ຄ່າຮຽນ ໂຮງຮຽນລັດ: ເມື່ອຄວາມເປັນຈິງ ບໍ່ກົງກັບນະໂຍບາຍ
ເຖິງແມ່ນວ່າ ລັດຖະບານ ມີນະໂຍບາຍ ບໍ່ເກັບຄ່າຮຽນ ສຳລັບໂຮງຮຽນລັດ ແຕ່ຄວາມເປັນຈິງ ຍັງມີການເກັບເງິນ ເພື່ອນຳໃຊ້ ເຂົ້າໃນການຮຽນ-ການສອນ.
-
ສຸພັດຕາ
2025-03-04 -
-
-
Your browser doesn’t support HTML5 audio
ເຖິງແມ່ນວ່າ ລັດຖະບານ ມີນະໂຍບາຍ ບໍ່ເກັບຄ່າຮຽນ ສຳລັບໂຮງຮຽນລັດ ແຕ່ຄວາມເປັນຈິງ ຍັງມີການເກັບເງິນ ເພື່ອນຳໃຊ້ ເຂົ້າໃນການຮຽນ-ການສອນ ເນື່ອງຈາກ ໂຮງຮຽນ ບໍ່ມີເງິນອອກຄ່າໃຊ້ຈ່າຍອື່ນໆ ທີ່ຈຳເປັນ ຕໍ່ການຮຽນ ແລະການສິດສອນ ພາຍໃນໂຮງຮຽນ.
ອີງຕາມການສອບຖາມ ຜູ້ປົກຄອງຂອງນັກຮຽນ ໃນສົກຮຽນ ປີ 2024-2025 ນີ້ ຈຶ່ງສະຫຼຸບໄດ້ວ່າ ນັກຮຽນລະດັບຊັ້ນປະຖົມສຶກສາ ເຖິງມັດທະຍົມສຶກສາ ຫຼາຍແຫ່ງ ໃນລາວ ຕ້ອງໄດ້ຈ່າຍ ຄ່າປຶ້ມແບບຮຽນ, ຄ່າບູລະນະໂຮງຮຽນ, ຄ່າກິດຈະກໍາ ໃຫ້ໂຮງຮຽນທຸກປີ ເຊັ່ນ: ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານໄຮ່ ເມືອງໄຊບົວທອງ ແຂວງຄໍາມ່ວນ ນັກຮຽນແຕ່ຊັ້ນ ມ.1 ເຖິງ ມ.4 ຕ້ອງໄດ້ເສຍຄ່າປຶ້ມແບບຮຽນ ເນື່ອງຈາກປຶ້ມແບບຮຽນ ບາງວິຊາຍັງຂາດແຄນ ບໍ່ສາມາດໃຊ້ຮຽນໄດ້ ແລະ ຕ້ອງຊື້ໄວ້ ສໍາລັບມອບໃຫ້ແກ່ລຸ້ນນ້ອງຕໍ່ໄປ. ສ່ວນຄ່າບູລະນະໂຮງຮຽນ ຕ້ອງໄດ້ເສຍເປັນປີ ອີກນໍາດ້ວຍ. ໃນຂະນະທີ່ ຜູ້ປົກຄອງ ທີ່ຖານະທຸກຍາກ ກໍບໍ່ມີເງິນສົ່ງເສີມລູກ ໃນເລື່ອງດັ່ງກ່າວ, ຕາມຄວາມເວົ້າ ຂອງຜູ້ປົກຄອງ ຈາກບ້ານໄຮ່ ທີ່ມີລູກຢູ່ໂຮງຮຽນດັ່ງກ່າວນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ມີນາ ນີ້ວ່າ:
“ກໍໄດ້ເສຍແຕ່ປຶ້ມແບບຮຽນ ຫັ້ນແຫຼະ ເດັກນ້ອຍ ເຂົາກໍຮັກສາບໍ່ກຸ້ມ ຫັ້ນແຫຼະ. ສ່ວນຫຼາຍ ມັນຈະໄດ້ຂາດ ໄດ້ຊື້ມາໃໝ່ ມາປະໄວ້ ໃຫ້ລຸ້ນນ້ອງຕໍ່ໄປ ແບບວ່າ ເສຍຄ່າໂຮງຮຽນປີຫັ້ນ ກະປີໜຶ່ງ 60 ພັນກີບຫັ້ນແຫຼະ ຄ່າບູລະນະໂຮງຮຽນ ເຂົາຫັ້ນແຫຼະ ດຽວນີ້ ຄົນທຸກນີ້ ດີບໍ່ດີ ບໍ່ໄດ້ເຂົ້າໂຮງຮຽນຊໍ້າ ພໍ່ແມ່ບໍ່ມີເງິນຊື້ປຶ້ມ ຊື້ສໍໃຫ້ຊື່ໆ ດອກ ທຸກຍາກເນາະ. ອາໄສກໍເຮັດນາ ກິນເຂົ້າ ຂາຍເຂົ້າ ໄດ້ເຂົ້າຫຼາຍ ກໍໄດ້ຂາຍ ບໍ່ໄດ້ເຂົ້າ ກໍອຶດເຂົ້າ ເທົ່ານັ້ນລະບໍ.”
