ສຳພາດ ທ່ານ ຕົງເຢີທໍ

ອັນດັບຕໍ່ໄປ ເຊີນທ່ານຮັບຟັງ ວຽງໄຊສຳພາດທ່ານ ຕົງເຢີທໍ ຮອງປະທານ ແນວລາວສ້າງຊາຕ ກ່ຽວກັບ ເຣື້ອງສົ່ງມົ້ງລາວ ທີ່ຢູ່ບ້ານຫ້ວຍ ນ້ຳຂາວແລະໜອງຄາຍກັບຄືນປະເທດ
ວຽງໃຊ ຣາຍງານ
2009.04.01
F2-Tongyeuthor ທ່ານ ຕົງ ເຢີທໍ ຮອງປະທານແນວລາວສ້າງຊາຕ
Photo: RFA

ໂຄງການສົ່ງມົ້ງ ລາວແປດພັນ ກວ່າຄົນກັບຄືນ ປະເທດໃຫ້ທັນ ກັບກຳໜົດ ເວລາທີ່ທາງການ ສປປລາວ ແລະໄທ ຕົກລົງກັນໄວ້ ນັ້ນອາດບໍ່ແມ່ນ ເຣື້ອງງ່າຍເພາະນອກ ຈາກວ່າ ເປັນຈຳນວນ ຫລວງຫລາຍແລ້ວ ບໍ່ແມ່ນວ່າ ທຸກຄົນທີ່ຢູ່ ໃນສູນຊົ່ວຄາວ ບ້ານຫ້ວຍນ້ຳຂ່າວ ໃນແຂວງ ເພັດຊະບູນ ຂອງໄທແລະສູນ ກັກຂັງຂອງ ຕຳຣວດກວດ ຄົນເຂົາເມືອງໆ ໜອງຄາຍຂອງໄທ ຈະສມັກໃຈ ກັບຄືນງ່າຍໆ ຈຶ່ງເຮັດໃຫ້ເກີດ ມີກະແສຂ່າວ ຕ່າງໆອອກມາ ໃຫ້ຮັບຮູ້ຊຶ່ງ ສ່ວນຫລາຍກໍ່ຍິ່ງ ພາໃຫ້ເກີດຄວາມ ສັບສົນ ຍິ່ງຂຶ້ນ ຂ້າພະເຈົ້າຈຶ່ງ ໄດ້ຂໍສຳພາດ ທ່ານ ຕົງ ເຢີທໍ ຮອງປະທານ ແນວລາວສ້າງຊາຕ ຊຶ່ງເປັນນຶ່ງໃນ ຈຳນວນອົງການ ທີ່ຮັບຜິດຊອບ ບັນຫານີ້ໂດຍກົງ.

(ບົດສຳພາດ 14 ນາທີ)

ອ້າງອີງໃສ່ ປະສົບການ ຜ່ານມາ ຂ້າພະເຈົ້າ ຄິດວ່າ ມີຊ່ອງທາງໜ້ອຍ ເຕັມທີ ທີ່ຈະສາມາດ ສົ່ງຊາວມົ້ງລາວ ໃນໄທ ທີ່ເຫລືອທັງມົດ ປະມານ 5 ພັນຄົນກັບຄືນ ປະເທດ ໃຫ້ທັນຕາມ ໄລຍະເວລາ ທີ່ໄດ້ກຳໜົດໄວ້ ແຕ່ເຈົ້າໜ້າທີ່ ອາວຸໂສ ຂອງລາວອີກ ທ່ານນຶ່ງ ຊ້ຳພັດຢືນຢັນ ວ່າເປັນໄປໄດ້ ເບິ່ງແຕ່ການສົ່ງ ກັບຄັ້ງ ວັນພະຫັດ ທີ່ 25 ມິນາ ຜ່ານມາ ທີ່ເບື້ອງຕົ້ນ ມີພຽງ 70 ກວ່າຄົນ ທີ່ໄປຈົດຊື່ ສມັກໃຈກັບ ແຕ່ບາດຮອດຍາມ ໄປແທ້ໆ ຈຳນວນເພີ້ມຂຶ້ນເປັນ 400 ກວ່າຄົນ ວ່າດັ່ງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.