ວຽດນາມ ຫ້າມສື່ ລົງຂ່າວການຕາຍ ຂອງນັກກະວີ ຊື່ດັງວຽດນາມ

ທາງການວຽດນາມ ຫ້າມສືມວນຊົນ ລົງຂ່າວ ການເສັຽຊີວິດ ຂອງນັກວຽດນາມ ທີ່ຕໍ່ຕ້ານຣັຖບານ ແລະ ຍັງມີນັກຂ່າວ ແລະ ນັກເຄື່ອນໄຫວ ດ້ານສິ່ງແວດລ້ອມ ຖືກຈັບ ຂະນະດຽວກັນ ຢູ່ໃນປະເທດກັມພູຊາ ແລະ ພະມ້າກໍມີນັກສື່ສານ ມວນຊົນຖືກຈັບ.

ທ່ານ ແດງຕຽນ ໃນປີ 2009 ຮູບພາບໂດຍ: Lý Đợi Facebook

ທາງການວຽດນາມມີຄໍາສັ່ງ ໃຫ້ສື່ມວນຊົນ ລົບຂ່າວການຕາຍ ຂອງນັກວິຈານທາງ​ດ້ານ ວັນ​ນະ​ຄະ​ດີຊາວວຽດນາມ ອອກ​ຈາ​ກ​ເພ​ຈ​ຂ່າວ ຂອງ​ສຳ​ນັກ​ຂ່າວ​ຕ່າງໆ ໃນ​ວຽດ​ນາມ. ນັກ​ກະວີ ຄົນ​ດັ່ງ​ກ່າວ ຊື່​ວ່າ ທ່ານ ແດງ ຕຽນ ໄດ້ເສັຽຊີວິດ ແລະ ທາງການວຽດນາມ ຫ້າມບໍ່ໃຫ້ສື່ມວນຊົນຣາຍງານ ການຕາຍຂອງລາວ ຍ້ອນວ່າ ລາວເປັນສະມາຊິກ ອົງການຈັດຕັ້ງດ້ານວັນນະຄະດີ ທີ່ຣັຖບານວຽດນາມ ເຫັນວ່າ ເປັນກຸ່ມຕໍ່ຕ້ານ ຣັຖບານວຽດນາມ ອີງຕາມຂໍ້ມູນ ຈາກແຫຼ່ງຂ່າວພາຍໃນປະເທດວຽດນາມ.

ທ່ານ ແດງ ຕຽນ ເປັນທີ່ຮູ້ຈັກກັນດີ ທີ່ໄດ້ຂຽນປຶ້ມທີ່ຊື່ວ່າ ໂລກແຫ່ງກະວີ ໄດ້ເສັຽຊີວິດ ຢູ່ປະເທດຝຣັ່ງ ໃນໄວອາຍຸ 83 ປີ.​

ທ່​ານໄດ້ເຣີ່ມງານຂຽນຂອງທ່ານ ໃນຂະນະທີ່ ທ່ານ ໄດ້ສຶກສາຢູ່ເມືອງໄຊງ່ອນ ພາກໃຕ້ຂອງວຽດນາມ ເຊິ່ງປັດຈຸບັນ ປ່ຽນຊື່ເປັນ ເມືອງໂຮຈິມິນ ຊີຕີ້ ໃນປີ 1960​.

ທ່ານ ໄດ້ ອອກຈາກປະເທດວຽດນາມ ໄປຢູ່ນະຄອນຫຼວງ ປາຣີ ໃນປີ 1966 ແລະ ໄດ້ສອນວັນນະຄະດີ  ຢູ່ມະຫາວິທະຍາໄລ ປາຣີ ຈາກປີ 1969-2005.

ທ່ານ ແດງ ຕຽນ ເປັນສະມາຊິກ ສະມາຄົມວັນນະຄະດີ ອິດສະຫຼະ ເຊິ່ງໄດ້ສ້າງຕັ້ງຂຶ້ນ ໃນປີ 2014 ໂດຍ ມີສະມາຊິກທັງໝົດ 60 ທ່ານ.

