ສປຊ ຮຽກຮ້ອງໃຫ້ລາວ ເລັ່ງແກ້ໄຂບັນຫາ ບຸກຄົນຫາຍສາບສູນ
ຂ້າຫລວງໃຫຍ່ ດ້ານສິດທິມະນຸດ ຮຽກຮ້ອງ ສປປ ລາວ ໃຫ້ສັດຕະຍາບັນສົນທິສັນຍາ ຂອງສະຫະປະຊາຊາດ ວ່າດ້ວຍການປົກປ້ອງທຸກຄົນ ຈາກການບັງຄັບໃຫ້ຫາຍສາບສູນ ແລະສືບຕໍ່ສືບສວນສອບສວນຫາທ່ານ ສົມບັດ ສົມພອນ ທີ່ຍັງຫາຍສາບສູນຢູ່.
-
ຈຳປາທອງ
2024-06-07 -
-
-
Your browser doesn’t support HTML5 audio
ທ່ານ ໂວລເກີ ເທີກ Volker Türk ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານສິດທິມະນຸດ ໄດ້ໄປຢ້ຽມຢາມ ສປປ ລາວ ໃນມື້ວັນທີ 6 ແລະວັນທີ 7 ມິຖຸນານີ້ ເພື່ອພົບພໍ້ຫາລື ກັບລັດຖະບານລາວ ແລະອົງການສະຫະປະຊາຊາດ ປະຈໍາລາວ ກ່ຽວກັບເລື່ອງສິດທິມະນຸດ ຕາມສົນທິສັນຍາ ແລະອະນຸສັນຍາ ຂອງ ສະຫະປະຊາຊາດ ທີ່ ສປປ ລາວ ເປັນພາຄີ.
ໃນໂອກາດການຫາລື ທີ່ວ່ານີ້ ທ່ານ Volker Türk ໄດ້ຮຽກຮ້ອງໃຫ້ລັດຖະ ບານລາວ ດໍາເນີນການສືບສວນ ສອບສວນ ກໍລະນີການບັງຄັບບຸກຄົນ ໃຫ້ ຫາຍສາບສູນຕໍ່ໄປ ເຊັ່ນກໍລະນີຂອງທ່ານ ສົມບັດ ສົມພອນ ຊຶ່ງຄອບຄົວຂອງທ່ານ ຍັງຕ້ອງໄດ້ຊອກຫາຄວາມຈິງ ແລະຄວາມຍຸຕິທໍາ ມານານກວ່າ 11 ປີແລ້ວ ແລະເພື່ອໃຫ້ຄອບຄົວຂອງທ່ານ ສົມບັດ ສົມພອນ ໄດ້ຮັບຄວາມຄືບໜ້າ ຢ່າງສະໝໍ່າສະເໝີ.
ພ້ອມກັນນັ້ນ ຂ້າຫລວງໃຫຍ່ສະຫະປະຊາຊາດ ດ້ານສິດທິມະນຸດ ຍັງໄດ້ຮຽກຮ້ອງໃຫ້ລັດຖະບານລາວ ໃຫ້ສັດຕະຍາບັນ ໃນສົນທິສັນຍາ ຂອງສະຫະປະຊາຊາດ ວ່າດ້ວຍການປົກປ້ອງທຸກຄົນ ຈາກການຖືກບັງຄັບໃຫ້ຫາຍສາບສູນ.
ຕລອດການຢ້ຽມຢາມ ພູມີພາກແຫ່ງນີ້ ທ່ານໄດ້ເຫັນກໍລະນີ ການປາບປາມນັກປົກປ້ອງສິດທິມະນຸດຂ້າມຊາດ ເມື່ອນັກປົກປ້ອງສິດທິມະນຸດ ໄປຢູ່ປະເທດອື່ນ ທີ່ບໍ່ແມ່ນປະເທດຂອງຕົນ. ພວກເຂົາເຈົ້າຈໍາເປັນຕ້ອງໄດ້ຮັບການຄຸ້ມຄອງ ດ້ວຍຄວາມເຄົາລົບ ຢ່າງເຕັມທີ່ ຕໍ່ພັນທະກໍລະນີຫລັກການທີ່ວ່າ ບໍ່ສົ່ງກັບຄືນປະ ເທດ.
