ເຣື້ອງທີ່ເກັບບັນທຶກໄວ້
2009-05-13
ໃນພາກນຶ່ງ ຂອງການສັມພາດ ທ່ານສຸບັນ ສາຣິດທິຣາຊ ປະທານ ກັມມະການ ກວດກາ ແລະປາບປາມ ຢາເສບຕິດ ແຫ່ງຊາຕຂອງ ສປປລາວ ທ່ານສຸບັນ ຈະເວົ້າເຖິງ ຄວາມເປັນມາ ຂອງໂຄງການ ຕໍ່ຕ້ານ ຢາເສບຕິດໃນ ສປປລາວ.
2009-05-12
ອັນດັບຕໍ່ໄປ ເຊີນທ່ານຮັບຟັງ ວຽງໄຊ ສັມພາດ ທ່ານ ສູລິວົງ ດາຣາວົງ ກ່ຽວກັບການ ເຈຣະຈາ ສັມປະທານ ບໍ່ແຮ່ ເພື່ອແບ່ງປັນ ຜົລປໂຍດ ຣະຫວ່າງຣັຖບານ ສປປລາວ ແລະບໍຣິສັດ ຫຼືຜູ້ ປະກອບການ ຊື່ງເປັນເລື້ອງ ທີ່ມີຜູ້ສົນໃຈ ຫລາຍສົມຄວນ
2009-05-06
ໃນຕອນຕໍ່ ຂອງການ ສັມພາດ ທ່ານ ສູລິວົງ ດາຣາວົງ ຣັຖມົນຕຣີ ບໍ່ແຮ່ ຂອງ ສປປລາວ ວຽງໄຊ ຈະເຈາະຈົງໃສ່ ບໍ່ແຮ່ທີ່ນຳ ຣາຍໄດ້ມາໃຫ້ ປະເທດແລ້ວ ຮ່ວມທັງການ ຂໍສັມປະທານ ການສຳຣວດ ຢູ່ໃນລາວ ປັດຈຸບັນ ພ້ອມທັງຂໍ້ມູນ ບາງສ່ວນ ກ່ຽວກັບ ຊັພໃນດີນ ຂອງຊາຕ ທີ່ຮູ້ວ່າ ມີແລ້ວ ຫຼືກຳລັງ ສຳຮວດຢູ່ ແລະ ປັດໃຈສຳຄັນ ອີກຢ່າງນຶ່ງ ກໍຄືບົດບາດ ຂອງຄົນງານລາວ ໃນຂະແໜງ ທີ່ເວົ້າໄດ້ວ່າ ເປັນນາຍຈ້າງ ທີ່ໃຫຍ່ທີ່ສຸດ ຜູ້ນຶ່ງ ໃນລາວປັດຈຸບັນ...... ເຊີນທ່ານຮັບຟັງໄດ້.
2009-04-30
ເຊີນທ່ານຮັບຟັງ ວຽງໄຊ ສັມພາດທ່ານ ສູລິວົງ ດາຣາວົງ ຣັຖມົນຕຣີ ບໍ່ແຣ່ ສປປລາວ ກ່ຽວກັບຜົນ ສະທ້ອນຂອງ ການຂຸດຄົ້ນ ບໍ່ແຮ່ ຕໍ່ສະພາບ ແວດລ້ອມ ແລະມາຕການ ທີ່ໄຊ້ເພື່ອ ຈຳກັດຜົນ ສະທ້ອນທີ່ເກີດ ຂຶ້ນຢ່າງຫລີກລ້ຽງ ບໍ່ໃດ້ນັ້ນ.
2009-04-28
ອັນດັບຕໍ່ໄປ ເຊີນທ່ານຮັບຟັງ ວຽງໄຊ ໂອ້ລົມກັບ ດຣ. ສິນລາວົງ ຂຸຕໄພທູນ ກ່ຽວກັບຄວາມ ຕ້ອງການຂອງລາວ ໃນດ້ານລົງທືນ.
