ຄໍາລີ້ ພິລາວົງ
2008.06.21
ວິທຍຸ ເອເຊັຍເສຣີ ໄດ້ສັມພາດ ຄໍາລີ້ ໃນຂະນະທີ່ ໄປໂຄສນາ ພາພຍົນ ເຣື້ອງ “ສະບາຍດີ ຫລວງພຣະບາງ ທີ່ປະເທດໄທ ກ່ອນ ຄໍາລີ້ ຈະເດີນທາງ ໄປຮຽນຕໍ່ ທີ່ປະເທດຈີນ ເມື່ອກາງເດືອນ ມິຖຸນາ ປີ 2008.
ຄໍາລີ້ ມີຄວາມພູມໃຈ ທີ່ໄດ້ສະແດງ ພາພຍົນ ເຣື້ອງດັ່ງກ່າວ ແລະ ເປັນຜູ້ທີ່ ມີໂອກາດ ເຜີຍແຜ່ ກ່ຽວກັບ ວັທນະທັມ ແລະ ແຫລ່ງທ່ອງທ່ຽວ ຂອງລາວ. ໃນຂະນະທີ່ ທ່ານ ສັກໄຊ ດີນາ, ປະທັບໃຈ ກັບ ພູມີປະເທດ ໃນເມືອງລາວ, ຮີດຄອງປະເພນີ ແລະ ນິໃສໃຈຄໍ ຂອງຊາວໂດຍ, ໂດຍສະເພາະ ສາວລາວ ທີ່ພຽບພ້ອມດ້ວຍ ຮີດຄອງປະເພນີ.
ທ່ານ ສັກໄຊ ຍັງບອກ ອີກວ່າ ການໄປຖ່າຍທໍາ ພາພຍົນ ໄດ້ຮັບ ການຮ່ວມມື ຈາກທາງການລາວ, ບໍຣິສັດ ລາວ ອາຣທ໌ ເມເດັຍ ແລະ ປະຊາຊົນລາວ ເປັນຢ່າງດີ. ທ່ານ ຫວັງວ່າ ຄົງຈະໄດ້ຮ່ວມມື ແລະ ສ້າງຜົນງານ ໃນປະເທດລາວ ຕື່ມອີກ.
ປວັດ ແລະ ຜົນງານ ຂອງ ຄຳລີ້ ພິລາວົງ:
ຄຳລີ້ ພິລາວົງ ປັດຈຸບັນ ອາຍຸ 19 ປີ ກຳລັງຮຽນ ຢູ່ຊັ້ນ ປີທີ 1, ທີ່ມະຫາວິທຍາໄລ ຫົວສຽວ, ເມືອງເຊັຍະເໝີນ ປະເທດຈີນ ໂດຍທັມມະຊາດແລ້ວ ນາງ ເປັນຄົນສົນໃຈ ເຣື້ອງການສະແດງ ແລະ ມັກສະແດງອອກ ຫາກມີໂອກາດ ໄດ້ເຮັດ ກິຈກັມ ດ້ານນີ້ ກໍຈະເຂົ້າຮ່ວມ ຢູ່ເລື້ອຍໆ.
ຄຳລີ້ ເຄີຍປະກວດ ແລະ ຊະນະເລີດ ມິສ ລັກສ໌ (Miss Lux) ປັດຈຸບັນ ມີວຽກງານ ເດີນແບບ ແລະ ຖ່າຍແບບ ຢູ່ຕາມນິຕຍະສານ. “ສະບາຍດີ ຫລວງພະບາງ” ເປັນການສະແດງພາພຍົນຄັ້ງທຳອິດຂອງນາງ.