ເຣື້ອງທີ່ເກັບບັນທຶກໄວ້
2010-12-20
"ຣາຍການ ວັທນະທັມ ລາວ" ຕອນທີ່ 5 ໃນມື້ນີ້ ຈະໄດ້ກ່າວ ເຖິງເຣື້ອງ ການນັບຖື ແຖນຟ້າ ເປັນຊື່ສໍາພັນ ໃນຣະຫວ່າງ ຄົນລາວ ຄືເປັນການ ເຮັດໃຫ້ເຂົາເຈົ້າ ເຂົ້າໃຈວ່າ ລາວ ກໍຄືລູກ ຂອງແຖນ ແລະ ຄໍາວ່າລາວ ກໍຄືລວງ ຫຼື ວ່ານາກ ນັ້ນເອງ.
2010-12-13
ເຊີນທ່ານ ຮັບຟັງ ຣາຍການ ວັທນະທັມ ລາວ "ຕອນທີ່ 4 ໃນມື້ນີ້ ຈະໄດ້ກ່າວ ເຖິງ ເຣື້ອງທີ່ວ່າ: ອ້າຍລາວ ຍັງມີການ ເຊື່ອຖື ດວງວີນຍານ ຂອງ ບັນພະບຸຣຸດ ຄືປູ່ເຍີ ຍ່າເຍີ. ສເນີໂດຍ: ຈັນສຸກ
2010-12-07
ເຊີນທ່ານ ຮັບຟັງການ ສັມພາດ ດຣ. ຄໍາໄຫລ ມຸນິວົງ ນັກຮຽນຮູ້ ປັນຍາຊົນ ລາວ ທີ່ປະເທດ ການາດາ ຕອນນີ້ ຈະເວົ້າເຖິງ ການຫລັ່ງໄຫລ ໄປໄທ ຂອງຊາຍຫນຸ່ມ ວັຍລຸ້ນລາວ ແລະ ການເຂົ້າມາ ຢູ່ລາວ ຂອງຊາວ ວຽດນາມ ແລະ ຈີນ. ສັມພາດ ໂດຍ: ອາວະຣີ
2010-12-06
ລາຍການ ວັທນະທັມ ລາວ ຕອນທີ 3 ໃນມື້ນີ້ ຈະໄດ້ກ່່າວເຖິງ ເລື້ອງທີ່ວ່າ ອ້າຍລາວ ຍັງພາກັນ ຖືຜີ ຫລື ເທບພຣະເຈົ້າ ປະຈໍາ ແຜ່ນດີນ ຫລື ນ້ຳ ນັ້ນເອງ. ສເນີໂດຍ ຈັນສຸກ
2010-12-03
ທາງກາຣ ສປປລາວ ສລອງ ຄົບຮອບ 15 ປີ ທີ່ ເມືອງ ຫລວງພຣະບາງ ຖືກຮັບຮອງ ໃຫ້ເປັນເມືອງ ມໍຣະດົກໂລກ ແລະ ໃນຂນະ ດຽວກັນ ກໍມີກາຣ ຮຽກຮ້ອງ ໃຫ້ປະຊາຊົນ ປະພຶຕຕົນ ຕາມຮີດຄອງ ປະເພນີລາວ ຢ່າງເຄັ່ງຄັດ ເພາະອາຈມີຜົລ ກັບກາຣ ພິຈາຣະນາ ດ້ານໃຫ້ ຖານະກາຣ ເປັນເມືອງ ມໍຣະດົກໂລກ ໃນຂັ້ນຕໍ່ໄປ ຍ້ອນມີກາຣ ປ່ຽນແປງ ທີ່ບໍ່ ສອດຄ່ອງ ກັບຂໍ້ກໍາໜົດ ທີ່ທາງ UNESCO ໄດ້ຕັ້ງໄວ້ ດັ່ງ: ຫວາດ ສີມູນ ຈະນໍາມາ ສເນີ ໃນອັນດັບ ຕໍ່ໄປ.
2010-12-01
ຜ່ານມາ ເຮົາໄດ້ຟັງ ຄໍາເຫັນ ຂອງອົງການ ທີ່ບໍ່ຂື້ນກັບ ຣັຖບານ ແລະ ປະຊາຄົມ ແມ່ນໍ້າ ນານາຊາດ ກ່ຽວກັບ ຜົນກະທົບ ຕ່າງໆ ຂອງການສ້າງເຂື່ອນ ໃສ່ແມ່ນໍ້າຂອງ, ເທື່ອນີ້ ເຮົາຈະໄດ້ຟັງ ຄໍາເຫັນບາງຢ່າງ ແລະ ຄໍາອະທິບາຍ ທາງດ້ານ ເທັກນິກ ຂອງ ນັກວິຊາການ ລາວ ກ່ຽວກັບ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ໂດຍທົ່ວໄປ ສໍາພາດໂດຍ: ສົມເນ
2010-11-30
ເຊີນທ່່ານຮັບຟັງ ການສໍາພາດ ດຣ ຄໍາໄຫລ ມຸນີວົງ ນັກຮຽນຮູ້ ປັນຍາຊົນ ລາວ ຢູ່ການາດາ, ໃນຕອນນີ້ ອາວະຣີ ຈະຖາມທ່ານ ກ່ຽວກັບຜົນ ດີ ແລະ ຜົນຮ້າຍ ຂອງການປົກຄອງ ໃນຣະບອບ ສປປລາວ ໃນຣະຍະ 35 ປີ ທີ່ຜ່ານມາ.
