ເຣື້ອງທີ່ເກັບບັນທຶກໄວ້
2012-12-31
ຣາຍການ "ອວຍພອນປີໃໝ່” ຈາກບັນດາ ສິລປິນ ນັກຮ້ອງ ນັກປະພັນ ລາວ ຊື່ດັງ ໃນອະດິດ..... ສເນີໂດຍ : ໄມຊູລີ
2012-12-17
ຊາວລາວ ທົ່ວ ສະຫະຣັດ ອະເມຣິກາ ໂດຍສະເພາະ ໃນຣັຖ Connecticut ສະແດງ ຄວາມເສັຍໃຈ ຕໍ່ເຫດການ ທີ່ເດັກນ້ອຍ ນັກຮຽນ ແລະ ນາຍຄູ ຂອງ ໂຮງຮຽນ ຊັ້ນປະຖົມ Sandy Hook ເມືອງ Newtown ຣັຖ Connecticut ທີ່ເສັຽຊີວິດ ຍ້ອນຖືກຍິງ ໂດຍ ບໍ່ຮູ້ສາເຫດ. ກ່ຽວກັບເຣື້ອງນີ້ ໄມຊູລີ ໄດ້ມີການ ສົນທະນາ ກັບ ທ່ານ ຫຸມແພງ ເພັງສົມພອນ ປະທານ ສະມາຄົມລາວ ປະຈຳ ຣັຖ Connecticut ມາສເນີທ່ານ.
2012-12-14
ໃນພາກທີ 2 ທ່ານຈະໄດ້ ຮັບຟັງ ການສໍາພາດ ທີ່ກ່າວເຖິງ ຊີວິດ ການເປັນຢູ່ ຂອງ ຊາວລາວ ໃນປະເທດ ອອສເຕຣເລັຍ ໂດຍສະເພາະ ໃນຣັຖ ນິສຊາວແວັສ. ສເນີໂດຍ : ໂພໄຊສວັດ
2012-12-07
ນັບຕັ້ງແຕ່ ປີ 1975 ເປັນຕົ້ນມາ ຊາວລາວ ໄດ້ພາກັນ ອົພຍົບ ມາຕັ້ງຖິ່ນຖານ ໃນປະເທດ ອອສເຕຣເລັຍ ຫລາຍຂື້ນ ຫລັງຈາກ ປະເທດລາວ ຕົກ ຢູ່ໃນ ຣະບອບ ການປົກຄອງ ຂອງ ຄອມມິວນິສ. ໃນຣາຍການ ຊາວລາວ ໃນຕ່າງປະເທດ ສັປດາ ນີ້ ໂພໄຊສວັດ ມີບົດສັມພາດ ກ່ຽວກັບ ການຈັດຕັ້ງ ກຸ່ມກ້ອນ ສະມາຄົມ ຂອງ ຊຸມຊົນລາວ ເພື່ອຊ່ວຍເຫລືອ ຊື່ງກັນ ແລະກັນ ພາກ 1 ມາສເນີທ່ານ ເຊີນຮັບຟັງໄດ້….
2012-10-26
ວຽກງານ ແລະ ຊີວິດ ຂອງຊາວລາວ ທີ່ສະຫະຣັດ ອະເມຣິກາ ໄດ້ຮັບການ ຄໍ້າປະກັນ ເປັນຢ່າງດີ ແຕ່ກໍມີ ທັງສະບາຍ ແລະ ຫຍຸ້ງຍາກ ຕາມ ປະສົພການ ຊີວິດ ຂອງ ທ່ານ ພູມີ ພັນທະວົງ ທີ່ ຣັດ ມິນນິໂຊຕາ. ສເນີໂດຍ : ຈໍາປາທອງ
2012-10-04
ການໂອ້ລົມ ສົນທະນາ ກັບຍາປ້າ ”ສີ ສີສົມພອນ” ຜູ້ທີ່ມີ ຄວາມ ຊຳນິ ຊຳນານ ໃນດ້ານ ການຈັດແຕ່ງ ພາຂວັນ ແລະ ຈັດດອກໄມ້ ທູບທຽນ ເພື່ອກອງບຸນ ຕ່າງໆ ເຊັ່ນ : ກອງຫົດ ກອງບວດ ກອງກະຖີນ ຕາມຮີດຄອງ ປະເພນີ ແລະ ວັທນະທັມ ຂອງລາວ. ສເນີໂດຍ : ໄມຊູລີ
2012-08-30
ເປັນທີ່ກ່າວຂານ ກັນວ່າ ຊີວິດ ຂອງ ຊາວລາວ ອະເມຣິກັນ ຍາມອອກ ກິນເບັ້ຍບໍານານ ມີຄວາມສຸຂກາຍ ສະບາຍໃຈ ມີເວລາ ຢູ່ຢ້າວ ຢູ່ເຮືອນ ຕຸ້ມລູກ ຕູ້ມຫຼານ ແລະ ຊ່ວຍງານ ສັງຄົມ. ສເນີໂດຍ : ຈໍາປາທອງ
2012-08-29
