ຣັຖບານລາວ ອອກແຜນ ສົ່ງເສີມ ຄວາມສເມີພາບ

ສຸພັດຕາ
2021.12.16
ຣັຖບານລາວ ອອກແຜນ ສົ່ງເສີມ ຄວາມສເມີພາບ ກຸ່ມຫັຖກັມຂອງແມ່ຍິງລາວ ໃນຊົນບົດ ເຂດພາກເໜືອຂອງລາວ, ວັນທີ 30 ກັນຍາ 2021.
ນັກຂ່າວ ພົລເມືອງ

ຄະນະກັມມມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ແລະເດັກນ້ອຍ ຫຼື (ຄຊກມດ) ໄດ້ເຜີຍແຜ່ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສເມີພາບຍິງ-ຊາຍ 5 ປີ ຄັ້ງທີ IV ແຕ່ປີ 2021-2025 ໃນວັນທີ 16 ທັນວາ 2021 ນີ້. ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III ແຕ່ປີ 2021-2025 ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກນ້ອຍ 5 ປີ ຄັ້ງທີ II ແຕ່ປີ 2021-2025 ພາຍໃຕ້ການປະທານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກຣັຖມົນຕຣີ, ປະທານຄະນະກັມມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ແລະເດັກນ້ອຍ ໂດຍມີບັນດາ ອົງການຈັດຕັ້ງສາກົລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຣັ​ຖ​ບານ ແລະ ຄູ່ຮ່ວມພັທນາ ພ​ຍາ​ຍາມ ມີ​ຄວາມ​ຮັບ​ຜິດ​ຊອບ ໃນ​ການປຶກສາຫາລື ແລະ ສົນທະນາ ແລກປ່ຽນຄວາມ​ຄຶດ​ຄວາມ​ເຫັນ ຕໍ່ການສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ, ຄວາມສເມີພາບ ລະຫວ່າງເພດຍິງ ແລະເພດຊາຍ ກໍຄືການສົ່ງເສີມ, ປົກປ້ອງສິດ ແລະ ຜົນປໂຍດຂອງແມ່ ແລະ ເດັກ, ການລຶບລ້າງທຸກຮູບການ ຈຳແນກຕໍ່ແມ່ຍິງ ແລະ ສິດທິເດັກ ຢູ່ ສປປ.ລາວ, ອີງ​ຕ​າມ​ຄຳ​ເວົ້າ ຂອງຍານາງ ອິນລະວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈຳການ ຄຊກມດ.

ຍາ​ນາງ ຫວັງວ່າ ບັນດາຄູ່ຮ່ວມພັທນາທັງພາຍໃນ ແລະ ຕ່າງປະເທດ ຈະສນັບສນູນ ສປປ.ລາວ ເພື່ອພັທນາເສຖກິຈ-ສັງຄົມ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອຄວາມສເມີພາບຍິງ-ຊາຍ, ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກນ້ອຍ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກນ້ອຍ ແຕ່ປີ 2021-2025.

ໃນ​ຂະ​ນະ​ດຽວ​ກັນ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກຣັຖມົນຕຣີ ກ່າວວ່າ: ​ບົດ​ບາດຍິງ-ຊາຍ ແມ່ນ​ພື້ນ​ຖານທີ່​ຈຳ​ເປັນ ເພື່ອ​ສົ່ງ​ເສີມ​ຄ​ຄວາມ​ກ້າວ​ໜ້າ ຂອງ​ແມ່​ຍິງ, ການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ກ້າວໄປເຖິງຄວາມສເມີພາບຍິງ-ຊາຍ; ສິດທິເດັກນ້ອຍ ຕ້ອງຄຳນຶງເຖິງ ຄວາມບອບບາງ, ລັກສະນະສະເພາະ ແລະ ຄວາມຕ້ອງການ ທີ່ເໝາະສົມກັບວັຍ ແລະ ຄຳນຶງເຖິງຄວາມຈໍາເປັນ ຕໍ່ການພັທນາເດັກ ທັງເປັນປັດຈັຍນຶ່ງ ປະກອບສ່ວນໃນການພັທນາເສຖິຈ-ສັງຄົມ.

