ສະຫະຣັຖໃຫ້ທຶນ ສົ່ງເສີມການສຶກສາ ຢູ່ສວັນນະເຂດ

ຈຳປາທອງ
2022.11.10
ສະຫະຣັຖໃຫ້ທຶນ ສົ່ງເສີມການສຶກສາ ຢູ່ສວັນນະເຂດ ຜົນໄດ້ຮັບຈາກ ການຝຶກກອົບຮົບ ກັບໂຄງການ ຮຽນອ່ານຂອງຄຣູ, ອາຈານ ແມ່ນມີການສົນ ທະນາຖາມ-ຕອບກັບນັກຮຽນ ແລະ ການມີສ່ວນຮ່ວມ ໃນຫ້ອງຮຽນຫຼາຍຂຶ້ນ.
ຮູບພາບ: U.S. Embassy in Vientiane

ກະຊວງກະສິກັມ ຂອງສະຫະຣັຖອາເມຣິກາ ຊ່ອຍສົ່ງເສີມການຮຽນໜັງສື ຂອງເດັກນ້ອຍນັກຮຽນ ຮວມທັງນັກຮຽນຊົນເຜົ່າມັງກອງ, ຊົນເຜົ່າບຣູ່ ແລະຊົນເຜົ່າຕຣີ ແຕ່ຊັ້ນຕຣຽມປະຖົມ ເຖິງຊັ້ນປະຖົມປີທີ 2 ຢູ່ 196 ໂຮງຮຽນໃນ 6 ເມືອງຂອງແຂວງສວັນນະເຂດ ຄືເມືອງອາດສະພອນ, ເມືອງພະລານໄຊ, ເມືອງພີນ, ເມືອງວິລະບູຣີ, ເມືອງເຊໂປນ ແລະເມືອງນອງ ມູນຄ່າ 3 ລ້ານໂດລ້າຣ໌ ສະຫະຣັຖ ຍ້ອນພວກເດັກ ນ້ອຍນັກຮຽນເຫລົ່ນັ້ນ ອ່ານໜັງສືບໍ່ໄດ້, ຂຽນບໍ່ເປັນ ແລະປະລະການຮຽນຫລາຍ. ໂຄງການຊ່ອຍເຫລືອນີ້ແມ່ນຜ່ານອົງການຊ່ອຍເຫລືອ ເດັກສາກົລປະຈໍາລາວ ຫລື SCI ໂດຍໄດ້ມີການລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ໃນມື້ວັນທີ 3 ພຶສຈິການີ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງນອງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ພຶສຈິການີ້.

ສ່ວນຫລາຍ ກໍປະລະການຮຽນ ຍ້ອນເຂົາບໍ່ຮູ້ໜັງສື ກໍຄວາມທຸກຍາກແຫລະ ຫລາຍໆຫັ້ນນ່າ ກໍມີໂຄງການໂຕນີ້ມາ ໂຄງການໂຕນີ້ຈະເປັນໂຄງການທີ່ຊ່ວຍເຫລືອ ເດັກໃນຊຸມຊົນເຂດຫ່າງໄກສອກຫລີກເນາະ ສົ່ງເສີມການອ່ານໜັງສື ການຮຽນຮູ້ ເຂດຫ່າງໄກສອກຫລີກ ເພິ່ນໄດ້ຂຍາຍໂຄງການເພື່ອເປີດໂອກາດ ໃຫ້ເດັກພູດອຍຫ່າງໄກສອກຫລີກ ໄດ້ຮັບການສຶກສາໝົດທຸກຄົນນ່າ.

