ທິມຊ່ວງເຮືອລາວໄດ້ຮັບ ລາງວັນຫລຽນຄໍາ
2011.06.21

ກົດຟັງສຽງ
ການແຂ່ງຂັນ ຊ່ວງເຮືອ ໄລຍະ 500 ແມັດ ໃນວັນ ອາທິດ ທີ 19 ມິຖຸນາ, ມື້ທີ 2 ຂອງການ ແຂ່ງຂັນ ຊ່ວງເຮືອ ມັງກອນ ປະຈໍາປີ, ຊຶ່ງທິມ ຂອງລາວ ທີ່ມີຊື່ວ່າ ລາວ ແມ໋ນ ຢູໄນ໋ເຕັທດ໌ ໄດ້ ໄຊຊະນະ ທັງ 2 ຮອບ, ຊຶ່ງເຮັດໃຫ້ ທິມລາວ ເປັນຜູ້ ຊະນະເລີດ ໃນກຸ່ມ ທີ່ຈັດເຂົ້າ ໃນປະເພດ ກຸ່ມຊຸມຊົມ. ທ່ານ ພອລ ມູນຄະຕິ, ຫົວໜ້າທິມ ລາວ ແມ໋ນ ຢູ໋ໄນເຕັທດ໌ ກ່າວໃນການ ໄດ້ຮັບ ໄຊຊະນະ ຄັ້ງນີ້ວ່າ:
“ທິມລາວ ຮັ໋ນ ໄດ້ຫລຽນຄໍາ 24 ອັນ, ລະກະ ມັນມີ ພະລັກຄ໌ ທີ່ເຮົາຂຽນໃສ່ ໃນແກ້ວ ຮັ໋ນນາ ວ່າ ການແຂ່ງຂັນ Dragon Boat Race 2011, ວັນທີ ລະກະ ແຊ໋ມປ໋ຽນ. ໄດ້ຊະນະເລີດ ລະກະ ເຮົາດີໃຈ ຜູ້ໄປຊົມເຊີຍ ກະດີໃຈ.”
ການແຂ່ງຂັນ ໃນມື້ທີ 2 ທິມແຂ່ງຂັນ ຊ່ວງເຮືອລາວ ຍັງບໍ່ມີ ຄົນຄົບ, ຊຶ່ງ ປົກກະຕິ ແລ້ວ ຈະມີ ປະມານ 20 ຄົນ ແຕ່ທິມລາວ ມີພຽງແຕ່ 16 ຄົນເທົ່ານັ້ນ. ດັ່ງນັ້ນ ຈຶ່ງໄດ້ຂໍ ຄວາມຊ່ວຍເຫລືອ ຈາກ ຊາວລາວ ທີ່ໄປຊົມ ແລະ ໄປສນັບສນູນ ເຂົ້າພາຍ ເຮືອຊ່ອຍ. ໃນນັ້ນ ກໍມີ ທ່ານ ກິ່ງສວັນ ປະຖັມມະວົງ, ຊຶ່ງທ່ານ ໄດ້ເລົ່າສູ່ຟັງ ໃນຂະນະທີ່ ທໍາໜ້າທີ່ ຕີກອງ ຢູ່ຫົວເຮືອ ວ່າ:
“ໃນຈໍານວນ 3 ລໍາຮັ໋ນ ເຮືອລາວ ຢູ່ທາງຕາຝັ່ງ ແລະ ມີ 2 ລໍາຮັ໋ນ ຢູ່ທາງກາງນໍ້າ ຕໍ່ອອກໄປ ວ່າຊັ໋ນຊະ. ລະກະ ເຣີ້ມແຂ່ງກັນມາ ເກືອບມາຮອດ ເຄິ່ງທາງຮັ໋ນ ໝາຍຄວາມວ່າ ເຮືອລາວ ຮັ໋ນ ໄດ້ກາຍ ໝູ່ໝົດລະ ກາຍໝົດລໍາ ພຸ້ນລະ ແປວ່າ ໝູ່ນໍາບໍ່ທັນລະ. ຂ້າພະເຈົ້າ ມີບົດບາດ ເປັນນາຍຫົວເຮືອ ໝາຍຄວາມວ່າ ຕີກອງ, ຕີກອງ ເພື່ອໃຫ້ມັນເຂົ້າ ກັບສີພາຍ ລະກະ ຮ້ອງ ໃຫ້ຂະເຈົ້າ ໃຫ້ມີ ກໍາລັງໃຈ ເພື່ອມີແຮງ ລະກະ ຕີກອງ ຂຶ້ນ.”
ການເຂົ້າຮ່ວມ ແຂ່ງຂັນເຮືອ ປະຈໍາປີ ຄັ້ງນີ້ ເປັນຄັ້ງທໍາອິດ ຂອງຊຸມຊົນ ຊາວລາວ ແລະ ໄດ້ເຂົ້າ ແຂ່ງຂັນ ທັງ 2 ມື້, ຄືມື້ວັນເສົາ ແມ່ນການ ແຂ່ງຂັນ ປະເພດ 250 ແມັດ ແລະ ລາວ ໄດ້ອັນດັບ ທີ 2. ທ່ານ ພອລ ກ່າວມ້ວນທ້າຍ ວ່າ ໃນປີໜ້າ ຊຸມຊົນ ຊາວລາວ ຈະສົ່ງທິມ ເຂົ້າແຂ່ງ ປະມານ 3 ທິມ.