ປີໃໝ່ ທີ່ວັດລາວພຸທວົງ ນະຄອນຫລວງ ວໍຊິງຕັນ

ປີຊວດເລີຽລ່ວງລໍ້າ ກາຍກ່ວມເປັນສະລຸ ຊຸມຊົນລາວນະຄອນຫລວງ ແຫ່ງວໍຊິງຕັນພີ້ ເລົ່າກໍພາກັນພ້ອມ ກຽມໂຕສລອງໃຫ່ຽ ຮັບຕ້ອນປີໃໝ່ນີ້ ພຽງພ້ອມທຸກຄົນ ທ່ານເອີຽ
ສົມເນ
2009.04.15

ເນື່ອງໃນໂອກາດ ປີໃໝ່ ພຸທສັກຣາຊ 2552 ນີ້ຊາວລາວ ຢູ່ໃນເຂດອ້ອມແອ້ມ ນະຄອນຫລວງ ວໍຊິງຕັນ ສະຫະຣັຖ ອາເມຣິກາ ຈະໄດ້ພາກັນ ມາເຕົ້າໂຮມ ຢູ່ວັດລາວ ພຸທວົງ ເພື່ອສລອງປີເກົ່າ ປີຊວດ ທີ່ຜ່ານພົ້ນໄປ ແລະຮັບຕ້ອນ ປີໃໝ່ປີສລຸ ຊື່ງຈະກ້າວ ເຂົ້າມາແທນທີ່.

ການສລອງ ປີໃໝ່ລາວ ຢູ່ໃນເຂດ ອ້ອມແອ້ມ ນະຄອນຫລວງ ວໍຊິງຕັນນີ້ ຊາວລາວຕ່າງແດນ ໄດ້ປະຕິບັດ ກັນຕາມຮີດ ຄອງປະເພນີ ດັ້ງເດີມຂອງລາວ ມາໄດ້ 30 ກ່ວາປີແລ້ວ ນັບຕັ້ງແຕ່ ວັດລາວພຸທວົງ ຖືກສ້າງຂື້ນດ້ວຍ ສັດທາ ຂອງຊາວພຸທສາ ສະນິກະຊົນລາວ ແລະຊົນຊາດອື່ນໆ.

ມື້ສລອງປີເກົ່າ ປີຊວດ ແລະຕ້ອນຮັບ ປີໃໝ່ ປີສລຸ ຕາມປະຕິທິນ ນັ້ນແມ່ນເລີ້ມ ຕັ້ງແຕ່ວັນທີ 13 ເມສາ ຊື່ງເຮົາເອີ້ນ ກັນວ່າມື້ ສັງຂານລ່ວງ, ວັນທີ 14 ເອີ້ນກັນວ່າ ມື້ເນົາ, ແລະວັນທີ 15 ແມ່ນມື້ຂື້ນ ປີໃໝ່ ປີສລຸ ພຸທສັກຣາຊ 2552. ສໍາລັບພິທີ ສລອງໃນເຂດ ນະຄອນຫລວງ ວໍຊິງຕັນ ແມ່ນຈັດຂື້ນໃນ ວັນເສົາ ວັນທີ 18 ເມສາ. ກ່ຽວກັບການ ສລອງນີ້ ຂ້າພະເຈົ້າໄດ້ ມີໂອກາດ ໂອ້ລົມກັບ ພຣະອາຈານ ຈັນດາພອນ ຈັກກາຣະວາໂຣ ຮອງເຈົ້າອາວາດ ວັດລາວພຸທວົງ. ພຣະອາຈານ ຈັນດາ ໄດ້ກ່າວ ເຖິງຄວາມໝາຍ ອັນສໍາຄັນ ທາງດ້ານ ພຸທສາສນາ ໃນການສລອງ ປີໃໝ່ວ່າ….ສຽງ

ບັດນີ້ຄັນຄວາມ ໝາຍທາງດ້ານ ພຣະພຸທສາສນາ ເພິ່ນກໍຢາກໃຫ້ ຄົນເຮົາໄດ້ມາ ສໍາຣວດເບິ່ງເຖິງ ການປະພືດ ປະຕິບັດເຮົາ ເຖິງຮອບປີມາ ແລ້ວເຮົາໄດ້ ສ້າງຫຍັງ ແນ່? ເຮົາໄດ້ເຮັດ ຫຍັງແນ່? ເຖິງປີມາກໍ ຊໍາລະສະສາງ ຄວາມບໍ່ດີບໍ່ງາມ ຄວາມບໍ່ຈົບ, ຄັນວ່າບໍ່ມີສິນ ກໍໃຫ້ມີສິນ ຄັນບໍ່ມີທານ ກໍໃຫ້ ພະຍາຍາມ ບໍາເພັນສິນ      ບໍາເພັນທານ ປີໃໝ່ມານີ້ ເພິ່ນກໍໃຫ້ ພວກເຮົາເຂົ້າວັດ ປະຕິບັດທັມ ຊໍາລະສະສາງ ຈິດໃຈຂອງເຮົາ ໃຫ້ຂາວສະອາດ ໃຫ້ຢູ່ໃນສິນ ໃນທັມ ເພື່ອເຮົາຈະໄດ້ ດໍາເນີນ ຊີວິດ ໃນຂັ້ນຕໍ່ໄປ.