ສັມພາດ ລັ່ງ ຣາຊສັກ ສິລປິນ ນັກຮ້ອງລາວ ຈາກເມືອງ Portland ຣັຖ Oregon ສະຫະຣັຖ ອະເມຣິກາ ໃນພາກນີ້ ທ່ານຈະໄດ້ ຟັງເພງ ອຸດທະຍານຮັກ ຜົນງານເພງ ຊຸດ ບັນທືກເພງຮັກ ໃນອາດິດ ສເນີໂດຍ : Maysoly
2012-08-28
ສັມພາດ ສິລປິນ ນັກຮ້ອງລາວ ໃນຕ່າງແດນ ຈາກເມືອງ Portland ຣັຖ Oregon ສະຫະຣັຖ ອະເມຣິກາ (ພາກ 1) ກ່ຽວກັບ ຜົນງານເພງໃນ CD ແລະ DVD ຊຸດ ”ບັນທຶກເພງຮັກ ໃນອາດິດ” ຊຶ່ງອອກມາສູ່ ສາຍຕາ ແຟນເພງ ເມື່ອ 2 ເດືອນກ່ອນ. ສິລປິນ ທ່ານນີ້ ຈະແມ່ນໃຜນັ້ນ ເຊີນທ່ານ ຕິດຕາມໄດ້. ສເນີໂດຍ : Maysoly
2012-08-08
ການສຳພາດ ນາງ `ກິດ ຈິດຕະຣັຕ` ຈາກຣັຖ California ສະຫະຣັຖ ອະເມຣິກາ. ໃນອາທິດ ທີ່ຜ່ານມາ ທ່ານກໍໄດ້ຟັງ ຜົນງານ ດ້ານການ ຂິດຂຽນ ແລະ ກາບກອນ ຂອງ ນາງໄປແລ້ວ ການສຳພາດ ໃນມື້ນີ້ ຈະໄດ້ເນັ້ນເຖິງ ຜົນງານ ດ້ານການ ປະພັນເພງ ແລະ ການຮ້ອງເພງ ຂອງນາງ. ສເນີໂດຍ : Maysoly.
2012-08-06
ສາຣະຄະດີ ເຣື້ອງ ໄທດຳທີ່ເມືອງ ຊຽງຄານ ຕອນສຸດທ້າຍ ໃນມື້ນີ້ ຈະອຳລາ ທ່ານຜູ້ຟັງ ດ້ວຍຄຳເວົ້າ ຂອງແມ່ຕູ້ ອ່ອນ ທີ່ວ່າ ເຖິງຢ່າງໃດ ກໍບໍ່ຂໍກັບ ໄປຢູ່ດິນ ລາວ. ສເນີໂດຍ : ວຽງໄຊ
2012-08-01
ການສັມພາດ ຍານາງ`ກິດ ຈິດຕະຣັຕ` ທີ່ຣັຖ California (Part 1) ກ່ຽວກັບ ຄວາມເປັນມາ ທີ່ພາໃຫ້ນາງ ກາຍເປັນນັກຮ້ອງ ນັກແຕ່ງເພງ ແລະ ນັກຂຽນກະວີ ໂດຍປາສຈາກ ຄຣູສອນ. ສັມພາດໂດຍ : Maysoly
2012-07-30
ສາຣະຄະດີ ເຣື້ອງ ໄທດຳ ທີ່ເມືອງ ຊຽງຄານ ຕອນທີ 29 ໃນມື້ນີ້ ຈະໄດ້ເວົ້າເຖິງ ສູນວັທນະທັມ ໄທດຳ ແລະ ບັນຫາ ໃນໝູ່ບ້ານ ນາປ່າໜາດ ທີ່ສືບເນື່ອງ ມາຈາກການ ທີ່ມີສູນ ດັ່ງກ່າວ ສອງແຫ່ງ. ສເນີໂດຍ : ວຽງໄຊ
2012-07-25
ການສຳພາດ ທ່ານ ສີລາວົງ ແກ້ວ ນັກແຕ່ງເພງ ນັກຮ້ອງ ຍອດນິຍົມ ໃນອະດິດ ແລະ ປັດຈຸບັນ ຊຶ່ງຜົນງານ ເພງຂອງທ່ານ ຍັງຝັງໃຈ ນັກຟັງເພງ ທຸກຮຸ້ນ ທຸກສມັຍ ຈົນເຖິງ ທຸກວັນນີ້ ໂດຍສະເພາະ ເພງ ເຫັນພຽງຊາຍຄາ.
2012-07-23
ສາຣະຄະດີ ເຣື້ອງ ໄທດຳ ທີ່ເມືອງ ຊຽງຄານ ຕອນທີ 28 ໃນມື້ນີ້ ຈະໄດ້ເວົ້າເຖິງ ຄວາມເຊື່ອ ແລະ ການປ່ຽນແປງ ຂອງ ຊາວໄທດຳ ທີ່ ບ້ານນາປ່າໜາດ. ສເນີໂດຍ : ວຽງໄຊ