ສະມາຊິກໄດ້ ກ່າວວ່າ ທາງການວຽດນາມ ໄດ້ມາຄຸກຄາມ ທ່ານ ແດງ ຕຽນ ແລະ ສື່ມວນຊົນຂອງຣັຖບານວຽດນາມ ໄດ້ຣາຍງານວ່າ ສະມາຄົມດັ່ງກ່າວ ເປັນອົງການຈັດຕັ້ງ ທີ່ຜິດກົດໝາຍ ທີ່ຖືກສ້າງຕັ້ງຂຶ້ນໂດຍກຸ່ມ ຕໍ່ຕ້ານພັກຄອມມູນິສຕ໌ ວຽດນາມ ແລະ ຣັຖບານວຽດນາມ.

ທ່ານ Hoang Dung ສາສຕຣາຈານ ແລະ ທັງສະມາຊິກ ຂອງກຸ່ມ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາວຽດນາມ ວ່າ “ນັ້ນຄືເຫດຜົລ ທີ່ກົມໂຄສະນາອົບຮົມ ຂອງຄະນະກັມມະການ ພັກເມືອງໂຮຈິມິນ ຊີຕີ້ ໄດ້ອອກຄໍາສັ່ງໄປຫາສໍານັກຂ່າວ ເພື່ອໃຫ້ລົບຂ່າວການຕາຍຂອງ ທ່ານ ແດງ ຕຽນ ອອກຈາກເວບໄຊ້ທ໌ ຂ່າວ.”

ທ່ານ Hoang Dung ກ່າວວ່າ ຂ້ອຍໄດ້ຂໍ້ມູນຈາກ ໝູ່ນັກຂ່າວ ແລະ ໄດ້ອ່ານຄໍາສັ່ງດັ່ງກ່າວ. ທ່ານ ກ່າວວ່າ ກ່ຽວກັບ ທ່ານ ແດງຕຽນ ຜູ້ທີ່ໄດ້ເສັຽຊີວິດໄປ ໃນປະເທດຝຣັ່ງ, ສໍານັກຂ່າວ ໄດ້ຮັບຄໍາສັ່ງ ບໍ່ໃຫ້ຣາຍງານຂ່າວ ການເສັຽຊີວິດຂອງທ່ານ ຍ້ອນວ່າ ທ່ານເປັນສະມາຊິກ ກຸ່ມຕໍ່ຕ້ານຣັຖບານວຽດນາມ.

ການຣາຍງານຂ່າວ ກ່ຽວກັບການເສັຽຊີວິດ ຂອງທ່ານ ຈະບໍ່ປະກົດຢູ່ໃນໜ້າຂ່າວ ຂອງສໍານັກຂ່າວ ຢູ່ໃນໜັງສືພິມແມ່ຍິງແລະ ໜັງສືພິມຊາວໜຸ່ມ ຢູ່ເມືອງໂຮຈິມິນ, ແຕ່ ສໍານັກຂ່າວທີ່ເປັນຂອງຣັຖບານວຽດນາມ ເຊັ່ນ VnExpress, ໜັງສືພິມກິລາ ແລະ ວັດທະນະທັມ ກໍຍັງຄົງຮັກສາຂ່າວນັ້ນໄວ້ ໃນຕອນແລງຂອງວັນສຸກທີ່ຜ່ານມາ

ໜັງ​ສືພິມຊາວໜຸ່ມທີ່ຊື່ວ່າ Tuoi Tre ທີ່ເປັນປາກກະບອກສຽຂອງສະຫະພັນຊາວໜຸ່ມວຽດນາມ, ແລະ ໜັງສືພິມແມ່ຍິງເມືອງໂຮຈິມິນ ເປັນກະບອກສຽງ ຂອງຄະນະກັມມະການພັກເມືອງ. ໜັງສືພິມຊາວໜຸ່ມ ທີ່ຊື່ວ່າ Tanh Nienh ຽນ ກໍໄດ້ລົບຣາຍງານຂ່າວດັ່ງກ່າວ ອອກຈາກເວບໄຊ້ ເຖິງວ່າ ຄນະກັມມະການພັກ ຈະບໍ່ເຂົ້າມາສັ່ງໂດຍກົງກໍຕາມ ເຊິ່ງໜັສືພິມດັ່ງກ່າວ ແມ່ນບໍຣິຫານໂດຍ ສະຫະພັນຊາວໜຸ່ມວຽດນາມ.

