ດັດສະນີທັກສະການອ່ານ-ຄິດໄລ່ ຂັ້ນພື້ນຖານ ຂອງນັກຮຽນອາຍຸ 7-14 ປີຍັງອ່ອນ

ໄຊຍາ
2024.09.12
ດັດສະນີທັກສະການອ່ານ-ຄິດໄລ່ ຂັ້ນພື້ນຖານ ຂອງນັກຮຽນອາຍຸ 7-14 ປີຍັງອ່ອນ ນີ້ເປັນພຽງຮູບປະກອບ ເຊິ່ງນາຍຄູທີ່ໂຮງຮຽນແຫ່ງໜຶ່ງ ເຂດຫ່າງໄກສອກຫຼີກຂອງລາວ ກຳລັງໃຊ້ຮູບປະກອບ ການອະທິບາຍ ບົດຮຽນໃຫ້ນັກຮຽນ ເທື່ອລະຄົນ, ເດືອນພະຈິກ ປີ 2022.
ຮູບພາບຈາກພົນລະເມືອງ

ລາຍງານການສໍາຫຼວດດັດສະນີໝາຍສັງຄົມລາວຄັ້ງທີ 3 ປີ 2023 ຫຼື LSIS III ລະບຸວ່າເດັກນ້ອຍລາວ ອາຍຸ 7-14 ປີ ມີທັກສະການອ່ານຂັ້ນພື້ນຖານຄື 38,5  ອາຍຸສຳລັບຊັ້ນ ປ.2 ຫຼື ປ.3 ຄື 18,6 ແລະ ກຳລັງສຶກສາຢູ່ຊັ້ນ ປ.2 ຫຼື ປ.3 ຄື 16,2. ສ່ວນດັດສະນີໝາຍສັງຄົມກ່ຽວກັບເດັກອາຍຸ 7-14 ປີມີທັກສະການຄິດໄລ່ຂັ້ນພື້ນຖານຄື 42,1, ອາຍຸສຳລັບຊັ້ນ ປ.2 ຫຼື ປ.3 ຄື 22,6 ແລະ ກຳລັງສຶກສາຢູ່ຊັ້ນ ປ.2 ຫຼື ປ.3 ຄື 19,7 ນັ້ນໝາຍຄວາມວ່າທັກສະການອ່ານ ແລະ ຄິດໄລ່ຂັ້ນພື້ນຖານຂອງນັກຮຽນອາຍຸ 7-14 ປີ ຍັງອ່ອນຍ້ອນ 0 ຄືສະຖານະຕົວຊີ້ວັດທີ່ຕໍ່າທີ່ສຸດ ແລະ 100 ຄືສະຖານະຕົວຊີ້ວັດທີ່ດີທີ່ສຸດ. ດັ່ງເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 10 ກັນຍາ ທີ່ຜ່ານມາວ່າ.

“ອ່ານພາສາລາວບໍ່ ຄິດໄລ່ຄະນິດສາດພື້ນຖານນີ້ນ່າຫາກໍ່ສໍາຫຼວດຄັ້ງທໍາອິດຜ່ານມາບໍ່ເຄີຍເອົາເຂົ້າໃນ MICS (Multiple Indicator Cluster Surveys Programme) ຈັກເທື່ອອັນນີ້ໝາຍເຖິງ MICS ເນາະຫຼືວ່າ LSIS ຫັ້ນນ່າຜົນມັນກໍ່ຕໍ່າຫັ້ນແຫຼະເພາະວ່າຍ້ອນມັນມີບັນຫາໂຄວິດ-19 ເສດຖະກິດມິຫຍັງຫຼາຍຢ່າງເດ້ມັນໄລຍະນີ້ຫັ້ນນ່າໂຕນີ້ມັນໂຕ SDG4 ເດ້.

 ເຈົ້າໜ້າທີ່ຜູ້ປະສານງານລະຫວ່າງກະຊວງສຶກສາທິການ ແລະ ກິລາ ຂອງອົງການ UNICEF ປະຈຳລາວກ່າວວ່າທັກສະການອ່ານ ແລະ ຄິດໄລ່ຂັ້ນພື້ນຖານຂອງນັກຮຽນອາຍຸ 7-14 ປີຍັງອ່ອນຫຼາຍຍ້ອນຄວາມຮູ້ຂອງນັກຮຽນບໍ່ສົມຄູ່ໃນລະດັບຊັ້ນ. ດັ່ງຜູ້ປະສານງານກ່າວວ່າ.

