ສາຍພົວພັນມິຕພາບ ລາວ-ວຽດນາມ

ການເພີ້ມທະວີ ສາຍພົວພັນ ມິຕພາບ ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມື ຮອບດ້ານ ຣະຫວ່າງ ລາວ-ວຽດນາມ ໃນຂນະນີ້ ເປັນພື້ນຖານ ໃຫ້ແກ່ການ ປະຕິບັດ ຍຸທສາດ ຂອງພັກ ຄອມມິວນິສ ວຽດນາມ ໃນການຂຍາຍ ອິດທິພົນ ຢູ່ ສປປລາວ ແລະ ໃນຂົງເຂດ ເອເຊັຽຕາເວັນ ອອກຊ່ຽງໃຕ້. ຈໍາປາທອງ ມີລາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ຈໍາປາທອງ
2010.09.21

ໂດຍຈັດຕັ້ງ ປະຕິບັດ ຂຍາຍເນື້ອໃນຈິດໃຈ ຂອງຂໍ້ຕົກລົງ ຂອງກົມການເມືອງ ສູນກາງ ພັກຄອມມິວນິສ ວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ປະຈຳປີ 2010 ໃນຣະຍະນີ້ ຜູ້ນຳ 2 ພັກແລະຣັດ ຂອງ 2 ປະເທດລາວ-ວຽດນາມ ນັບຕັ້ງແຕ່ ຂັ້ນສູງສຸດ ລົງມາຮອດ ຂັ້ນຂແນງການ ແລະທ້ອງຖິ່ນ ມີການເພີ້ມການ ແລກປ່ຽນ ໄປມາຫາສູ່ກັນ ຫລາຍຂຶ້ນ ເພື່ອເປັນ ສັນຍາລັກຂອງ ການຂຍາຍສາຍພົວ ພັນມິຕພາບ, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມື ຮອບດ້ານ ຣະຫວ່າງ ລາວ-ວຽດນາມ ທັງທາງກວ້າງ ແລະທາງເລິກ ໃຫ້ຫລາຍຂຶ້ນ ດັ່ງຈະເຫັນໄດ້ ຈາກການຢ້ຽມຢາມ ສປປລາວ ຂອງທ່ານ ຫງວຽນ ມິງຈຽດ ປະທານ ປະເທດວຽດນາມ ແຕ່ວັນທີ 24 ເຖິງວັນທີ 26 ສິງຫາ 2010 ແລະ ການຢ້ຽມຢາມລາວ ຂອງທ່ານ ຕຣອງ ຕັນຊາງ ກັມມະການ ກົມການເມືອງ ສູນກາງພັກ ຄອມມິວນິສ ວຽດນາມ ໃນວັນທີ 12-13 ກັນຍາ ທີ່ ໃຫ້ຄວາມສຳຄັນ ດ້ານການ ສິດສອນ ທິສດີ ມາກ-ເລນິນ ແລະແນວຄິດ ໂຮ່ຈິມິນ ຢູ່ປະເທດລາວ ແລະໃນວັນທີ 10 ຫາວັນທີ 12 ກັນຍາ ນີ້ ພົນໂທ ຫງວຽນ ຈີວີນ ຮອງຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດວຽດນາມ ກໍໄດ້ມາ ຢ້ຽມຢາມລາວ ໄດ້ເວົ້າກັນເຖິງ ຫລາຍບັນຫາ ຊຶ່ງສ່ວນໃຫຍ່ ແມ່ນການປ້ອງກັນ ປະເທດຮ່ວມກັນ. ການຊ່ວຽເຫລືອລາວ ໃນການຝຶກອົບຮົມ ດ້ານການທະຫານ ຊ່ວຍອາວຸດຍຸທພັນ ແກ່ກອງທັບລາວ. ສຳລັບຝ່າຍລາວ ເມື່ອມໍ່ໆມານີ້ ຄນະຜູ້ແທນ ຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານ ປະເທດຂອງລາວ ຄນະຜູ້ແທນ ຂອງທ່ານ ຈະເລີນ ເຢັຍປາວເຮີ ຣັຖມົນຕຣີ ກະຊວງຍຸຕິທັມ ຂອງ ສປປລາວ ແລະ ຄນະຜູ້ແທນ ຂແນງການ ອື່ນໆ ກໍໄດ້ໄປຢ້ຽມຢາມ ວຽດນາມ ຢ່າງຕໍ່ເນື່ອງກັນ ຊຶ່ງໃນນັ້ນທາງ ຝ່າຍລາວ ໄດ້ຂໍຄວາມ ຊ່ວຍເຫລືອ ຈາກ ວຽດນາມ ຫລາຍດ້ານ ຮວມທັງທາງດ້ານ ກົດໝາຍ ນຳດ້ວຍ.