ລາຍການສລອງ ສໍາລັບປີນີ້ ທາງວັດລາວພຸທວົງ ໄດ້ຈັດໃຫ້ມີ ການສົງພຣະ ເອົາພຣະລົງ ແລະມີການຕົບ ພຣະທາດພຣະຊາຍ ແລະມີການ ທໍາມາຄາຣະວະ ພໍ່ແມ່
ຄູບາອາຈານ ແລ້ວກໍສົງນໍ້າ ພຣະພຸທຣູປ ສົງນໍ້າພໍ່ແມ່ ຄູບາອາຈານ ມີການຜູກ ຂໍ້ຕໍ່ແຂນ ຕາມຮີດຄອງ ປະເພນີທີ່ ຊາວລາວເຮົາ ປະບໍ່ໄດ້ ລະບໍ່ໄດ້ ເພາະເປັນ ວັທນະທັມ ອັນດີງາມ.

ປະເພນີການ ສລອງນື່ງອີກ ທີ່ລືມບໍ່ໄດ້ ກໍຄືການແຫ່ ນາງສັງຂານ. ໃນພິທີນີ້ ທາງວັດຈະທໍາ ການຄັດເລືອກ ເອົາເດັກນ້ອຍ ຫລືນາງສາວ ລູກໆຫລານໆ ຈໍານວນ 7 ນາງຊື່ງມີ ອັນດັບທີນື່ງ ເຖິງທີ 7 ຊື່ງພວກເຮົາ ເອີ້ນກັນວ່າ ການປະກວດ ນາງງາມ ນາງສັງຂານ ຂອງປີໃໝ່.

ເປັນທີ່ແນ່ນອນ ວ່າກ່ອນນາງສາວ ຄົນໃດຄົນນື່ງ ໃນຈໍານວນ 7 ຄົນຈະຖືກເລືອກ ເປັນນາງສັງຂານ ອັນດັບເດັ່ນນັ້ນ ກໍຕ້ອງເປັນຜູ້ ທີ່ມີຄວາມງາມ ທີ່ຖືກສາຍຫູ ສາຍ ຕາຂອງ ພີ່ນ້ອງຊາວພຸທ ສ່ວນໃຫ່ຽທີ່ໄປ ຮ່ວມສລອງງານ ປີໃໝ່ນັ້ນ ຫລາຍກ່ວາໝູ່.

ໃນໂອກາດນັ້ນ ນາງສາວທີ່ໄປ ຮ່ວມການປະກວດ ນາງງາມສັງຂານ ທຸກຄົນ ຈະຖືວ່າເປັນ ຜູ້ທີ່ມີກຽດສູງ. ເມື່ອປະກວດເປັນ ທີ່ຮຽບຮ້ອຍແລ້ວ ຈະມີຂະບວນແຫ່ ນາງສັງຂານໂດຍ ແມ່ນນາງສາວ ທີ່ຖືກຄັດເລືອກ ເປັນອັນດັບນື່ງ ອອກໜ້າ. ນີ້ຄືສ່ວນນື່ງ ຂອງຮີດຄອງ ປະເພນີ ທີ່ຊາວລາວ ໄດ້ສືບຕໍ່ ປະຕິບັດກັນມາ.