ເຈົ້າໜ້າທີ່ທ່ານຜູ້ດຽວກັນນີ້ ກ່າວຕໍ່ໄປວ່າ ທີ່ຜ່ານມາ ອຸປກອນການຮຽນ, ການສອຈະເປັນແບບປະຖົມປະຖານ ເຮັດໃຫ້ເດັກນ້ອຍຮຽນໂດຍສະເພາະ ເດັກນ້ອຍ ຊົນເຜົ່າມັງກອງ ແລະຊົນເຜົ່າບຣູ່ ໃນບ້ານໄກສອນແລະບ້ານປະໂຕຍືິ້ ປະລະການຮຽນຫລາຍ, ແຕ່ເມື່ອມີໂຄງການ ສົ່ງເສີມການຮຽນໜັງສືນີ້ ເຂົ້າມາ ກໍຄາດວ່າ ອຸປະກອນການຮຽນ, ການສອນຈະຫລາກຫລາຍຂຶ້ນ ແລະຈະດຶງດູດຄວາມສົນໃຈ ຂອງພວກເຂົາເຈົ້າ ມາເຂົ້າໂຮງຮຽນ ຫລາຍຂຶ້ນ.

ເປັນຕົ້ນ ຄືຊິເຮົາຊິສອນ ເປັນງົວເປັນຄວາຍ ເຮົາຕ້ອງມີຮູບພາບ ເປັນພາບງົວພາບຄວາຍ ຫັ້ນນ່າ ມັນຈັ່ງໃຊ້ສື່ເປັນຈໍານວນຫລາຍ ອີງໃສ່ສະພາບທ້ອງຖິ່ນເນາະ ແລ້ວເຮົາຫາຊອກແຕ່ອຸປກອນທີ່ເຮົາມີໃນທ້ອງຖິ່ນນີ້ ມັນເປັນສິ່ງທີ່ບໍ່ດຶງດູດ ໃຫ້ນັກຮຽນມາໂຮງຮຽນ. ຍົກຕົວຢ່າງຄື ເດັກນ້ອຍ ຄືເຮົາສອນເລກ ເຮົາກໍມີແຕ່ໝາກຫີໃນ ພູຫັ້ນ ເພິ່ນສົ່ງເສີມການສອນໂຕໃໝ່ນີ້ເນາະ ເພິ່ນກໍມີລູກຄິດອີ່ຫຍັງຫັ້ນນ່າ.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງພະລານໄຊ ກໍກ່າວໂດຍອີງໃສ່ ການວິຈັຍຂອງພາກສ່ວນທີ່ກ່ຽວຂ້ອງ ຢູ່ເມືອງພະລານໄຊ ວ່າ ມີເດັກນ້ອຍນັກ ຮຽນຊົນເຜົ່າຕຣີ ແລະຊົນເຜົ່າມັງກອງ ອ່ານໜັງສືບໍ່ໄດ້ ຂຽນບໍ່ເປັນ ຈໍານວນຫລວງຫລາຍ, ແຕ່ເມື່ອມີໂຄງການສົ່ງເສີມ ການຮຽນໜັງສືນີ້ ເຂົ້າມາສນັບສນູນແຕ່ສົກປີຮຽນ 2022-2023 ມານີ້ກໍເຫັນວ່າ ເດັກນ້ອຍນັກຮຽນຊົນເຜົ່າ ບໍ່ປະລະການຮຽນຫລາຍພໍປານໃດ.

ເວົ້າການວິຈັຍ ຂອງຂໍ້ມູນຂອງວຽກງານ ການສຶກສາ ຂອງພວກເຮົານີ້ມັນ ເວົ້າເຣື່ອງຄຸນພາບການສຶກສານີ້ມັນ ມັນບໍ່ໄດ້ນ່າ ເດັກນ້ອຍອ່ານບໍ່ໄດ້ຂຽນບໍ່ເປັນເນາະ ຈັ່ງໄດ້ເອົາວຽກງານສົ່ງເສີມການອ່ານ ຫລືສົ່ງເສີມການພັທນາເດັກນີ້ເຂົ້າຕື່ມ ກໍຄິດວ່າຜ່ານການວິຈັຍ ຜ່ານມາການສັງລວມຂໍ້ມູນ ມັນກໍຄ່ອຍດີຂຶ້ນ ນັກຮຽນກໍບໍ່ຄ່ອຍປະລະປານໃດ ຢູ່ເປົ້າໝາຍ 36 ບ້ານຫັ້ນນ່າ.