ໃນທົ່ວສັງຄົມ ຜູ້ທີ່ສະແດງຄວາມຄິດຄວາມເຫັນຂອງຂະເຈົ້າ ກ່ຽວກັບບັນຫາຜົນປະໂຫຍດສາທາລະນະ ຈໍາເປັນຕ້ອງກະທໍາໄດ້ ໂດຍບໍ່ມີຄວາມຢ້ານກົວ. ພວກເຂົາເຈົ້າຈະໄດ້ຮັບການປົກປ້ອງ ຈາກການນາບຂູ່, ຄວາມຮຸນແຮງ ຫລືການຂົ່ມຂູ່ທາງດ້ານກົດໝາຍ ຈາກການໃຊ້ເສລີພາບ ໃນການສະແດງອອກ ບ່ອນທີ່ພວກເຂົາເຈົ້າຖືກລະເມີດ ສິດທິມະນຸດຢ່າງຮ້າຍແຮງ. ກໍລະນີເຫລົ່ານີ້ ຕ້ອງໄດ້ຮັບການສືບສວນ ສອບສວນ ແລະແກ້ໄຂຢ່າງມີປະສິດທິຜົນ ແລະໂປ່ງໃສ; ຕ້ອງມີການກວດກາ ແລະດຸ່ນດ່ຽວ ເພີ່ມທະວີການຕິດຕາມ ກວດກາ ຂອງກໍາລັງຮັກສາຄວາມປອດໄພ ແລະຮັບປະກັນໃຫ້ຜູ້ທີ່ມີອໍານາດເກີນຂອບເຂດ ຈະຕ້ອງໄດ້ຮັບການຖືກພິຈາລະນາ.
ທຸກມື້ນີ້ ປະຊາຊົນລາວ ຕ້ອງປະເຊີນກັບຄວາມທ້າທາຍ ຄັ້ງປະວັດສາດ ຈາກການປ່ຽນແປງຂອງດິນຟ້າອາກາດ, ລະບົບນິເວດຖືກທໍາລາຍ ແລະການເຊື່ອມໂຊມຂອງສິ່ງແວດລ້ອມ ທີ່ມີຜົນກະທົບຢ່າງຮຸນແຮງ ຕໍ່ຄວາມສາມາດຂອງຜູ້ຄົນ ໃນການໄດ້ຮັບເລື່ອງສິດທິມະນຸດ ຮວມທັງສິດທິໃນການມີຊີວິດ ແລະໃນການບັນລຸການພັດທະນາແບບຍືນຍົງ.
ຄວາມບໍ່ເທົ່າທຽມກັນຂອງລາຍໄດ້ ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ ແລະປະເທດທີ່ມີຄວາມທຸກຍາກທີ່ສຸດໃນໂລກ ຫລາຍກວ່າເຄິ່ງນຶ່ງ ປະສົບບັນຫາ ຫລືສ່ຽງຕໍ່ການທີ່ຈະປະສົບບັນຫາໜີ້ສິນເພີ່ມຂື້ນ.
ນອກຈາກນັ້ນ ປະເທດລາວ ຍັງປະເຊີນກັບຜົນຮ້າຍ ທີ່ເກີດຈາກວິກິດຄວາມບໍ່ສະຫງົບຢູ່ປະເທດພະມ້າ ແລະຜົນກະທົບທາງລົບຂ້າມຊາຍແດນ ໂດຍສະເພາະເລື່ອງອາດຊະຍາກໍາຂ້າມຊາດ ແລະການຄ້າມະນຸດ.
ຂະນະທີ່ປະເທດລາວ ວາງແຜນກໍານົດເສັ້ນທາງການພັດທະນາ, ການເຕີບໂຕທາງເສດຖະກິດ ພຽງຢ່າງດຽວ ແຕ່ຈະບໍ່ແກ້ໄຂຄວາມບໍ່ສະເໝີພາບ ທາງດ້ານໂຄງສ້າງ ຫລືຮັບປະກັນວ່າ ຄໍາໝັ້ນສັນຍາ ເລື່ອງສິດທິມະນຸດ ຈະບັນລຸຜົນສໍາເລັດ.
