ຄະນະກັມມາທິການ ດ້ານສິດທິທາງສາສນາ ສະຫະຣັດ ອອກບົດຣາຍງານ ປະຈຳປີ 2021 ວ່າ ຫຼາຍປະເທດ ຍັງຣະເມີດສິດທິ ທາງສາສນາ ຂອງປະຊາຊົນຕົນເອງຢູ່ ປະເທດທີ່ ໜ້າເປັນຫວ່່ງ ຫຼື countries of concern or CPC ກໍແມ່ນ ປະເທດຈີນ ອີ່ຣານ ໄນເຈີເຮັຽ ເກົາຫຼີເໜືອ ປາກິສຖານ ໂຊເດັຽອາຣັບເບັຽ ຮ່ວມດ້ວຍ 4 ປະເທດ ດັ່ງ ອິນເດັຽ ຣັຖເຊັຍ ຊີ່ເຣັຽ ແລະ ວຽດນາມ.
ດັ່ງຍານາງ Gayle Manchi ປະທານ ຄະນະກັມມະທິການດ້ານສິດທິທາງສາສນາ ສະຫະຣັດ ກ່າວໃນບົດຣາຍງານໃນຕອນນຶ່ງວ່າ:
“ບົດຣາຍງານປະຈຳປີ ໃນປີນີ້ ເນັ້ນໃສ່ 2 ກຸ່ມປະເທດ ນຶ່ງແມ່ນກຸ່ມປະເທດ ທີ່ກະຊວງຕ່າງປະເທດ ສະຫະຣັດ ເຂົ້າໃສ່ໃນບັນຊີ ປະເທດ ໜ້າເປັນຫວ່ງ ຫຼື CPC ແລະ ສອງ ແມ່ນກຸ່ມປະເທດ ທີ່ກະຊວງຕ່າງປະເທດ ສະຫະຣັດ ສີ້ງຊອມກ່ຽວກັບ ການປະຕິບັດ ຕໍ່ສິດທິການນັບຖື ສາສນາໃນປະເທດນັ້ນໆ.”
ນອກຈາກນັ້ນ ໃນບົດຣາຍງານປະຈຳປີ 2021 ນີ້ ຄະນະກັມມາທິການດ້ານສິດທິທາງສາສນາ ສະຫະຣັດ ຍັງໄດ້ແນະນຳ ປະເທດທີ່ ຢູ່ໃນບັນຊີ ການສີ້ງຊອມ ກ່ຽວກັບ ສິດທິທາງສາສນາ ຫຼື SPECIAL WATCH LIST(SWL) ໃຫ້ກະຊວງຕ່າງປະເທດ ສະຫະຣັດ 12 ປະເທດນຳອີກ ໃນເງື່ອນໄຂທີ່ວ່າ ປະເທດເຫຼົ່ານີ້ ຣະເມີດສິດທິທາງສາສນາ ຂອງປະຊາຊົນຂອງຕົນ ຢ່າງຮຸ່ນແຮງ ໃນນັ້ນ ຮ່ວມ ດ້ວຍ 2 ປະເທດ ທີ່ກະຊວງຕ່າງປະເທດສະຫະຣັດ ໄດ້ເອົາໃສ່ໃນບັນຊີ ໃນເດືອນທັນວາ ປີ 2020 ເປັນຕົ້ນຄິວບາ ແລະນີກາຣະກົວ ນອກຈາກປະເທດ ອັບການິສຖານ, ອານຈະເຮັຽ ອາເຊີບາຈອນ ອີຢິບ ອິນໂດເນເຊັຽ ອີ່ຣັກ ມາເລເຊັຽ ແລະ ເຕີກີ.
ສຳລັບປະເທດ ທີ່ຢູ່ໃນບັນຊີໜ້າເປັນຫວ່ງ ຢູ່ເອເຊັຽ ກໍມີພະມ້າ, ຈີນ, ເກົາຫຼີເໜືອ ວຽດນາມ ແລະ ອິນໂດເນເຊັຽ.
