
ສຳລັບ ງົບປະມານ ທີ່ໄຊ້ຈ່າຍເຂົ້າ ໃນການປັບປຸງ ຮ່ອງນ້ຳ ນັ້ນແມ່ນທາງການ ຈີນ ເປັນຜູ້ອອກໃຫ້ ທັງໝົດ ປະມານ 42 ລ້ານຢວນ ຕາມຂ່າວວ່າ ຖ້າຫາກມີການ ປະຕິບັດ ໄປຕາມຂໍ້ ກຳນົດ ກົດເກນທາງດ້ານ ສິ່ງແວດລ້ອມ ຢ່າງເຄັ່ງຄັດ ການດຳເນີນ ໂຄງການ ທີ່ວ່ານັ້ນ ຈະບໍ່ມີຜົນ ກະທົບຕໍ່ ສະພາບແວດລ້ອມ ຫຍັງຫລາຍ ຮວມທັງຈະບໍ່ ມີຜົນກະທົບ ໃສ່ການໃຫລ ຂອງນ້ຳ ແລະ ຕໍ່ຮ່ອງນ້ຳເລິກ ທີ່ເປັນ ເສັ້ນແບ່ງເຂດ ຊາຍແດນ ລະຫວ່າງ ລາວແລະໄທ ນອກຈາກ ການລະເບີດຫີນແກ້ງ ຫລາຍບ່ອນແລ້ວ ກໍຍັງມີໂຄງການ ສ້າງເຂື່ອນ ໄຟຟ້ານ້ຳຕົກ ຂະໜາດໃຫຍ່ໃສ່ ລຳແມ່ນ້ຳຂ ອງອີກ ຫລາຍແຫ່ງ ທັງຢູ່ໃນເຂດ ປະເທດຈີນ ລາວ ພະມ້າ ແລະ ຢູ່ກຳພູຊາ ຕາມລຳແມ່ ນ້ຳຂອງ ຢູ່ຈີນ ກໍມີໂຄງການ ສ້າງເຂື່ອນ 8 ແຫ່ງ ຊຶ່ງກໍ່ສ້າງແລ້ວໆ 3 ແຫ່ງ ຄືເຂື່ອນ Manwan ເຂື່ອນ Dacchaoshan ແລະເຂື່ອນ Gongguoqiao ສຳລັບເຂື່ອນ Xiaowan ຂະໜາດ 4,200 MW ແລະເຂື່ອນ Nuozhadu ຂະໜາດ 5,850 MW ທີ່ວ່າຈະສ້າງ ໃຫ້ແລ້ວເສັດ ໃນປີ 2013 ແລະ ປີ 2017.
ສ່ວນວ່າ ຢູ່ ສ.ປ.ປ.ລາວ ກໍວ່າຈະ ສ້າງຂື້ນ 7 ເຂື່ອນ ຮວມທັງເຂື່ອນ ໄຟຟ້ານ້ຳຕົກ ດອນສະຫົງ ທີ່ຢູ່ໄກ້ກັບ ນ້ຳຕົກຕາດຄອນ ພະເພັງ ຊຶ່ງຖືວ່າເປັນ ສະຖານທີ່ ທີ່ນິຍົມກັນໄປ ທ່ອງທ່ຽວ ຕາກອາກາດ ພັກຜ່ອນ ຊຶ່ງກຳລັງຖືກ ວິພາກວິຈານ ກັນຢ່າງກວ້າງ ຂວາງ ຍ້ອນວ່າ ມັນຈະສົ່ງຜົນ ກະທົບໃສ່ສະພາບ ແວດລ້ອມ ຕໍ່ລະບົບ ນິເວດວິທຍາ ແລະຕໍ່ສັດນ້ຳ ເປັນຕົ້ນແມ່ນຕໍ່ ການຂື້ນລ່ອງ ຂອງໝູ່ປານາໆ ຊະໜິດ ທີ່ມີຫລາຍຢູ່ ໃນແຖບນັ້ນ.
