ຣັຖມົນຕຣີການຄັງ ແລະຫົວໜ້າ ຜູ້ປົກຄອງ ທນາຄານກາງ ຂອງກຸ່ມ 20 ປະເທດ ອຸດສາຫະກັມ ແລະກໍາລັງພັທນາ ທີ່ພົບປະກັນ ໃນວັນເສົາ ວັນທີ 14 ມິນາຜ່ານ ມານີ້ ໃຫ້ຄໍາໝັ້ນ ສັນຍາກັນວ່າ ຈະເພິ້ມເງິນທືນ ໃຫ້ກອງທືນ ສາກົນ IMF ເພື່ອໃຫ້ IMF ຊ່ວຍເຫລືອປະເທດ ຊື່ງເສຖກິດ ກໍາລັງຕົກຢູ່ ໃນສະພາບ ອັນຕຣາຍ.
ພ້ອມກັນນັ້ນ ຕົກລົງຊຸກຍູ້ ໃຫ້ທນາຄານ ໃນທົ່ວໂລກ ມີເງິນໄວ້ໃຫ້ ຄົນກູ້ຢືມ, ແລະສິ່ງສໍາຄັນ ກ່ວາໝູ່ອີກ ແມ່ນການຈັດວາງ ລະບຽບກົດໝາຍ ໃໝ່ສໍາລັບ ສຖາບັນ
ການລົງທືນດ້ານ ການເງິນ ຊື່ງເປັນຕົ້ນເຫດ ຂອງວິກິດການ ດ້ານການເງິນທີ່ ເກີດຂື້ນ.
ເມື່ອກາງເດືອນ ກັນຍາ ປີຜ່ານມາ ໂດຍເລີ້ມຕົ້ນຈາກ ສະຫະຣັຖ ອາເມຣິກາ. ເຖິງແມ່ນວ່າ ບັນຫາ ທີ່ກ່າວມານີ້ ເປັນບັນຫາທີ່ ຮີບດ່ວນໃນການ ແກ້ໄຂ ເສຖກິດໂລກ
ໃນປັດຈຸບັນ, ແຕ່ວ່າກົນໄກ ອັຕຣາການແລກ ປ່ຽນການເງິນ ສາກົນ ຍັງມີບົດບາດ ສໍາຄັນຕໍ່ການ ຄ້າລະຫ່ວາງ ປະເທດ ແລະການເຕີບໃຫ່ຽ ຂອງ ເສຖກິດໂລກ.
ຣະບົບອັຕຣາ ການແລກປ່ຽນ ສາກົນ ທີ່ປະເທດ ທີ່ຮັ່ງມີແດ່ ໃຊ້ກັນຢູ່ໃນ ປັດຈຸບັນນີ້ ເອີ້ນວ່າຣະບົບ ການແລກປ່ຽນທີ່ ປ່ອຍໃຫ້ຄ່າຂອງ ເງິນຕຣາຂື້ນໆ ລົງໆໄປຕາມ ຕລາດການແລກ ປ່ຽນເງິນຕຣາຕ່າງ ປະເທດ. ກ່ອນທີ່ຣະບົບ ອັຕຣາການແລກ ປ່ຽນສາກົນ ຈະກ້າວມາເຖິງ ຣະບົບທີ່ 3 ທີ່ໃຊ້ກັນໃນ ປັດຈຸບັນນີ້.
ໃນວັນທີ່ 15 ສິງຫາ ປີ 1971 ປະທານາທິບໍດີ Richard M Nixon ໄດ້ປະກາດໂຈະ ການແລກປ່ຽນເງິນ ໂດລາເປັນຄໍາ ເຮັດໃຫ້ ນະໂຍບາຍ ແລກປ່ຽນຄໍາເພື່ອ ເອົາເງິນໂດລາ ສະຫະຣັຖ $35 ຕໍ່ຄໍາ 1 ອອນໄດ້ສີ້ນ ສຸດລົງ ພ້ອມທັງປ່ອຍໃຫ້ ຄ່າຂອງເງິນໂດລາ ແລະເງິນຕຣາ ຂອງປະເທດ ອຸດສາຫະກັມ ທີ່ສໍາຄັນ ລອຍຕົວ ໄປຕາມ ຄວາມຕ້ອງການ ຢູ່ໃນຕລາດການ ແລກປ່ຽນສາກົນ ເທົ່າທຸກວັນນີ້.