ທ່ານກ່າວຕື່ມວ່າ ໃນໄລຍະ 2 ປີ ຜ່ານມາ ທີ່ລູກຂອງທ່ານ ຍັງເຂົ້າໂຮງຮຽນ ໃນຊັ້ນ ປ.1 ຫາ ປ.5 ຢູ່ໂຮງຮຽນປະຖົມໂສກປາຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ນັ້ນ ຕ້ອງໄດ້ເສຍຄ່າກິດຈະກໍາ ໃຫ້ໂຮງຮຽນ ໃນແຕ່ລະປີ ແລະ ເສຍຄ່າຮຽນເພີ່ມ ຕື່ມນໍາດ້ວຍ ເນື່ອງຈາກ ລູກຮຽນອ່ອນບາງວິຊາ ຈຶ່ງຕ້ອງໄດ້ຮຽນເພີ່ມຕື່ມ, ດັ່ງທ່ານກ່າວຕື່ມວ່າ:
“ປີໜຶ່ງນີ້ ເພິ່ນເກັບເອົາ 650,000 (ກີບ) ກິດຈະກໍາບໍ ຈັ່ງຊີ້ ແລ້ວກໍມີການອະນາໄມ ປາກແຂ້ວຫັ້ນນ່າ ແຂ້ວແມງ ຈໍາບໍ່ຄ່ອຍໄດ້ແລ້ວ ແຕ່ລະເດືອນ ຍັງໄດ້ເສຍຢູ່ ບໍ່ຕໍ່າກວ່າ 150,000 (ກີບ) ຂຶ້ນໄປ. ຮຽນອ່ອນວິຊາໃດ ເຮົາກໍຮຽນແບບວ່າ ເລີ່ມຕົ້ນ 3 ໂມງເຄິ່ງ ຂຶ້ນຫາ 5 ໂມງ ທໍ່ຫັ້ນແຫຼະ, ເສຍວ່າ ອາຈານວ່າ ຮຽນເພີ່ມຫັ້ນນ່າ.”