ທ່ານ ​Hoang Dung ກ່າວວ່າ ສຳນັກຂ່າວດັ່ງກ່າວ ຢ້ານຣັັຖບານລົງໂທດ ເລີຍສັ່ງໃຫ້ພະນັກງານຂອງໂຕລົບຂ່າວອອກ ເຊິ່ງມັນກໍເປັນການປ້ອງກັນໂຕເອງ ໄປໃນໂຕ.

ວິທຍຸ ເອ​ເຊັຽເສຣີ ພະຍາຍາມຕິດຕໍ່ຫາ ສຳນັກຂ່າວໜັງສືພິມຊາວໜຸ່ມ ທັງສອງສຳນັກ, ແຕ່ ວ່າ ບໍ່ມີຄົນຮັບສາຍ, ແລະ ສຳນັກອື່ນໆ ອີກ ແຕ່ກໍບໍ່ມີຄົນຮັບສາຍ. ອີງຕາມ ທ່ານ Hoang Dung, ນັກຂ່າວເຊັນເຊີໂຕເອງ ນັ້ນ ເປັນຄວາມພະຍາຍາມ ຂອງຣັບານ ທີ່ຈະກໍຈັດກຸ່ມອົງການຈັດຕັ້ງ ທີ່ຕໍ່ຕ້ານຣັບານວຽດນາມ. ໂຕຢ່າງ, ກົມໂຄສະນາມອົບຮົມ ຂອງສູນກາງພັກຄອມມູນິສຕ໌ ວຽດນາມ ໃນປີ 2018 ໄດ້ສົ່ງໜັງສືຢ່າງເປັນທາງການ ໄປຫາ ກະຊວງສຶກສາທິການແລະ ອົບຮົບ ຂອງວຽດນາມ ໃຫ້ລົບຜົລງານການຂຽນ ຂອງສະມາຄົມວັນນະຄະດີ ອິສະຫຼະ ຢູ່ໃນປື້ມວັນນະຄະດີ ​​ທີ່ຫາກໍ່ພິມອອກໃໝ່. ເຫດການທີ່ເກີດຂຶ້ນຢູ່ປະເທດວຽດນາມ ເປັນຈຸດນຶ່ງ ທີ່ບົ່ງບອກວ່າ ຍັງມີການຈຳກັດສິດທິການປາກເວົ້າແລະ ຂີດຂຽນ. ກ່ອນໜ້ານີ້ ກໍມີກາສັ່ງຈຳຄຸກນັກເຄື່ອນໄຫວ ຂອງວຽດນາມ ຄົນນຶ່ງທີ່ວິຈາກຣັບານ ວຽດນາມ. ຢູ່ປະເທດກັມພູຊາ ກໍມີການຈັບນັກເຄື່ອນໄຫວ ດ້ານສິ່ງແວດລ້ອມ.

ວິ​ທະຍຸເອເຊັຽເສຣີ ພະແນກພາສາ ກັມພູຊາ ໄດ້ຣາຍງານວ່າ ນັກເຄື່ອນໄຫວ ດ້ານສິ່ງແວດລ້ອມ 5 ຄົນ ຈາກອົງການ ທັມມະຊາຕຂອງແມ່ ຫລື Mother Nature ຢູ່ກັມພູຊາ ຖືກສານກັມພູຊາຕັດສິນ ຈຳຄຸກແຕ່ 18-20 ເດືອນ ໃນຂໍ້ຫາສ້າງຄວາມບໍ່ສະຫງົບ.

ບັນ​ດາອົງການຈັດຕັ້ງ ດ້ານສິດມະນຸດ ພາກັນວິພາກວິຈານ ວ່າ ການຕັດສິນຂອງສານກັມພູຊາ ບໍ່ມີຄວາມຍຸຕິທຳ ແລະ ເປັນການປິດກັນສິດເສຣີພາບ ໃນການປາກເວົ້າ ຫລັງຈາກສິ້ນສຸດການຕັດສິນ ໃນວັນທີ 5 ພືພາ ປີ 2022.

