ແມ່ຍິງ-ເດັກນ້ອຍ 11-03-2014
2014.11.04

ການຄ້າ ປະເວນີ ໃນ ສປປລາວ ຊຶ່ງ ເຊື່ອກັນວ່າ ມີສາເຫດ ມາ ຈາກ ຄວາມ ທຸກຍາກ ຂາດເຂີນ ນັ້ນ ກໍາລັງ ດຳເນີນໄປ ແບບ ເປີດແປນ.
ການຄ້າ ທາງເພດ ໃນລາວ ຊຶ່ງ ທົ່ວໄປແລ້ວ ເຊື່ອກັນວ່າ ມີ ສາເຫດ ມາຈາກ ຄວາມ ທຸກຍາກ ຂາດເຂີນ ນັ້ນ ແມ່ນແຕ່ຄົນ ທີ່ບໍ່ໄດ້ ຢູ່ ໃນສັງຄົມ ໃນ ທີ່ນັ້ນ ແລະ ກໍ່ຫາ ເດີນທາງມາ ລາວ ກໍເຫັນໄດ້ ຍ້ອນການ ກະທໍາ ແບບ ເປີດແປນ ແລະ ມີຫລາຍ ເພີ່ມຂຶ້ນ ໂດຍ ບໍ່ຈໍາເປັນ ຕ້ອງມີ ໂຮງ ໂສເພນີ.
ເວົ້າເຖິງ ເຣື່ອງ ໂສເພນີ ໃນລາວ ປັຈຈຸບັນ ຄົນ ສ່ວນຫລາຍ ຍັງເວົ້າວ່າ ເປັນຍ້ອນ ຄວາມ ທຸກຍາກ ຂນະທີ່ ຈຳນວນ ໜຶ່ງ ເວົ້າວ່າ ເກີດມາ ຈາກການ ຫລອກລວງ ຫລື ຄວາມ ສມັກໃຈ ຂອງ ແມ່ຍິງ ເອງ ແລະ ກໍມີອີກ ຈຳນວນ ໜຶ່ງ ເວົ້າວ່າ ມີສາເຫດ ມາຈາກ ທັງ 2 ຢ່າງ ທີ່ ເວົ້າມາ ນັ້ນ ຮວມເຂົ້າ ກັນ. ນັ້ນກໍເປັນ ຄວາມ ເຂົ້າໃຈ ທີ່ ແຕກຕ່າງ ກັນ ກ່ຽວກັບ ເຣື່ອງ ທີ່ມາ ຂອງ ການຄ້າ ທາງເພດ ຢູ່ລາວ.
ຕາມທີ່ ຂ້າພະເຈົ້າ ໄດ້ ໂອ້ລົມ ກັບ ຫລາຍໆ ຄົນ ກໍມີ ຄວາມເຫັນ ຫລາຍຢ່າງ ແຕ່ ສລຸບໄດ້ ວ່າ ພວກ ເຂົາເຈົ້າ ເວົ້າໃນ ທຳນອງ ດຽວກັນ ວ່າ ການມີ ສາວ ບໍຣິການ ຫລື ໂສເພນີ ຢູ່ ລາວ ຈຳນວນ ບໍ່ໜ້ອຍ ນັ້ນ ໂດຍ ທົ່ວໄປ ແລ້ວ ແມ່ນ ເກີດຈາກ ຄວາມ ສມັກໃຈ ຂອງ ເດັກນ້ອຍ ແມ່ຍິງ ສາວ ລາວເອງ ເປັນ ສ່ວນໃຫຍ່ ເນື່ອງຈາກວ່າ ພວກ ເຂົາເຈົ້າ ຕ້ອງການ ມີ ວັດຖຸ ເຄື່ອງໃຊ້ ແລະ ຄວາມ ສະດວກ ສະບາຍ ໃນ ຊີວິດ ປະຈຳວັນ ເຊັ່ນ ຣົດຂີ່ ໂທຣະສັບ ມືຖື ແລະ ເຄື່ອງເອ້ ຂອງຖື ທີ່ ງາມໆ ໃສ່.
