ອະເມຣິກາ ຊ່ອຍເຫຼືອ ເດັກນ້ອຍ ຢູ່ລາວ

ມະນີຈັນ
2020.06.18
F-nutrition ູພະນັກງານຂັ້ນສູງຈາກຫ້ອງການສະຖານທູດ ສະຫະຣັດ ອະເມຣິກາ ປະຈໍາລາວ ອອກໄປຊ່ອຍເຫຼືອ ໂຄງການອາຫານທ່ຽງ ໃນໂຮງຮຽນ ຢູ່ແຂວງຫຼວງນໍ້າທາ ເມື່ອເດືອນມິນາ ປິ 2018
US Embassy Laos

ກະຊວງສາທາຣະນະສຸກ ຂອງລາວ ແລະອົງການເພື່ອເດັກນ້ອຍ Save the Children ລົງນາມໃນ MOU ຫລືບັນທຶກຄວາມເຂົ້າໃຈກັນ ເພື່ອປະຕິບັດໂຄງການເຊື່ອມສານ ວຽກງານໂພສະນາການ ນໍ້າ ແລະສຸຂອະນາມັຍ ຫລືໂຄງ ການ WASH ໄລຍະ 2 ໂດຍໄດ້ຮັບການ ຊ່ອຍເຫລືອ ຈາກອົງການເພື່ອການພັທນາສາກົລ ຂອງສະຫະຣັຖ ອະເມຣິກາ ຫລື USAID ໃນມື້ວັນທີ 12 ມິຖຸນານີ້.

ນັ້ນຄືໂຄງການເພື່ອຫລຸດຜ່ອນ ເດັກນ້ອຍຂາດສານອາຫານ ຊໍາເຮື້ອ ທີ່ເຮັດໃຫ້ຕໍ່າເຕັ້ຽ ເຕີບໂຕບໍ່ສົມອາຍຸ ແລະປັບປຸງໂພສະນາການ ໃນຄົວເຮືອນ ແລະສຸຂອະນາມັຍ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນລາວ ຕໍ່ RFA ໃນມື້ວັນທີ 16 ມິຖຸນາ ນີ້:

“ເປັນທຶນຂອງ USAID ເນາະ ສ່ວນຫຼາຍແມ່ນແລ້ວ ໂພສະນາການ ຄັນເພິ່ນໃຫ້ກໍຕ້ອງຜ່ານກະຊວງສາທາ ຜູ້ຮັບ. ເພິ່ນໃຫ້ຫຼາຍໆຢ່າງນະ ໃຫ້ເປັນພວກອາຫານແດ່ ເປັນວິຊາການຕ່າງໆ.”

ປັດຈຸບັນ ຢູ່ແຂວງຕ່າງໆຂອງລາວ ຍັງມີເດັກນ້ອຍຂາດສານອາຫານ ເປັນຈໍານວນຫຼວງຫຼາຍ ເປັນຕົ້ນຢູ່ແຂວງຜົ້ງສາລີ, ເຊກອງ, ສວັນນະເຂດ. ແຕ່ກໍເຫັນວ່າ ຈໍານວນທີ່ວ່ານັ້ນໄດ້ຫລຸດລົງ ເຖິງຈະບໍ່ ຫຼາຍກໍດີ. ອີງຕາມການສໍາຣວດ ດັຊນີ ທາງສັງຄົມຂອງລາວ ປີ 2017, ເດັກນ້ອຍຕົນໂຕເຕັ້ຽ ໄດ້ຫລຸດຈາກ 35,6% ມາມີ 33%. ເວົ້າສະເພາະແຂວງສວັນນະເຂດ ແລະ ແຂວງຄໍາມ່ວນ ມີເດັກນ້ອຍ ຂາດສານອາຫານຫຼາຍ ຈົນໜ້າເປັນຫ່ວງ.