ສຳລັບປະເທດພະມ້າ ຊຶ່ງເປັນປະເທດ ຢູ່ໃນບັນຊີ ປະເທດໜ້າເປັນຫ່ວງ ຫຼື CPC ບົດຣາຍງານ ຣະບຸວ່າ ຣັຖບານທະຫານພະມ້າ ໄດ້ເຂັນຂ້າ ຊາວມຸສລີມໂຣຮີນຢາ ຫຼາຍໝື່ນຄົນ ໂຕນຫນີໄປລີ້ພັຍ ຢູ່ປະເທດບັງຄຣາເທດ ຊຶ່ງເປັນອາສກຳຕໍ່ມະນຸດຊົນ ເປັນການຂ້າ ລ້າງເຜົ່າພັນ ຕໍ່ຊາວໂຣຮີນຢາ ຈາກກຸ່ມທະຫານພະມ້າ ບົດຣາຍງານ ໄດ້ແນະນຳຣັຖບານ ສະຫະຣັດ ຊ່ອຍເຫຼືອດ້ານມະນຸດສະທັມ ແກ່ຊາວໂຣຮີນຢາ ແລະກົດດັນ ຣັຖບານທະຫານພະມ້າ ໃຫ້ຢຸດຕິ ການເຂັນຂ້າຊາວໂຣຮິນຢາ ໃນພະມ້າ.
ຍານາງ Anuria Bhargava ຮອງປະທານຄະນະກັມມາທິການ ດ້ານສິດທິ ທາງສາສນາ ສະຫະຣັດ ຜູ້ທີສອງ ກ່າວກ່ຽວກັບ ນັກໂທດຈິດສຳນຶກ ຜູ້ທີ່ຖືກກັກຂັງ ຍ້ອນການເຊື່ອຖື ສາສນາຂອງພວກຂະເຈົ້າ.
“ໃນປີ 2020 ພວກເຮົາ ຕ້ອງໃຫ້ຄວາມສຳຄັນ ຕໍ່ການກັກຂັງນັກໂທດ ຈິດສຳນຶກ ຜູ້ທີ່ຖືກກັກຂັງ ຍ້ອນການເຊື່ອຖືທາງສາສນາ ພວກເຮົາເປັນຫ່ວງ ບຸກຄົນກຸ່ມນີ້ຫຼາຍ.”
ຣັຖບານທະຫານພະມ້າ ຍັງສືບຕໍ່ຣະເມີດ ສິດທິມຸສລີມ ຂອງຊາວໂຣຮີນຢາ ປະຕິເສດ ສິດທິການເປັນສັນຊາດພະມ້າ ຈຳກັດສິດທິ ການເຄື່ອນຍ້າຍ ແລະການພົວພັນ ກັບກຸ່ມອື່ນໆ ໃນພະມ້າ ແລະຈຳກັດຄວາມເຊື່ອຖື ທາງສາສນາ ຂອງຊົນກຸ່ມນ້ອຍກຸ່ມອື່ນໆ ນອກຈາກສາສນາພຸດ.
ທະຫານພະມ້າ ໄດ້ເຂັນຂ້າຊາວໂຣຮີນຢາ ຢູ່ແຄວ້ນຣາໄຄ່ ແລະ ແມ່ຍິງຫຼາຍຄົນ ຖືກຂົ່ມຂືນທາງເພດ ຈາກກຸ່ມທະຫານ ອົງການ ສະຫະຊາຊາດ ເວົ້າວ່າ ການກະທັມ ຂອງກຸ່ມທະຫານພະມ້າ ຕໍ່ຊາວໂຮຣີນຢາ ໃນແຄວ້ນຣາໄຄ່ ເປັນອາສຍາກັມ ຕໍ່ມະນຸດຊົນ ເຮັດໃຫ້ຊາວໂຣຮີນຢາ ກວ່າ 7 ແສນຄົນ ໂຕນຫນີ ຈາກປະເທດ ພາຍໃນບໍ່ພໍເທົ່າໃດວັນ ເທົ່າເຖິງປັດຈຸບັນ ກໍຍັງມີຊາວໂຮຣີນຢາ ຫຼາຍຮ້ອຍຄົນໂຕນຫນີ ໄປລີ້ພັຍຢູ່ບັງຄຣາເທດ ແລະ ປະເທດອື່ນໆ.