2009-04-25
ບັນຫາຮ້ອນ ຢ່າງນຶ່ງໃນປີ 2008 ຄົງແມ່ນເຮື້ອງ ສັມປະທານດີນ ເຂດບຶງທາດຫລວງ ໃຫ້ແກ່ຈີນ ເພື່ອແລກປ່ຽນ ກັບການຊ່ວຍ ສ້າງສນາມກິລາ ໃໝ່ໃຫ້ເພື່ອການ ແຂ່ງຂັນກິລາ SEA Games ຊຶ່ງຈະຈັດຂື້ນ ໃນເດືອນທັນວາ 2009 ໂດຍແມ່ນລາວ ເປັນເຈົ້າພາບ. ອັນດັບຕໍ່ໄປ ເຊີນທ່ານຕິດ ຕາມຮັບຟັງ ວຽງໄຊ ສັມພາດເຈົ້າ ໜ້າທີ່ອາວຸໂສ ຂອງຣັຖບານ ສປປລາວ ກ່ຽວກັບຄວາມ ຄືບໜ້າຂອງ ໂຄງການດັ່ງກ່າວ.
2009-04-22
ນັບແຕ່ປຶ້ມຂອງ ດຣ. ບຸນສັງ ຄຳແກ້ວ ທີ່ຂຽນເປັນ ພາສາອັງກິດວ່າ “I Little slave” ຫລື “ຂ້ານ້ອຍ” ທີ່ເລົ່າເຖິງຊີວິຕ ໃນສູນສັມມະນາ ຖືກພິມ ອອກຈຳໜ່າຍ ໃນປີ 2006 ກໍ່ໄດ້ຮັບຄວາມ ສົນໃຈຈາກປວງ ຊົນຢ່າງຫລວງຫລາຍ ຈົນທ່ານໄດ້ຖືກ ເຊີນໃຫ້ໄປ ບັລຍາຍກ່ຽວກັບ ເຣື້ອງຕ່າງໆທີ່ ຂຽນໃນປຶ້ມ ຫົວດັ່ງກ່າວ. ໃນໂອກາດ ທີ່ທ່ານມາ ບັລຍາຍຢູ່ ທີ່ສະຖາບັນ SAIS ຂອງ ມະຫາວິທຍາລັຍ Johns Hopkins ໃນກຸງ Washington, ວຽງໄຊ ໄດ້ໂອ້ລົມກັບ ດຣ. ບຸນສັງ ກ່ຽວກັບການ ເດີນທາງຂອງ ທ່ານຄັງນີ້ ດັ່ງທ່ານຈະໄດ້ ຟັງໃນ ອັນດັບຕໍ່ໄປ...
2009-04-21
ວິກິດການ ການເງີນເສຖກິດ ທີ່ກຳລັງສ້າງ ບັນຫາໄປ ທົ່ວໂລກຢູ່ ໃນຂະນະນີ້ ມີຜົນສະທ້ອນ ຕໍ່ ສປປລາວ ໜ້ອຍຫລາຍປານໃດ? ເຊີນທ່ານຟັງ ການ ຊີ້ແຈງຂອງ ດຣ. ສີນລາວົງ ຂຸຕໄພທູນ ເຈົ້າໜ້າທີ່ ກະຊວງແຜນ ການແລະການ ລົງທືນ.... ສເນີໂດຍ ວຽງໄຊ
2009-04-15
ປີຊວດເລີຽລ່ວງລໍ້າ ກາຍກ່ວມເປັນສະລຸ ຊຸມຊົນລາວນະຄອນຫລວງ ແຫ່ງວໍຊິງຕັນພີ້ ເລົ່າກໍພາກັນພ້ອມ ກຽມໂຕສລອງໃຫ່ຽ ຮັບຕ້ອນປີໃໝ່ນີ້ ພຽງພ້ອມທຸກຄົນ ທ່ານເອີຽ
2009-04-08
ຕັ້ງແຕ່ວັນທີ 15 ມົກຣາ 2009 ເປັນຕົ້ນມາ ຣົຖໂດຍສານທີ່ຮ້ອງວ່າ Jumbo ໃນເມືອງລາວນັ້ນ ໄດ້ຖືກຈຳກັດບໍ່ໃຫ້ ແລ່ນໃນຖນົນ ບາງສາຍ ແລະຂໍ້ຈຳກັດນີ້ມີ ຜົລແນວໃດແດ່ ສຳລັບຜູ້ຂັບແລະເຈົ້າຂອງຣົຖ ແລະການຈາຣະຈອນ ໃນນະຄອນຫລວງວຽງຈັນ.