ເພື່ອ​ບັນ​ລຸເປົ້າ​ໝາຍ ດັ່ງ​ກ່າວ ທ່ານ ກິ​ແກ້ວ ໄດ້​ເນັ້ນ​ໃສ່ການ​ປະ​ຕິ​ບັດ​ກົດ​ໝາຍ ເປັນຕົ້ນ ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປໂຍດຂອງເດັກ ປີ 2007, ກົດໝາຍວ່າດ້ວຍການດໍາເນີນຄະດີເດັກ ປີ 2013, ກົດໝາຍວ່າ ດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ປີ 2014.

ໃນຂະນະດຽວກັນ ກ່ຽວກັບເຣື່ອງຄວາມສເມີພາບ ລະຫວ່າງເພດຍິງ ແລະເພດຊາຍ ທີ່ວິທຍຸເອເຊັຽເສຣີ ໄດ້ຣາຍງານຜ່ານມາ ເປັນຕົ້ນ ແມ່ຍິງຢູ່ຕາມຊົນບົດຈໍານວນບໍ່ໜ້ອຍ ຍັງຖືກກົດຂີ່ຂົ່ມເຫັງພາຍໃນຄອບຄົວຢູ່ ຍ້ອນບໍ່ຮູ້ສິດທິຂອງຕົນດັ່ງທີ່ກົດໝາຍກໍານົດໄວ້ ຊຶ່ງສ່ວນນຶ່ງຮວມທັງຊົນເຜົ່າ ທີ່ຍັງຍຶດຖືຮີດຄອງປະເພນີດັ້ງເດີມ ທີ່ສືບທອດຕໍ່ໆກັນມາ ໂດຍຖືຜູ້ຊາຍເປັນໃຫຍ່ກວ່າແມ່ຍິງ, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງລາວ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ເມື່ອປີກາຍ ນີ້ວ່າ:

"ກະເວົ້າໄດ້ຢູ່ຄວາມສເມີພາບ ຣະຫວ່າງຍິງ-ຊາຍ ດຽວນີ້ເທົ່າທຽມກັນ ແຕ່ວ່າມາເບິ່ງຕາມ ປະຕິບັດໂຕຈິງແລ້ວຫັ້ນ ຍັງບໍ່ທັນປະຕິບັດໄດ້ ເທົ່າກັບຜູ້ຊາຍ ຢູ່ທາງເຂດນອກ ຈັ່ງຊີ້ໂຕແມ່ຍິງ ເອງກະບໍ່ຮູ້ວ່າໂຕເອງວ່າ ມີສິດຫຍັງແດ່ ບໍ່ຮູ້ຂໍ້ມູນຂ່າວສານ ຫລືວ່າກົດໝາຍ ຖ້າວ່າເປັນ ຊົນເຜົ່າເຂົາເຈົ້າ ກະເຊື່ອຖືຕາມຮີດຄອງປະເພນີ ທີ່ໄດ້ປະຕິບັດກັນມາ.”

ຍານາງກ່າວຕື່ມວ່າ ສາເຫດທີ່ແມ່ຍິງຢູ່ເຂດຊົນບົດ ບໍ່ໄດ້ຮັບຂໍ້ມູນຂ່າວສານ ແລະບໍ່ຮູ້ກົດໝາຍຄຸ້ມຄອງຕົນເອງນັ້ນ ແມ່ນເປັນຍ້ອນພວກເຂົາເຈົ້າບໍ່ໄດ້ຮັບການສຶກສາເທົ່າທີ່ຄວນ ແລະການໄປໂຄສະນາກໍຍັງບໍ່ທົ່ວເຖິງ ຍ້ອນບໍ່ມີງົບປະມານ.

