ແມ່ຍິງ-ເດັກນ້ອຍ 03-23-2014
2014.03.23
ບ້ານ ນໍ້າຕອງ ແຂວງ ບໍ່ແກ້ວ ຂອງລາວ ມີ ໂຮງຮຽນ ຫລັງໃໝ່ ເພື່ອໃຫ້ ເດັກນ້ອຍ ໃນບ້ານ ນໍ້າຕອງ ແລະ ໝູ່ບ້ານ ໃກ້ຄຽງ ໄດ້ມາເຂົ້າ ຮຽນ ຢ່າງເປັນ ທາງການ ເມື່ອເດືອນ ກັນຍາ 2013 ພາຍຫລັງ ທີ່ໃຊ້ ເວລາ ກໍ່ສ້າງ 1 ປີ ແລະ ສົ່ງ ມອບໃຫ້ ຊຸມຊົນ ທ້ອງຖິ່ນ ຮຽບຮ້ອຍ ແລ້ວ, ເປັນ ໂຮງຮຽນ ທີ່ສ້າງຂຶ້ນ ແທນ ຫລັງເກົ່າ ທີ່ຢູ່ໃນ ສະພາບ ຊຸດໂຊມ ເປ່ເພ.
ຊານວ້າ ແສະພັນ ຜູ້ລິເລີ່ມ ໂຄງການ ສ້າງ ໂຮງຮຽນ ຫລັງໃໝ່ ໂຮງຮຽນ ປະຖົມ ສົມບູນ ບ້ານ ນໍ້າຕອງ ແຫ່ງນີ້ ກ່າວໃຫ້ ສັມພາດ ຕໍ່ RFA ຈາກ ປະເທດ ສິງກະໂປ ເມື່ອ ວັນທີ 20 ມີນາ 2014 ກ່ຽວກັບ ໂຮງຮຽນ ນັ້ນວ່າ ມີທັງໝົດ 5 ຫ້ອງຮຽນ ແຕ່ ປໍ 1 ຮອດ ປໍ 5 ຄືກັນກັບ ໂຮງຮຽນ ປະຖົມ ສົມບູນ ທົ່ວໄປ ໃນລາວ, ມີຫ້ອງການ ຂອງ ນາຍຄຣູ ຫ້ອງນຶ່ງ ຫ້ອງ ສະມຸດ ຫ້ອງນຶ່ງ ແລະ ຫ້ອງນໍ້າ 2 ຫ້ອງ ຊຶ່ງ ເປັນສິ່ງທີ່ ຈໍາເປັນ. ຊານວ້າ ເວົ້າວ່າ:
"ປັຈຈຸບັນ ນັກຮຽນ ມີ 120 ຄົນ ອີງຕາມ ຫົວໜ້າ ອໍານວຍການ ໂຮງຮຽນ ເວົ້າໃຫ້ຟັງ ບໍ່ຮູ້ວ່າ ເດືອນ 9 ສົກຮຽນ ໃໝ່ນີ້ ຊິມີມາ ເຂົ້າ ຫລາຍ ປານໃດ … ບ້ານທີ່ ມາຮຽນ… ໂຮງຮຽນ ບ້ານຕອງ ເປັນບ່ອນ ທີ່ຕັ້ງ ຂອງ ໂຮງຮຽນ ມີ 4-5 ບ້ານ ມາໂຮມ ຕົວກັນ ຢູ່ບ່ອນນັ້ນ ຄືແຕ່ກ່ອນ ມີແຕ່ 3 ໝູ່ບ້ານ ເພາະມີ ແຕ່ ປໍ 3 ປໍ 4 ຫລັງ ປໍ 4 ແລ້ວ ພວກ ນັກຮຽນ ກໍໄປຮຽນ ຢູ່ໂຮງຮຽນ ຫລັງໃໝ່ ຕ້ອງຍ່າງ ຈາກບ້ານ ປະມານ 30 ຫາ 40 ນາທີ ນີ້ລະ. ລະບັດນີ້ ຄັນວ່າ ສ້າງເສັດປຶບ ຂະເຈົ້າ ເອົາບ້ານອື່ນ ເຂົ້າມາ ຢູ່ນໍາ ເພາະວ່າ ດຽວນີ້ ກາຍເປັນ ໂຮງຮຽນ ປະຖົມ ສົມບູນ ແລ້ວຫັ້ນນະ ໂຮງຮຽນ ໃໝ່ ປະຖົມ ສົມບູນ ແຕ່ ປໍ 1 ຮອດ ປໍ 5".
ໂຮງຮຽນ ຫລັງໃໝ່ນີ້ ເປັນ ໂຮງຮຽນ ຊັ້ນດຽວ ທີ່ໄດ້ ມາຕຖານ ສ້າງ ຂຶ້ນຕາມ ໂຄງຮ່າງ ທີ່ ທາງ ສຶກສາ ເມືອງ ເພິ່ນ ວາງໃຫ້, ດ້ານນອກ ທາສີຟ້າ ແລະ ເຮັດໃຫ້ ມີສີສັນ: "ທາສີຟ້າ ເດືອນ 12 ຫັ້ນ".