ເກັບເງິນ ເພາະເງິນບໍລິຫານໂຮງຮຽນ ບໍ່ພຽງພໍ
ຂະນະທີ່ ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານຫ້ວຍໂອ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນັ້ນ ກໍກໍານົດໃຫ້ພໍ່ແມ່ຜູ້ປົກຄອງ ນັກຮຽນ ແຕ່ຊັ້ນ ມ.1 ຫາ ມ.4 ຕ້ອງໄດ້ຈ່າຍຄ່າປຶ້ິມແບບຮຽນ ແລະຄ່າກິດຈະກໍາ ໃຫ້ລູກໄດ້ຮຽນຄືກັນ ເຖິງແມ່ນວ່າ ທີ່ຜ່ານມາ ມີກົດໝາຍ ບໍ່ໃຫ້ໂຮງຮຽນ ເກັບເງິນນໍາພໍ່ແມ່ ຜູ້ປົກຄອງ ແລ້ວກໍຕາມ, ແຕ່ໂຕຈິງ ຍັງມີການເກັບເງິນ ນໍາພໍ່ແມ່ ຜູ້ປົກຄອງຂອງນັກຮຽນ, ດັ່ງຜູ້ປົກຄອງ ທ່ານໜຶ່ງ ຢູ່ບ້ານຫ້ວຍໂອ່ງ ກ່າວວ່າ:
“ລູກຂອງຂ້ອຍໄປເຂົ້າ ກໍມາຖາມເອົາເງິນ ວ່າ ໄປອອກໂຮງຮຽນ ເສຍຄ່າຟືນ, ຄ່າໄຟ, ໂນ້ນຄ່ານີ້ ຄົນໜຶ່ງ 300-400 ບາດແຫຼະ ມ.1 ຮອດ ມ.4 ມີທຸກປີ ທໍາອິດຫັ້ນ. ຕອນອັນມີແຈ້ງການ ດໍາລັດອອກມາຫັ້ນ ບໍ່ໃຫ້ເກັບຫັ້ນເນາະ, ບາດນີ້ ອີງໃສ່ເງິນບໍລິຫານໂຮງຮຽນ ບໍ່ພຽງພໍແນ່ ເຂົາກໍວ່າ ບໍ່ແມ່ນເກັບນໍານັກຮຽນແຫຼະ ເກັບນໍາພໍ່ແມ່ນັກຮຽນ.”
ໃນຂະນະທີ່ ຜູ້ປົກຄອງນັກຮຽນ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກໍເວົ້າວ່າ ລາຄາຊຸດ ນັກຮຽນເພດຍິງ ຊັ້ນ ມ.1 ທັງສິ້ນ ແລະເສື້ອຂາວ ຕົກຢູ່ປະມານ 6 ແສນກີບ ຕໍ່ຊຸດ.
ໃນດ້ານຂອງຄູສອນ
ດ້ານນາຍຄູ ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານຫ້ວຍໂອ່ງ ກ່າວວ່າ ໃນແຕ່ລະປີ ໂຮງຮຽນ ໄດ້ໃຫ້ພໍ່ແມ່ຜູ້ປົກຄອງນັກຮຽນ ປະກອບສ່ວນ ຄ່າກິດຈະກໍາ ພາຍໃນໂຮງຮຽນ ທີ່ເປັນປະໂຫຍດຕໍ່ນັກຮຽນ ຍ້ອນໂຮງຮຽນ ບໍ່ມີເງິນພຽງພໍ ທີ່ຈະສົ່ງເສີມດ້ານຕ່າງໆ, ດັ່ງທ່ານກ່າວວ່າ:
“ເຮົາກໍປັບປຸງຫ້ອງນໍ້າ, ທາສີ ແລ້ວກະແປງເດີ່ນກິລາຫັ້ນ, ລ້ອມຮົ້ວ, ຊຶື້ເຫຼັກ ຊື້ຫຍັງນີ້ນ່າ ແຕ່ລະປີ ພວກເຮົາກໍໃຫ້ປະກອບສ່ວນ ເພາະວ່າ ເຮົາກໍມີກິດຈະກໍາຫຼາຍແນວເນາະ ສົມມຸດວ່າ ຫ້ອງນໍ້າມັນແລ້ວ ກໍຍ້າຍໄປເຮັດໂຕອື່ນ ປູກຕົ້ນໄມ້ບໍ, ເຮັດສວນຜັກນັກຮຽນບໍ, ຊື້ຕາໜ່າງມິຫຍັງເບາະ ຊິນ່າ. ຫ້ອງພັກ 2 ຫຼັງ ດຽວນີ້ ກໍໂດກແລ້ວ ໄດ້ຊື້ບາງສ່ວນ ບາງອັນ ສັງກະສີ ກໍໄດ້ປ່ຽນ ບາງແຜ່ນຫັ້ນ.”