ການປະກາດນີ້ ກໍຄືກັນກັບ ການຖອນຕົວອອກ ຈາກການປະຕິບັດ ຣະບົບອັຕຣາ ການແລກປ່ຽນ ຣະບົບທີສອງ ຊື່ງຜູກພັນເງິນ ສະກຸນ ຂອງປະເທດ ໃສ່ກັບຄ່າຂອງ ເງິນໂດລາ ສະຫະຣັຖ ແລະຄ່າຂອງຄໍາ ຊື່ງໄດ້ຕົກລົງ ກັນໃນ ກອງປະຊຸມ Bretton Woods ຣັຖ New Hampshire ສະຫະຣັຖ ອາເມຣິກາ ເມື່ອປີ 1944 ຫລັງຈາກສົງຄາມ ໂລກຄັ້ງທີສອງ ໄດ້ສີ້ນສຸດລົງ.
ແຕ່ວ່າຣະບົບ ອັຕຣາການ ແລກປ່ຽນທີ່ທຽບ ເງິນຕຣາຂອງ ປະເທດ ໃສ່ກັບເງິນໂດລາ ສະຫະຣັຖ ຍັງສືບຕໍ່ ປະຕິບັດກັນ ຢູ່ໃນບັນດາ ປະເທດທີ່ກໍາ ລັງພັທນາ ເວັ້ນ ເສັຽຈາກປະເທດ ອຸດສາຫະກັມ ທີ່ຮັ່ງມີ 7 ປະເທດຄື ສະຫະຣັຖ ອາເມຣິກາ, ເຢັຽຣະມັນ, ຍີ່ປຸ່ນ, ອັງກິດ, ຝຣັ່ງເສດ, ອີຕາລີ, ແລະຄານາດາ. ປະເທດເລົ່ານີ້ ໄດ້ພາ ກັນກ້າວເຂົ້າສູ່ ຣະບົບອັຕຣາ ການແລກປ່ຽນ ແບບລອຍຕົວ ຣະບົບທີສາມ ທີ່ມີຊື່ເປັນ ພາສາອັງກິດວ່າ Floating exchange rate. ຣະບົບນີ້ໄດ້ ເປີດໂອກາດ ໃຫ້ເງິນສະກຸນ ຂອງປະເທດ ອຸດສາຫະກັມ ເຂົ້າມາມີບົດ ບາດຢູ່ໃນ ຕລາດການແລກ ປ່ຽນເງິນຕຣາ ສາກົນຫລາຍຂື້ນ.