ກ່ອນ​ທີ່ຈະຖືກຈັບກຸມ ແລະ ຖືກສານຕັດສິນ, ນັກເຄື່ອນໄຫວດ້ານສິ່ງແວດລ້ອມທັງ 5 ຄົນ ໄດ້ພາກັນໄປປະທ້ວງຮຽນຮ້ອງ ໃຫ້ຣັບານກຳພູຊາ ຢຸດຕິໂຄງການພັດທະ ຢູຕົງເລສາບ, Boeung Tamok ຢູ່ ພະນົມເປນ ນະຄອນຫລວງປະເທດ ກັມພູຊາ ໃນວັນທີ 30 ກໍຣະກະດາ 2020. ເຖິງວ່າ ເຂົ້າເຈົ້າຈະຮຽກຮ້ອງຄວາມເປັນທັມ ເພື່ອຢຸດຕິໂຄງການພັດທະນາ ຢູ່ເຂດດັ່ງກ່າວ ຍ້ອນວ່າ ໂຄງການຂອງຣັບານ ສົ່ງຜົນກະທົຕໍ່ລະບົບນິເວດວິທະຍາ ແລະ ເຂົາເຈົ້າກໍຖືກຕັ້ງຂໍ້ຫາວ່າ ເປັນຜູ້ຍຸຍົງສົ່ງເສີມ ກໍ່ໃຫ້ເກີດຄວາມບໍ່ສະຫງົບຜ່ານສືສັງຄົມອອນລາຍນ໌.   

ສານ​ນະຄອນຫລວງ ພະນົມເປນ ປະເທດກັມພູຊາ ໄດ້ສົ່ງມອບ ຜູ້ທີ່ຖືກສານຕັດສິນທີ່ຊື່ວ່າ ລອງ ຂັນເຕັຍ, ວງແກ້ວ, ຣັດສະໝີ ແລະ ເຈນຂັນລິນ ຖືກຕັດອິດສະຫລະພາບ ຕິດຄຸກ 18 ເດືອນ, ແລະ ຄົນທີ່ຊື່ ຕົ້ນຣັດຕາ ຕິດຄຸກ 20 ເດືອນ ໃນຂະນະທີ່ ນັກສິດທິມະນຸດ ກໍເວົ້າວ່າ ການຕັດສິນດັ່ງກ່າວ ເປັນຂໍ້ຫາທີ່ຮ້າຍແຮງຈົນເກີນໄປ ແລະ ນັກເຄື່ອນໄຫວທັງ 5 ຄົນ ຖືກປັບໃໝຜູ້ລະ 1,000 ໂດລາ ສະຫະຣັ.

ພັນ​ລະຍາ ຂອງ ທ່ານ ຣັດສະໝີ ຜູ້ທີ່ຖືກສານຕັດສິນ ໄດ້ສະແດງຄວາມຜິດຫວັງ ທີ່ສານບໍ່ໃຫ້ຄວາມຍຸຕິທຳ ຍ້ອນວ່າ ລາວເຮັດວຽກເພື່ອປົກປ້ອງ ຊັບພະຍາກອນທັມມະຊາຕ ຂອງປະເທດ.

ຍາ​ນາງ ກ່າວຕໍ່ນັກຂ່າວວ່າ ຂ້າພະເຈົ້າບໍ່ເຊືອສານອີກຕໍ່ໄປ ຂ້າພະເຈົ້າບໍ່ເຊື່ອກົດໝາຍ ຂອງກັມພູຊາອີກຕໍ່ໄປ