2009-04-03
ອັນດັບຕໍ່ໄປ ເຊີນທ່ານຟັງ ວຽງໄຊ ສຳພາດລາວ ໂພ້ນທະເລຜູ້ນຶ່ງ ທີ່ຕັດສີນໃຈ ກັບໄປປະກອບ ທູຣະກິດຢູ່ ສປປລາວ ຫລັງຈາກທີ່ໄດ້ ໄປອາໃສຢູ່ ຕ່າງປະເທດ ຫລາຍສິບປີ.
2009-04-02
ອັນດັບຕໍ່ໄປ ເຊີນທ່ານຮັບຟັງ ການສຳພາດ ເຈົ້າໜ້າທີ່ອາວຸໂສລາວ ກ່ຽວກັບເງື່ອນໄຂ ທີ່ຊາວລາວ ໂພ້ນທະເລ ຈະກັບໄປ ສປປລາວ ຕາມການຊັ່ກຊວນ ຂອງທາງການລາວ…. ສເນີໂດຍ ວຽງໄຊ
2009-04-01
ອັນດັບຕໍ່ໄປ ເຊີນທ່ານຮັບຟັງ ວຽງໄຊສຳພາດທ່ານ ຕົງເຢີທໍ ຮອງປະທານ ແນວລາວສ້າງຊາຕ ກ່ຽວກັບ ເຣື້ອງສົ່ງມົ້ງລາວ ທີ່ຢູ່ບ້ານຫ້ວຍ ນ້ຳຂາວແລະໜອງຄາຍກັບຄືນປະເທດ
2009-03-26
ໃນປັດຈຸບັນນີ້ ຕລາດສິນຄ້າ ຢູ່ ສ.ປ.ປ.ລາວ ຂຍາຍຕົວຢ່າງກວ້າງຂວາງ ແລະມີທ່າຂຍາຍຕົວ ຂື້ນນຳເລື້ອຍໆ ຮວມທັງສູນການຄ້າ ຕາມໂຄງການເຂດ ເສຖກິດໃໝ່ຂອງຈີນ ທີ່ວ່າຈະສ້າງຂື້ນຢູ່ ເຂດບຶງທາດຫລວງ ໃນນະຄອນ ຫລວງວຽງຈັນ ຊຶ່ງຍັງມີບັນຫາຄ້າງຄາ ຢູ່ໃນຂະນະນີ້.... ຈຳປາທອງ ມີບົດຄວາມ ມາສເນີທ່ານ ເຊີນທ່ານຮັບຟັງໄດ້
2009-03-24
ໃນມື້ນີ້ ຈຳປາທອງ ຈະນຳເລື່ອງລາວ ກ່ຽວກັບ ສະພາບທາງດ້ານ ສາທາຣະນະສຸກ ຢູ່ ສ.ປ.ປ.ລາວ, ກ່ຽວກັບຄວາມເປັນຈິງ ຂອງປະຊາຊົນ ຜູ້ເຈັບປ່ວຍ ແລະການບໍລິການປິ່ນປົວ ຂອງທາງການລາວ ຊຶ່ງ ຈຳປາທອງ ມີໂອກາດສຳພາດ ຊາວລາວ-ອາເມຣິກັນ ທີ່ຫາກໍ່ ກັບມາຈາກການ ໄປຢ້ຽມຢາມລາວ ແລະໄດ້ຮູ້ເຫັນ ສະພາບດັ່ງກ່າວ ທີ່ນະຄອນ ຫລວງວຽງຈັນນັ້ນ ມາສເນີທ່ານ.... ເຊິນທ່ານຮັບຟັງໄດ້