ເຖິງແມ່ນວ່າ ເດັກນ້ອຍນັກຮຽນຊົນເຜົ່າຕຣີ ແລະຊົນເຜົ່າມັງກອງ ຢູ່ເມືອງພະລານໄຊ ບໍ່ປະລະການຮຽນຫລາຍປານໃດແລ້ວ ແຕ່ກໍຍັງມີການປະລະການຮຽນຢູ່ ໂດຍສະເພາະຢູ່ບ້ານ ກາລິ່ນ ທີ່ຊົນເຜົ່າມັງກອງ ແລະຊົນເຜົ່າຕຣີ ແຍກຢູ່ກັນຄົນລະຄຸ້ມ ແລະນາຍຄຣູທີ່ສອນພວກເຂົາເຈົ້າ ກໍບໍ່ແມ່ນນາຍຄຣູຊົນເຜົ່າ ທີ່ຮູ້ພາສາທ້ອງຖິ່ນນັ້ນ. ປັດຈຸບັນ ທາງໂຄງການນີ້ ກໍມີແຜນທີ່ ຈະຊອກຫາຄຣູ ຊົນເຜົ່າ ເພື່ອສອນເດັກນ້ອນຊົນເຜົ່າມັງກອງ ແລະຊົນເຜົ່າຕຣີນັ້ນ.

ດັ່ງນາຍຄຣູ ຢູ່ໂຮງຮຽນປະຖົມ ບ້ານກາລິ່ນ ເມືອງພະລານໄຊ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 10 ພຶສຈິການີ້ວ່າ:

ຄຣູຮັກເຮົານີ້ ສ່ວນຫລາຍເປັນຄຣູຊົນເຜົ່າ ລາວລຸ່ມເນາະ ແລະໄປເຮັດວຽກຢູ່ຊົນເຜົ່າລາວເທິງ ແລ້ວກໍການສື່ສານກັນສິຫຍູ້ງຍາກ ຈາກນັ້ນ ເພິ່ງຈັ່ງໄດ້ສົ່ງເສີມກ່ຽວກັບອັນນັ້ນ ກຸ່ມວຽກງານບ້ານກາລຶມນີ້ ກໍຊອກຫາຄຣູ ຢູ່ບ້ານເປົ້າມາຍການບໍຣິການຫັ້ນ ຊິເປັນຊົນເຜົ່າຫັ້ນແຫລະ ເຂົາຈ່ງສື່ສານກັນໄດ້ດີເນາະ.

ພ້ອມກັນນັ້ນ ໂຄງການສົ່ງເສີມການຮຽນໜັງສື ຍັງສນັບສນູນການນໍາໃຊ້ລະ ບົບຣາຍງານແບບເອເລັກໂຕຣນິກ ໃຫ້ຜູ້ອໍານວຍການໂຮງຮຽນນໍາດ້ວຍ ເປັນຕົ້ນການໃຊ້ແທັບເລັດ ເພື່ອປ້ອນຂໍ້ມູນກ່ຽວກັບອັດຕຣາການປະລະການຮຽນ ໃຫ້ທາງສູນກາງ ແລະໂຄງການດັ່ງກ່າວຮູ້. ຝຶກອົບຮົມກ່ຽວກັບ ເຕັກນິກການສອນຕ່າງໆ ໃຫ້ນາຍຄຣູຕຣຽມປະຖົມ, ນາຍຄຣູປະຖົມປີທີ 1 ແລະປີທີ 2 ເພື່ອໃຫ້ເດັກນ້ອຍ ນັກຮຽນມ່ວນຊື່ນໃນການຮຽນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງເຊໂປນ ທ່ານນຶ່ງກ່າວວ່າ:

ຄືບ່ອນເດັກນ້ອຍສົນໃຈນ່າ ຄືຈະແບ່ງເວລາ ສົມມຸດວ່າ ບໍ່ສະເພາະແຕ່ວ່າ ສອນໃນຫ້ອງຢ່າງດຽວເນາະ ແຕ່ສອນຕາມອາລົມເດັກນ້ອຍ  ໂດຍທີ່ບໍ່ບີບ ສມອງຂອງເດັກ ໂດຍທີ່ຕາມອາລົມຂອງເດັກນ້ອຍ. ເຂົາປັບໃສ່ທັມຊາດຂອງເຂົາ.