ໃນການຢ້ຽມຢາມ ລາວ ຂອງທ່ານ ຫງວຽນ ມິງຈຽດ ນອກຈາກການ ພົບປະກັບ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດແລ້ວ, ຜູ້ນຳຄົນ ສຳຄັນ ຂອງພັກ ແລະຣັດລາວ ເຊັ່ນທ່ານ ທອງສິງ ທັມມະວົງ ປະທານ ສະພາ ແຫ່ງຊາດ ແລະທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ກໍໄດ້ໄປເຂົ້າຢ້ຽມ ຄໍານັບ ທ່ານ ທ່ານ ຫງວຽນ ມິງຈຽດ ທີ່ນະຄອນຫລວງ ວຽງຈັນ ແລ້ວ ທ່ານຍັງໄດ້ ໄປຢ້ຽມຢາມ ແຂວງຫລວງນ້ຳທາ ພາກເໜືອຂອງລາວ ບ່ອນທີ່ ວຽດນາມ ໃຫ້ການຊ່ວຍເຫລືອ ເປັນຕົ້ນແມ່ນ ຫໍວັທນະທັມ ມິຕພາບແຂວງ ໂຮງຮຽນ ການປົກຄອງແຂວງ ໂຮງຮຽນອະນຸບານ ອຸດົມສິນ ແລະ ການກໍ່ສ້າງ ຫ້ອງການ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ III. ຫລັງຈາກນັ້ນ ທ່ານກໍໄດ້ໄປ ຢ້ຽມຢາມແຂວງ ຈຳປາສັກ ບ່ອນທີ່ທ່ານ ໄດ້ພົບປະ ໂອ້ລົມກັບຊາວ ວຽດນາມຕ່າງດ້າວ ທີ່ເຂົ້າມາຢູ່ຢ່າງ ຫລວງຫລາຍ.

ຕໍ່ມາພຽງ 3 ອາທິດ ເພື່ອປະຕິບັດ ຕາມບົດບັນທຶກ ກອງປະຊຸມ ຄັ້ງທີ 32 ຂອງ ຄນະກັມມາທິການ ຮ່ວມມືທາງດ້ານ ເສຖກິດ, ວັທນະທັມ, ວິທຍາສາດ-ເທັກນິກ ລາວ-ວຽດນາມ ແລະ ສັນຍາ ວ່າດ້ວຍການ ຮ່ວມມືດ້ານ ເສຖກິດ ວັທນະທັມ ວິທຍາສາດ-ເທັກນິກ ຣະຫວ່າງ ຣັຖບານ ຂອງ 2 ປະເທດ ລາວ-ວຽດນາມ ທ່ານ ບົວສອນ ບຸບຜາວັນ ນາຍົກ ຣັຖມົນຕຣີ ກໍໄດ້ໄປຢ້ຽມຢາມ ວຽດນາມ ຢ່າງເປັນທາງການ ແຕ່ວັນທີ 15 ເຖິງວັນທີ 17 ກັນຍາ 2010 ໄດ້ພົບປະ ຫາລືກັບ ທ່ານ ຫງວຽນ ເຕີນຢຸງ ນາຍົກຣັຖມົນຕຣີ ວຽດນາມ ເພື່ອເສີມຂຍາຍ ສາຽພົວພັນ ແລະການຮ່ວມມື ຣະຫວ່າງ 2 ປະເທດ ຊຶ່ງ 2 ຝ່າຍຢືນຢັນ ເຖິງການຕົກລົງ ທີ່ຈະເຮັດໃຫ້ ຍຸທສາດການ ຮ່ວມມື ຣະຫວ່າງ ລາວ-ວຽດນາມ ສຳລັບປີ 2011 ຫາປີ 2020 ສຳເຣັດ ແລະ ສັນຍາຮ່ວມມື 2 ຝ່າຍ ສຳລັບປີ 2011-2015, 2 ປະເທດໄດ້ ລົງນາມ ໃນອະນຸສັນຍາ ວ່າດ້ວຍການ ຈັດຕັ້ງ ປະຕິບັດສັນຍາ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ຍານ ພາຫະນະ ຂົນສົ່ງ ຜ່ານແດນທາງບົກ ແລະ ສັນຍາວ່າດ້ວຍ ການຂົນສົ່ງທາງ ອາກາດ ສະບັບປັບປຸງໃໝ່.