ເວົ້າສະເພາະ ເດັກນ້ອຍ ແມ່ຍິງລາວ ຢູ່ຕາມ ຊົນນະບົດ ທີ່ ມີຂ່າວວ່າ ຖືກ ຫລອກລວງ ໄປຄ້າ ປະເວນີ ນັ້ນ ຕາມຄຳເວົ້າ ຂອງ ຜູ້ທີ່ຮູ້ ກ່ຽວກັບ ເຣື່ອງນີ້ ແລ້ວ ແມ່ນວ່າ ຈຳນວນ ໜຶ່ງ ກໍ ເປັນໄປ ໄດ້. ແຕ່ ຕາມທີ່ຮູ້ ນັ້ນ ຫລາຍ ກໍຣະນີ ພວກ ມີເງິນ ມີຄໍາ ທີ່ ມັກ ສແວງຫາ ເຣື່ອງເພດ ຈະໃຫ້ຄົນ ເຮັດວຽກນຳ ຕົນ ໄປຊອກຫາ ສາວ ນ້ອຍ ໃນເຂດ ຊົນນະບົດ ມາໃຫ້ ໂດຍ ໃຫ້ຄວາມ ຫັວງວ່າ ຈະຈ່າຍເງິນ ທໍ່ນັ້ນ ທໍ່ນີ້ ຫລືວ່າ 40 ພັນ ບາດ ໃຫ້ ສາວນ້ອຍ.
ສາວນ້ອຍ ຈໍານວນ ໜຶ່ງ ທີ່ ທຸກຍາກ ແລະ ຕ້ອງການ ເງິນ ມາຊ່ວຍ ຄອບຄົວ ນັ້ນ ກໍບໍ່ ລັ່ງເລໃຈ ແມ່ນແຕ່ ໜ້ອຍ ແມ່ນແຕ່ ເດັກນ້ອຍ ອາຍຸ ບໍ່ພົ້ນ ນິຕິພາວະ ກໍຍອມຮັບ ຄໍາ ຊັກຊວນ ທີ່ວ່າ ນັ້ນ.
ໜຶ່ງ ໃນຫລາຍ ກໍຣະນີ ທີ່ເຮົາໄດ້ ພົບພໍ້ ມີ ນາງນ້ອຍ ອາຍຸ ພຽງ 15 ປີ ທີ່ ຍັງຮຽນ ບໍ່ຈົບຊັ້ນ ມັທຍົມ ກໍ ສມັກໃຈ ໄປນອນນຳ ເຖົ້າແກ່ ເພື່ອ ທີ່ຈະໄດ້ ເງິນ ຈໍານວນ ທີ່ຖືວ່າ ຫຼາຍ ສໍາລັບ ເດັກນ້ອຍວັຍ 14-15 ປີ ຈະຫາໄດ້ ໃນເຂດ ຊົນນະບົດ.
