ວຽດນາມ ປ່ອຍໂຕ ນັກເຄື່ອນໄຫວ ຊາວວຽດນາມ

ວຽດນາມໄດ້ປ່ອຍໂຕ ນັກເຄື່ອນໄຫວ ວຽດນາມ ທີ່ຊື່ວ່າ ຫງຽນ ຫວັນ ໂອຍ ຫຼັງຈາກ ບໍຣິສັດ Formosa ທີ່ຜະລິດເຫຼັກກ້າ ຢູ່ປະເທດວຽດນາມ ໄດ້ຈ່າຍຄ່າຊົດເຊີຍ ຄວາມເສັຽຫາຍ ຈໍານວນ 500 ລ້ານໂດລາຣ໌ ທີ່ໄດ້ປ່ອຍ ນ້ຳເສັຽລົງທະເລ ເຮັດໃຫ້ ປາຕາຍ ເປັນຈຳນວນຫຼາຍ.

ຫງຽນ ຫວັນ ໂອຍ ນັກເຄື່ອນໄຫວ ຊາວວຽດນາມ RFA

ນັກ​ເຄື່ອນໄຫວວຽດນາມ ທີ່ຊື່ວ່າ ຫງຽນ ຫວັນ ໂອຍ ຖືກປ່ອຍຕົວ ຫຼັງຈາກ ບໍຣິສັດ Formosa ທີ່ຜະລິດເຫຼັກກ້າ ຢູ່ປະເທດວຽດນາມ ໄດ້ຈ່າຍຄ່າຊົດເຊີຍ ຄວາມເສັຽຫາຍ ຈໍນວນ 500 ລ້ານໂດລາຣ໌ ທີ່ໄດ້ປ່ອຍນ້ຳເສັຽລົງທະເລ ເຮັດໃຫ້ປາຕາຍເປັນຈຳນວນຫຼາຍ.  

ນັກ​ເຂື່ອນໄຫວຄົນດັ່ງກ່າວ ຖືກປ່ອຍຕົວ ແລະ ໄດ້ກັບບ້ານ ຫຼັງຈາກທີ່ຕິດຄຸກເປັນເວລາ 5 ປີ ໃນຂໍ້ຫາທີ່ປະທ້ວງ ເຣື່ອງນ້ຳເສັຽໃນປີ 2016 ໃນຂະນະທີ່ ກຳໄດ້ຮຽກຮ້ອງ ໃຫ້ມີການຊົດເຊີຍຄ່າເສັຽຫາຍ.

ຕຳ​ຣວດວຽດນາມ ໄດ້ຈັບຕົວ ທ່ານ ຫງຽນ ຫວັນ ໂອຍ ແລະ ນັກເຂື່ອນໄຫວຄົນອື່ນໆ ໃນເດືອນມົກກະຣາ ປີ 2017 ໃນເວລາທີ່ມີການສະຫຼາຍ ການປະທ້ວງຕ້ານໂຮງງານ Formosa ທີ່ເປັນຂອງນັກທຸຣະກິດໃຕ້ຫວັນ ຍ້ອນວ່າ ໂຮງງານດັ່ງກ່າວ ໄດ້ປ່ອຍນ້ຳເສັຽທີ່ປົນເປື້ອນສານເຄມີລົງທະເລ ສ້າງຄວາມເສັຽຫາຍຕາມຊາຍຝັ່ງທະເລຫຼາຍ 100 ກິໂລແມັດ ຢູ່ 4 ແຂວງ ພາກກາງຂອງວຽດນາມ.

ໃນ​ ເດືອນກັນຍາ ປີ 2017, ທ່ານ ຫງຽນ ຫວັນ ໂອຍ ຖືກສານວຽດນາມ ຕັດສິນຕິດຄຸກ 5 ປີ ໃນຂໍ້ຫາຂັດຂວາງເຈົ້າໜ້າທີ່ໃນເວລາປະຕິບັດງານ ແລະ ບໍ່ເຄົາຣົບຄຳຕັດສິນຂອງສານ. ຫຼັງຈາກອກຈາກຄຸກແລ້ວ, ທ່ານ ຫງຽນ ຫວັນ ໂອຍ ໄດ້ກັບມາຢູ່ບ້ານຂອງຕົນ ຢູ່ແຂວງ​ Nghe An ພາກກາງຂອງວຽດນາມ.