ເວົ້າເຖິງ ປຶ້ມອ່ານ ຫລິ້ນ ສໍາລັບ ນັກຮຽນ ຊານວ້າ ເວົ້າທົບທວນ ສູ່ຟັງ ຕອນທີ່ ມາຮ່ວມ ພິທີ ມອບ-ຮັບ ໂຮງຮຽນ ເມື່ອເດືອນ ທັນວາ ປີກາຍວ່າ ໄດ້ມີ ໂອກາດ ອ່ານປຶ້ມ ພາສາ ອັງກິດ ກ່ຽວກັບ ຊີວິດ ການເປັນຢູ່ ຂອງຊາວ ສິງກະໂປ ເປັນຮູບ ກາຕູນ ໃຫ້ພວກ ເດັກນ້ອຍ ຟັງ ແລະ ກໍໄດ້ຮູ້ ວ່າ ພວກ ເດັກນ້ອຍ ໃຫ້ຄວາມ ສົນໃຈ ຫລາຍ ໃນການ ມີປຶ້ມ ອ່ານ ເພາະ ນອກຈາກ ຣຽນ ໃນ ໂຣງຣຽນ ແລ້ວ ຫາກມີ ປຶ້ມອ່ານ ຢູ່ນອກ ໂມງຣຽນ ກໍຈະຊ່ວຍ ໃຫ້ ພວກ ເດັກນ້ອຍ ມີແນວຄິດ ມີຄວາມຮູ້ ກວ້າງໄກ ຂຶ້ນຕື່ມ:
"ຂະເຈົ້າ ສົນໃຈ ຫລາຍ ຍົກມື ຖາມນັ້ນ ຖາມນີ້ ກໍເລີຍ ຄິດວ່າ ຄັນຂະເຈົ້າ ໄດ້ມີ ໂອກາດ ອ່ານປຶ້ມ ຫລາຍໆ ຫົວ ຂະເຈົ້າ ກໍສິ ສາມາດ ເບິ່ງ ຮູ້ຫລາຍ ຂຶ້ນ ກວ່າເກົ່າ ຫັ້ນນະ ລະຄິດວ່າ ເດັກນ້ອຍ ມີໂອກາດ ອ່ານປຶ້ມ ຫລາຍ ກໍມິຄວາມ ສາມາດ ຮູ້ຫລາຍ. ຂະເຈົ້າ ຖາມວ່າ ສິງກະໂປ ໄປແນວໃດ ຄັນຢາກໄປ ເຮັດແນວໃດ ເຮົາເບິ່ງ ກໍຮູ້ວ່າ ຂະເຈົ້າ ມີຄວາມຝັນ ຄວາມຫວັງ ຂຶ້ນ ກວ່າເກົ່າ ເພາະວ່າ ຊີວິດ ບໍ່ເຄີຍ ໄດ້ຍິນ ຜູ້ໃຫຍ່ ເວົ້າວ່າ ຄັນສົນໃຈ ຮຽນ ລະຊິໄປ ຮອດໃສ ກັນແທ້ ນີ້".
ໂຮງຮຽນ ປະຖົມ ສົມບູນ ບ້ານ ນໍ້າຕອງ ຫລັງນີ້ ມີມູນຄ່າ 45 ພັນ ໂດລາ ສະຫະຣັຖ. ຊານວ້າ ຜູ້ເຄີຍໄດ້ ໄປຊ່ວຍ ສ້າງ ຫ້ອງນໍ້າ ແລະ ສອນໜັງສື ໃຫ້ ນັກຮຽນ ຢູ່ເມືອງ ວັງວຽງ ນັ້ນ ເວົ້າວ່າ ໂຮງຮຽນ ຫລັງນີ້ ຖືກ ສ້າງຂຶ້ນ ໂດຍ ມີການ ປະກອບສ່ວນ ຂອງ ຊາວບ້ານ ພໍ່ແມ່ ນັກຮຽນ ຄືເປັນ ແຮງງານ ເປັນໄມ້ ໃນປ່າ ແລະ ອາສັຍ ທຶນຮອນ ຈາກໝູ່ຄູ່ ຈາກຄຣູ ອາຈານ ຢູ່ ສິງກະໂປ ແລະ ຈາກຣາຍໄດ້ ທີ່ ຂາຍປຶ້ມ ກ່ຽວກັບ ຊີວິດ ຢູ່ສູນ ອົພຍົບ ທີ່ ປະເທດໄທ ຂອງ ຊານວ້າ ເອງ, ໃຊ້ເວລາ ໃນການ ກໍ່ສ້າງ 4 ເດືອນ, ຄືແລ້ວ ກ່ອນ ກໍານົດ ຍ້ອນ ຊາວບ້ານ ມີຄວາມ ກະຕື ລືລົ້ນ ຢາກໄດ້ ໂຮງຮຽນ ຫລັງໃໝ່ ແຮງ:
"ຂະເຈົ້າ ທະເຍີ ທະຍານ ຢາກໄດ້ ໂຮງຮຽນ ຂະເຈົ້າ ທັງໝູ່ບ້ານ ພໍ່ແມ່ ປະຊາຊົນ ຊ່ວຍກັນສ້າງ ... ປຸກແທ້ໆ ບໍ່ໄດ້ເສັຽ ... ມີແຕ່ ເສັຽຄ່າ ນາຍຊ່າງ ມາຄຸມງານ ສື່ໆ ຄຸມງານ ລະມາບອກ ເຮັດ ແນວໃດ ໃຫ້ ມັນງາມ ໃຫ້ມັນ ຖືກຕ້ອງ ຕາມໂຄງຮ່າງ ຊິສ້າງ -- ເປັນຫຍັງ ຈຶ່ງຕັ້ງ ຢູ່ນີ້ ຫາກບໍ່ແມ່ນ ຕັ້ງຢູ່ ບ່ອນອື່ນ .. ຫລັງນີ້ ເປັນ ໂຮງຮຽນ ທີ່ ມີຢູ່ແລ້ວ ຢູ່ໃນບ້ານ ນໍ້າຕອງ ແລ້ວ ຕ່າງແຕ່ ວ່າເປັນ ໂຮງຮຽນ ທີ່ ເກົ່າອີ່ຫລີ ລະແບບວ່າ ໂຮງຮຽນ ກະບໍ່ພໍ ມີແຕ່ໄປ ສ້າງຫລັງໃໝ່ ວາງໄວ້ ໝ້ອງ ເກົ່າສື່ໆ ລະໄປສ້າງ ຫລັງໃໝ່ ໃຫ້ຂະເຈົ້າ ໄດ້ຂຽນສື່ໆ".
ເມື່ອຖາມ ເຖິງ ໂຮງຮຽນ ຫລັງເກົ່າ ທີ່ ສ້າງມາ ໄດ້ ສິບ-ຊາວ ປີ ທີຢູ່ໃນ ສະພາບ ຊຸດໂຊມ ລົງນໍາ ທຸກມື້ ແລະ ຈະສ້ອມແຊມ ກໍຍາກ ນັ້ນ ຊານວ້າ ວ່າ ບໍ່ ຮັບປະກັນ ພໍເທົ່າໃດ. ພໍ່ແມ່ ຢາກໃຫ້ ພວກ ເດັກນ້ອຍ ລູກຫລານ ມີໂຮງຮຽນ ຫລັງໃໝ່ ມີອຸປກອນ ການຮຽນ ການສອນ ໂຕະຕັ່ງ ທີ່ດີ ເພື່ອໃຫ້ ພວກ ເດັກນ້ອຍ ມີກໍລັງໃຈ ຢາກຮຽນ ຫລາຍຂຶ້ນ:
"ສະນັ້ນ ພໍ່ແມ່ ກໍຢາກໃຫ້ ລູກຫລານ ຂະເຈົ້າ ດີໆແດ່ ຄັນໂຮງຮຽນ ບໍ່ດີນໍ ລູກຫລານ ເຫັນຂະເຈົ້າ ກໍບໍ່ຢາກ ເຂົ້າ ໂຮງຮຽນ ລະກະ ບໍ່ມີແຮງ ບັນດານໃຈ ຢາກໄປຮຽນ ຕໍ່ ຫັ້ນນະ. ລະ ຊານວ້າ ຈຶ່ງວ່າລະ ພໍ່ແມ່ ກໍເວົ້າ ເປັນສຽງດຽວ ກັນວ່າ ໂຮງຮຽນ ຫລັງນີ້ມັນ".
ພໍ່ແມ່ ພີ່ນ້ອງ ໃນເຂດ ບ້ານ ນໍ້າຕອງ ແລະ ບ້ານ ອ້ອມແອ້ມ ຊານວ້າ ວ່າ ທົ່ວໄປ ແລ້ວ ມັກຊຸກຍູ້ ໃຫ້ ລູກຫລານ ໄປເຂົ້າ ໂຮງຮຽນ ເຖິງຢູ່ໄກ ກໍບໍ່ວ່າ. ຊາວບ້ານ ນໍ້າຕອງ ແລະ ໝູ່ບ້ານ ໃກ້ຄຽງ ທົ່ວໄປ ແລ້ວ ກໍເປັນ ຊາວໄຮ່ ຊາວນາ ແຕ່ ປັຈຈຸບັນ ບໍ່ໄດ້ ເຮັດໄຮ່ ເຮັດນາ ແລ້ວ ແຕ່ພາກັນ ປູກ ຢາງພາລາ ເປັນ ສ່ວນຫລາຍ. ເມື່ອໃດ ບໍ່ໄດ້ ປາດຢາງ ຂະເຈົ້າ ກໍມີເວລາ ຫວ່າງຫລາຍ ເຮັດໃຫ້ ຫລາຍຄົນ ຂ້າມໄປ ຊອກວຽກ ຢູ່ ປະເທດໄທ. ສໍາລັບ ຜູ້ຍິງ ສ່ວນຫລາຍ ກໍຢູ່ບ້ານ ປັກແສ່ວ ຖັກຜ້າ ຂາຍ.