ທ່ານ Patric Bowers ຮອງຫົວໜ້າຫ້ອງການ USAID ປະຈໍາລາວ ກ່າວໃນພິທີລົງນາມໃນ MOU ນັ້ນວ່າ:

“USAID ສືບຕໍ່ໃຫ້ການສນັບສນູນ ເພີ່ມຕື່ມແກ່ຣັຖບານລາວ ເພື່ອຫຼຸດຜ່ອນອັດຕຣາ ເດັກນ້ອຍໂຕເຕັ້ຽໃນກຸ່ມເປົ້າໝາຍຢູ່ເຂດເປົ້າໝາຍ ໂດຍເຫັນເຖິງຄວາມສໍາຄັນ ຂອງບັນຫາ ໂພສະນາການ.”

ທ່ານກ່າວວ່າ:

“ບັນທຶກຄວາມເຂົ້າໃຈກັນນັ້ນ ຢືນຢັນອີກເທື່ອນຶ່ງເຖິງ ການເປັນຄູ່ຮ່ວມທີ່ເຂັ້ມແຂງ ຂອງພວກເຮົາກັບຣັຖບານລາວ ພາຍໃຕ້ການເປັນຄູ່ຮ່ວມ ສະຫະຣັຖ ອະເມຣິກາ-ສປປລາວ ແບບກວມລວມ ທີ່ ຈະປັບປຸງຄວາມມີສວັດດິພາບ ຂອງ ປະຊາຊົນໃນລາວ.”

ໃນຂນະດຽວກັນ ອົງການສະຫະປະຊາຊາດເພື່ອເດັກ (UNICEF) ປະຈໍາລາວໄດ້ຣາຍງານໃນມື້ວັນທີ 15 ມິຖຸນາ ນີ້ວ່າ ປີ 2019 ວ່າ ສປປລາວ ຖືກຈັດຢູ່ໃນປະເພດ ທີ່ມີຄວາມອຶດຫິວ ຮຸນແຮງ ເປັນອັນດັບທີ 87 ໃນຈຳນວນທັງໝົດ 117 ປະເທດໃນໂລກ, ອີງຕາມດັຊນີ ຄວາມອຶດຫີວໂລກ.

ຫຼາຍກວ່າເຄິ່ງນຶ່ງ ຂອງເດັກນ້ອຍອາຍຸ ຕໍ່າກວ່າ 6 ເດືອນ ບໍ່ໄດ້ຮັບການລ້ຽງ ດ້ວຍນໍ້ານົມແມ່ ພຽງຢ່າງດຽວ ແລະ ຫຼາຍກວ່າ 2 ສ່ວນ 3 ຂອງເດັກນ້ອຍ ອາຍຸ ຕໍ່າກວ່າ 2 ປີ ອັດຕຣາການຈະເຣີນ ເຕີບໂຕ ແມ່ນຕໍ່າກວ່າ ມາຕຖານ ຍ້ອນບໍ່ໄດ້ຮັບອາຫານ ທີ່ພຽງພໍ ຮວມເຖິງ ຄຸນນະພາບ ແລະຄວາມຫຼາກຫຼາຍ ຂອງອາຫານ.

ແລະໃນປັດຈຸບັນ 1 ໃນ 3 ຂອງເດັກນ້ອຍທີ່ມີ ອາຍຸຣະຫວ່າງ 6 ເດືອນຫາ 5 ປີ ມີແນວໂນ້ມທີ່ຈະປະເຊີນກັບບັນຫາ ດ້ານການເຕີບໃຫຍ່, ຄວາມສາມາດໃນການຮຽນຮູ້ ຫລຸດລົງ ແລະບັນຫາດ້ານ ສະຕິປັນຍາ ຊຶ່ງຈະເຮັດໃຫ້ຄວາມສາມາດ ໃນການດໍາເນີນຊີວິດ ຫລຸດລົງ.

ໃນບາງແຂວງອັດຕຣາ ການຂາດສານອາຫານສູງກວ່າ 50%. ຣະດັບການຈະເຣີນເຕີບໂຕ ທີ່ບໍ່ສົມບູນ ຂອງເດັກນ້ອຍໃນລາວ ຍັງໜ້າ ເປັນຫວ່າງທີ່ມີປະມານ 9% ຊຶ່ງເປັນສັນຍານ ທີ່ບົ່ງບອກວ່າ ຍັງມີການໄດ້ຮັບສານອາຫານ ບໍ່ພຽງພໍ.