ຂະນະທີ່ພາກປະຊາສັງຄົມໃນລາວ ເຫັນວ່າ ລັດຖະບານລາວ ຍັງລະເມີດສິດທິມະນຸດ ຂອງປະຊາຊົນຢ່າງໜັກໜ່ວງຢູ່ ໂດຍສະເພາະເລື່ອງການສະແດງຄວາມຄິດຄວາມເຫັນທາງດ້ານການເມືອງ, ການປົກຄອງ ແລະນະໂຍບາຍຂອງລັດຖະບານ ຮວມເຖິງວຽກງານຕ່າງໆ ຂອງລັດຖະບານ ຍັງບໍ່ສາມາດວິພາກວິຈານ ແລະສະແດງຄວາມຄິດຄວາມເຫັນໄດ້ຢ່າງເສລີ ຍັງຕ້ອງເປັນໄປຕາມແນວທາງ ທີ່ຖືກກໍານົດໄວ້ຢ່າງເດັດຂາດ.
ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນລາວທ່ານນຶ່ງ ຢູ່ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 7 ມິຖຸນານີ້ວ່າ ມີປະຊາຊົນລາວຈໍານວນຫລວງ ຫລາຍ ໄດ້ຮັບຜົນກະທົບ ຈາກໂຄງການລົງທຶນຕ່າງໆ ແຕ່ບໍ່ສາມາດທີ່ຈະຄັດຄ້ານ ແລະຕໍ່ຕ້ານຫຍັງໄດ້. ປັດຈຸບັນ ປະຊາຊົນລາວເສຍຜົນປະໂຫຍດ, ຍອມຖືກໂຍກຍ້າຍ, ຍອມສູນເສຍທີ່ດິນ, ບໍ່ໄດ້ຮັບຄວາມເປັນທໍາ, ທາງການລາວ ໃຊ້ກົດ ໝາຍ ບີບບັງຄັບ ຂົ່ມຂູ່ປະຊາຊົນ ເຮັດໃຫ້ບໍ່ມີອະນາຄົດ.
ດັ່ງທີ່ທ່ານກ່າວວ່າ:
“ໝົດແລ້ວອານາຄົດລາວນີ້ ມັນບໍ່ມີແລ້ວ ໝົດແລ້ວອະນາຄົດ ເອົາລົງເຟສລົງຫຍັງກະຈັບ ມີແຕ່ວ່າຢູ່ໄປຊື່ໆຫັ້ນແຫລະ ປາກກະບໍ່ໄດ້ເດ້ ປາກກະໝົດ ອັນໃດເພິ່ນກະບັງຄັບໝົດແລ້ວເດ້.”
ແລະປະຊາຊົນທ່ານນຶ່ງຢູ່ແຂວງ ວຽງຈັນ ກໍເວົ້າ ໃນມື້ດຽວກັນນີ້ວ່າ ປະຊາຊົນລາວ ບໍ່ສາມາດທີ່ຈະວິພາກວິຈານ ຫລືສະແດງຄວາມຄິດຄວາມເຫັນ ທີ່ມີຜົນ ເພື່ອໃຫ້ລັດຖະ ບານຮັບຮູ້ ບັນຫາ ແລ້ວນໍາໄປແກ້ໄຂ ຍ້ອນລັດຖະບານລາວ ຕີລາຄາວ່າ ຄໍາວິພາກວິຈານ ແລະຄວາມຄິດຄວາມເຫັນຂອງປະຊາຊົນນັ້ນ ເປັນໄພຕໍ່ຄວາມໝັ້ນຄົງຂອງຊາດ. ສະນັ້ນແລ້ວຈຶ່ງເຮັດໃຫ້ປະຊາຊົນລາວ ຢ້ານທີ່ຈະຖືກຈັບ ຫລືເຮັດໃຫ້ຫາຍສາບສູນໄປ ຄືກັນກັບກໍລະນີທ່ານ ສົມບັດ ສົມພອນ ແລະຄົນອື່ນໆ ທີ່ອອກມາວິພາກວິຈານລັດຖະບານ ແລ້ວຖືກຈັບ, ຖືກຂ້າ ຫລືບັງຄັບໃຫ້ຫາຍສາບສູນໄປເລີຍ.
“ປະຊາຊົນເວົ້າບໍ່ໄດ້ ເວົ້າແມ້ ເວົ້າ ຕິດຄຸກ ໄຜສິຢາກເວົ້າ ມັນບໍ່ແມ່ນປະຊາທິປະໄຕເຕັມ100 ເນາະ ມັນໄປສູ້ປາກສູ້ສຽງນໍາເຂົາໄດ້ ສູ້ເຂົາກໍໄປຂັງຄຸກ ຫາຍສາບສູນໄປ ແຕ່ທ່ານສົມບັດ ສົມພອນ ໂລກຮັບຮູ້ຍັງຫາຍສາບສູນ ເຮົາ ແມ່ນໃຜສິຮັບຮູ້ເຮົາ.”