ລາວ​ໄດ້ກ່າວຕໍ່ສຳນັກຂ່າວ ເອເຊັຽເສຣີ ຜແນກພາສາວຽດນາມວ່າ:

ຮູ້ສຶກທັງດີໃຈ ແລະ ເສັຽໃຈ. ​ດີໃຈທີ່ຖືກປ່ອຍຕົວຈາກຄຸກແຄບໆ ແຕ່ວ່າ ກໍຮູ້ສຶກເສັຽໃຈ ທີ່ກັບມາຢູ່ຄຸກທີ່ກວ້າງໆ ຊຶ່ງຄຸກກວ້າງໝາຍເຖິງເຈົ້າໜ້າທີ່ວຽດນາມ ຈຳກັດການໃຊ້ຊີວິດປະຈຳວັນຂອງລາວ. ມາເບິ່ງ 2 ຂໍ້ຫາ ຄື ຂໍ້ຫາບໍ່ເຄົາຣົບຄຳຕັດສິນຂອງສານ ແລະ ຂໍ້ຫາຂັດຂວາງເຈົ້າໜ້າທີ່ໃນເວລາປະຕິບັດໜ້າທີ່ ຊຶ່ງເຫັນວ່າ ເຈົ້າໜ້າທີ່ເຮັດເກີນໄປ ໂດຍສະເພາະ ການສ້າງເອກສານປອມ, ການປອມລາຍເຊັນ ເພື່ອໃຫ້ພິສູດໄດ້ວ່າ ຜູ້ກ່ຽວເອງ ເຮັດຜິດຕາມທີ່ເຈົ້າໜ້າທີ່ກ່າວຫາ.”

ໃນ​ເວລາທີ່ຖືກຈັບ ເຈົ້າໜ້າທີ່ຕຳຣວດ ຄິດວ່າ ລາວເປັນແກນນຳໃນການຈັດຕັ້ງການປະທ້ວງໃນຕອນນັ້ນ.ນາງ ຕຣັນທິ ເຫຼືອ ຜູ້ເປັນແມ່ ໄດ້ກ່າວວ່າ ລາວດີໃຈ ທີ່ລູກຖືກປ່ອຍຕົວເກັບມາບ້ານ. ນາງ ຕຣັນທິ ເຫຼືອ ກ່າວຕື່ມອີກວ່າ ລາວມີຄວາມກັງວົນໃຈ ແລະ ເສົ້າໃຈ ໃນເວລາທີ່ລູກຢູ່ໃນຄຸກ ແຕ່ວ່າ ລາວກໍຮູ້ດີວ່າ ລູກຂອງລາວ ອຸທິດຕົນໃຫ້ແກ່ສ່ວນລວມ.

ຫງຽນ ຫວັນ ໂອຍ ຕິດ​ຄຸກຄັ້ງນີ້ ເປັນຄັ້ງທີ່ 2 ຫຼັງຈາກ ຄັ້ງທີ່ 1 ລາວຕິດຄຸກແຕ່ປີ 2011-2015 ຍ້ອນວ່າ ລາວເຂົ້າຮ່ວມການປະທ້ວງກໍລະນີ ຈີນເຂົ້າມາມີອິທິພົນຕໍ່ວຽດນາມ, ຕ້ອງການໃຫ້ມີການປົກປ້ອງສິ່ງແວດລ້ອມຢ່າງເຂັ້ມແຂງ, ແລະ ສນັບນູນ ການມີສື່ເສຣີ ໃນວຽດນາມ.

ໃນ​ເດືອນ ມິຖຸນາ 2019, ຫຼັງຈາກ ບໍຣິສັດ Formosa ໄດ້ປ່ອຍສ້ຳເສັຽລົງໃສ່ທະເລ ມີປະຊາຊົນເກືອບ 8,000 ຄົນ ໄດ້ຍື່ນຟ້ອງສານ ໃນໃຕ້ຫວັນ ເພື່ອໃຫ້ຄວາມຊ່ວຍເຫຼືອອົງການດ້ານສິ່ງແວດລ້ອມໃນປະເທດວຽດນາມ, ທັງໃນສະຫະຣັຖອາເມຣິກາ, ຣັ່ງ ແລະ ຄານາດາ. ປັດຈຸບັນ ໂຈດ ໄດ້ຮຽກຮ້ອງໃຫ້ສານສູງໃຕ້ຫວັນ ເພື່ອພິຈຳລະນາຄືນ ກ່ຽວກັບຂໍ້ຮຽກຮ້ອງ ທີ່ໂຈດຕ້ອງການສິດທິໃນການເຂົ້າຮ່ວມຮ້ອງຟ້ອງຄະດີດັ່ງກ່າວ.