ທ່ານກ່າວຕື່ມວ່າ ການທີ່ຈະເຮັດໃຫ້ໂຄງການສົ່ງເສີມ ການຮຽນໜັງສືຊ່ອຍຫລຸດ ອັດຕຣາການປະລະການຮຽນ ຂອງເດັກນ້ອນນັກຮຽນໄດ້ນັ້ນ ກໍແມ່ນຂຶ້ນຢູ່ກັບການຮ່ວມມື ຂອງພໍ່ແມ່ຜູ້ປົກຄອງ ເດັກນ້ອຍນໍາດ້ວຍ ເນື່ອງຈາກທີ່ຜ່ານມາ ໂຄງການແບບນີ້ເຄີຍໄດ້ຈັດຢູ່ໃນເຂດເປົ້າໝາຍ 17 ບ້ານມາແລ້ວ. ໃນນັ້ນ ມີບາງບ້ານ ທີ່ອັດຕຣາເດັກນ້ອຍນັກຮຽນ ຊົນເຜົ່າປະລະການຮຽນຫລຸດລົງ, ແຕ່ໃນຂະ ນະດຽວກັນ ບາງບ້ານ ອັດຕຣາການປະລະ ການຮຽນຂອງເດັກນ້ອຍຊົນເຜົ່າ ເປັນຕົ້ນເຜົ່າມັງກອງ ແລະຊົນເຜົ່າຕຣີ ແມ່ນເພີ່ມຂຶ້ນ ຍ້ອນພໍ່ແມ່ຜູ້ປົກຄອງ ພາພວກເຂົາເຈົ້າໄປໄຮ່ໄປສວນນໍາ, ເຮັດໃຫ້ພວກເຂົາເຈົ້າ ຈໍານວນບໍ່ໜ້ອຍ ອ່ານໜັງສືລາວ ບໍ່ໄດ້, ຂຽນບໍ່ເປັນ ແລະເວົ້າພາສາລາວບໍ່ໄດ້.

ໂຄງການສົ່ງເສີມ ການຮຽນໜັງສື ຂອງສະຫະຣັຖອາເມຣິການີ້ ຈະມີໄປຮອດວັນທີ 30 ກັນຍາ 2026 ຢູ່ໂຮງຮຽນ 196 ແຫ່ງໃນ 6 ເມືອງເປົ້າໝາຍ ຂອງແຂວງ ສວັນນະເຂດ ເພື່ອສົ່ງເສີມ ແຜນພັທນາເສຖກິຈ-ສັງຄົມຂອງຣັຖບານລາວ ໂດຍສະເພາະແຜນພັທນາ ຂແນງການສຶກສາ ແລະກິລາ 5 ປີຄັ້ງທີ 3 ແຕ່ປີ 2021-2025 ແລະເພື່ອປັບປຸງ ທັກສະໃນການອ່ານອອກ ຂຽນໄດ້ ຂອງເດັກນ້ອຍນັກ ຮຽນໄປເຖິງຊັ້ນປະຖົມ ປີທີ 2, ອີງຕາມຂໍ້ມູນຈາກໜັງສືພິມ ຣາຍວັນລາວພັທນາ.

ໂຮງຮຽນເປົ້າໝາຍ 196 ແຫ່ງທີ່ວ່າມານັ້ນ ເປັນໂຮງຮຽນທີ່ເຄີຍໄດ້ຮັບການ ສນັບສນູນ ທາງດ້ານອາຫານທ່ຽງ ຈາກອົງການບັນເທົາທຸກ ກາໂຕລິກ ຫລື CRS ມາກ່ອນ. ແລະແຕ່ປີນີ້ໄປຈົນຮອດປີ 2026 ເດັກນ້ອຍນັກຮຽນໃນໂຮງ ຮຽນເປົ້າໝາຍນີ້ ຈະໄດ້ຮັບການສນັບສນູນ ທັງອາຫານທ່ຽງ ແລະການຮຽນຮູ້ໜັງສື, ອີງຕາມຂໍ້ມູນຈາກ ຫ້ອງການສຶກສາທິການ ແລະກິລາ ເມືອງນອງ ແຂວງສວັນ ນະເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.