ເຣື້ອງທີ່ເກັບບັນທຶກໄວ້
2023-05-26
ບັນຫາຄຣູອາສາສມັກ ໃນເຂດຊົນນະບົດລາອອກ ແລະ ບັນຫາ ປະລະການຮຽນ ຂອງນັກຮຽນໃນເຂດຊົນນະບົດ ເພີ່ມຂຶ້ນ ໃນທົ່ວປະເທດ ໂດຍສະເພາະ ເມື່ອທາງຣັຖບານ ລົດໂຄຕ້າ ຣັຖກອນຄຣູລົງ ກໍຍິ່ງເຮັດໃຫ້ເພີ່ມບັນຫາ ການຂາດຄຣູສອນ ໃນເຂດຫ່າງໄກ.
2023-05-25
ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ ຈຳນວນຫລາຍ ຖືກກຸ່ມຄົນບໍ່ດີ ຕົວະໃຫ້ເສັຽເງິນ ຍ້ອນຫລົງເຊື່ອຄຳໂຄສະນາ ທາງອອນລາຍນ໌ ທີ່ວ່າ ຈະຊ່ວຍຫາທຶນ ການສຶກສາໄປຮຽນ ຕໍ່ຢູ່ຈີນ ແລະ ວຽດນາມ.
2023-05-22
ແມ່ຍິງລາວ ຍັງມີຄວາມເທົ່າທຽມທາງເພດຕໍ່າ ໃນການເຮັດທຸຣະກິຈ, ໃນການເປັນເຈົ້າໜ້າທີ່ ຂັ້ນສູງ ແລະໃນການຕັດສິນໃຈ ໃນຊີວິດປະຈໍາວັນ ລວມໄປເຖິງ ແມ່ຍິງລາວ ໃນເຂດຊົນນະບົດ ຍັງບໍ່ມີສິດສຽງໃນທຸຣະກິຈ ບໍ່ວ່າຈະເປັນທຸຣະກິຈ ຂນາດນ້ອຍ ຫຼື ຂນາດໃຫຍ່ກໍຕາມ ຜູ້ຍິງຈະໃຫ້ສິດແກ່ຜູ້ຊາຍໝົດ.
2023-05-17
ງົບປະມານ ຂອງໂຄງການອາຫານທ່ຽງ ທີ່ຣັຖບານຮັບຄືນມາຈາກ ອົງການອາຫານໂລກ ຢູ່ 3 ແຂວງພາກເໜືອ ເຊິ່ງມີງົບປະມານ ບໍ່ພຽງພໍ ເຮັດໃຫ້ ພໍ່ແມ່ຜູ້ປົກຄອງ ແລະ ຊຸມຊົນ ຕ້ອງໄດ້ຈ່າຍຄ່າອາຫານຊ່ວຍໂຮງຮຽນ ຫຼື ເອົາເຂົ້າໄປກິນເອງ.
2023-05-10
ສະພາບເສຖກິຈ ທີ່ເປັນຢູ່ໃນປັດຈຸບັນ ສ້າງຜົລກະທົບ ກັບການຮຽນ ຂອງນັກຮຽນ ຈຳນວນຫຼາຍ ໂດຍສະເພາະ ເດັກນ້ອຍອາຍຸ ລະຫວ່າງ 13-14 ປີ ທີ່ຢູ່ເຂດຊົນນະບົດ ໄດ້ປະລະການຮຽນ ຫຼາຍຂຶ້ນ ຍ້ອນຄອບຄົວທຸກຍາກ ແລະ ອີກຈໍານວນນຶ່ງ ໄປຊອກວຽກເຮັດຢູ່ໄທຍ ສ່ວນພາກຣັຖ ຍັງບໍ່ມີແນວທາງ ແກ້ໄຂບັນຫານີ້ເທື່ອ.