ອັນທີ່ຜິດ ສັງເກດ ໃນຣະຍະ ການຢ້ຽມຢາມ ຄັ້ງນີ້ ທາງພັກຄອມມິວນິສ ວຽດນາມ ໄດ້ຈັດລາຍການໃຫ້ ຄນະຂອງທ່ານ ບົວສອນ ໄປເບິ່ງ ອະນຸສອນ ສະຖານທີ່ ຊຶ່ງເຄີຍເປັນ ທີ່ໝັ້ນ ສຳລັບ ການເຄື່ອນໄຫວ ວຽກງານຂອງ ຜູ້ນຳຂະບວນ ການຕໍ່ສູ້ ຂອງຝ່າຍ ປະເທດລາວ ໃນສໄມກ່ອນ ຄືເປັນບ່ອນ ສ້າງຕັ້ງ ແນວລາວອິສຣະ ແລະ ຣັຖບານລາວ ຕໍ່ຕ້ານ ຊຶ່ງໄດ້ຈັດຂຶ້ນ ເມື່ອ 60 ປີກ່ອນ. ທີ່ນັ້ນຕັ້ງຢູ່ ແຂວງ ຕຽນກວາງ (Tuyen Quang) ຊຶ່ງເປັນແຂວງ ໃຈກາງຂອງ ພາກເໜືອວຽດນາມ. ພັກປະຊາຊົນ ປະຕິວດລາວ ໂຄສະນາ ໃນຣະຍະ ຜ່ານມາວ່າ ກອງປະຊຸມ ຈັດຕັ້ງ ແນວລາວອິສະຣະ ແລະ ຣັຖບານລາວ ຕໍ່ຕ້ານ ໄດ້ມີຂຶ້ນຢູ່ ພາກເໜືອຂອງລາວ ແຕ່ຫາກ ບໍ່ແມ່ນ ຢູ່ວຽດນາມ.

