ເຣື້ອງທີ່ເກັບບັນທຶກໄວ້
2010-05-04
ໃນໂອກາດ ຄົບຮອບ ວັນເສຣິພາບ ດ້ານສື່ມວນຊົນ ສາກົນ ເຈົ້າໜ້າທີ່ ຣະດັບສູງ ສະຫະປະຊາຊາດ ຮຽກຮ້ອງ ໃຫ້ທົ່ວໂລກ ສົ່ງເສີມ ສິດທິ ໃນການເຜີຍແຜ່ ແລະ ຮັບຮູ້ ຂໍ້ມູນຂ່າວສານ ພ້ອມກັບ ຮັບປະກັນ ຄວາມປອດພັຍ ຂອງນັກຂ່າວ ທີ່ປະຕິບັດ ໜ້າທີ່ ໃນວຽກງານ ສື່ມວນຊົນ ຊຶ່ງໃນປີນີ້ ໄດ້ຕັ້ງຫົວຂໍ້ວ່າ ”ເສຣິພາບ ດ້ານຂໍ້ມູນຂ່າວສານ”
2010-03-11
ວັນສັຕຣີສາກົລ ທີ 8 ມິນາ ຊຶ່ງເປັນວັນທີ່ ສະແດງອອກເຖິງ ຄວາມກ້າວໜ້າດ້ານ ສິດທິ ຂອງແມ່ຍິງ. ປະເທດຕ່າງໆ ໃນທົ່ວໂລກ ກໍມີການສເລີມສລອງ ນັ້ນ ຢູ່ໃນ ສປປລາວ ກໍມີການ ຈັດກິຈກັມຕ່າງໆ ເພື່ອສລອງເຊັ່ນກັນ. ດັ່ງ ມະນີຈັນ ຈະນໍາມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-24
ການກວດກາ ການເຄົາຣົບ ກົດໝາຍ ແລະ ການປະຕິບັດ ສິດກ່າວຟ້ອງ ເປັນສິດ ແລະໜ້າທີ່ຂອງ ອົງການໄອຍະການ ປະຊາຊົນ ຕາມທີ່ໄດ້ ກໍານົດໄວ້ ຢູ່ໃນ ຣັຖທັມມະນູນ ຂອງ ສປປລາວ ແຕ່ໃນພາກ ຕົວຈິງ ສິດແລະໜ້າທີ່ ທີ່ວ່ານັ້ນ ໄດ້ຮັບການ ປະຕິບັດໜ້ອຍ ຫລາຍພຽງໃດ ໃນເມື່ອ ປະເທດຊາດ ຖືກປົກຄອງ ດ້ວຍຣະບົບ ພັກດຽວ ເຄົ້າດຽວ ແລະ ຄວາມບໍ່ຊື່ສັດ ສຸດຈະຣິດ ຂອງພນັກງານ ໄອຍະການ ຈໍາພວກນຶ່ງ. ຈໍາປາທອງ ມີລາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-05
ນັບແຕ່ຄວາມສັມພັນ ຣະຫວ່າງ ສາຫະຣັຖ ແລະຈີນ ກັບຄືນສູ່ ສະພາບປົກກະຕິມາ ກໍປະກົດວ່າ ມັກຈະມີເຣື້ອງ ບາດໝາງໃຈກັນ ຢູ່ເລື້ອຍໆ ຍິ່ງແຕ່ປີ 2010 ນີ້ມາ ຍິ່ງປະກົດ ມີຫລາຍແລະ ໜັກໜ່ວງຂຶ້ນ ດັ່ງ ວຽງໄຊ ຈະສເນີ ຣາຍລະອຽດ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-02-01
ສານແຫ່ງເມືອງ HoChiMinh Ville ປະເທດວຽດນາມ ໄດ້ຕັດສີນລົງໂທດ ພວກຕໍ່ສູ້ ເພື່ອປະຊາທິປະຕັຍ ຊາວວຽດນາມຫລາຍຄົນ. ແມ່ນຫຍັງພາໃຫ້ມີການ ປາບປາມດັ່ງກ່າວ ແລະຈະມີຜົນສະທ້ອນ ຕໍ່ການພັທນາ ທາງເສຖກິດ ຫລືບໍ່? ພົງສວັນ ໄດ້ຮິບໂຮມຂໍ້ມູນ ກ່ຽວກັບເຣື້ອງນີ້ ຊຶ່ງ ວຽງໄຊ ຈະນໍາມາສເນີທ່ານ ໃນອັນດັບຕໍ່ໄປ,,, ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-01-29