“ຢູ່ໃນລະດັບອ່ອນຫັ້ນແຫຼະທີ່ເຮົາວັດອີງອ່ອນຢູ່ໃນນີ້ໝາຍຄວາມວ່າມັນມີ 2 ອັນໜຶ່ງຢູ່ລະດັບອ່ອນອັນທີສອງເຂົາເອີ້ນວ່າມັນຜົນຄຳເວົ້າກັນອອກມາໝາຍຄວາມວ່າຄວາມຮູ້ລະດັບຫັ້ນນ່າບໍ່ສົມຄູ່ກັບໃນຊັ້ນຫັ້ນຕົວຢ່າງຊັ້ນ ປ.3 ຄວນຈະອ່ານອອກຂຽນໄດ້ແຕ່ວ່າມັນບໍ່ທັນວ່າໃນລະດັບນັ້ນ.

 ຂະນະທີ່ພາບລວມຂອງ SDG4 ວ່າດ້ວຍເລື່ອງການສຶກສາທີ່ມີຄຸນນະພາບຂອງປະເທດລາວໃນສະຖານະລູກສອນສີສົ້ມຊີ້ໄປທາງຂວາຫຼືຮ້ອງວ່າ Stagnating ມີຄວາມໝາຍວ່າການສຶກສາທີ່ມີຄຸນນະພາບມີແນວໂນ້ມບໍ່ຄືບໜ້າອີງຕາມຂໍ້ມູນຂອງສະຫະປະຊາຊາດທີ່ໄດ້ລາຍງານການພັດທະນາທີ່ຍືນຍົງປີ 2024 ປະຈຳປາຣິສ.

 ຍົກຕົວຢ່າງຢູ່ເມືອງສົບເບົາ ແຂວງຫົວພັນ ໄດ້ມີການລົງປະເມີນນັກຮຽນຊັ້ນ ປ.3 ເຖິງ ປ.5 ທົ່ວເມືອງຂອງສົກຮຽນ 2023-2024 ທີ່ຜ່ານມາໃນວິຊາຫຼັກຄື ຂຽນ ອ່ານ ແລະ ຄິດໄລ່ເລກໂດຍພົບວ່າຢູ່ໃນລະດັບອ່ອນຫຼາຍ 16,7% ອ່ອນ 26,5%, ກາງ 27,9%. ດີ 13,5% ແລະ ດີຫຼາຍ 15,4% ຍ້ອນນັກຮຽນສ່ວນໃຫຍ່ບໍ່ຮູ້ພາສາລາວແລະຄູບໍ່ພຽງພໍ ດັ່ງເຈົ້າໜ້າທີ່ແຂວງຫົວພັນກ່າວວ່າ.

“ໂຕຂອງນັກຮຽນກໍ່ບໍ່ໄດ້ເອົາໃຈໃສ່ເລື່ອງ ການຮຽນສົນໃຈກັບແຕ່ເລື່ອງສື່ສັງຄົມອ໋ອນລາຍ ແລ້ວກໍ່ຄູອາຈານກໍ່ບໍ່ທັນໄດ້ສອນເຕັມເມັດ ເຕັມໜ່ວຍ ກໍ່ອັນໜຶ່ງແມ່ນຄູຜູ້ດຽວສອນຫຼາຍຫ້ອງ ຫ້ອງຄວບກໍ່ອັນສອງນັກຮຽນສ່ວນຫຼາຍກາເປັນນັກຮຽນຊົນເຜົ່າ ເພາະວ່າຢູ່ເມືອງເຮົານີ້ກວມເອົາບ້ານຊົນເຜົ່ານີ້ 20 ກ່ວາບ້ານຄູກັບນັກຮຽບໍ່ຮູ້ພາສາກັນຈັ່ງຊິນ່າເນາະ.