ການທີ່ທາງການ ວຽດນາມ ຈັດໃຫ້ ຄນະຜູ້ແທນ ດັ່ງກ່າວ ໄປຢ້ຽມຢາມ ສະຖານທີ່ນັ້ນ ຢ່າງເປັນທາງການ ຄັ້ງນີ້ ສຳລັບຜູ້ນຳ ພັກກຄອມມິວນິສ ວຽດນາມ ຊຶ່ງທີ່ຜ່ານມາ ບໍ່ເຄີຍປະກາດ ຢ່າງເປັນທາງການ ນັ້ນມີຄວາມໝາຍ ບໍ່ພຽງແຕ່ ຢາກໃຫ້ຜູ້ນຳ ຄົນສຳຄັນຂອງ ສປປລາວ ເຫັນບ່ອນຈັດຕັ້ງ ແນວລາວອິສຣະ ແລະ ຣັຖບານລາວ ຕໍ່ຕ້ານ ໃນສໄມກ່ອນ ກ່ອນທີ່ຈະໄດ້ ກຳອຳນາດ ເທົ່ານັ້ນ ແຕ່ອາດຍັງເປັນ ສັນຍານເຕືອນ ຄນະນຳຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງເປັນພັກທີ່ ໄດ້ກຳອຳນາດ ແລະຜູກຂາດ ອຳນາດຢູ່ ສປປລາວ ປັດຈຸບັນ ບໍ່ໃຫ້ຫລົງລືມ ອາດີດ ທີ່ວຽດນາມ ໄດ້ອູ້ມຊູ ຊ່ວຍເຫລືອຫລາຍກວ່າ ທີ່ຈະປະເມີນ ຄຸນຄ່າໄດ້ ແລະໃຫ້ ຣະມັດຣະວັງ ໃນ ການວາງແນວທາງ ນະໂຍບາຍ ແລະ ໃນການຈັດຕັ້ງ ນຳພາການ ປະຕິບັດ 2 ໜ້າທີ່ຍຸທສາດ ຄື ສ້າງສາພັທນາ ແລະ ປົກປັກຮັກສາ ປະເທດຊາດ ໃນການເຊື່ອມໂຍງ ກັບສາກົນ ເປັນຕົ້ນໃນການ ພົວພັນ ແລະຮ່ວມມືກັບ ພັກຄອມມິວນິສ ຈີນ ຊຶ່ງຂນະນີ້ ກຳລັງຊ່ວງເສັງ ໃຫ້ມີອິດທິພົນ ເໜືອຕົນຢູ່.

ເວົ້າສະເພາະ ດ້ານການຄ້າ ແລະການລົງທຶນ ຫລັງຈາກໄທ ວຽດນາມ ກໍຍັງເປັນອັນດັບ 2 ໃການລົງທຶນ ຢູ່ລາວ ຮວມທັງການ ປູກຢາງພາລາ ຢູ່ພາກໃຕ້ ຂອງລາວ ແລະ ໂຄງການສ້າງເຂື່ອນ ໄຟຟ້ານ້ຳຕົກ, ການຂຸດຄົ້ນ ແຮ່ທາດ. ໃນ 6 ເດືອນທຳອິດ ຂອງປີ 2010 ນີ້ ການຄ້າຣະຫວ່າງ 2 ປະເທດ ມີເຖິງ 211 ລ້ານໂດລາ ແລະ ໃນຣະຍະດຽວກັນ ຂອງປີ 2011 ຄາດວ່າ ຈະມີເຖິງ 470 ລ້ານໂດລາ ແລະໃນປີ 2015 ກໍຈະມີເຖິງ 2,000 ລ້ານໂດລາ ໃນຂນະທີ່ ມູນຄ່າການຄ້າ ຂອງຈີນກັບລາວ ໃນປີ 2009 ມີປະມານ 500 ລ້ານໂດລາ.

ພ້ອມໆກັນກັບ ການຮ່ວມມື ທາງດ້ານເສຖກິດ, ການຄ້າ, ການລົງທຶນ ແລະທາງດ້ານ ວັທນະທັມ ການທ່ອງທ່ຽວ, ການສຶກສາ, ສາທາຣະນະສຸກ ນັ້ນ ລາວ-ວຽດນາມ ເລັ່ງໃສ່ວຽກງານ ປ້ອງກັນຊາດ ປ້ອງກັນຄວາມສງົບ, ການຂຸດຄົ້ນ ຫາຊາກສົບ ຂອງທະຫານ ວຽດນາມເໜືອ ທີ່ເສັຍຊີວິດໃນ ປາງສົງຄາມ ຢູ່ໃນ 17 ແຂວງຂອງລາວ ຊຶ່ງກອງປະຊຸມ ໃຫຍ່ຄັ້ງທີ 15 ຂອງຄະນະ ປະຕິບັດ ງານພິເສດ ຂອງລາວ-ວຽດນາມ ທີ່ຫລວງພຣະບາງ ໃນວັນທີ 20 ສິງຫາ ໄດ້ທົບທວນຜົນ ສຳເຣັດຂອງແຜນການ ຮ່ວມໃນປີ 2009-2010 ແລະວາງທິດທາງ ແຜນການຮ່ວມ ສົກປີ 2010-2011 ໂດຍທີ່ວຽດນາມ ໃຫ້ຄ່າໃຊ້ຈ່າຍ ແກ່ລາວ ເປັນເງິນ 110 ພັນ ໂດລາ ສະຫະຣັດ.