ຣະບົບອັຕຣາ ການແລກປ່ຽນ ແບບລອຍຕົວແມ່ນ ຣະບົບອັຕຣາ ການແລກປ່ຽນທີ່ ປ່ອຍໃຫ້ຄ່າຂອງ ເງິນຂື້ນໆລົງໆ ໄປຕາມຕລາດ ການແລກປ່ຽນ ເງິນຕຣາຕ່າງ ປະເທດ ຊື່ງກົງກັນຂ້າມ ກັບຣະບົບອັຕຣາ ການແລກປ່ຽນ ແບບຕາຍຕົວ. ໃນພາວະທີ່ ອັຕຣາການແລກ ປ່ຽນໃນຕລາດ ການແລກປ່ຽນເງິນ ຕຣາຕ່າງປະເທດ ຜັນ ຜວນທີ່ສຸດ ຫລືວ່າຄ່າຂອງ ເງິນຕຣາປ່ຽນແປງ ສູງທີ່ສຸດ ຫລືຕໍ່າທີ່ສຸດ ທນາຄານກາງ ຂອງປະເທດນັ້ນ ຕ້ອງໄດ້ເອົາ ມາຕການ ແຊກແຊງ ໂດຍການຊື້ ຫລືຂາຍເງິນ ຕຣາໃດ ເງິນຕຣານື່ງ ໃນກຸ່ມຂອງຕົນ ເພື່ອເຮັດໃຫ້ ອັຕຣາການ ແລກປ່ຽນຢູ່ໃນ ຣະດັບຄົງທີ່ ແລະມີ ສະຖຽຣະພາບ, ມີຊື່ເປັນພາສາ ອັງກິດວ່າ managed floating ຫລືຈະວ່າ ຣະບົບອັຕຣາ ການແລກປ່ຽນແບບ ລອຍຕົວ ແຕ່ມີການ ຄຸ້ມຄອງ.
ໃນຊຸ້ມປີ 1970 ຫລັງຈາກທີ່ ສະຫະຣັຖໄດ້ ປະກາດຍົກເລີກ ການເອົາເງິນໂດລາ ປ່ຽນເອົາຄໍາ ໃນທາງການນັ້ນ ຄ່າຂອງເງິນ ໂດລາ ສະຫະຣັຖ ສູງກ່ວາຄ່າຂອງ ເງິນຂອງບັນດາ ປະເທດ ໃນຢູໂຣບ ແລະຍີ່ປຸ່ນ ຫລາຍໂພດ ອັນເຮັດໃຫ້ການ ສົ່ງອອກສິນຄ້າ ຂອງສະຫະຣັຖ ຫລຸດຕໍ່າລົງ ແລະເຮັດໃຫ້ການ ຂາດດຸນການຄ້າ ຂອງ ສະຫະຣັຖ ຕົກຕໍ່າ ຕຣອດໄປ. ເພື່ອແກ້ໄຂ ບັນຫານີ້, ໃນວັນທີ 17 ແລະ 18 ທັນວາປີ 1971 ກຸ່ມປະເທດ ອຸດສາຫະກັມ 10 ປະເທດໄດ້ຮ່ວມ ປະຊຸມກັນຢູ່ ທີ່ ສຖາບັນ Smithsonian ນະຄອນຫລວງ ວໍຊິງຕັນດີຊີ ແລະໄດ້ຕົກລົງ ກັນຫລຸດຄ່າຂອງ ເງິນໂດລາລົງ ເປັນ 38 usd ຕໍ່ຄໍານື່ງອອນ.
ຄວາມກົດດັນ ຣະຫ່ວາງເງິນ ໂດລາກັບຄໍາ ເຮັດໃຫ້ຄ່າຂອງ ເງິນໂດລາ ຕົກຕໍ່າລົງເກີນ ຄວາຕ້ອງການ, ຄໍາກໍເລີ້ມກາຍ ເປັນຊັບສິນ ທີມີຄ່າລອຍຕົວ ແລະຣາຄາຄໍາ ກໍ ຖີບສູງຂື້ນ ເລື້ອຍໆ. ໃນປີ 1971 ນັ້ນຄ່າຂອງເງິນ ໂດລາ ຕົກລົງເປັນ 44.20 usd ຕໍ່ຄໍານື່ງອອນ ຫລືຈະເວົ້າວ່າ ຣາຄາ ຄໍາຖີບສູງຂື້ນ ແລະໃນປີ 1972 ຄ່າຂອງ ເງິນໂດລາ ຕົກຕໍ່າລົງອີກ ເປັນ 70.30 usd ຕໍ່ຄໍານື່ງອອນ. ໃນປີ 1973 ຣະບົບອັຕຣາ ການແລກປ່ຽນ ແບບຜູກພັນ ເງິນໂດລາ ສະຫະຣັຖ ໃສ່ຄໍາຖືກປິດ ລົງຫລັງ ຈາກໄດ້ຫລຸດຄ່າ ຂອງເງິນໂດລາ ລົງຢ່າງເປັນ ທາງການເປັນ 44. usd ຕໍ່ຄໍານື່ງອອນ, ແລະຕໍ່ມາໄດ້ ເປີດຕລາດການ ແລກປ່ຽນເງິນຕຣາ ແບບລອຍຕົວຄືນ ໃໝ່ ອີກ ໃນເດືອນມິນາ.