ທ່ານ ຣັດ​ສະໝີ ຮຽກຮ້ອງໃຫ້ ອົງການຈັດຕັ້ງ ພາກປະຊາສັງຄົມ ເພື່ອມາໃຫ້ການຊ່ວຍເຫລືອ ແກ້ໄຂ ຄະດີຄວາມຂອງລາວ. ຜູ້ເປັນເອີ້ອຍ ຂອງ ນາງ ລອງກັນເຕັຍ ທີ່ຊື່ວ່າ ລອງ ໂຊຊິຣິລິນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ສານໄດ້ກ່າວຫານ້ອງສາວ ຂອງລາວວ່າກະທຳຜິດ ແຕ່ລາວຢືນຢັນວ່າ ນ້ອງຂອງລາວບໍ່ໄດ້ເຮັດຜິດ ແລະ ລາວໄດ້ກ່າວວ່າ ຄຳຕັດສິນຂອງສານ ເປັນການນາບຂູ່ ເພື່ອຫ້າມຄົນບໍ່ໃຫ້ເຂົ້າໄປຮ່ວມເຄື່ອນໄຫວ ເຣື່ອງສິ່ງແວດລ້ອມ.

ຢູ່​ປະ​ເທດ​ພະ​ມ້າ ທະ​ຫານ​ພະ​ມ້າ ກໍ​ໄດ້ສັ່ງ​ຈຳ​ຄຸກ​ນັກ​ຂ່າວ​ ຈະ​ປະ​ເທດ​ຍີ່​ປຸ່ນ ທີ່ຣາຍ​ງານ​ຂ່າວ​ການ​ປະ​ທ້ວງ​ຢູ່​ພະ​ມ້າ ແລະ ຍັງ​ມີ​ການ​ປາບ​ປາມ​ປະ​ຊາ​ຊົນ ​ຢ່າງບໍ່​ມີ​ຂອບ​ເຂດ. ທະ​ຫານ​ພະ​ມ້າ ໄດ້​ບຸກ​ທະ​ລາຍ ສະ​ມາ​ຊິກ​ສັນ​ນິ​ບາດ ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ໃຫ້​ສານ​ຕັດ​ສິນ​ຈຳ​ຄຸກ​ ຕ​ລອດ​ຊີ​ວິດ ສະ​ມາ​ຊິກ​ພັກ​ຫຼາຍ​ຄົນ ຢູ່ ເຂດ​ພາກ​ໃຕ້​ຂອງ​ຣັ​ຖ​ຊານ. ສານພະ​ມ້າ ໄດ້ຕັດ​ສິນ​ປະ​ຫານ​ຊີ​ວິດ ທ້າວ ເພກອ​ນ ແລະ ທ້າວ ເມືອງເຢັນ ແລະ ທ້າວ ໂຈ​ເຊບ ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ.  

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ Human Rights Watch ປະຈໍາອາເຊັຽຕາເວັນອອກສຽງໃຕ້ ກ່າວຕໍ່ ສຳນັກຂ່າວຕ່າງປະເທດວ່າ:

“ພວກ​ເຮົາຈະເຫັນວ່າ ບໍ່ມີການເຄົາຣົບສິດທິມະນຸດ ໃນພະມ້າ ນັບແຕ່ມີການຣັປະຫານດ້ວຍຄວາມສັດຈິງ ທ່ານ ຈະຄິດພາບເຫັນເລີຍວ່າ ມັນເປັນສະຖານະການທີ່ບໍ່ດີ ທີ່ທະຫານກໍ່ອາຍາກັມ ຕໍ່ປະຊາຊົນ​ໂຕເອງ.”

ໃນ​ເດືອນ​ຕຸ​ລາ ທີ່​ຜ່ານ​ມາ, ທ່ານ ຕູ​ຣູ ຄູ​ໂບ​ຕ້າ ເປັນ​ນັກ​ຂ່າວ​ຍີ່​ປຸ່ນ ຖືກ​ສານ​ທະ​ຫານ​ພະ​ມ້າ ຕັດ​ສິນ​ຈຳ​ຄຸກ 7 ປີ ໃນຂະ​ນະ​ທີ່​ ​ລາວ​ເອງກຳ​ລັງ​ຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ​ຂອງ​ປະ​ຊາ​ຊົນ​ພະ​ມ້າ ໂດຍ ສານ​ທະ​ຫານ​ພະ​ມ້າ​ຕັດ​ສິນ​ວ່າ ລາວ​ມີ​ຄວາມ​ຜິດຂໍ້​ຫາ​ປະ​ຈານ​ ປະ​ເທດ​ພະ​ມ້າ ແລະ ລະ​ເມີດ​ກົດ​ໝາຍການ​ສື່​ສານ​ທາງ​ອິນ​ເຕີ​ເນັດ.