ເວົ້າເຣື່ອງເດັກນ້ອຍຂາດສານອາຫານ ສະເພາະຢູ່ແຂວງເຊກອງ ເຈົ້າໜ້າທີ່ດ້ານໂພສະນາການ ແມ່ແລະເດັກ ຂອງແຂວງນີ້ ເວົ້າວ່າ ຍັງມີເດັກນ້ອຍຂາດສານອາຫານ ຫລາຍຢູ່ ແຕ່ຈື່ໂຕເລກບໍ່ໄດ້ ແລະທີ່ຜ່ານມາ ກໍໄດ້ຮັບທຶນ ແລະ ອາຫານເສີມ ດ້ານໂພສະນາການ ແຕ່ກໍຍັງບໍ່ໄດພຽງພໍ. ແຕ່ເຖິງຢ່າງໃດ ທ່ານດີໃຈ ທີ່ເດັກນ້ອຍອາຍຸ ແຕ່ 6 ເດືອນ ຫາ 2 ປີ ໄດ້ມີອາຫານເສີມກິນ ຢ່າງຕໍ່ເນື່ອງ:

“ຄັນວ່າໄດ້ກະດີຫັ້ນແລ້ວ ໃຫ້ເດັກນ້ອຍຫລຸດຜ່ອນ ຈາກການຂາດສານອາຫານ ຍັງຫລາຍຢູ່ ສ່ວນໃຫຍ່ເພິ່ນຈະໃຫ້ເປັນອາຫານເສີມ ເປັນພວກວິຕາມິນ ຖົ່ວນີ້ແຫລະ ໃຫ້ 6 ເດືອນ ຫາ 2 ປີ.”

ແລະເຈົ້າໜ້າທີ່ວິຊາການ ແມ່ແລະເດັກ ແຂວງສວັນນະເຂດ ກໍກ່າວກ່ຽວກັບການຊ່ອຍເຫລືອ ດ້ານໂພສະນາການຕື່ມອີກ ຂອງສະຫະຣັຖ ອະເມຣິກາ ເພື່ອຫລຸດຜ່ອນ ຂາດສານອາຫານ ຂອງເດັກນ້ອຍ ລາວ ວ່າເປັນເຣື່ອງທີ່ດີຫລາຍ.

ແຕ່ກວ່າເຄື່ອງຊ່ອຍເຫລືອນັ້ນ ຈະໄປເຖິງເດັກນ້ອຍຢູ່ເຂດຊົນນະບົດ ກໍໃຊ້ເວລາແດ່ຈັກໜ່ອຍ ເພາະຕ້ອງໄດ້ຜ່ານພາກສ່ວນທີ່ກ່ຽວຂ້ອງ ກ່ອນ ແຕ່ມັນກໍດີຂຶ້ນກວ່າ ແຕ່ກ່ອນແດ່ ດັ່ງທ່ານກ່າວວ່າ:

“ມັນກະດີຂຶ້ນແດ່ ແຕ່ສໍ່າໃດມັນຕ້ອງໄດ້ໄປເບິ່ງຄືນເນາະ ຖ້າຈະມາໃຫ້ເດັກນ້ອຍ ທາງລາວເຮົາ ມັນກໍດີ ທີ່ໄດ້ຊ່ວຍ ແຕ່ວ່າຕ້ອງໄດ້ຜ່ານ ຜແນກສາທາ ເພາະວ່າມັນເປັນຈຸດລວມໃຫຍ່ເລີຍເດ໋ ຜູ້ຮັບຜິດຊອບ ຕ້ອງໄດ້ຜ່ານຂອງເພິ່ນຫັ້ນນະ.”

ອີງຕາມການຣາຍງານ ຂອງຜແນກຄົ້ນຄວ້າດ້ານການພັທນາ ກະຊວງແຜນ ການແລະການລົງທຶນ, ໃນປີ 2019 ຢູ່ລາວ ຍັງມີເດັກ ນ້ອຍອາຍຸ ຕໍ່າກວ່າ 5 ປີຂາດສານອາຫານ ແບບຊໍາເຮື້ອ ຫລາຍຢູ່. ເປັນຕົ້ນ ຢູ່ນະຄອນຫລວງວຽງຈັນ 14%, ແຂວງຜົ້ງສາລີ 54% ຂະນະທີ່ແຂວງອື່ນໆ 30 ປາຍເປີເຊັນ. ໃນນັ້ນ ເດັກນ້ອຍຂາດສານອາຫານ ຫລືຂາດເຂີນອາຫານ ໂພສະນາການ ຍ້ອນເສັ້ນທາງ ເຂົ້າໄປບໍ່ຮອດມີເຖິງ 43%.