ແລະ ບັນຫາ ທີ່ຕາມມາ ກໍຄື ຫລັງຈາກນັ້ນ ຍິງສາວ ນ້ອຍ ຜູ້ນັ້ນ ກໍຢາກ ຫາເງິນນຳ ຜູ້ຊາຍ ຜູ້ອື່ນ ຕໍ່ໆໄປ ເຖິງ ຈະບໍ່ໄດ້ ຈຳນວນ 40 ພັນ ບາດ ຄື ເທື່ອທຳອິດ ນັ້ນ ກໍຕາມ. ຫລັງຈາກ ນັ້ນ ເພື່ອຊອກຫາ ເງິນຕື່ມ ເດັກນ້ອຍ ແມ່ຍິງ ທີ່ວ່ານີ້ ກໍ ຈະອອກໄປ ຈາກ ບ້ານເກີດ ຂອງຕົນ ເຂົ້າມາຫາ ເຮັດວຽກ ຕາມຮ້ານ ອາຫານ ຢູ່ ໃນເມືອງ ແລະ ຂາຍ ບໍຣິການ ໄປພ້ອມ. ພວກ ເຂົາເຈົ້າ ທີ່ວ່ານັ້ນ ສ່ວນຫລາຍ ຮຽນ ບໍ່ຈົບຊັ້ນ ມັທຍົມ ແລະ ກໍມີກຸ່ມ ຂອງເຂົາ:
"ດຽວນີ້ ມັນກະ ເປັນໝູ່ ເປັນໝູ່ ຢູ່ຫັ້ນລະ ມາຫາ ເຊົ່າເຮືອນ ເຊົ່າຊານ ໃຫ້ກັນຢູ່ ກາງຄືນ ກໍໄປເຮັດ ຢູ່ນໍາ ໂຮງແຮມ ບ້ານພັກ ເຂົາ ຢູ່ນໍາ ໂລງຫລອກ ໂລງແລມ ຜູ້ສາວ ເຍັ້ນບອກ ເຍັ້ນເບັຽ ຫັ້ນລະ".
ສໍາລັບ ເດັກນ້ອຍ ແມ່ຍິງສາວ ລາວ ຢູ່ເມືອງ ໃຫຍ່ ຊຶ່ງ ມີການ ເຮີ່ ກັນໄປ ຕາມຍຸກ ຕາມສມັຍ ມີຣົດຂີ່ ເຄື່ອງໃຊ້ ຣາຄາແພງ ແລະ ເພີດເພີນ ໄປ ຕາມວັຍ ຕາມ ສັງຄົມ ທີ່ມັກມ່ວນ ມັກຊື່ນ ມັກຫລິ້ນ ມັກກິນ ຊຸມແຊວ ໝູ່ຄູ່ ກໍພາກັນ ຊອກຫາ ເງິນ ຫາຄໍາ ມາ ຈັບຈ່າຍ. ການຫາເງິນ ຫາຄໍາ ແບບ ທີ່ວ່ານັ້ນ ນອກຈາກ ເຮັດວຽກ ງານ ຕາມ ທັມມະດາ ແລ້ວ ກໍຂາຍ ບໍຣິການ ທາງເພດ ນໍາ. ເມື່ອຖາມ ຜູ້ ບໍຣິການ ທາງເພດ ວ່າເປັນຫຍັງ ຈຶ່ງມາເຮັດ ຄື ແນວນັ້ນ? ກໍໄດ້ ຄໍາຕອບວ່າ ມັກເຮັດວຽກ ແບບ ສະບາຍ.
ໃນຈໍານວນ ແມ່ຍິງ ທີ່ ຂາຍ ບໍຣິການ ນັ້ນ ມີຂ່າວວ່າ ມີທັງ ນັກຮຽນ ນັກສຶກສາ ຂັ້ນ ມະຫາວິທຍາລັຍ ທີ່ ຫາເງິນ ເປັນຄ່າກິນ ຄ່າຮຽນ ແລະ ມ່ວນຊື່ນ ລື້ນເລິງ ໄປຕາມ ສັງຄົມ ນິຍົມ ກັນ, ມີຣົດຂີ່ ມີ ເງິນຈ່າຍ ມີເຄື່ອງ ອໍານວຍ ຄວາມ ສະດວກ ໃຊ້ ຊຶ່ງ ໃນແຕ່ລະ ໂຮງຮຽນ ຈະມີບ່ອນ ນັດພົບ 2-3 ບ່ອນ ແລະ ກໍມັກ ຈະເປັນ ຮ້ານກິນ ດື່ມ ຂາຍເຫລົ້າ ຂາຍເບັຽ. ແຕ່ ຕາມຄໍາເວົ້າ ຂອງ ແມ່ຍິງລາວ ທີ່ ຂ້າພະເຈົ້າ ໄດ້ລົມນໍາ ນັ້ນ ແມ່ນວ່າ ມີຄວາມ ເປັນໄປໄດ້ ແຕ່ຫາກ ຈໍານວນ ໜ້ອຍ ທີ່ສຸດ ທີ່ ນັກຮຽນ ນັກ ສຶກສາ ຈະໄປ ຄ້າ ປະເວນີ ຍ້ອນວ່າ ພວກ ແມ່ຍິງ ທີ່ ເຄື່ອນໄຫວ ຄ້າ ປະເວນີ ຈາກ ເໜືອ ລົງໃຕ້ ຈາກໃຕ້ ຂຶ້ນເໜືອ ນັ້ນ ມີ ທັງ ເດັກນ້ອຍ ແມ່ຍິງ 13-14 ປີ ທີ່ ໃສ່ຊຸດ ນັກຮຽນ ໄປຂາຍ ບໍຣິການ ທາງເພດ ບໍ່ແມ່ນ ນັກຮຽນ ແທ້.