ຣາຍງານ ຂອງຫລາຍອົງການ ທີ່ກ່ຽວແກ່ກັບສິດເສຣີພາບ ໃນການອອກຂ່າວ ຣະບຸວ່າ ຢູ່ໃນປະເທດ ທີ່ຂ້າມຜ່ານຈາກ ຣະບອບສັງຄົມນິຍົມ ໄປຍັງຣະບອບ ປະຊາທິປະໄຕ ສື່ມວນຊົນ ສ່ວນຫລາຍແລ້ວ ຍັງຂື້ນກັບຣັຖບານ ບໍ່ທັນມີສື່ມວນຊົນ ເອກຣາດ ທີ່ຈະສາມາດ ມີບົດບາດ ອັນແທ້ຈິງຂອງຕົນ ເພື່ອຊຸກຍູ້ໃຫ້ມີ ຄວາມຍຸຕິທັມ ໃນສັງຄົມ ຂອງປະເທດຢ່າງ ມີອິສຣະເທື່ອ. ກ່ຽວກັບເຣື້ອງນີ້ ສົມເນ ມີຣາຍງານ ມາສເນີທ່ານ ໃນອັນດັບຕໍ່ໄປ.,, ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-24
ກອງປະຊຸມກຸງ Copenhagen ຈົບລົງດ້ວຍຄວາມຫລົ້ມແຫລວ ຫລັງຈາກທີ່ຖົກຖຽງກັນ ເປັນເວລາດົນນານເຖິງ 2 ອາທິດ. ອັນດັບຕໍ່ໄປ ວຽງໄຊ ມີຣາຍງານມາສເນີ ວ່າເປັນຫຍັງຈຶ່ງເປັນແນວນັ້ນ ແລະແມ່ນຫຍັງຈະເກີດຂຶ້ນ ໃນຂັ້ນຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-15
ທາງການລາວ ພຍາຍາມທີ່ຈະສ້າງ ເຂື່ອນໄຟຟ້ານ້ຳຕົກ ໃຫ້ໄດ້ຫລາຍຂື້ນຕື່ມ 14 ແຫ່ງ ໃນປີ 2015 ຈາກ 10 ແຫ່ງ ທີ່ກໍາລັງໃຊ້ງານຢູ່ ແລະ ໃນປັດຈຸບັນ ມີການກໍ່ສ້າງ 9 ແຫ່ງເພື່ອຂາຍກະແສໄຟຟ້າ ໃຫ້ຕ່າງປະເທດ ໃນຂນະທີ່ປະເທດ ທີ່ເປັນລູກຄ້ານັ້ນ ກໍຈະຜລິດກະແສໄຟຟ້າ ດ້ວຍພະລັງງານນິວເຄຼັຽ ດ້ວຍແສງອາທິດ ດ້ວຍພະລັງລົມ ແລະ ທັງມີສັນຍາ ຊື້-ຂາຍ ກະແສໄຟຟ້າ ກັບປະເທດອື່ນ. ຈຳປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-01
ທະນາຍຄວາມ ຂອງຫົວໜ້າຄຸກໃຫຍ່ Tuol Sleng ຮຽກຮ້ອງໃຫ້ຜູ້ພິພາກສາ ຜ່ອນໂທສໜັກໃຫ້ເປັນເບົາ ແກ່ນາຍ Kaing Guek Eav ໄດ້ສາຣະພາບຜິດ ແລະແສດງຄວາມກິນແໜງ ທີ່ໄດ້ປະຕິບັຕຕາມຄຳສັ່ງ ຂອງຜູ້ເປັນນາຍ ແຕ່ບັນດາຍາຕພີ່ນ້ອງ ຂອງຜູ້ເສັຽຊີວີຕວ່າ ບໍ່ຄວນຈະມີກາຣໂຍະຍານ ເພາະເປັນກາຣເຂັ່ນຂ້າ ທີ່ໂຫດຫ້ຽມທີ່ສຸດ ໃນປວັຕສາຕຂອງກັມພູຊາ.