ເວົ້າເຖິງເຣື່ອງການຊ່ອຍເຫລືອ ຂອງສະຫະຣັຖ ອະເມຣິກາ ຫາກເບິ່ງຄືນຫລັງແດ່ຈັກໜ່ອຍ ກໍຈະເຫັນຂ່າວກ່ຽວກັບ ເຄື່ອງຊ່ອຍເຫລືອ ທີ່ຣັຖບານ ສະຫະຣັຖ ອະເມຣິກາ ໄດ້ສົ່ງມາສໍາລັບໂຄງການ ອາຫານທ່ຽງ ສໍາລັບເດັກນ້ອຍ ໂຮງຮຽນປະຖົມສົມບູນ ຢູ່ເຂດແຂວງຕ່າງໆ ຂອງລາວ ພາຍຫລັງທີ່ມີພິທີ ມອບຮັບ ການຊ່ອຍເຫລືອນັ້ນ ເມື່ອວັນທີ 19 ພຶສພາ ຜ່ານມານີ້ ທີ່ ນະຄອນຫລວງວຽງຈັນ ໂດຍມີເຂົ້າ ໝາກຖົ່ວ ນໍ້າມັນພືດຮວມທັງໝົດ 1290 ຕັນ ໃຫ້ໂຮງຮຽນປະຖົມ 925 ແຫ່ງທົ່ວປະເທດ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກ.

ໂຮງຮຽນທີ່ໄດ້ຮັບອາຫານ ທີ່ສະຫະຣັຖ ອະເມຣິກາ ຊ່ອຍເຫລືອສໍາລັບ ໂຄງການອາຫານທ່ຽງ ໃນໂຮງຮຽນປະຖົມຂອງລາວນັ້ນ ກໍມີ ໂຮງຮຽນໃນແຂວງ ສວັນນະເຂດ ຮວມຢູ່ດ້ວຍ.

ເວົ້າສະເພາະແຂວງສວັນນະເຂດ ມີ 5 ເມືອງ ຄືເມືອງ ອຸທຸມພອນ, ພະລານໄຊ, ເຊໂປນ, ອາດສະພອນ ແລະເມືອງນອງ ທີ່ໄດ້ຮັບການ ແຈກຢາຍ ອາຫານ ຂອງໂຄງການ ທີ່ວ່ານັ້ນແລ້ວ. ດັ່ງເຈົ້າໜ້າທີ່ ຜແນກສຶກສາເມືອງອຸທຸມພອນ ໄດ້ກ່າວຕໍ່ RFA ໃນມື້ວັນທີ 10 ມິຖຸນາ ນີ້ວ່າ ປັດຈຸບັນອາຫານ ລົງຮອດໂຮງຮຽນ ແລະໄດ້ແຈກຢາຍໃຫ້ນັກຮຽນ ເມືອແຕ່ງກິນ ຢູ່ເຮືອນ:

ກໍລົງຮອດໂຮງຮຽນແລ້ວ ຮອດ 40 ໂຮງຮຽນ ຊ່ວງນີ້ເຂົາເຈົ້າ ກະຈ່າຍໃຫ້ນັກຮຽນມາກິນ ຢູ່ເຮືອນ ໃຫ້ນັກຮຽນທຸກຄົນມີນໍ້າມັນພືດ ມີເຂົ້າ ມີຖົ່ວເຫລືອງ ປັນໃຫ້ ມາກິນຢູ່ເຮືອນຕາມອັດຕຣາ ຂອງໃຜມັນ ຢູ່ໃນຊ່ວງໂຄວິດ ກໍ່ຍັງບໍ່ໄດ້ຮັບການຣາຍງານວ່າຈັ ກໂຕນ.