ກຸ່ມ​ອົງການທີ່ຕິດຕາມກໍລະນີ ບໍຣິສັດ Formosa ທີ່ໄດ້ໃຫ້ການການຊ່ວຍເຫຼືອ ປະຊາຊົນວຽດນາມທີ່ໄດ້ຮັບຜົກະທົບ, ໄດ້ກ່າວວ່າ ໃນເວລາທີ່ແລງຂ່າວ ຢູ່ນະຄອນໄທເປຂອງໃຕ້ຫວັນ ໃນວັນຈັນ ທີ່ຜ່ານມາ ວ່າ ໂຈດຈະຕ້ອງປະເຊີກັບການຄຸກຄາມຈາກຣັບານພັກດຽວ ກໍຄື ຣັບານວຽດນາມ ຖ້າເຂົາເຈົ້າຍື່ນຟ້ອງສານຢູ່ວຽດນາມ.

ປີ​ເຕີ ຫງຽນ ຜູ້ອຳນວຍການອົງການ ແຮງງານອົບຍົບ ທີ່ມີຫ້ອງການຕັ້ງຢູ່ ນະຄອນໄທເປ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ຜແນກພາສາວຽດາມວ່າ:

ພວກເຮົາມີການຮຽກຮ້ອງຍ້ອນວ່າ ຄະດີດັ່ງກ່າວ ມັນເຮັດໃຫ້ໂຈດຕົກຢູ່ໃນອັນຕະລາຍ. 90-95 ເປີເຊັນ ໂຈດຈະຖືກຄຸກຄາມ ຢູ່ວຽດນາມ ແລະ ຖືກຈັບ ຫຼື ຖືກສອບສວນ. ໂຈດຈະຖືກກັກຂັງ ແລະ ຈຳຄຸກ ຄືກັບກໍລະນີທີ່ເກີດຂຶ້ນໃນອາດີດທີ່ຜ່ານມາ. ພວກເຮົາຮຽກຮ້ອງໃຫ້ສານສູງຂອງໃຕ້ຫວັນ ໃຫ້ສິທິແກ່ໂຈດ ສາມາດຍື່ນຟ້ອງຮ້ອງຄະດີດັ່ງກ່າວ ໃນໃຕ້ຫວັນໄດ້.”

ສານ​ສູງຂອງໃຕ້ຫວັນ ບໍ່ຮັບພິຈາລະນາ ຄຳຮ້ອງດັ່ງກ່າວ ແຕ່ວ່າ ໃນເດືອນທັນວ່າ 2020 ທີ່ຜ່ານມາ ສານສູງຂອງໃຕ້ຫວັນ ໄດ້ຮຽກຮ້ອງໃຫ້ມີການທົບທວນຄະດີດັ່ງກ່າວ.

ແຕ່​ວ່າ ສານສູງຂອງໃຕ້ຫວັນ ຕ້ອງການໃຫ້ ຜູ້ທີ່ມາຍື່ນຄໍາຮ້ອງນັ້ນ ມອບອຳນາດໃຫ້ແກ່ຜູ້ທີ່ເປັນຕົວແທນຝ່າຍກົດໝາຍຂອງເຂົາເຈົ້າ ຍ້ອນວ່າ ເຂົາເຈົ້າເປັນຄົນຕ່າງປະເທດ ທີ່ມາຟ້ອງຮ້ອງຄະດີຢູ່ໃຕ້ຫວັນ.

ທ່ານ ປີ​ເຕີ ຫງຽນ ກ່າວວ່າ ຂໍ້ຮຽກຮ້ອງຂອງສານ ບໍ່ສົມເຫດສົມຜົລ, ແລະ ລາວຄິດວ່າ ການເມືອງເຂົ້າມາກ່ຽວຂ້ອງ ໃນການຽກຮ້ອງສານສູງຢູ່ໃຕ້ຫວັນ.

ໃນ​ປີ 2016, ບໍຣິສັດ Formosa ໄດ້ຍ້ອມຮັບວ່າ ໄດ້ປ່ອຍນ້ຳເສັຽທີ່ປົນເປື້ອນສານເຄມີ ກໍ່ໃຫ້ເກີດບັນຫາສິ່ງແວລ້ອມ ໃນວຽດນາມ ແລະ ບໍຣິສັດ ດັ່ງກ່າວ ໄດ້ເນີເງິນຊົດເຊີຍ 500 ລ້ານ ໂດລາ ຫຼັງຈາກຣັບານວຽດນາມໄດ້ກວດພົບວ່າ ບໍຣິສັດ ໄດ້ປ່ອຍນຳເສັຽປົນເປື້ອນສານເຄມີ ລວມທັງສານ ໄຊຍານາຍ ທີ່ເປັນສານເຄມີອັນຕະລາຍ ຊຶ່ງກໍ່ໃຫ້ເກີດຄວາມເສັຽຫາຍຕໍ່ສິ່ງແວດລ້ອມ.