ຂະນະທີ່ຜົນການປະເມີນ ການອ່ານອອກຂຽນໄດ້ແລະການຄິດໄລ່ ເປັນຂອງນັກຮຽນຊັ້ນ ປ.3 ເຖິງ ປ.5 ຢູ່ໂຮງຮຽນປະຖົມດອນໄຊ ແລະ ນາງາມ ເມືອງໄຊ ແຂວງອຸດົມໄຊໃນວັນທີ 07 ພະຈິກ 2023 ທີຜ່່ານມາລະບຸວ່ານັກຮຽນ ປ.3 ຈໍານວນ 16 ຄົນຄິດເປັນ 80% ທີ່ອ່ານບໍ່ອອກ ແລະ ນັກຮຽນ ປ.3 ຈຳນວນ 14 ຄົນຄິດເປັນ 70% ທີ່ຄິດໄລ່ເລກບໍ່ເປັນຍ້ອນອຸປະສັກ ການໃຊ້ພາສາດັ່ງເຈົ້າໜ້າທີ່ແຂວງອຸດົມໄຊກ່າວວ່າ.

“ມີມົ້ງມີກືມມຸພວກຫໍ້ນີ້ຮຽນນີ້ກໍ່ຢາກຊ້າເນາະ ຄົນພູດອຍມາແຕ່ຜົ້ງສາລີປາກຄວາມລາວ ກໍ່ບໍ່ແຈ້ງຖືວ່າດຽວນີ້ໄທເຮົາກໍ່ແມ່ນແບບນັກຮຽນ ທີ່ມັນອ່ານບໍ່ໄດ້ຄິດໄລ່ບໍ່ໄດ້ມັນມີຈຳນວນຈັກຄົນຂຶ້ນແຜນ ເພື່ອວ່າບໍາລຸງຫຼືວ່າສອນເພີ່ມດຽວນີ້ເພິ່ນຈຶ່ງເລັ່ງໃສ່ວ່າ ມີການຝຶກຄູກ່ຽວກັບການສອນອັນນ່າການສອນພາສາລາວ ໃຫ້ແກ່ຊົນເຜົ່າເດຄູເຮົາກຳລັງຝຶກກຳລັງຊິນໍາໃຊ້ສົກຮຽນນີ້ນີ້.”

ເຈົ້າໜ້າທີ່ແຂວງອຸດົມໄຊ ກ່າວຕື່ມວ່າຜົນການປະເມີນເປັນພຽງສຸ່ມເອົາຕົວຢ່າງ ຂອງນັກຮຽນ ປ.3 ຈຳນວນ 20 ຄົນເທົ່ານັ້ນບໍ່ໄດ້ປະເມີນນັກຮຽນຊັ້ນ ປ.3 ທຸກຄົນ.

ດ້ານຄູຈາກໂຮງຮຽນຊັ້ນປະຖົມສຶກສາ ຢູ່ແຂວງສາລະວັນກ່າວວ່ານັກຮຽນທີ່ບໍ່ສາມາດອ່ານ ແລະ ບໍ່ສາມາດຄິດໄລ່ເລກລະດັບພື້ນຖານ ໄດ້ຍ້ອນວ່າພໍ່ແມ່ບໍ່ມາສົ່ງລູກເຂົ້າຮຽນແຕ່ເອົາລູກ ໄປລ້ຽງຢູ່ໄຮ່ຢູ່ສວນແທນຈຶ່ງເປັນຫ່ວງວ່າຖ້າ ນັກຮຽນຍັງບໍ່ສາມາດອ່ານ ແລະ ຄິດໄລ່ເລກພື້ນຖານໄດ້ຈະບໍ່ສາມາດຮຽນຕໍ່ໄດ້ໃນອະນາຄົດ. ດັ່ງຄູປະຖົມສຶກສາແຂວງສາລະວັນກ່າວວ່າ:

“ກໍ່ ປ.1 ອ່ອນອ່ອນຫຼາຍເນາະບາງຄົນກໍ່ອ່ານບໍ່ໄດ້ນັກຮຽນຂາດ ຕິດຂາດຕອນນ່າບາງມື້ກໍ່ມາບາງມື້ກໍ່ບໍ່ມາບາງເທື່ອກໍ່ເປັນເດືອນກໍ່ມີຂາດ ພໍ່ແມ່ເຂົາເອົາໄປໄຮ່ໄປສວນນ່າໄປເຮັດສວນມັນມັນໄດ້ດ້ານເສດຖະກິດຫຼາຍໂຕນີ້ ມັນມີຜົນກະທົບຄັນບໍ່ໄດ້ຮຽນເນາະ ໂດຍສະເພາະເພື່ອການຂາຍມັນບໍ່ ຫຼືວ່າວິຊາຊີບເປັນຫຼັກຫັ້ນນ່າບາງຄົນກໍ່ຄິດໄລ່ເລກ ບໍ່ໄດ້ຢ້ານເຂົາຫຼອກ.”