ສຳລັບປະເທດຈີນ ໃນປີ 2020 ສິດທິທາງດ້ານສາສນາໃນຈີນ ໄດ້ມີຄວາມຫຼົ້ມແຫຼວ ມາຕລອດ, ຣັຖບານຈີນ ໄດ້ໃຊ້ນະໂຍບາຍ ຈຳກັດສິດທິ ການນັບຖືສາສນາອື່ນໃນຈີນ ເປັນຕົ້ນ ກຸ່ມສາສນາ ຄຣິສຕຽນ ອິສລາມ ແລະຕິເບດພຸດ.
ທາງການຈີນ ໄດ້ໃຊ້ເທກໂນໂລຈີ ໃນການສີ້ງຊອມພຶດຕິກັມ ຂອງຊົນກຸ່ມນ້ອຍໃນຈີນ ເຮັດໃຫ້ກຸ່ມທີ່ຣະເມີດຂໍ້ຫ້າມ ຖືກຈັບ ແລະ ຖືກລົງໂທດຫຼາຍຄົນ ດ້ວຍການສົ່ງໄປສູນດັດສ້າງ ຫຼື ສູນປ່ຽນຄວາມຄິດ ທາງດ້ານການເຊື່ອຖື.
ໃນເດືອນກັນຍາ ສະຖາບັນກົນໄກ ທາງດ້ານນະໂຍສາສນາ ຈາກປະເທດ ອອສເຕເຣັຽ ໄດ້ກວດພົບເຫັນ ຈາກພາບທາງດາວທຽມ ມີສູນກັກຂັງ ຊາວມຸສລີມວິກເກີ ຈຳນວນ 380 ແຫ່ງໃນຈີນ ໃນແຂວງຊີນເຈັຽ ໃນນັ້ນຮ່ວມດ້ວຍສູ ນໃໝ່ ທີ່ສ້າງໃນປີ 2019 ແລະ 2020 ສະແດງໃຫ້ເຫັນວ່າ ຈີນຍັງສືບຕໍ່ຈັບກຸມຊາວວິກເກີ ແລະ ຊາວມຸສລີມເຕີກ ທີ່ອາສັຍ ຢູ່ໃນແຂວງດັ່ງກ່າວ ມາແຕ່ດຶກດຳບັນ ທັ້ງໆຣັຖບານຈີນ ບອກວ່າ ກຸ່ມດັ່ງກ່າວໄດ້ຖືກປ່ອຍໂຕໝົດແລ້ວ.
ເລີ້ມແຕ່ປີ 2017 ເປັນຕົ້ນມາ ມີຣາຍງານວ່າ ທາງການຈີນ ໄດ້ສົ່ງຊາວມຸສລີມວິກເກີ ແລະ ເຕີກ ຫຼາຍລ້ານຄົນໄປຢູ່ສູນດັ່ງກ່າວ ຍ້ອນໃສ່ຜ້າຄຸມຫົວ ປະເສດດື່ມເຫຼົ້າ ແລະ ປະພືດທີ່ແຕກຕ່າງ ຊຶ່ງຈີນຖືວ່າ ເປັນກຸ່ມຫົວຮຸ່ນແຮງ ອະດີດຜູ້ທີ່ຖືກຂັງ ໃນທີ່ກັກຂັງ ແຫ່ງນັ້ນ ບອກວ່າ ພວກຂະເຈົ້າ ຖືກທຳຮ້າຍຮ່າງກາຍ ຂົມຂືນທາງເພດ ເຮັດໝັນ ແລະ ຖືກ ທາຮຸນໃນທີ່ກັກຂັງ.
ທ່ານ TONY PERKINS ຮອງປະທານ ຄະນະກັມມະທິການ ດ້ານສິດທິທາງສາສນາ ສະຫະຣັດ ຄົນທີນຶ່ງ ເວົ້າກ່ຽວກັບການ ຣະເມີດສິດທິ ທາງສາສນາ ໃນຈີນວ່າ:
“ການຣະເມີດ ສິດທິທາງສາສນາໃນຈີນ ແລະລາມໄປ ປະເທດອ້ອມຂ້າງ ທີ່ຈີນມີອຳນາດເປັບບັນຫາໃຫຍ່ ຣັຖບານຄອມມຸນິດຈີນ ຫຼື CPP ໄດ້ເພີ້ມມາຕການນາບຂູ່ຈັບກຸມ ເຂັນຂ້າຊາວມຸລີມ ທີ່ແຂວງຊີນເຈັຽ ແລະຊາວພຸດຕິເບດ ຮ່ວມທັງ ຊາວມຸສລີມວີເກີ.”