ບັ້ນປະກວດ ແລະບັ້ນແຫ່ ນາງສັງຂານນີ້ ນອກຈາກເປັນ ຮີດຄອງປະເພນີ້ ແລ້ວຍັງເປັນ ການສລອງທີ່ ສ້າງຄວາມມວ່ນຊື່ນ ປະທັບໃຈ ແລະພູມໃຈຂອງ ຄົນທຸກເພດ ແລະໄວອາຍຸ ອີກດ້ວຍ. ເພື່ອເປັນ ສິຣິມົງຄຸນ ເນື່ອງໃນໂອກາດ ສລອງປີໃໝ່ ປີ 2552 ນີ້ ພຣະອາຈານຈັນດາ ຂໍຖືໂອກາດ ສົ່ງພອນອັນ ປະເສີດມາຍັງ ພີ່ນ້ອງຊາວ ພຸທມານະ ທີ່ນີ້ດ້ວຍ..ສຽງ…

ສະນັ້ນໃນໂອກາດ ປີໃໝ່ນີ້ ອັຕະມາ ຂໍຕາງໜ້າໃຫ້ ຍາທ່ານ ພຣະອາຈານ ມະຫາບຸນມີ ກິຕິທັມໂມ ຊື່ງເປັນພໍ່ແມ່ ພຣະເຖຣະ ອາວຸດໂສ ຢູ່ໃນປະເທດ ສະຫະຣັຖ ອາເມຣິກາ ທັງເປັນປະທານ ກິຕິມະສັກ ທັງເປັນເຈົ້າ ອາວາດວັດລາວ ພຸທວົງ ຂໍອໍານວຍ ອ່ວຍພອນໃຊ ຂໍນ້ອມນືກເອົາ ຄຸນພຣະພຸທເຈົ້າ ໂດຍປະກອບ ພູທທັງນະ ມັສາມິ ທັມມັງນະມັສາມິ ສັງຄັງນະມັສາມິ ຂໍອໍານາດ ພຣະສີຣັຕນະໄຕ ແກ້ວທັງສາມຄື ຄຸນພຣະພຸທ ຄຸນພຣະທັມ ຄຸນພຣະສົງ ຈົ່ງໄດ້ນ້ອມນໍາ ມາກໍາຈັດປັດ ເປົ່າ ທຸກໂສກໂຣກໄພ ອັນຕຣາຍທັງປວງ ໃຫ້ແກ່ມວນ ມະນຸດຊາດ ໃຫ້ແກ່ຊາວພຸທ ທັງຫລາຍ ພີ່ນ້ອງພຸທທັມກະ ທັງຫລາຍ ໃນປີ 2552 ຂໍໃຫ້ທຸກທ່ານ ຈົ່ງປະກອບ ທໍາມາອາຊີບ ໃນທາງທີ່ຊອບທັມ ຂໍໃຫ້ໂລກເຮົາ ຈົ່ງມີສັນຕິສຸກ ໃຫ້ມີສິນມີທັມ ໃຫ້ທຸກທ່ານ ຈົ່ງປະກອບໄປ ດ້ວຍຈັຕພິພະພອນ ໄດ້ທັງສີ່ ຄື
ອາຍຸ ວັນນະ ສຸຂະ ພາລະ ທຸກທົ່ວໜ້ານັນເທີ້ນ…..

ພິເສດອີກອັນ ນື່ງໃນການ ສລອງປີໃໝ່ປີ 2552 ນີ້ ຈະມີການ ຄົບງັນລື້ນເລິງ ຕ່າງໆ ໃນຕອນກາງຄືນ ໂດຍມີການ ສະແດງຟ້ອນ ອວຍພອນປີໃໝ່ ແລະການ ສະແດງຟ້ອນ ຕາມຮີດຄອງ ປະເພນີລາວເດີມ. ຈະມີຊາວລາວ ຈາກຣັຖຕ່າງໆ ທີ່ຢູ່ໃກ້ຄຽງ ເດີນທາງມາ ຮ່ວມສລອງ ປີໃໝ່ແລະເບິ່ງ ຊົມການສະແດງ ຂອງນັກ ສິລປິນລາວ ທີ່ເດີນທາງມາ ຈາກຕ່າງຣັຖ ຈາກປະເທດ ຄານາດາ ແລະຈາກ ປະເທດຝຮັ່ງເສດ.

ແລະເປັນທີ່ ຄາດກັນວ່າ ງານສລອງປີໃໝ່ ປີນີ້ ກໍຄືກັນກັບ ທຸກໆປີຜ່ານມາ ຈະມີອອກຕົນ
ແລະຍາດໂຍມ ຫລາຍຮ້ອຍຫລື ພັນຄົນ ມາຮ່ວມທໍາບຸນ ທໍາສິນ ນະວັດລາວພຸທວົງ ແຫ່ງນີ້ ຊື່ງເປັນສູນກາງ ແຫ່ງຄວາມ ສາມັກຄີ ປອງດອງແລະ ຮັກແພງຂອງ ຊາວລາວ ທຸກທົ່ວໜ້າ....

ໂຊກດີປີໃໝ່ ຈົ່ງມີແດ່ທ່ານ ທຸກໆທ່ານທີ່ ມາຮ່ວມ ໃນງານນີ້

 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.