ເວົ້າເຖິງ ຜົນກະທົບ ທີ່ມີຕໍ່ການ ທຳມາຫາກິນ ຂອງປະຊາຊົນ ທັງລາວ ແລະໄທ ນັ້ນບໍ່ພຽງແຕ່ ຕໍ່ປຸປານານ້ຳ ເທົ່ານັ້ນ ແມ້ກະທັ້ງ ພືດພັນໃນນ້ຳ ກໍໄດ້ຮັບຜົນ ກະທົບ ດັ່ງ ດຣ. ເພັຽພອນ ດີເທດ ຜູ້ບໍລິຫານ ເຄືອຂ່າຍ ເພື່ອອະນຸຮັກ ແມ່ນ້ຳ ໃນພູມີພາກເອເຊັຍ ຕາເວັນອອກ ຊ່ຽງໄຕ້ ຫລື SEARIN ໄດ້ກ່າວເຖິງ ສາເຫດ ຂອງຜົນ ກະທົບນັ້ນ ຜ່ານມາວ່າ ເປັນຍ້ອນການ ສ້າງເຂື່ອນ ຢູ່ປະເທດຈີນ ແລະການລະເບີດ ແກ້ງຫີນ ໃນລຳແມ່ນ້ຳຂອງ ຂອງທາງການຈີນ ທ່ານ ວ່າ:
ຕະຫລອດ ຣະດູແລ້ງ ໃນໄລຍະ 3-4 ປີມານີ້ ມີການຣະເບີດ ແກ້ງຫີນ ໃນແມ່ນ້ຳຂອງຕອນເທີງ ແລະ ການທີ່ ປະລິມານນ້ຳ ຖືກຄວບຄຸມ ຈາກເຂື່ອນໄຟຟ້າ ຂະໜາດໃຫຍ່ ຢູ່ຈີນ ນັ້ນເຮັດໃຫ້ ໄຄຫີນ ໃນແມ່ນ້ຳຂອງ ເຫລືອຢູ່ບໍ່ຮອດ 30 ສ່ວນຮ້ອຍ ອັນເປັນ ເຫດເຮັດໃຫ້ພວກ ຜູ້ຍິງ ທັງຢູ່ ລາວ ແລະ ໄທ ທີ່ເກັບໄຄຫີນ ຂາຍນັ້ນ ໄດ້ຮັບຄວາມ ເດືອດຮ້ອນເປັນ ຢ່າງຍິ່ງ ນ້ຳໃນລຳ ນ້ຳຂອງ ບໍ່ໃສສະອາດ ຄືແຕ່ກ່ອນ ແລະນ້ຳຂື້ນ-ລົງໄວ ຜິດປົກກະຕິ ຊຶ່ງບາງເທື່ອ ນ້ຳບົກລົງຈົນ ເຖິງຣະດັບທີ່ວ່າ ໄຄຫີນບໍ່ສາມາດ ເກີດ ຂື້ນ ໃຫ້ຊາວບ້ານ ເກັບໄດ້.
ທ່ານເວົ້າເມື່ອກ່ອນ ນັ້ນວ່າ ມີຫລາຍກວ່າ 5,000 ຄອບຄົວ ໄດ້ຮັບຜົນກະທົບ ຊຶ່ງປົກກະຕິ ພວກເຂົາເຈົ້າ ມີລາຍໄດ້ຈາກ ການເກັບ ໄຄຫີນຂາຍ ໃນແຕ່ລະປີ ຄອບຄົວນຶ່ງໄດ້ ປະມານ 1,200 ໂດລາສະຫະຣັດ ນັກພິທັກ ສະພາບແວດລ້ອມ ຢູ່ໄທ ຕຳນິ ຕິຕຽນ ການສ້າງເຂື່ອນ ຂອງຈີນ ໃສ່ລຳ ແມ່ນ້ຳຂອງຊຶ່ງທາງ ການຈີນ ມັກປິດປະຕູເຂື່ອນ ໃນຍາມແລ້ງ ເປີດປະຕູນ້ຳເຂື່ອນ ໃນຍາມຝົນ ແລະມີການຕັດ ໄມ້ທຳລາຍປ່າ ເຮັດໃຫ້ເກີດ ນ້ຳຖ້ວມຢ່າງ ຫລວງຫລາຍ ທັງຢູ່ ລາວແລະຢູ່ໄທ ຣະດັບນ້ຳຂອງ ຂື້ນສູງ ຜິດປົກກະຕິ ໃນຮອບ 30 ປີ.