ເຖິງວ່າ ບໍ​ຣິສັດ Formosa ຈະຊົດເຊີຍເງິນ 500 ລ້ານ ໂດລາ ເພື່ອທຳຄວາມສະອາດ ແລະ ສນັບນູນ ປະຊາຊົນທີ່ໄດ້ຮັບຜົກະທົບ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ແຕ່ ນັກວິຈານ ກ່າວວ່າ ຈຳນວນເງິນດັ່ງກ່າວບໍ່ພຽງພໍ ສຳລັບຜູ້ທີ່ໄດ້ຮັບຜົກະທົບ ແລະ ຮຽກຮ້ອງຄ່າຊົດເຊີຍເພີ່ມຕີມ ໂດຍຜ່ານສານໃຕ້ຫວັນ.

ນອກ​ຈາກນີ້ ຍັງ​ມີ​ນັກ​ຂ່າວ​ວຽດ​ນາມ ຖືກ​ຈັບ ຫລັງ​ຈາກ​ທີ່​ນຳ​ສ​ເນີ​ຕົວ​ເອງ ເປັນ​ຜູ້​ສ​ມັກ​ອິ​​ສຣະ ໃນ​ການເລືອກ​ຕັ້ງ​ສ​ມາ​ຊິກສ​ພາ​ແຫ່ງ​ຊາດ ແລະ ຕໍ່​ມາ ລາວຖືກ​ສານ​​ນະ​ຄອນ​ຮ່າ​ໂນ້ຍ ຕັດ​ສິນຕິດ​ຄຸກເປັນ​ເວ​ລາ 5 ປີ ອີ​ງ​ຕາມ ຂໍ້​ມູນ​ຈາກ​ຜູ້​ເປັນ​ເມັຽ ແລະ ທະ​ນາຍ​ຄວາມ​ຂອງ​ລາວ.

ນັກ​ຂ່າວ​ຄົນ​ດັ່ງ​ກ່າວ ຊື່​ວ່າ ລີ ທ​ຣຸງ ຫວງ ຖືກ​ຈັບ​ໃນ​ວັນ​ທີ 27 ມີ​ນາ 2021 ຫຼັງ​ຈາກປະ​ກາດ​ລົງ​ເລືອກ​ຕັ້ງໃນ​ນາມ​ຜູ້​ສ​ມັກ​ອິສ​ຣະ ຊຶ່ງ​ຖື​ວ່າ ເປັນ​ການ​ທ້າ​ທາຍ​ຕໍ່​ພັກ​ຄອມ​ມູນ​ນີ​ສ ວຽດ​ນາມ ແລະ ຖືກ​ດຳ​ເນີນ​ຄະ​ດີ ໃນ​ຂໍ້​ຫາ ສ້າງ ເຜີຍ​ແຜ່​ຂໍ້​ມູນ​, ເອກ​ສານ, ແລະ ສື່​ສິ່ງ​ພິມ ທີ່​ຂັດ​ຕໍ່​ສາ​ທາ​ລະ​ນະ​ຣັ​ຖສັງ​ຄົມ​ນິ​ຍົມ​ວຽດ​ນາມ.

ທ່ານ ລີ ທ​ຣຸງ ຫວງ ອາ​ຍຸ 79 ປີ ແລະ ເປັນອາ​ດີດ​ຜູ້ກໍ່​ຕັ້ງ​ສ​ຖານ​ນີ​ໂທ​ລະ​ທັດ CHTV ໄດ້​ເຜີຍ​ແຜ່​ວີ​ດີ​ໂອ ກ່ຽວ​ກັບ​ປະ​ເດັນ​ຮ້ອນ​ຢູ່​ທາງ​ສື່​ສັງ​ຄົມ​ອອນ​ລາຍ. ຜູ້​ກ່ຽວ​ຖືກ​ກ່າວ​ຫາ​ວ່າ ລະ​ເມີດ​ມາ​ຕ​ຣາ 117 ຂອງ​ກົດ​ໝາຍ​ອາ​ຍາ ອີ​ງ​ຕາມ​ການ​ຢືນ​ຂອງ​ທະ​ນາຍ​ຄວາມ​ຂອງ​ລາວ.