ນີ້ ກໍສອດຄ່ອງ ກັບ ຄໍາເວົ້າ ຂອງ ແມ່ຍິງລາວ ນາງໜຶ່ງ ເມື່ອໄວໆ ມານີ້ ວ່າ:
"ສ່ວນຫລາຍ ພວກ ໄທເໜືອ ລົງມາ ຢູ່ ທາງໃຕ້ ຜູ້ສາວໃຕ້ ຂຶ້ນໄປ ຫາກິນ ຢູ່ເໜືອ ແທ້ໆເຂົາ ກໍມາຂາຍ ບໍຣິການ. ເຂົາກໍໃສ່ ເຄື່ອງ ນັກຮຽນ ເປັນຄືກັນ ມີແຕ່ ຜູ້ນ້ອຍໆ ໃສ່ເຄື່ອງ ນັກຮຽນ ເຂົາກໍວ່າ ນັກຮຽນ ຫັ້ນລະ".
ເມື່ອຖາມ ຜູ້ຍິງ ທີ່ ຂາຍ ບໍຣິການ ເຖິງຄວາມ ຮູ້ສຶກ ຂອງ ຜູ້ເປັນ ພໍ່ແມ່ ວ່າເປັນ ແນວໃດ ທີ່ ລູກສາວ ຂອງຕົນ ໄປເຮັດວຽກ ຢູ່ ຮ້ານ ບັນເທິງ ຮ້ານ ກິນດື່ມ ທີ່ ມີການ ຂາຍ ບໍຣິການ ນໍາ ນັ້ນ ໄດ້ຮັບ ຄໍາຕອບວ່າ ເພິ່ນ ກໍຮູ້ວ່າ ລູກໄປ ຄໍ່າ ໄປຄືນ ມາ ແຕ່ກໍຖື ເປັນເຣື່ອງ ທັມມະດາ. ເມື່ອຖາມ ເຖິງ ສັງຄົມ ວ່າ ເຣື່ອງການ ຫາກິນ ທາງເພດ ນີ້ ເປັນ ແນວໃດ? ທົ່ວໄປ ກໍວ່າ ບໍ່ດີ.
ເມື່ອຖາມ ຕໍ່ໄປ ເຖິງເຣື່ອງ ຣາຍໄດ້ ວ່າເອົາໃຫ້ ພໍ່ແມ່ ແດ່ບໍ່ ຫລື ວ່າໃຊ້ ແຕ່ສ່ວນຕົວ ນັ້ນ ຄໍາຕອບ ກໍຄືວ່າ ໃຫ້ ສ່ວນໜຶ່ງ ສ່ວນໜຶ່ງ ກໍເອົາໃຊ້ ຈັບຈ່າຍ ຊື້ເຄື່ອງ ຂອງ ອໍານວຍ ຄວາມ ສະດວກ ສໍາລັບ ຕົນເອງ. ນີ້ກໍເປັນ ອີກ ຄໍາຕອບ ໜຶ່ງ ທີ່ ສອດຄ່ອງ ກັບ ຄໍາເວົ້າ ຂອງ ພນັກງານລາວ:
"ຜູ້ ທ້ອນເງິນ ໄດ້ ມີເງິນ ມີຄໍາ ກໍມີ ຝາກເມືອໃຫ້ ພໍ່ແມ່ ເຂົາ ຜູ້ຫລິ້ນໄພ້ ຫລິ້ນ ໂບກ ຫລິ້ນ ການພນັນ ກໍບໍ່ ເຫລືອ ລະ".