ເຈົ້າໜ້າທີ່ ອົງການແມ່ນ້ຳຂອງ ຂອງລາວ ໄດ້ກ່າວເມື່ອຕອນ ນ້ຳຖ້ວມຜ່ານມາ ກ່ຽວກັບເລື່ອງ ການປິດ ການເປີດປະຕູ ນ້ຳເຂື່ອນ ຂອງຈີນ ບາງຕອນວ່າ ເທົ່າເຖິງ ປັດຈຸບັນນີ້ ຍັງບໍ່ທັນໃຫ້ ຂ່າວຄາວຫຍັງເລີຍ ແຕ່ຂ່າວລືນັ້ນ ກໍໄດ້ຍິນຢູ່ວ່າ ຈີນຈະເປີດປິດ ເຂື່ອນ ແນວໃດ ຫລືວ່າຈີນຈະ 0perate ເຂື່ອນໄຟຟ້າ ຕາມປົກກະຕິ ແຕ່ຄະນະ ກັມມະການ ແມ່ນ້ຳຂອງ ສົງໃສວ່າ ການທີ່ຣະດັບ ນ້ຳຂອງ ຂື້ນສູງນັ້ນ ສ່ວນນຶ່ງ ແມ່ນເປັນຍ້ອນ ການເປີດປະຕູເຂື່ອນ ຂະໜາດໃຫຍ່ ຂອງຈີນ ໃນຊ່ວງເວລາ ທີ່ບໍ່ເໝາະສົມ ແລະກໍໄດ້ ຮຽກຮ້ອງ ຂໍຮູ້ເລື່ອງນີ້ ຈາກທາງການຈີນ ແຕ່ຈີນຍັງບໍ່ ໃຫ້ການຮ່ວມມື ນຳເທື່ອ ແລະມີຫລາຄົນ ເບິ່ງຄືວ່າ ຈີນ ຖືບັນຫານີ້ ເປັນເລື່ອງຂອງ ໃຜຂອງລາວ ບໍ່ກ່ຽວພັນກັນ ເຖິງແມ່ນວ່າ ພາກສ່ວນ ທີ່ຢູ່ໄຕ້ເຂື່ອນ ຂອງຈີນລົງມາ ຈະໄດ້ຮັບຜົນ ກະທົບ ແນວ ໃດກໍຕາມ ຂໍຖະແນມແຕ່ວ່າ ຕົນໄດ້ຮັບຜົນ ປະໂຫຍດ. ນອກຈາກນ້ຳຖ້ວມຍ າມຝົນແລ້ວ ກໍເຮັດໃຫ້ມີ ການຂາດເຂີນນ້ຳ ໃນຍາມແລ້ງ ຢູ່ລຳແມ່ນ້ຳ ຂອງຕອນລຸ່ມ ຣະດັບນ້ຳຂອງ ລົດລົງຫລາຍ ໂດຍສະເພາະ ຢູ່ທາງພາກເໜືອ ຂອງລາວ ຈົນວ່າ ເຮືອ ສິນຄ້າ ຂະໜາດ 300 ຕັນຂື້ນໄປ ບໍ່ສາມາດແລ່ນ ຂື້ນ-ລ່ອງ ໄດ້ຢ່າງສະດວກ ເປັນຕົ້ນ ລະຫວ່າງ ທ່າເຮືອ ເມືອງຫ້ວຍຊາຍ ຂອງລາວ ແລະ ເມືອງຊຽງແສນ ຂອງໄທ ມີເຮືອຂອງລາວ ຫລາຍລຳ ທີ່ຂົນສິນຄ້າ ປະມານ 300 ຕັນ ທີ່ພະຍາຍາມ ລ່ອງຈາກ ເມືອງຊຽງແສນ ລົງໄປ ຫລວງພະບາງ ນັ້ນຕິດຄ້າງຢູ່ ຫາດຊາຍ ຫລາຍໆບ່ອນແຕ່ ທ່າຕີນຫາດ ຫາທ່າ ບ້ານກ້ອນຕົ້ນ ແຕ່ໃນ ປັດຈຸບັນນີ້ ແມ້ແຕ່ເຮືອຂະໜາດ ນ້ອຍກວ່ານັ້ນ ກໍຍັງເກືອບວ່າ ຈະບໍ່ສາມາດແລ່ນ ຂື້ນ-ລ່ອງ ໄປມາໄດ້ ແລະມີຫລາຍ ຄົນວ່າ ຢູ່ບາງບ່ອນ ອາດຈະເວົ້າໄດ້ ຮອດວ່າ ຍ່າງຂ້າມແມ່ນ້ຳ ຂອງກໍຍັງໄດ້ ເວົ້າເຖິງ ປູປານານ້ຳ ກໍຫາຍາກ ບໍ່ໄດ້ຄືແຕ່ກ່ອນ ມີຊາວຫາປາ ຈຳນວນນຶ່ງ ກໍເລີກ ຈາກອາຊີບ ຫາປາ.