ລູກ​ຊາຍຂອງ​ລາວ ກ່າວ​ວ່າ ສານ​ໄດ້​ຕັດ​ສິນ​ຈຳ​ຄຸກ ທ່ານ ລີ ທ​ຣຸງ ຫວງ ຜູ້​ເປັນ​ພໍ່ ເປັນ​ເວ​ລາ 5 ປີ ແລະ ການ​ດຳ​ເນີນ​ຄະ​ດີ ບໍ່​ເປັນ​ທີ່​ກະ​ຈ່າງ​ແຈ້ງ ຍ້ອນ​ວ່າ ພໍ່​ຂອງ​ລາວ ບໍ່​ໄດ້​ໄປ​ປະ​ກົດ​ຕົວ​ຕໍ່​ສານ ແລະ ບໍ່​ໄດ້​ມີ​ໂອ​ກາດໄປ​ຊີ້​ແຈ້ງ​ຕໍ່​ຂໍ້​ກ່າວ​ຫາ.   

 

ອັນ​ນັ້ນເປັນສິ່ງທີ່ເກີດຂຶ້ນຢູ່ປະເທດວຽດນາມ, ແຕ່ ວ່າ ສິ່ງທີ່ເກີດຂຶ້ນຢູ່ປະເທດລາວ ກໍຄື ມີຊາວບ້ານຖືກຈັບຍ້ອນຂໍຂັດແຍ່ງທີ່ດິນ.  

ຊາວບ້ານຢຶບ ເມືອງທ່າແຕງ ແຂວງ ເຊກອງ 15 ຄົນ ຖືກຈັບ ໃນປີ 2017, ຍ້ອນວ່າເຂົາເຈົ້າມີຂໍ້ຂັດແຍ່ງທີ່ດິນ ໂດຍທີ່ທາງແຂວງ ເອົາທີ່ດິນເຂົາເຈົ້າໄປໃຫ້ບໍຣິສັດຢາງພາຣາ ວຽດນາມສຳປະທານ.

ກ່ຽວກັບເລື່ອງນີ້, ອົງການສິດທິມະນຸດ ເວົ້າວ່າ ການຈັບຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ບໍ່ເປັນໄປຕາມກົດໝາຍ ແລະ ເປັນການລະເມີດສິດທິມະນຸດຢ່າງຈະແຈ້ງ ພ້ອມກັບຮຽກຮ້ອງໃຫ້ທາງການລາວປ່ອຍຕົວຊາວບ້ານໃຫ້ເປັນອິສຣະ.

ຄວາມເປັນມາ ຂອງຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ອີງຕາມຂໍ້ມູນຈາກຊາວບ້ານ.

ໃນເດືອນ ກໍຣະກະດາ 2017, ຊາວບ້ານ 15 ຄົນ ຖືກຈັບຍ້ອນວ່າເຂົາເຈົ້າພາກັນ ໄປຢຶດທີ່ດິນຂອງ​ເຂົາ​ເຈົ້າຄືນ ຈາກບໍຣິສັດຢາງພາຣາ ວຽດນາມ ຍ້ອນວ່າ ເຈົ້າໜ້າທີ່ຂັ້ນແຂວງ ແລະ ຂັ້ນສູນກາງ ບໍ່ສາມາດແກ້ໄຂໃຫ້ເຂົາເຈົ້າໄດ້. ໃນເວລາຕໍ່ມາຊາວບ້ານ 1 ຄົນ​ເສັຽ​ຊີ​ວິດ ຢູ່ໃນຄຸກ, ​ແລະ ເຈົ້າໜ້າທີ່ໄດ້ປ່ອຍຕົວ ຊາວບ້ານ 5 ຄົນ.

ໃນເດືອນ ກໍຣະກະດາ 2019, ຊາວບ້ານ ທີ່ເຫຼືອອີກ 9 ຄົນ ຖືກນຳຂຶ້ນຕັດສິນໃນ 6 ຂໍ້ຫາ.

  1. ການແບ່ງແຍກຄວາມສາມັກຄີ.
  2. ການເຕົ້າໂຮມກຸ່ມຄົນສ້າງຄວາມປັ່ນປ່ວນ.
  3. ການທຳລາຍຊັບສິນພົລເມືອງ.
  4. ການທຳລາຍເຄື່ອງປູກຂອງຝັງ.
  5. ການຂັດຂວາງການປະຕິບັດງານ ຂອງເຈົ້າໜ້າທີ່.
  6. ການຫມິ່ນປມາດເຈົ້າໜ້າທີ່.

ຊາວບ້ານ 9 ຄົນ ຖືກຕັດສີນຈຳຄຸກແຕ່ 2-6 ປີ ຫຼັງຈາກນັ້ນຊາວບ້ານ 4 ຄົນ ໄດ້ພົ້ນໂທດ ແລະ ຖືກປ່ອຍຕົວ. ປັດຈຸບັນ ເຫຼືອ ຊາວບ້ານ 5 ຄົນ ຍັງຕິດຄຸກຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org