ການປ່ອຍໃຫ້ຄ່າ ຂອງເງິນໂດລາ ແລະເງິນຕຣາຂອງ ປະເທດ ອຸສາຫະກັມ ທີ່ສໍາຄັນ ຂື້ນໆລົງໆ ຕາມການຊື້ຂາຍ ເງິນຕຣາຢູ່ໃນ ຕລາດການແລກ ປ່ຽນສາກົນຍັງບໍ່ ສາມາດເຮັດໃຫ້ ອັຕຣາການ ແລກປ່ຽນຢູ່ໃນ ພາວະຄົງທີ່ໄດ້ ຍ້ອນມີຫລາຍ ເຫດຜົນ ເຊັ່ນວ່າ ອັຕຣາການ ແລກປ່ຽນທີ່ ຜັນຜວນໃນ ລະຍະສັ້ນນັ້ນ ບາງຄັ້ງກໍເກີດ ຈາກການຊື້ຂາຍ ເງິນຕຣາໃນ ຕລາດການແລກ ປ່ຽນເພື່ອເກງເອົາ ກໍາໄຣ. ຄ່າຂອງເງິນ ໂດລາທີ່ ຂື້ນໆລົງໆ ຢ່າງຄາດການ ບໍ່ຖືກຢູ່ໃນ ຕລາດນີ້ ສາມາດເຮັດໃຫ້
ການຄ້າແລະການເງິນ ຣະຫ່ວາງປະເທດ ຢຸດຊະງັກໄດ້. ສະພາບອັຕຣາ ການແລກປ່ຽນ ແບບຜັນຜວນ ນີ້ເປັນສິ່ງທີ່ ບໍ່ປາຖນາ ໃຫ້ເກິດຂື້ນໃນ ລະຍະຍາວ.
ດັ່ງນັ້ນ ເພື່ອຮັກສາ ສະຖຽຣະພາບ ຂອງອັຕຣາການ ແລກປ່ຽນໄວ້, ບາງພາວະ ທນາຄານກາງ ຂອງຫລາຍປະເທດ ຈື່ງໄດ້ເອົາ ມາຕການແຊກແຊງ ໂດຍຊື້ຫລືຂາຍ ເງິນ ຕຣາໃດເງິນຕຣາ ນື່ງແບບຂນານ ໃຫ່ຽຢູ່ໃນ ຕລາດການແລກ ປ່ຽນເງິນຕຣາ ຕ່າງປະເທດ. ຍົກຕົວຢ່າງ ລະຫ່ວາງປີ 1980-1985 ຄ່າຂອງເງິນ ໂດລາ ສະຫະຣັຖ ຖີບສູງຂື້ນ ເມື່ອທຽບກັບຄ່າ ຂອງເງິນຕຣາ ປະເທດ ອຸດສາຫະກັມ ດ້ວຍກັນ. ເພື່ອເຮັດໃຫ້ຄ່າ ຂອງເງິນໂດລາ ຫລຸດລົງ ປະເທດ ອຸດສາຫະກັມ ລາຍ ໃຫ່ຽພາກັນ ທຸ້ມເທເງິນ ໂດລາ ສະຫະຣັຖໃສ່ ຕລາດການແລກ ປ່ຽນເງິນຕຣາ ຕ່າງປະເທດ.