2010-11-29
ເຊີນທ່ານຮັບຟັງ ຣາຍການ ວັທນະທັມລາວ "ຕອນທີ່ 2 ໃນມື້ນີ້ ຈະໄດ້ກ່າວ ເຖິງເຣື້ອງ: ແຖນ ຫຼື ຜີ ທີ່ເອີ້ນວ່າ ລັດທິ ”ພຣະຫູ ເທວະນີຍົມ” ອັນເປັນລັດທິ ຄວາມເຊື່ອຖື ດັ້ງເດີມ ຂອງຊົນຊາດ ອ້້າຍລາວ ໃນອະນາຈັກ ໜອງແສ. ສເນີໂດຍ: ຈັນສຸກ
2010-11-22
ສັປດາເລີ້ມຕົ້ນ ຂອງ "ຣາຍການ ວັທນະທັມ ລາວ" ຕອນທໍາອິດ ໃນມື້ນີ້ ຈະໄດ້ກ່າວເຖິງ ປວັດຄວາມ ເປັນມາ ຂອງການ ນັບຖື ພຸທສາສນາ ຂອງຊົນຊາວລາວ. ສເນີໂດຍ: ຈັນສຸກ
2010-10-15
ສູນຊ່ວຍເຫລືອ ຊາວອົພຍົພລາວ ເຂຕເມືອງ Minneapolis ຣັຖ Minnesota ຈັດງານສລອງ ຄົບຮອບ 27 ປີ ໃນມື້ວັນທີ່ 9 ຕຸລາ 2010 ໂດຽມີກາຣ ເນັ້ນໃສ່ດ້ານ ສ້າງຄວາມປອງດອງ ແລະ ສືບຕໍ່ໂຄງກາຣ ຊ່ວຍເຫລືອກັນ ຕໍ່ໆໄປ
2010-10-08
ແຕ່ລະຮ້ານອາຫານ ລ້ວນແຕ່ມີ ອາຫານຈານເດັດ ຂອງຕົນທັງນັ້ນ. ສໍາລັບຮ້ານອາຫານ “ນາງຈັນສມັຍ” ທີ່ນໍ້າຕົກຕາດ ຄອນພະເພັງ ໃນເຂດແຂວງພາກໃຕ້ ຂອງລາວ ກໍມີອາຫານ ຈານເດັດ ໄວ້ດຶງດູດ ລູກຄ້າຄືກັນ. ກ່ຽວກັບວ່າ ເປັນອາຫານ ປະເພດໃດ, ມີຕໍາລາ ການປຸງແຕ່ງ ແນວໃດນັ້ນ ມະນີຈັນ ຈະນໍາມາສເນີທ່ານ ໃນອັນດັບຕໍ່ໄປ.
2010-09-29
ເມື່ອບໍ່ນານ ມານີ້ ທາງວິທຍຸ ເອເຊັຍເສຣີ ຜແນກ ພາສາລາວ ໄດ້ໃຫ້ການ ຕ້ອນຮັບ ຄນະນັກຮຽນ ດົນຕຣີລາວ ພື້ນເມືອງ ຂອງ ມູລນິທິ ມໍຣະດົກລາວ ຫຼື Lao Heritage Foundation.
2010-09-01
ການມາຢາມ ຖີ່ນກໍາເນີດ ແຕ່ລະຄົນ ມີຄວາມຮູ້ສຶກ ນຶກຄິດ ແລະຂໍ້ສັງເກດ ທີ່ແຕກຕ່າງກັນ. ສໍາລັບສາວນ້ອຍ ລາວ-ອາເມຮິກັນ ທີ່ຊື່ ມະນີນີນ ຜູ້ໄດ້ກັບ ມາຢາມ ເມືອງລາວ ພາຍຫລັງ ຈາກໄປເມື່ອ 15 ປີກ່ອນ ຕອນອາຍຸ ໄດ້ພຽງ 5 ຂວບ ມີຄວາມຄິດ ຄວາມອ່ານ ແລະຂໍ້ສັງເກດ ແນວໃດ ມະນີຈັນ ຈະນໍາມາ ສເນີທ່ານ ໃນອັນດັບຕໍ່ໄປ.
2010-08-24
ການມາຢາມ ຖີ່ນກໍາເນີດ ແຕ່ລະຄົນ ມີຄວາມ ຮູ້ສຶກນຶກຄິດ ແລະ ຂໍ້ສັງເກດ ທີ່ແຕກຕ່າງກັນ. ສໍາລັບ ສາວນ້ອຍ ລາວ-ອາເມຣິກັນ ທີ່ຊື່ ມະນີນິນ ຜູ້ໄດ້ກັບມາ ຢາມເມືອງລາວ ພາຍຫລັງຈາກໄປ ເມື່ອ 15 ປີກ່ອນ ຕອນອາຍຸ ໄດ້ພຽງ 5 ປີ ນັ້ນເດ ເປັນແນວໃດ ມະນີຈັນ ຈະນໍາມາ ສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-08-10
ການກັບມາຢາມ ຖີ່ນກໍາເນີດ ແຕ່ລະຄົນ ມີຄວາມຮູ້ສຶກ ທີ່ແຕກຕ່າງກັນ. ສໍາລັບຄົນລາວ ອະເມຣິກັນ ທີ່ຊື່ Manininh ຜູ້ໄດ້ກັບ ມາຢາມ ເມືອງລາວ ເມື່ອທ້າຍເດືອນ ທີແລ້ວ ພາຍຫລັງຈາກ ເມືອງລາວໄປ ເມື່ອ 15 ປີກ່ອນ ຕອນທີ່ອາຍຸໄດ້ພຽງ 5 ຂວບນັ້ນ ມີຄວາມຮູ້ ສຶກນຶກຄິດ ແນວໃດນັ້ນ ທ່ານຈະຮູ້ໄດ້ ໃນອັນດັບ ຕໍ່ໄປ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"