ແມ່ຍິງ-ເດັກນ້ອຍ 12/22/18

ສຸພັດຕາ
2018.12.27
F-monk ຄູບາ ສົມນຶກ ພັນທະວົງ ຖ່າຍຮູປຮ່ວມເດັກນ້ອຍໃນບ້ານ ທີ່ເພິ່ນໄປຊ່ອຍເຫຼືອ ຕາມຄວາມສາມາດ ທີ່ເພິ່ນພໍເຮັດໄດ້
RFA/ ຄູບາ ສົມນຶກ ພັນທະວົງ

ບ້ານໜອງຄຳ ເມືືອງໂພນໄຊ ແຂວງຫຼວງພຣະບາງ ເປັນບ້ານນຶ່ງທີ່ທຸກຍາກຂາດເຂີນ ຍັງຂາດໂຄງຮ່າງພື້ນຖານທຸກຢ່າງ ເປັນຕົ້ົ້ົ້ນຖນົນ ຫົນທາງ, ສຸຂສາລາ, ໂຮງຮຽນກໍຊຸດໂຊມຫຼາຍ ຮວມທັງຂາດ ອຸປກອນການຮຽນ.

ທີ່ຜ່ານມາ ນາຍບ້ານ ບ້ານໜອງຄໍາ ເຄີຍເຮັດໜັງສື ສເນີໄປຫາທາງຂັ້ນເທິງແລ້ວ ແຕ່ກໍຍັງບໍ່ໄດ້ຮັບຄຳຕອບເທື່ອ, ດັ່ງນັ້ນ ທາງບ້ານ ຈ່ຶງຂຽນໃບສເນີໄປຍັງ ຄູບາ ສົມນຶກ ພັນທະວົງ ໃຫ້ຊ່ອຍສ້າງ ໂຮງຮຽນຫຼັງໃຫມ່ໃຫ້,

ແຕ່ປັດຈຸບັນ ກໍຍັງບໍ່ທັນມີຜູ້ບໍຣິຈາກ ເພື່ອສ້າງໂຮງຮຽນນັ້ນເທື່ອ ຊື່ງກ່ອນໜ້ານັ້ນ ຄູບາ ສົມນຶກ ໄດ້ຣະດົມທຶນ ຈາກອອກຕົນຍາດໂຍມ ທັງພາຍໃນແລະຕ່າງປະເທດ ຊື້ເຄື່ອງນຸ່ງຮົ່ມ ແລະສ້າງໂຮງຮຽນ ໃຫ້ບ້ານຫ້ວຍຫ້າວ ເມືອງຊຽງເງິນ ແລ້ວຫຼັງນຶ່ງ ດັ່ງທີ່ ຄູບາ ກ່າວວ່າ: ເຊີນທ່ານຮັັບຟັງ ສຽງສຳພາດ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.