ມາຮອດປີ 1987 ຄ່າຂອງເງິນໂດລາ ຕົກຕໍ່າລົງສຸດ, ກຸ່ມ 7 ປະເທດ ອຸດສາຫະກັມ ຕົກລົງກັນຊື້ ເງິນໂດລາ ສະຫະຣັຖຢ່າງ ຂນານໃຫ່ຽອີກ ເພື່ອບໍ່ໃຫ້ຄ່າ ຂອງເງິນ ໂດລາ ສະຫະຣັຖ ຕົກຕໍ່າລົງ ຫລັງຈາກທີ່ໄດ້ ຕົກຕໍ່າລົງເປັນ ເວລາສອງປີ ຕິດຕໍ່ກັນ ມາຈາກປີ 1985-1987. ເມື່ອປີ 1994 ຄ່າເງິນໂດລາ ສະຫຣັຖ ຕໍ່ເງິນເຢັນ ຂອງ ຍີ່ປຸ່ນ ແລະຕໍ່ເງິນມາກ (Mark) ຂອງເຢັຽຣະມັນ ຕົກຕໍ່າລົງອີກ. ຣາຄາເງິນໂດລາຕົກຕໍ່ານີ້ກໍເປັນສ່ວນນື່ງທີ່ ເຮັດໃຫ້ການຂາດ ດຸນການຄ້າຂອງ ສະຫະຣັຖ ມີຕໍ່ໄປ. ເພື່ອບໍ່ຢາກໃຫ້ ຄ່າຂອງເງິນ ໂດລາ ຕົກຕໍ່າລົງ, 16 ປະເທດທີ່ ເປັນສະມາຊິກ IMF ໄດ້ພາກັນຊື້ ເງິນໂດລາ ສະຫະຣັຖ ຕື່ມອີກ.
ໃນສະພາບທີ່ ອັຕຣາການແລກ ປ່ຽນຢູ່ໃນ ຕລາດສາກົນມີ ຄວາມຜັນຜວນ ຢ່າງແຮງນີ້ ນັກຊ່ຽວຊານດ້ານ ການເງິນຈໍານວນ ນື່ງຕີຣາຄາ ວ່າຣະບົບອັຕຣາ ການແລກ ປ່ຽນທີ່ປ່ອຍໃຫ້ ຄ່າຂອງເງິນ ລອຍຕົວໄປຕາມ ສະພາບຕລາດ ການແລກປ່ຽນ ເງິນຕຣາຕ່າງ ປະເທດແບບມີ ການຄຸ້ມຄອງ (managed floating) ເປັນຣະບົບ ທີ່ສາມາດ ປັບຕົວເຂົ້າກັບ ສະພາບເສຖກິດ ທີ່ມີຄວາມ ປັ່ນປ່ວນ ຢ່າງຮຸນແຮງໄດ້ ເຊັ່ນວ່າໃນ ສະພາບການ ຂາດແຄນດ້ານ ກະສິກັມ ລະຫ່ວາງປີ 1972-1974, ສະພາບຣາຄາ ນໍ້າມັນຖີບສູງ ຂື້ນໃນປີ 1973-1974 ແລະປີ 1979-1980, ສະພາບເສຖກິດ ໂລກນອນນິ້ງ ໃນປີ 1974-1976 ແລະ 1981-1983 ແລະ ສະພາບ ງົບປະມານ ສະຫະຣັຖ ຂາດດຸນ ຄັ້ງຍິ່ງໃຫ່ຽ ໃນຊຸ້ມປີ 1980 ແລະຊຸ້ມປີ 1990 ຊື່ງທັງໝົດນີ້ ໄດ້ເຮັດໃຫ້ການ ຄ້າແລະການເງິນ ລະຫ່ວາງປະເທດ ເກີດບໍ່ ມີຄວາມ ກໍ້າເກິ່ງກັນ. ນັກຊ່ຽວຊານວ່າ ຣະບົບການ ແລກປ່ຽນແບບ ລອຍຕົວ ໄປຕາມຕລາດ ການແລກປ່ຽນ ສາກົນ ເຖິງແມ່ນວ່າ ມີຄວາມອອ່ນໃຫວ ຫລາຍທີ່ສຸດ ແຕ່ວ່າໃນ ລະຍະເຫດ ການຕ່າງໆທີ່ກ່າວ ມານີ້ ຣະບົບອັຕຣາ ການແລກປ່ຽນນີ້ ສາມາດຮອງຮັບ ກັບວິກິດການ ໃຫ້ລອດພົ້ນຈາກ ການແຕກຫັກໄດ້ ເປັນຢ່າງດີ.