ໃນທາງກັບກັນເມື່ອ ເມື່ອເບິ່ງລາຍງານການສຳຫຼວດດັດສະນີໝາຍສັງຄົມລາວຄັ້ງທີ 3 ປີ 2023 ຍັງພົບວ່າຜູ້ຍີງ ແລະ ຜູ້ຊາຍອາຍຸ 15-24 ປີ ຂອງປະເທດລາວສາມາດອ່ານຂໍ້ຄວາມສັ້ນໆງ່າຍໆ ກ່ຽວກັບຊີິວິດປະຈຳວັນໄດ້ແບ່ງເປັນຜູ້ຍິງ 82,1 ແລະ ຜູ້ຊາຍ 86,3 ເຊີ່ງໄກ້ເຂົ້າ 100 ທີ່ໝາຍເຖິງສະຖານະຕົວຊີ້ວັດທີ່ດີທີ່ສຸດທີ່ສືບເນື່ອງ ຈາກລັດຖະບານໄດ້ມີການຈັດຕັ້ງການຮຽນ-ການສອນລົບລ້າງຄວາມບໍ່ຮູ້ໜັງສືໃຫ້ກັບປະຊາກອນກຸ່ມເປົ້າໝາຍໃນເກນອາຍຸ 6-40 ປີ ທີ່ຮຽນບໍ່ຈົບຊັ້ນປະຖົມ ແລະ ມັດທະຍົມໄດ້ມີໂອກາດເຂົ້າຮຽນຢູ່ຂະແໜງການສຶກສານອກໂຮງຮຽນ. ດັ່ງເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ອີກທ່ານກ່າວວ່າ:

“ສົ່ງເສີມໃຫ້ຄົນຮຽນໜັງສືຄົນທີ່ບໍ່ຮູ້ໜັງສືແລ້ວ ມາຮຽນໜັງສືແລ້ວກໍ່ສົ່ງເສີມໃຫ້ເຂົາເຈົ້າຮຽນຕໍ່ປະຖົມ ມັດທະຍົມຕົ້ນ ແລະ ກໍ່ມັດທະຍົມປາຍຈຳນວນໜຶ່ງ ຈົບໄປກໍ່ກືກຄືນຈັ່ງຊິນ່າຖືວ່າ ບາງຄົນກໍ່ສ່ວນຫຼາຍແມ່ນອ່ານອອກຂຽນໄດ້ເນາະຄິດໄລ່ ເລກກໍ່ພໍສໍ່າການສຶກສາຂັ້ນພື້ນຖານຫັ້ນແຫຼະ.”

ເຈົ້າໜ້າທີ່ກະຊວງສຶກສາກ່າວຕື່ມວ່າສໍາລັບສົກຮຽນ 2023-2024 ທີ່ຜ່ານມາວຽກງານການສຶກສານອກລະບົບໂຮງຮຽນສາມາດນໍາປະຊາກອນກຸ່ມເປົ້າໝາຍໃນເກນອາຍຸ 6-40 ປີທົ່ວປະເທດໃຫ້ມີໂອກາດເຂົ້າຮຽນຊັ້ນປະຖົມສຶກສາ ມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍໄດ້ທັງໝົດປະມານ 34 ພັນຄົນ.

 ທ່ານ ພຸດ ສິມມາລາວົງ ລັດຖະມົນກະຊວງສຶກສາທິການ ແລະ ກິລາ ກ່າວເນື່ອງໃນໂອກາດວັນສາກົນແຫ່ງການຮຽນຮູ້ໜັງສືຄົບຮອບ 59 ປີ ວ່າລັດຖະບານຈະສຸມໃສ່ເພື່ອສ້າງເງື່ອນໄຂໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາໃນສະພາບການທີ່ມີສີ່ງທ້າທາຍອັນໃຫຍ່ຫຼວງຄືປະເທດ ລາວຂາດແຄນຄູສອນ, ມີຜູ້ດ້ອຍໂອກາດຈຳນວນບໍ່ໜ້ອຍ ທີ່ເຂົ້າເຖິງການສຶກສາໄດ້ຍາກ ແລະ ອັດຕາປະລະຂອງນັກຮຽນສູງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.