ນອກນັ້ນກໍແມ່ນ ບັນຫາຊາຍແດນ ຊຶ່ງຄນະ ກັມມະການ ປະສົມປັກຫລັກ ໝາຍຊາຍແດນ ຫລາວ-ວຽດນາມ ໄດ້ຈັດກອງ ປະຊຸມຄັ້ງທີ III ກ່ຽວກັບການ ປັກຫລັກໝາຍຊາຍແດນ ຂຶ້ນທີ່ເມືອງ ດານັງ ຂອງວຽດນາມ ໃນວັນທີ 23-24 ສິງຫາ 2010 ທີ່ວ່າຈະເຮັດ ໃຫ້ການຈັດຕັ້ງ ປະຕິບັດໂຄງການຢູ່ພາກສນາມ ສຳເຣັດໃນທ້າຍປີ 2012. ໃນດ້ານການເຄື່ອນໄຫວ ຕ່າງປະເທດ 2 ຝ່າຍກໍ ສນັບສນູນ ຊື່ງກັນແລະກັນ ໃນບັນຫາຕ່າງໆ ທີ່ພົວພັນ ກັບແຕ່ລະ ປະເທດ ຮວມທັງບັນຫາ ພາກພື້ນ ແລະ ບັນຫາສາກົນ, ແລກປ່ຽນຂໍ້ມູນ ຂ່າວສານ ກໍຄືການ ເຄື່ອນໄຫວຕ່າງໆ ຢູ່ໃນອົງການ ຈັດຕັ້ງສາກົນ ແລະໃນເວທີການ ຮ່ວມມືຫລາຍຝ່າຍ. ແຕ່ເມື່ອເບິ່ງເຂົ້າ ໄປເລິກໆແລ້ວ ຫລາຍຄົນ ເຫັນວ່າ ການເພີ້ມທະວີ ສາຍພົວພັນ ມິຕພາບ ຄວາມສາມັກຄີ ແບບພິເສດ ແລະການຮ່ວມມືຮອບດ້ານ ຣະຫວ່າງ ລາວ-ວຽດນາມ ໃນຂນະນີ້ ເກືອບວ່າທັງໝົດ ອຳນວຍ ຜົນປະໂຫຍດ ໃຫ້ແກ່ວຽດນາມ ເປັນພື້ນ ຖານໃຫ້ແກ່ການ ປະຕິບັດ ຍຸທສາດ ຂອງພັກ ຄອມມິວນິສ ວຽດນາມ ໃນການຂຍາຍ ອິດທິພົນ ທາງເສຖກິດ-ສັງຄົມ ແລະການທະຫານ ຂອງຕົນ ຢູ່ ສປປລາວ ແລະໃນຂົງເຂດ ເອເຊັຽ ຕາເວັນອອກຊ່ຽງໃຕ້ ໃນການ ປົກປັກຮັກສາ ຣະບອບ ການປົກຄອງ ຕາມຣະບົບ ພັກດຽວ ເຄົ້າດຽວ ໃນຂນະທີ່ ປະຊາຊົນ ວຽດນາມ ແລະປະຊາຊົນລາວ ຂາດສິດ ເສຣີພາບ ແລະປະຊາທິປະໄຕ ໃນການ ດຳລົງຊີວິດ ຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.