ແມ່ຍິງ-ເດັກນ້ອຍ 08/18/19

ສຸພັດຕາ
2019.08.19
F-WC ຍານາງ ອາລັນ ຂຸນນະເສນ ຜູ້ສ້າງຕັ້ງບໍຣິສັດ ບໍຣິການການອົບຮົມ ການພັທນາຕົນເອງ ການສ້າງແຮງບັນດານໃຈ ໃຫ້ວັຍໜຸ່ມ.
ຍານາງ ອາລັນ ຂຸນນະເສນ

ຈາກປະສົພການ ຂອງການເຮັດວຽກນໍາ ຫຼາຍໆອົງກອນ ກ່ຽວກັບ ແມ່ຍິງແລະເດັກນ້ອຍ ໃນການສົ່ງເສີມ ໃຫ້ຄວາມຮູ້, ການໃຫ້ຄໍາປຶກສາ ແລະໄດ້ຮູ້ໄດ້ເຫັນກ່ຽວກັບ ບັນຫາເຣື້ອງສຸຂພາບຫຼາຍໆຢ່າງ ທີ່ເກີດຂຶ້ນກັບ ແມ່ຍິງແລະເດັກນ້ອຍ ມາດົນພໍສົມຄວນ ຈຶ່ງເຮັດໃຫ້ ຍານາງ ອາລັນ ຂຸນນະເສນ ສ້າງຕັ້ງບໍຣິສັດ ບໍຣິການ ການອົບຮົມ ການພັທນາຕົນເອງ ການສ້າງ ແຮງບັນດານໃຈ ໃຫ້ວັຍໜຸ່ມ ແລະພໍ່ແມ່ ຜູ້ປົກຄອງຂຶ້ນ, ສ່ວນວ່າ ບັນຫາ ທີ່ພົ້ນເດັ່ນ ກ່ຽວກັບແມ່ຍິງ ແລະເດັກນ້ອຍ ຢູ່ເຂດຊົນນະບົດ ຈະມີແນວໃດແດ່ນັ້ນ ເຊີນທ່ານຕິດຕາມ ຮັບຟັງ ການສໍາພາດໄດ້ເລີຍ...

ຄນະບໍຣິຫານງານ ບໍຣິສັດ ບໍຣິການການອົບຮົມ ພັທນາຕົນເອງ

ທີ່ທ່ານໄດ້ຮັບຟັງສິ້ນສຸດລົງ ໄປນັ້ນ ແມ່ນການສໍາພາດ ເຈົ້າໜ້າທີ່ ວິຊາການດ້ານສຸຂພາບຈະເຣີນພັນ ແມ່ແລະເດັກນ້ອຍ ແລະວັຍໜຸ່ມ ກ່ຽວກັບບັນຫາທີ່ແມ່ຍິງ ແລະ ເດັກໃນລາວ ປະເຊີນຢູ່ໃນປັັດຈຸບັນ ແລະໃນສັປດາໜ້າ ຂ້າພະເຈົ້າ ສຸພັດຕາ ຈະນໍາສເນີທ່ານ ກ່ຽວກັບ ອັດຕາການ ເສັຽຊີວິດ ຂອງ ແມ່ແລະເດັກ ຢູ່ ສປປລາວ ທີ່ເປັນຍັງເປັນສິ່ງທ້າທາຍ ຢູ່ຂົງເຂດອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.