ສຳລັບປະເທດ ເກົາຫຼີເໜືອ ບົດຣາຍງານ ຣະບຸວ່າ ການປະຕິບັດ ຕໍ່ສິດທິທາງສາສນາ ໃນເກົາຫຼີເໜືອ ຮ້າຍແຮງກວ່າຫຼາຍປະເທດ ໃນຂົງເຂດ ຄະຕິ ແລະ ນະໂຍບາຍ ກ່ຽວກັບແນວຄິດ ທາງດ້ານສາສນາ ແລະ ແນວຄິດຕ່າງໆ ຂອງປະຊາຊົນ ໃນເກົາຫຼີເໜືອ ຖື ຜູ້ນຳເປັນພຣະເຈົ້າ ເອີ້ນວ່າ ຈູເຊ ຖືວ່າສາສນາ ເປັນພັຍນັບຂູ່ ຕໍ່ອຳນາດ ການປົກຄອງພັກຣັດ ຄວາມນຶກຄິດແບບຈູເຊ ຖືກປູກຝັງ ໄວ້ໃນຈິດໃຈ ຂອງຊາວເກົາຫຼີເໜືອ ມາແຕ່ຕົ້ນ ຫ້າມຕ້ານ ແລະ ຫ້າມລົບລູ່ ຜູ້ຣະເມີດ ຈະຖືກລົງໂທດຢ່າງໜັກ. ໃຫ້ເຄົາຣົບນັບຖື ຜູ້ນຳສູງສຸດຄືພຣະເຈົ້າ.
ນະໂຍບາຍ ແລະ ແນວຄິດດັ່ງກ່າວ ຢູ່ເທິງກົດໝາຍນານາຊາດ ແລະ ກົດໝາຍເກົາຫຼີເໜືອເອງ ແລະ ກໍເປັນການລົບລູ່ຕໍ່ການ ເຊື່ອຖືທາງສາສນາ ຂອງປະຊາຊົນ ຊາວເກົາຫຼີເໜືອ ເປັນຕົ້ນ ກຸ່ມທີ່ເຊື່ອຖືສາສນາອື່ນ ດັ່ງຄຣິສຕຽນ ມຸສລີມ ຫຼືພຸດນາກາຍ ແຕກຕ່າງ.
ທາງການເກົາຫຼີເໜືອ ພຍາຍາມສ້າງພາບລວງຕາ ໃຫ້ແກ່ນານາຊາດ ດ້ວຍການສ້າງຕັ້ງ ອົງກອນສາສນາປອມ ຫຼາຍອົງກອນຂຶ້ນ ໃນເກົາຫຼີເໜືອ ເປັນຕົ້ນ ສະຫາພັນ ຄຣິສຕຽນເກົາຫຼີ, ສະຫາພັນພຸດເກົາຫຼີ ແລະ ໂບດ ຊັງຊວນ ຮ່ວມທັງວັດກວນບອບ ແຕ່ໃນ ພາກປະຕິບັດໂຕຈິງນັ້ນ ແມ່ນເພື່ອສີ້ງຊອມ ແລະ ຈັບກຸມຜູ້ທີ່ເຊືອຖືສາສນາດັ່ງກ່າວ ໃນເກົາຫຼີເໜືອ.
ສຳລັບປະເທດວຽດນາມ ການປະຕິບັດຕໍ່ສິດທິ ທາງສາສນາໃນວຽດນາມ ຫຼົ້ມແຫຼວມາຕລອດ ຣັຖບານວຽດນາມ ໄດ້ອອກກົດໝາຍ ກ່ຽວກັບການນັບຖືສາສນາ ແລະ ຄວາມເຊື່ອ ຂອງປະຊາຊົນ ທີ່ໄດ້ບັນຈຸໄວ້ ໃນຣັຖທັມມະນູນ ຂອງປະເທດວ່າ.
