ເຣື້ອງທີ່ເກັບບັນທຶກໄວ້
2022-12-15
ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ໃນປະເທດລາວ ຍັງໜ້າເປັນຫ່ວງ ໂດຍສະເພາະ ການທຳຮ້າຍຮ່າງກາຍ, ຈິຕໃຈ ໂດຍສະເພາະ ແມ່ຍິງແລະເດັກນ້ອຍ ທີ່ຢູ່ເຂດຫ່າງໄກ ຖືກໃຊ້ແຮງງານໜັກ ໃນຊີວິຕປະຈຳວັນ ຍິ່ງໄປກວ່ານັ້ນ ແມ່ຍິງຖືກຂົ່ມຂືນ ກໍເປັນບັນຫານຶ່ງ.
2022-12-12
ຢ່າງໜ້ອຍ ໂຮງຮຽນ ໃນເມືອງໂຂງ 21 ແຫ່ງ ຕ້ອງຖືກຍຸບ ເພາະບໍ່ມີຄຣູພຽງພໍ ທີ່ຈະສອນ ເຮັດໃຫ້ນັກຮຽນ ຕ້ອງປ່ຽນໂຮງ ແລະໄລຍະທາງ ເປັນອຸປສັກຢ່າງນຶ່ງ, ສ່ວນການຂາດຄຣູສອນນັ້ນ ມາຈາກຈຳນວນຣັຖກອນຄຣູ ຫລຸດລົງ ແລະຄຣູອາສາສມັກ ລາອອກຈຳນວນຫຼາຍຂຶ້ນ ທຸກປີ.
2022-12-02
ປີ 2023 ຣັຖບານລາວ ຈະຮັບເອົາຣັຖກອນໃໝ່ພຽງ 800 ຄົນ ຄືຮັບເອົາໜ້ອຍລົງເລື້ອຍໆ ເຮັດໃຫ້ຄຣູອາສາສມັກ ກັງວົນໃຈ ຢ້ານບໍ່ໄດ້ເປັນຣັຖກອນ ແລະ ຢາກອອກໄປເຮັດວຽກອື່ນ ພາຍຫລັງທີ່ ໄດ້ເປັນຄຣູອາສາສັກ ສອນມາຫລາຍປີ ນອກຈາກນີ້ ຍັງມີອາສມັກ ສາຂາອື່ນໆອີກ ຈຳນວນບໍ່ໜ້ອຍ ທີ່ຕົກຢູ່ໃນຊະຕາກັມດຽກັນ.