ນັກ​ຂ່າວ ຍີ່​ປຸ່ນ​ຄົນ​ນີ້ ຖືກ​ສານ​ຕັດ​ສິນ 3 ປີ ໃນ​ຂໍ້​ຫາ​ທີນຶ່ງ ແລະ ຖືກ​ຕັດ​ສິນ​ອີກ 7 ປີ ໃນ​ຂໍ້​ຫາ​ທີສອງ, ແຕ່​ວ່າ ໃນ​ການຕັດ​ສິນ ​ກໍ​ໄດ້​ລວ​ມ​ເອົາ​ການ​ລົງ​ໂທດ 7 ປີ ເທົ່າ​ນັ້ນ. ນອກ​ຈາກນີ້ ນັກ​ຂ່າວ​ຄົນ​ນີ້ ຍັງ​ຈະ​ຖືກດຳ​ເນີນ​ຄະ​ດີອີກໃນ​ຂໍ້ຫາ​ທີ 3 ວ່າ​ດ້ວຍ​ການລະ​ເມີດ ກົດ​ໝາຍກວດ​ຄົນ​ເຂົ້າ​ເມືອງ. ທະ​ນາຍ​ຂອງ​ນັກ​ຂ່າວ​ທ່ານນີ້ ໄດ້ກ່າວ​ວ່າ ພາກ​ທີ 13 ຂອງ​ກົດ​ໝາຍ​ວ່າດ​ວ້ຍ ການກວດ​ຄົນ​ເຂົ້າ​ເມືອງ​ຂອງ​ພະ​ມ້າ ໄດ້​ລະບຸ​ເຖິງ​ບົດ​ລົງ​ໂທດ ຕໍ່​ຄົນ​ຕ່າງ​ປະ​ເທດ ເຊິ່ງ​ຈະ​ມີ​ບົດ​ລົງ​ໂທດສູງ​ສຸດໃຫ້​ຈຳ​ຄຸກ 2 ປີ ແລະ ປັບ​ໃໝ ນັບຕັ້ງ​ແຕ່ ສານ​ທະ​ຫານ​ພະ​ມ້າ ​ໄດ້​ຕັດ​ສິນ​ລົງ​ໄປ​ແລ້ວ ແຕ່ ພວກ​ເຮົາ​ກໍ​ຕ້ອງ​ລໍ​ຟັງ​ເບິ່ງ. ທ່ານ ຄູ​ໂບ​ຕ້າ ອາ​ຍຸ 26 ປີ ຖືກ​ຈັບ ໃນ​ຂະ​ນະ​ທີ່​ລາວ​ເອງ ກຳ​ລັງຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ ​ຕ້ານຣັ​ຖ​ປະ​ຫານໃນ​ຢູ່​ນະ​ຄອນ​ຢ້າງ​ກຸ້ງ ໃນ​ວັນ​ທີ 30 ເດືອນ​ກໍ​ຣະ​ກະ​ດາ ປີ 2022.

ເອ​ອັກ​ຂ້າ​ຣັ​ດ​ຊ​ທູດ​ຍີ່​ປຸ່ນ ປະ​ຈຳປະ​ເທດ​ພະ​ມ້າ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ເວົ້າ​ກັບ ຄູ​ໂບຕ້າ ທາງ​ໂທ​ລະ​ສັບ ໃນ​ວັນ​ທີ 22 ສິງ​ຫາ ແລະ ຂໍ​ພົບ​ກັບ​ນັກ​ຂ່າວ​ຄົນ​ດັ່ງ​ກ່າວ, ແຕ່ ​ທະ​ຫານ​ພະ​ມ້າ ບໍ່​ອະ​ນຸ​ຍາດ​ໃຫ້​ພົບ ຍ້ອນ​ເຫດ​ຜົນ​ໂຄວິດ​ຣະ​ບາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org