ພ້ອມດຽວກັນ ຂ້າພະເຈົ້າ ກໍຍັງ ຖາມ ໄປຮອດ ເຣື່ອງ ເຊື້ອໂຣກ ຕິດຕໍ່ ທາງ ເພດສັມພັນ ທີ່ ຮ້າຍແຮງ ຕ່າງໆ ເປັນຕົ້ນ ເຊື້ອ HIV/AIDS d=ໄດ້ຮັບ ຄໍາຕອບ ວ່າ ຢ້ານ ແຕ່ກໍຕ້ອງ ໄດ້ ຣະມັດ ຣະວັງ ອາສັຍ ຖົງ ອະນາມັຍ ແຕ່ ກໍຄິດວ່າ ຍັງມີ ຄວາມ ສ່ຽງ ຢູ່. ໃນການ ໂອ້ລົມ ກັນ ນັ້ນ ກໍໄດ້ຖາມ ເຖິງ ເຣື່ອງ ການ ປາບປາມ ຂອງ ເຈົ້າໜ້າທີ່ ວ່າ ຢ້ານ ຖືກຈັບ ຖືກ ປັບໃໝ ໃສ່ໂທດ ຫລືບໍ່ ນັ້ນ ກໍໄດ້ ຮັບ ຄໍາຕອບ ວ່າ ກໍຄິດນໍາ ເຣື່ອງນີ້ ຢູ່ ແຕ່ ທີ່ ຜ່ານມາເຫັນວ່າ ດົນດົນໆ ເພິ່ນ ອອກ ກວດກາ ເທື່ອໜຶ່ງ.
ແລະ ຕາມ ຄໍາເວົ້າ ຂອງ ແມ່ຍິງ ລາວ ຜູ້ເດີມ ແລ້ວ ແມ່ນວ່າ ທາງການ ກໍເອົາໃຈໃສ່ ສະກັດ ກັ້ນ ປາບປາມ ແລະ ເຕືອນຢູ່ ເຣື່ອງ ຄ້າ ປະເວນີ ຂອງ ເດັກນ້ອຍ ແມ່ຍິງ ລາວ ນີ້:
"ເຂົາກໍ ຈໍາກັດ ກໍກວດລ້າງ ຢູ່ໃດ ພວກ ຕໍາຣວດ ພວກ ປກສ ບ້ານ ປກສ ເມືອງ ກະລົງມາ ອັນນັ້ນ ຢູ່. ມີຄືກັນ ບໍ່ໃຫ້ເຮັດ ຈັ່ງຊັ້ນ ໃຫ້ ຫາກິນ ສຸດຈະຣິດ ແບບ ໃຊ້ ເຮື່ອແຮງ ບອກຢູ່ ທາງບ້ານ ໄປລວມ ໄປຫຍັງ ເຂົາ ກໍເວົ້າ ຫາກມັນ ຊິຟັງບໍ່? ໂຕໜຶ່ງ ມັນ ສະບາຍ ໂຕໜຶ່ງ ມັນຍາກ".