ສິ່ງທີ່ເວົ້າມານັ້ນ ເປັນສາເຫດສຳຄັນ ບາງອັນ ທີ່ພາໃຫ້ເກີດ ຜົນກະທົບ ຕໍ່ການ ທຳມາຫາກິນ ແລະຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ທັງທີ່ອາໃສ ຢູ່ລຽບ ຕາມແຄມແມ່ ນ້ຳຂອງ ແລະ ຢູ່ແຫ່ງອື່ນໆ ທີ່ມີ ສ່ວນກ່ຽວພັນ ໂດຍກົງ ຫລືທາງອ້ອມກັບແມ່ນ້ຳ ຂອງ ໃນໄລຍະ ຜ່ານມາ ແລະຢູ່ ໃນປັດຈຸບັນນີ້ ດັ່ງນັ້ນ ຈຶ່ງມີຫລາຍໆຄົນ ໃຫ້ທັດສະນະວ່າ ຜູ້ທີ່ມີຄວາມ ຮັບຜິດຊອບໃນເຂດ ແມ່ນ້ຳຂອງ ຂອງລາວຮ່ວມກັບ ພະມ້າ 234 ຫລັກກິໂລແມດ ແລະຮ່ວມກັບໄທ 976 ຫລັກກິໂລແມດ ເປັນຕົ້ນໃນເຂດ 777 ຫລັກກິໂລແມດ ສະເພາະ ທີ່ຢູ່ພາຍ ໃນປະເທດລາວ ນັ້ນຈະ ເຮັດແນວໃດ ກໍຄວນຄຳນຶງ ເຖິງສິດ ແລະຜົນປະໂຫຍດ ອັນຊອບທັມ ຂອງປະເທດຊາດ ແລະປະຊາຊົນລາວ ບໍ່ແມ່ນວ່າ ຈະເຫັນແກ່ແຕ່ ຜົນປະໂຫຍດອັນ ຄັບແຄບ ສະເພາະ ໜ້າຂອງຕົນ ໃນຂະນະທີ່ ປະຊາຊົນລາວ ສ່ວນຫລວງຫລາຍ ຍັງບໍ່ມີເງື່ອນໄຂ ແລະຂາດໂອກາດ ທີ່ຈະ ປະກອບສ່ວນ ເຂົ້າໃນການເຮັດ ໃຫ້ແມ່ນ້ຳຂອງ ເປັນແມ່ນ້ຳ ສັນຕິພາບ ມິດຕະພາບ ແລະເປັນ ແມ່ນ້ຳແຫ່ງການ ຮ່ວມມື ເພື່ອການພັດທະນາ ອັນແທ້ຈິງໄດ້ ຢູ່ນີ້.
ເພື່ອເປັນການ ປະກອບສ່ວນເຂົ້າ ໃນການ ພັດທະນາແມ່ນ້ຳຂອງ ຫລາຍປະເທດ ແລະອົງການຈັດຕັ້ງ ສາກົນ ກໍໃຫ້ ການຊ່ວຍເຫລືອ ເປັນຢ່າງດີ ຕະຫລອດມາ ໃນນັ້ນ ເມື່ອລະຫວ່າງກາງເດືອນ ທັນວາ 2008 ທີ່ຫາກໍ່ຜ່ານ ມານີ້ ເຄືອຂ່າຍ ການຄົ້ນຄວົ້າ ສາກົນ ສະຕາກ (START) ປະຈຳພາກພື້ນ ເອເຊັຍຕາເວັນ ອອກສ່ຽງໄຕ້ ທີ່ໄດ້ຮັບການ ຊ່ວຍເຫລືອ ຈາກໂຄງການຕ່າງໆ ຮວມທັງ ໂຄງການສາກົນ ນິເວດວິທຍາ ແລະ ທໍລະນີວິທະຍາ ໂຄງການສາກົນ ດ້ານຄວາມໜາແໜ້ນ ຂອງປະຊາກອນ ທີ່ມີຜົນຕໍ່ ການປ່ຽນແປງ ສິ່ງແວດລ້ອມໂລກ ແລະໂຄງການ ຄົ້ນຄວົ້າ ສະພາບ ດິນຟ້າອາກາດ ຂອງໂລກນັ້ນ ກໍໄດ້ລົງນາມ ໃນບົດບັນທຶກຄວາມ ເຂົ້າໃຈ ກັບຄະນະ ກັມມາທິການ ແມ່ນ້ຳຂອງສາກົນ ເພື່ອຊ່ວຍຄົ້ນຄວົ້າ ກ່ຽວກັບ ຜົນກະທົບ ຂອງການປ່ຽນແປງ ຂອງ ດິນຟ້າອາກາດ ແລະການປັບຕົວ ຕໍ່ສະພາບ ດິນຟ້າອາກາດ ໃນການວາງແຜນ ແລະຄູ້ມຄອງ ແຫລ່ງ ຊັບພະຍາກອນນ້ຳ ທີ່ອູດົມສົມບູນ ໄປດ້ວຍ ຊັບພະຍາກອນ ທັມມະຊາດແຫ່ງ ນີ້ ຂອງໂລກ.