ເຊັ່ນດຽວກັນ ກັບການປົກປ້ອງສິດ ແລະ ຜົນປໂຍດຂອງແມ່ແລະເດັກນ້ອຍ ເປັນຕົ້ນ ເດັກນ້ອຍຢູ່ເຂດຊົນບົດຫ່າງໄກສອກຫຼີກ ເດັກນ້ອຍກ່ອນວັຍເຮັດວຽກ ກໍຍັງຖືກໃຊ້ໃຫ້ເຮັດວຽກກະສິກັມຊ່ອຍພໍ່ແມ່ ຈົນບາງຄັ້ງກໍເສັຍໂອກາດໃນການສຶກສາຮໍ່າຮຽນກໍມີຫຼາຍ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ອົງການແຮງງານສາກົລ ຫຼື ILO ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອເດືອນມິຖຸນາ 2021 ນີ້ວ່າ:

ຂ້າພະເຈົ້າຄິດວ່າ ເດັກນ້ອຍໃນອາຍຸທີ່ຂະເຈົ້າເປັນເດັກນ້ອຍເນາະ ຂະເຈົ້າຄວນເຕີບໃຫຍ່ ຕາມພັທນາການຂອງເດັກ ຂະເຈົ້າຄວນມ່ວນ ລະກະມີໂອກາດໃນການຫຼີ້ນ ໃນການຈະເລີນເຕີບໂຕຕາມວັຍ ຂອງຂະເຈົ້າເນາະ ລະຂະເຈົ້າຄວນມີສິດເສຣີພາບ ໃນການຝັນ ວ່າອະນາຄົດ ຈະເປັນຈັ່ງໃດເນາະ. ແລ້ວຂະເຈົ້າຄວນເຮັດວຽກ ໃນເວລາທີ່ອາຍຸທີ່ຂະເຈົ້າພ້ອມທີ່ຈະເຮັດວຽກເນາະ ເພາະສະນັ້ນ ຂະເຈົ້າບໍ່ຄວນເຮັດວຽກ ຫຼືໃຊ້ແຮງງານ ໃນເວລາທີ່ເປັນເວລາ ສໍາລັບຂະເຈົ້າໃນການຮຽນຮູ້ ແລະກະການເຕີບໃຫຍ່ເນາະ.”

ສ່ວນການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງນັ້ນ ກໍຍັງມີປະກົດໃຫ້ເຫັນຢູ່ ເຖິງແມ່ນວ່າ ຈະມີກົດໝາຍຄຸ້ມຄອງ ແລະປົກປ້ອງແມ່ຍິງ, ແຕ່ສ່ວນໃຫຍ່ ກໍຍອມຄວາມກັນ, ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອປີກາຍ ນີ້ວ່າ:

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ມີທຸກຮູບແບບເລີຍ ຢູ່ທາງເຂດຕົວເມືອງກະມີ ບໍ່ວ່າສິເປັນຄວາມຮຸນແຮງ ທາງດ້ານຮ່າງກາຍ ຄວາມຮຸນ ແຮງທາງດ້ານຈິດໃຈ ທາງດ້ານຊັບສິນ ຄວາມຮຸນແຮງ ທາງດ້ານເພດ ບໍ່.”

ບັນຫາທີ່ແມ່ຍິງປະເຊີນຢູ່ໃນທຸກມື້ນີ້ ສ່ວນໃຫຍ່ແມ່ນ ຄວາມຮຸນແຮງພາຍໃນຄອບຄົວ ເຊັ່ນ: ຜົວຕົບຕີເມັຽ, ການໃຊ້ຄວາມຮຸນແຮງທາງເພດ ເປັນຕົ້ນ ການຂົ່ມຂືນ ແລະແມ່ຍິງລາວຈໍານວນນຶ່ງ ທີ່ແຕ່ງດອງກັບຄົນຈີນ ແລ້ວຖືກທໍາຮ້າຍຮ່າງກາຍ ກໍເລີ່ມປາກົດມີຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.