ການຊ່ອຍເຫລືອທີ່ວ່ານັ້ນ ຊາວລາວຢູ່ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ດີໃຈຫລາຍ ທີ່ທາງໂຄງການໄດ້ມອບອາຫານ ໃຫ້ນັກຮຽນ ໂດຍສະເພາະນັກຮຽນ ທີ່ຢູ່ໄກ ກໍຈະໄດ້ກິນເຂົ້າ ຢູ່ໂຮງຮຽນເລີຍ.

"ເພີ່ນມາແຈກຫຍັງກະດີໃຈ ເພີ່ນມາຊ່ອຍກະດີໃຈໝົດລະ ສ່ວນໃຫຍ່ ເດັກນ້ອຍບໍ່ໄດ້ກິນອາຫານກາງວັນ ຢູ່ໃນໂຮງຮຽນໄປກິນ ຢູ່ເຮືອນມີໂຄງການນີ້ ເຂົ້າມາກໍຈະ ຊ່ອຍໃນໂຮງຮຽນ ເພີ່ນກະຈະເຮັດກິນ ໂຮງຮຽນເດັກນ້ອຍ ທີ່ຢູ່ເຮືອນໄກໆ ກໍສາມາດກິນຢູ່ ໃນໂຮງຮຽນໄດ້."

ພ້ອມດຽວກັນນີ້ ຊາວບ້ານອີກທ່ານນື່ງໄດ້ໃຫ້ຄວາມເຫັນວ່າ ໃນຸຖານະຜູ້ປົກຄອງຕົນເອງ ກໍຮູ້ສຶກດີໃຈທີ່ ມີໂຄງການມາແຈກອາຫານການກິນ ໃຫ້ກັບນັກຮຽນຢູ່ໂຮງຮຽນເຊິ່ງໃຫ້ພວກເຂົາໄດ້ມີອາຫານ ໂພສະນາການກິນແຕ່ລະມື້.

"ເຂົາເຈົ້າແຈກເຂົາເຈົ້າຈ່າຍເຂົ້າອາຫານ ການກິນເອີກາດີໃຈ ແລ້ວ ເນາະເພາະວ່າເດັກນ້ອຍ ໄດ້ມີອາຫານການກິນຫັ້ນນ່າ ໃນແຕ່ລະເດືອນ ໃນແຕ່ລະວັນທີ່ເຂົ້າໂຮງຮຽນ."

ສະເພາະການຊ່ອຍເຫລືອ ໂຄງການອາຫານທ່ຽງງວດນີ້ ຣັຖບານສະຫະຣັຖ ອະເມຣິກາ ໄດ້ມອບເຂົ້າສານ, ໝາກຖົ່ວເຫລືອງ ແລະ ນໍ້າມັນພືດ ຮວມທັງໝົດ 1.290 ຕັນ ໂດຍຈະມອບໃຫ້ໂຮງຮຽນ ປະຖົມ 925 ແຫ່ງໃນເຂດ ຊົນນະບົດ ໂດຍມີນັກຮຽນ ຢູ່ໃນໂຄງການ 90.000 ຄົນ. ໂຄງການນີ້ເຣີ້ມຕົ້ນແຕ່ ເດືອນກັນຍາ ຂອງປີ 2020 ໄປຈົນເຖີງເດືອ ນພຶສພາ ປີ 2021.

ນັບແຕ່ປີ 2008 ເປັນຕົ້ນມາ ໂຄງການອາຫານເພື່ອການສຶກສາ ແລະ ໂພສະນາການ ສຳລັບເດັກນ້ອຍຂອງຣັຖບານ ສະຫະຣັຖ ອະເມຣິກາ ຊຶ່ງບໍຣິຫານໂດຍ ກະຊວງກະສິກັມ ຂອງສະຫະຣັຖ ອາເມຣິກາ  ຫລື USDA ທີ່ສນັບສນູນ ໂຄງການອາຫານທ່ຽງໃຫ້ໂຮງຮຽນ ຂອງອົງການອາຫານໂລກ ຢູ່ໃນລາວ ດ້ວຍການນໍາໃຊ້ງົບປະມານ 60 ລ້ານໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.