ໃນເວລານັ້ນ ນັກຊ່ຽວຊານ ທີ່ມີຄວາມເຫັນ ບໍ່ສອດຂ້ອງກັບ ຣະບົບອັຕຣາການ ແລກປ່ຽນແບບ ລອຍຕົວນີ້ມີ ຄວາມເປັນຫ່ວງນໍາ ສະຖຽຣະພາບ ຂອງອັຕຣາການ ແລກປ່ຽນຂອງ ຣະບົບນີ້ຫລາຍ ທີ່ສຸດ ໂດຍຊີ້ໃຫ້ເຫັນ ວ່າທັ້ງໆທີ່ໃນ ພາວະເສຖກິດ ຂອງສະເພາະ ປະເທດນື່ງທີ່ ມີສະຖຽຣະພາບ ດີຢູ່ ອັຕຣາການແລກ ປ່ຽນແບບ ລອຍຕົວໄປຕາມ ຕລາດການແລກ ປ່ຽນສາກົນ ກໍຍັງມີຄວາມ ອອ່ນໃຫວຫລາຍ, ອາຈເປັນຍ້ອນວ່າ ຣະບົບອັຕຣາ ການແລກປ່ຽນນີ້ ຍັງບໍ່ສາມາດ ແກ້ໄຂບັນຫາ ການຂາດດຸນ ການຄ້າໄດ້ ເທົ່າທີ່ຄວນ.
ຕົກມາຮອດປີ 1997 ສະຫະຣັຖ ຂາດດຸນການຄ້າ ເຖິງ 110 ຕື້ usd ໃນຂະນະທີ່ ເຢັຽຣະມັນ ແລະຍີ່ປຸ່ນມີ ດຸນການຄ້າສ່ວນ ເກີນມາຕຣອດ, ແລະໃນ ປີ 2007 ນີ້ການຂາດດຸນ ການຄ້າຂອງ ສະຫະຣັຖ ມີເຖິງ 708.5 ຕື້ usd . ການປ່ຽນແປງຄ່າ ຂອງເງິນໂດລາ ເງິນເຢັນ ແລະເງິນມາກ ກໍຍັງບໍ່ສາມາດ ແກ້ໄຂບັນຫາດຸນ ການຄ້າທີ່ບໍ່ ກໍ້າເກິ່ງນີ້ໄດ້. ຍັງບໍ່ເທົ່ານັ້ນ ຝ່າຍທີ່ບໍ່ຍິນດີ ກັບຣະບົບອັຕຣາ ການແລກປ່ຽນ ນີ້ຍິ່ງເວົ້າວ່າ ຣະບົບອັຕຣາ ການແລກປ່ຽນແບບ ລອຍຕົວໄປຕາມ ຕລາດ ການແລກປ່ຽນນີ້ ມັນຄືກັນ ກັບວ່າບໍ່ ແມ່ນຣະບົບໃດໆ. ຝ່າຍນີ້ໃຫ້ເຫດ ຜົນວ່າ ລະບຽບຫລັກການ ແລະການຊີ້ນໍາ ປະຕິບັດ ກ່ຽວກັບອັຕຣາ ການແລກປ່ຽນຂອງ ແຕ່ລະປະເທດ ບໍ່ແຈ້ງຂາວແລະ ບໍ່ມີຄວາມ ຮັດກຸມພໍຊື່ງ ໃນລະຍະຍາວ ນັ້ນຈະເຮັດໃຫ້ ແຕ່ລະປະເທດ ເຂົ້າໄປແຊກແຊງ ຕລາດການແລກ ປ່ຽນສາກົນ ຫລາຍຂື້ນ. ການແຊກແຊງ ບໍ່ພຽງແຕ່ຢາກ ແກ້ໄຂ ການຜັນຜວນຂອງ ອັຕຣາການແລກ ປ່ຽນໃນລະຍະ ສັ້ນເທົ່ານັ້ນ, ແຕ່ມັນຈະເປັນ ການຊັກໃຍໃຫ້ ເງິນຕຣາຂອງຕົນ ມີຄ່າສູງ ຂື້ນໃນເວລາ ທີ່ຄ່າຂອງເງິນ ຕົກຕໍ່າຍ້ອນຢາກ ບັນລຸເປົ້າໝາຍ ສະຖຽຣະພາບ ທາງດ້ານ ເສຖກິດພາຍ ໃນປະເທດ ຂອງຕົນ ກຸ່ມນັກຊ່ຽວຊານ ທີ່ບໍ່ແນ່ໃຈ ກັບຣະບົບ ນີ້ກ່າວເຕືອນວ່າ ການທີ່ມີຫລາຍ ປະເທດເຂົ້າໄປ ແຊກແຊງຕລາດການ ແລກປ່ຽນສາກົນ ຫລາຍຂື້ນນັ້ນ ມັນກໍເທົ່າກັບ ວ່າຣະບົບນີ້ ບໍ່ແມ່ນຣະບົບ ລອຍຕົວໄປຕາມ ຕລາດອີກແລ້ວ ແລະອາຈກ້າວໄປ ສູ່ການພິນາດ ຂອງຣະບົບ ກໍເປັນໄດ້. ເຖິງຢ່າງໃດກໍດີ ຣະບົບອັຕຣາການ ແລກປ່ຽນແບບ ລອຍຕົວທີ່ມີ ການຄຸ້ມຄອງນີ້ ປະເທດ ອຸດສາຫະກັມ ໃຫ່ຽຍັງສືບຕໍ່ ໃຊ້ກັນຕໍ່ໄປ ແມ້ແຕ່ຫລັງຈາກ ວິກິດການດ້ານ ການເງິນໂລກ ໄດ້ເລີ້ມເກີດຂື້ນ ເມື່ອເດືອນກັນຍາປີ 2008 ຜ່ານມານີ້ ກໍດີ. ຣະບົບນີ້ບໍ່ ເໝາະສົມສໍາລັບ ປະເທດທີ່ ກໍາລັງ ພັທນາ ທີ່ມີຣະບົບ ການເງິນບໍ່ທັນ ກ້າວໜ້າ. ປະເທດເລົ່ານີ້ ສ່ວນມາກຈື່ງຢືດ ໝັ້ນກັບຣະບົບ ອັຕຣາການແລກ ປ່ຽນແບບຕາຍ ຕົວ ໂດຍທຽບເງິນຕຣາ ຂອງປະເທດຕົນ ໃສ່ກັບເງິນ ໂດລາ ສະຫະຣັຖ ແລະປ່ອຍໃຫ້ຄ່າ ຂອງເງິນຂື້ນລົງ ໄປຕາມຄ່າຂອງ ເງິນໂດລາ ສະຫະຣັຖ ເນື່ອງຈາກວ່າ
ປະເທດເລົ່ານີ້ ມີເສຖກິດທີ່ ກາງຕໍ່ການສົ່ງ ອອກສິນຄ້າຫລາຍ ກ່ວາກາງຕໍ່ຄວາມ ຕ້ອງການສິນຄ້າ ພາຍໃນປະເທດ..... ສະບາຍດີ