2009-11-18
ຕາມຄຳພັງເພີຍວ່າ ເຫັນຄວັນ ແມ່ນມີໄຟ ແຕ່ກໍມີອັນທີ່ວ່າ ມີໄຟ ແຕ່ບໍ່ເຫັນຄວັນ. ກ່ຽວກັບເລື່ອງນີ້ ຈຳປາທອງ ຈະນຳເອົາ ຂະບວນການເຄື່ອນໃຫວ ຂອງປະຊາຊົນລາວ 2 ພຶສຈິກາ ທີ່ມີເປົ້າໝາຍຮຽກຮ້ອງ ໃຫ້ຣັຖບານ ສປປລາວ ແກ້ໄຂບັນຫາເສຖກິດ ແລະ ສັງຄົມທີ່ກຳລັງ ຫຍຸ້ງຍາກສັບສົນ ຢູ່ໃນປັດຈຸບັນນີ້ ມາເປັນຕົວຢ່າງ ສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-10-27
ຊາວລາວ ທີ່ປະເທດຝຣັ່ງເສດ ເຊີດຊູວິຣະກັມ ຂອງຂະບວນລຸກຮື້ 26 ຕຸລາ 1999 ຄົບຮອບ 10 ປີ ພ້ອມຍັງໄດ້ ພາກັນສືກສາ ເຖິງສຖານນະພາບ ຂອງດ້ານສິດທິມະນຸດ ໃນ ສປປລາວ. ບັນດາສັກ ຈາກກຸງປາຣີ ມີຣາຍງານ ມາສເນີທ່ານ....
2009-10-19
ໃນກອງປະຊຸມ ສມັຍສາມັນ ຄັ້ງທີ 7 ຂອງສະພາແຫ່ງຊາຕ ສປປລາວ ຊຸດທີ 6 ໄດ້ຮັບເອົາ ກົດໝາຍໃຫມ່ ສະບັບນຶ່ງ ວ່າດ້ວຍ ”ແນວລາວສ້າງຊາຕ” ຊຶ່ງມີຈຸດໝາຍ ອໍານວຍການ ປະກອບສ່ວນ ຂອງຄົນລາວ ໃນຕ່າງປະເທດ ເຂົ້າຮ່ວມໃນການ ພັທນາປະເທດ. ຣາຍລະອຽດ ແລະ ພາກປະຕິບັດ ຕົວຈິງເປັນແນວໃດ ພົງສວັນ ໄດ້ຮິບໂຮມຂໍ້ມູນ ຊຶ່ງວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ...
2009-10-14
ຄວາມໂລພມາກໂລພາ ຂອງມວລມະນຸສ ມີສ່ວນເຮັດໃຫ້ ເກີດພັຍພິບັຕ ດັ່ງທີ່ເກີດຂື້ນ ໃນທົ່ວໂລກ ປັຈຈຸບັນ ທີ່ທາງກາຣ ກ່ຽວຂ້ອງ ແຕ່ລະປະເທສ ຄວນຈະເອົາໃຈໃສ່ ແກ້ໄຂຮ່ວມກັນ ດັ່ງ: ຫວາດ ສີມູນ ຈະນຳມາສເນີ ໃນອັນດັບຕໍ່ໄປ..
2009-10-14
ນັບເປັນເວລາ 30 ກວ່າປີ ທີ່ໄດ້ມີການ ສະຖາປະນາ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະວ່າ ຈະສ້າງໃຫ້ເປັນ ຣັດແຫ່ງກົດໝາຍ, ເຮັດໃຫ້ສັງຄົມ ມີຄວາມສງົບ ແລະ ປະຊາຊົນ ມີຊີວິດ ການເປັນຢູ່ຢ່າງ ສັນຕິນັ້ນ ທາງການລາວ ມີຄວາມຮັບ ຜິດຊອບຄືແນວໃດ ໃນເມື່ອຢູ່ໃນ ສັງຄົມລາວ ປັດຈຸບັນ ເກີດມີຫຼາຍສິ່ງ ຫລາຍຢ່າງ ແນວບໍ່ດີ ຮວມທັງມີຄະດີ ຂ້າ, ປຸ້ນຈີ້, ງັດແງະ ແລະ ສໍ້ໂກງຕ່າງໆ.... ຈຳປາທອງ ມີບົດຄວາມ ກ່ຽວກັບເຣື້ອງນີ້ ມາສເນີທ່ານ.
2009-10-02
ຈີນ ສລອງຄົບຮອບ 60ປີ ຂອງການສ້າງຕັ້ງ ພັກຄອມມິວນິດ ຢ່າງໃຫຍ່ໂຕ ເພື່ອສະແດງໃຫ້ໂລກ ຮູ້ເຖິງຄວາມຮັງມີ ອຸດົມສົມບູນ ທາງດ້ານເສຖກິດ, ເຂັ້ມແຂງທາງດ້ານ ການທະຫານ ພາຍໃຕ້ການປົກຄອງ ແບບພັກດຽວຂອງຈີນ, ຄ່ຽງຄູ່ໄປກັບ ການຮັກສາ ຄວາມສງົບ ຢ່າງເຂັ້ງງວດ.