ຂ່າວ ກ່ຽວກັນ
ທາງການລາວ ເອົາທະຫານ ມາຝຶກອົບຮົມເປັນຄູ ໂດຍເລີ່ມຢູ່ແຂວງສະຫວັນນະເຂດ ພາຍຫຼັງລາວຂາດແຄນຄູ ຫຼາຍ
ອັດຕາປະລະການຮຽນ ຢູ່ ແຂວງຊຽງຂວາງ ເພີ່ມຂຶ້ນ
ທົ່ວປະະເທດ ປະລະການຮຽນສູງເຖິງ ກ່ວາແສນ ຄົນພາຍໃນ 3 ປີ
ສ່ວນປຶ້ມແບບຮຽນ ທີ່ພໍ່ແມ່ຜູ້ປົກຄອງ ໄດ້ຊື້ຫົວໃໝ່ໃຫ້ລູກນັ້ນ ກໍແມ່ນຄວາມຈິງແທ້ ຍ້ອນຂາດແຄນປຶ້ມແບບຮຽນ. ບາງວິຊາຂາດ ບໍ່ສາມາດໃຊ້ຮຽນໄດ້ ອີກທັງ ໂຮງຮຽນ ບໍ່ມີປຶ້ມແບບຮຽນ ໃຫ້ນັກຮຽນຄົບໝົດທຸກຄົນ ເນື່ອງຈາກ ນັກຮຽນລຸ້ນກ່ອນໆ ບໍ່ເອົາປຶ້ມແບບຮຽນ ມາສົ່ງຄືນໂຮງຮຽນ ແລະ ບໍ່ສາມາດຕາມເອົາ ປຶ້ມແບບຮຽນນັ້ນ ກັບຄືນມາໄດ້, ດັ່ງນາຍຄູ ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານຫ້ວຍໂອ່ງ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ປຶ້ມມັນເສຍຫາຍເນາະ ພວກເຮົາກໍໄດ້ເກັບເອົາເງິນ ຂອງພໍ່ແມ່ນັກຮຽນຫັ້ນ ປະກອບສ່ວນຈໍານວນໜຶ່ງ ໄປຊື້ຫົວໃໝ່ ບາງເທື່ອ ກໍໄປກ໊ອບປີ້ເອົາ ວິຊາໜຶ່ງ ກໍ 2 ຄົນຕໍ່ຫົວ ພວກເຮົາ ເອົາປຶ້ມຕໍາລາແບບຮຽນ ໃຫ້ເຂົາເຈົ້າກໍບໍ່ສົ່ງເລີຍ ເປັນແບບນັ້ນ ທຸກປີ ທຸກປີ ບາງຄົນກໍອອກໄປເລີຍ ແລ້ວບໍ່ຮູ້ຕົ້ນປາຍສາເຫດ ນໍາຫາກໍບໍ່ໄດ້.”
ກ່ອນໜ້ານີ້ ໃນສົກຮຽນ ປີ 2022-2023 ພະແນກສຶກສາທິການ ແລະກິລາ ແຂວງຫຼວງພຣະບາງ ໄດ້ອອກແຈ້ງການ ໃຫ້ໂຮງຮຽນ ສາຍສາມັນສຶກສາຂອງພາກລັດ ທົ່ວແຂວງຫຼວງພຣະບາງ ບໍ່ເກັບເງິນຄ່າທໍານຽມ ແລະຄ່າບໍລິການນັກຮຽນ ທີ່ມາສະເໜີໂຕ ເຂົ້າໂຮງຮຽນໃໝ່ ໂດຍໃຫ້ໃຊ້ເງິນ ບ້ວງບໍລິຫານໂຮງຮຽນ ແຕ່ຫາກຈະເກັບເງິນ ນໍາພໍ່ແມ່ຜູ້ປົກຄອງ ກໍຕ້ອງໄດ້ຮັບຄວາມເຫັນດີ ຈາກຄະນະພັດທະນາ ການສຶກສາຂັ້ນບ້ານ, ອໍານາດການປົກຄອງເມືອງ, ເຈົ້າເມືອງ ຫຼື ເຈົ້ານະຄອນ.