ສລຸບແລ້ວ ແມ່ນວ່າ ການ ຄ້າ ປະເວນີ ລາວ ຄູ່ມື້ນີ້ ບໍ່ຄືກັນ ກັບ ແຕ່ກ່ອນ ທີ່ ເລາະ ຫາກັນ ແຕ່ຫາກ ຕິດຕໍ່ ຫາກັນ ທາງ ໂທຣະສັບ ມືຖື, ຕິດຕໍ່ ຜ່ານ ເຄືອຂ່າຍ ຂອງ ກຸ່ມ ເຂົາເອງ ຢູ່ໃນ ສື່ສັງຄົມ ຂອງ ເຂົາເອງ. ແລະ ຈາກການ ໂອ້ລົມ ກັບ ຜູ້ຍິງ ລາວ ທີ່ໃຫ້ ບໍຣິການ ທາງເພດ ຈະ ຮູ້ສຶກໄດ້ ເຖິງ ຄວາມ ໝັ້ນໃຈ ຂອງ ເຂົາ ໃນການ ໃຊ້ ໂທຣະສັບ ມືຖື ຂຽນ ຂໍ້ຄວາມ ຕິດຕໍ່ ອີ່ຫຍັງ ຕ່າງໆ. ແລະ ທ້າຍສຸດ ນາງ ກໍຮັບວ່າ ແມ່ຍິງ ລາວ ທີ່ ຂາຍ ບໍຣິການ ທາງເພດ ແມ່ນ ມີໜ້ອຍ. ຂນະທີ່ ແມ່ຍິງສາວ ລາວ ທີ່ ສງ່ຽມ ຈຽມຕົວ ສແວງຫາ ຄວາມຮູ້ ດໍາຣົງ ຊີວິດ ຕາມ ຮີດຄອງ ປະເພນີ ອັນດີງາມ ຂອງລາວ ຢູ່ ເປັນ ຈໍານວນ ຫລວງຫລາຍ ຟັງຄວາມ ພໍ່ແມ່ ຄຣູບາ ອາຈານ ຕັ້ງໜ້າ ສຶກສາ ຮໍ່າຮຽນ ແລະ ປະກອບ ອາຊີບ ທີ່ ສຸດຈະຣິດ ມີໜ້າທີ່ ວຽກງານ ທີ່ ມີໜ້າ ມີຕາ ໃນ ສັງຄົມ ອັນເຮັດໃຫ້ ກຽດສັກສີ ຂອງ ແມ່ຍິງ ລາວ ໃນ ສັງຄົມ ບໍ່ຖືກ ເບິ່ງໄປ ໃນທາງ ທີ່ບໍ່ດີ.
ຢ່າງໃດ ກໍຕາມ ຫລາຍຄົນ ຍັງຂ້ອງໃຈ ຢູ່ວ່າ ມີ ອີ່ຫຍັງ ເກີດຂຶ້ນ ໃນ ສັງຄົມລາວ ເປັນຫຍັງ ຈຶ່ງ ມີບັນຫາ ແບບນີ້ ເກີດຂຶ້ນ ໃນ ສັງຄົມ ລາວ ຊຶ່ງ ແຕ່ໃດໆ ມາ ແມ່ຍິງລາວ ເປັນຜູ້ ບໍຣິສຸດ ຜຸດຜ່ອງ ຮັກສາ ກຽດສັກສີ ຂອງຕົນ ຮັກສາ ຮີດຄອງ ປະເພນີ ອັນດີງາມ ຂອງລາວ ທີ່ ພໍ່ແມ່ ປູ່ຍ່າ ຕາຍາຍ ໄດ້ ສັ່ງສອນ ສືບທອດ ກັນມາ. ແຕ່ກ່ອນ ເຄີຍ ໄດ້ຍິນ ໄດ້ເຫັນ ແຕ່ແມ່ຍິງ ປະເທດ ອື່ນ ເຂົ້າມາ ຫາກິນ ເຣື່ອງ ການຄ້າ ປະເວນີ ຢູ່ ລາວ, ຈະບໍ່ມີ ແມ່ຍິງລາວ ອອກ ນອກບ້ານ ຫາກິນ ແບບ ເຊື່ອມເສັຽ ວັທນະທັມ ອັນດີງາມ ຂອງລາວ ຄື ສູ່ມື້ນີ້.