ປະຊາຊົນ ເຊື່ອສາສນາໃດກໍໄດ້ ແຕ່ພາກປະຕິບັດໂຕຈິງນັ້ນ ຍັງມີການກິດກັ້ນ ການເຊື່ອຖືສາສນາອື່ນຫຼາຍຢູ່ ໃນວຽດນາມ ແລະ ກຸ່ມເຊື່ອຖືເອກຣາດ ເຈົ້າໜ້ານທີ່ວຽດນາມ ຍັງທຳການຈັບກຸມກັກຂັງລົງໂທດ ກຸ່ມສາສນາອື່ນຢູ່ ເປັນຕົ້ນກຸ່ມມົ້ງ ປໂຣເຕັສຕັນ ແລະ ກຸ່ມຄຣິດຕຽນມົງຕາຫຍ່າ ກຸ່ມສາສນາພຸດ ຮາວຮາວ, ກຸ່ມຄາໂຕລິກ ກາວດາຍ ແລະ ກຸ່ມຟາລົງກູງ.
ຊົນກຸ່ມນ້ອຍ ໃນວຽດນາມ ຖືກຈັບກຸມລົງໂທດ ຍ້ອນໄຫວ້ພຣະ ສວດມົນ ໃນສາສນາທີ່ຂະເຈົ້າເຊື່ອຖື ຫຼາຍຄົນຖືກຫາຍສາບສູນ ຖືກທາຮຸນ ແລະ ຖືກບັງຄັບໃຫ້ປະລະຄວາມເຊື່ອຖື ໃນສາສນາແຕກຕ່າງ ຄາດວ່າຊາວມົ້ງ ແລະ ຊາວ ຄຣິສຕຽນມົງຕາຫຍ່າ ໃນເຂດທົ່ງພຽງພາກກາງ ຂອງວຽດນາມ ຫຼາຍສິບພັນຄົນຖືກຈັບ ແລະກາຍເປັນ ຄົນທີ່ບໍ່ມີປະເທດຢູ່ ຍ້ອນວ່າ ກຸ່ມດັ່ງກ່າວ ຖືກອຳນາດການປົກຄອງທ້ອງຖິ່ນບໍ່ໃຫ້ຢູ່ບ້ານ ແລະ ບໍ່ໃຫ້ໃບອະນຸຍາດ ໃຫ້ເປັນຄົນວຽດນາມ.
ສຳລັບ ສປປລາວແລ້ວ ບໍ່ມີຊື່ໃນບົດຣາຍງານໃນປີນີ້ ເຈົ້າໜ້າທີ່ຈາກຄະນະກັມມາທິການ ທາງດ້ານສິດທິທາງສາສນາ ສະຫະຣັດ ທີ່ກຸງ ວໍຊິງຕັນ ຕອບຄຳຖາມ ຂອງວິທຍຸເອເຊັຽ ຜ່ານທາງອີແມລ ວ່າ ບົດຣາຍງານກ່ຽວກັບລາວໃນປີນີ້ ກໍເປັນແແບບດຽວກັບ ບົດຣາຍງານຂອງປີຜ່ານມາ ຊຶ່ງວ່າງປີຜ່ານມາ ບົດຣາຍງານ ກ່ຽວກັບສິດທິການນັບຖືສາສນາໃນລາວ ຣະບຸ ສປປລາວ ວ່າ:
“ໃນປີ 2016 ຣັຖບານນລາວ ໄດ້ປະຕິຮູບກົດໝາຍ ກ່ຽວກັບສາສນາໃນລາວ ທີ່ເອີ້ນວ່າ ມາຕຣາ 315 ໃຫ້ປະຊາຊົນ ນັບຖືສາສນາ ໃດກໍໄດ້ ເຖິງແມ່ນວ່າ ຈະມີກົດໝາຍດັ່ງກ່າວ ແຕ່ການປະຕິບັດ ຕໍ່ສິດທິການນັບຖື ສາສນາອື່ນໃນລາວ ຍັງໜ້າເປັນຫວ່ງຢູ່."
ກຸ່ມທີ່ຖືສາສນາອື່ນ ຕ້ອງໄດ້ຣາຍງານ ການເຄື່ອນໄຫວ ທາງສາສນາຂອງພວກຂະເຈົ້າ ຕໍ່ອຳນາດ ການປົກຄອງ ທ້ອງຖິ່ນຕລອດ ໃນນັ້ນ ຮ່ວມດ້ວຍ ການແຕ່ງຕັ້ງຜູ້ນຳ ແລະ ການໄຫວ້ພຣະ ສວດມົນ ແລະ ການສອນສາສນາ ແຕ່ສ່ວນຫຼາຍແລ້ວ ຍາກທີ່ຈະໄດ້ ໃບອະນຸຍາດຈາກທາງການ ເຮັດໃຫ້ການປະຕິບັດພາຣະກິດ ທາງສາສນາ ຂອງພວກຂະເຈົ້າ ຜິດກົດຫມາຍ.
ບົດຣາຍງານ ຣະບຸວ່າ ກຸ່ມເຊື່ອຖືສາສນາອື່ນໃນລາວ ຍັງຖືກກີດກັ້ນຫຼາຍຢູ່ ແລະ ຣັຖບານລາວບໍ່ປະຕິບັດ ຕາມກົດບັດ ທີ່ຕົນກຳນົດ ໄວ້ກັບນານາຊາດ ກ່ຽວກັບສິດທິ ການນັບຖື ສາສນາໃນລາວ.
ກ່ຽວກັບການ ຣະເມີດສິດທິທາງສາສນາ ໃນລາວ ທ່ານ PHIL ROBERSON ຮອງຜູ້ນຳນວຍການ ອົງການ ສີ້ງຊອມ ດ້ານສິດທິ ມະນຸດ ປະຈຳຂົງເຂດ ສົ່ງຂໍ້ຄວາມຜ່ານ ອີແມລວ່າ:
“ທ່ານວ່າ ເປັນໜ້າປະຫຼາດໃຈ ທີ່ ສປປລາວ ສາມາດໜີລອດ ຈາກການຖືກປະນາມ ຂອງນານາຊາດ ກ່ຽວກັບການຣະເມິດ ສິດເສຣີ ພາບທາງສາສນາ ໃນລາວ ໃນປີນີ້ ທີ່ນານາຊາດ ໃຫ້ຄວາມສົນໃຈໜ້ອຍ ຊຶ່ງໃນບົດຣາຍງານ ຂອງຄະນະກັມມາທິການ ທາງດ້ານ ສາສນາຂອງສະຫະຣັດ ໃນປີ 2021 ນີ້ ເປັນໂຕຢ່າງ ທີ່ເໝາະສົມກັບ ການຣະເມີດສິດທິ ທາງສາສນາ ໃນລາວ. ທີ່ຣັຖບານລາວ ຍັງສືບຕໍ່ ປະຕິບັດກັນຢູ່ ແຕ່ໃນທີ່ສຸດ ລອດໄດ້.”
ເລີ້ມແຕ່ປີ 2009 ເປັນຕົ້ນມາ ຄະນະກັມມາທິການ ດ້ານສິດທິທາງສາສນາ ສະຫະຣັດ ຈັດອັນດັບໃຫ້ ສປປລາວ ຕົກຢູ່ໃນ Tier 2 ຊຶ່ງເປັນປະເທດ ທີ່ຍັງຣະເມີດ ສິດທິທາງສາສນາ ຂອງປະຊາຊົນຫຼາຍຢູ່ ແລະ ໃນບົດຣາຍງານ ປີ 2020 ຄະນະກັມມາທິການ ດ້ານສິດທິິທາງສາສນາ ສະຫະຣັດ ໄດ້ປ່ຽນ ຂຶ້ນຈາກ Tier 2 ຊຶ່ງເປັນ Tier ທີ່ແຮງກວ່າເກົ່າ ພ້ອມທັງ ໄດ້ແນະນຳ ໃຫ້ກະຊວງ ຕ່າງປະເທດ ສະຫະຣັດ ເອົາ ສປປລາວ ເຂົ້າໃນບັນຊີ ປະເທດສີ້ງຊອມພິເສດ ຫຼື Special Watch list (SWL) ກ່ຽວກັບການ ຣະເມີດສິດທິ ທາງສາສນາ ໃນລາວ.