ທີ່ແຂວງຫລວງພະບາງ ຊາວລາວຜູ້ນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີກ່ຽວກັບລັດຖະ ບານລາວວ່າ ລັດຖະບານ ບໍ່ໃຫ້ສະຖານະພາບ ແລະອໍານາດຂອງລັດຖະບານ ຕົກຕໍ່າລົງ. ປະຊາຊົນທີ່ອອກມາວິພາກວິຈານ ຫລືສະແດງຄວາມຄິດຄວາມເຫັນຢ່າງກົງໄປກົງມາ ແມ່ນຈະບໍ່ໄດ້ຮັບຄວາມຍຸຕິທໍາ ຫາກຖືກຈັບ. ໜັກໄປກວ່ານັ້ນ ຫາກລັດຖະບານເຫັນວ່າຄໍາວິພາກວິຈານເຫລົ່ານັ້ນ ຈະເປັນໄພຕໍ່ຄວາມໝັ້ນຄົງ ຜູ້ວິພາກວິຈານ ຈະຖືກຂົ່ມຂູ່ ຫລືຖືກບັງຄັບໃຫ້ຫາຍສາບສູນ ຊຶ່ງທັງໝົດນັ້ນ ລ້ວນແຕ່ເປັນການລະເມີດສິດທິມະນຸດ ຂອງປະຊາຊົນ.
“ປະຊາ ຊົນກະເຂົາໃຈວ່າ ມັນບໍ່ຍຸຕິທໍາ ມັນກະທົບຕໍ່ສິດທິຂອງປະຊາຊົນ ເຮັດໃຫ້ປະຊາຊົນບໍ່ຢາກເຊື່ອໝັ້ນ ຂະບວນການຍຸຕິທໍາ ອັນນີ້ແຫລະ ສິເຫັນໆໄດ້ ມັນສ່ວນໃຫຍ່ມັນບໍ່ເປັນຂ່າວດອກ ຄັນສົມມຸດວ່າເຂົາເຮັດໃຫ້ຫາຍສາບສູນ ເຮັດຫຍັງໄປແລ້ວກະງຽບໄປເລີຍ.”
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກະຊວງຍຸຕິທໍາ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມິຖຸນານີ້ວ່າ ລັດຖະບານລາວ ບໍ່ໄດ້ລະເມີດສິດທິມະນຸດຂອງປະຊາ ຊົນລາວ, ບໍ່ໄດ້ຂົ່ມຂູ່, ບໍ່ໄດ້ບີບບັງຄັບໃຫ້ປະຊາຊົນ ຢ້ານກົວ, ປະຊາຊົນລາວທຸກຄົນ ສາມາດທີ່ຈະເຂົ້າເຖິງສິດທິໃນດ້ານຕ່າງໆ, ສາມາດຮ້ອງຮຽນ, ສາ ມາດສະແດງຄວາມຄິດຄວາມເຫັນໄດ້ຢ່າງເສລີເທົ່າທີ່ກົດໝາຍ ໄດ້ກໍານົດໄວ້.
“ເພິ່ນໃຫ້ສິດຫລາຍແລ້ວເດ້ ສາມາດເວົ້າໄດ້ວ່າໄດ້ ກະບໍ່ໄປໄປຂູ່ໃຫ້ຂະເຈົ້າ ປະຊາຊົນ ຢ້ານດອກ ມັນບໍ່ມີແລ້ວເນາະ ແຕ່ມັນຍັງມີຂອບເຂດຢູ່ ມັນກະຢູ່ໃນກົດໝາຍຫັ້ນແຫລະ.”
ທາງການ ສປປລາວ ຍັງລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງຢູ່ ທັງຂ້າ ແລະບັງຄັບໃຫ້ນັກເຄື່ອນໄຫວ ເພື່ອສິດທິມະນຸດ ແລະປະຊາທິປະໄຕ ຫາຍສາບສູນ ໂດຍລັດຖະບານລາວ ໄຊ້ມາດຕະການຈັບ, ກັກຂັງ, ບັງຄັບໃຫ້ຫາຍສາບສູນ, ດໍາເນີນຄະດີແບບບໍ່ເປັນທໍາ ດັ່ງທີ່ຜູ້ລາຍງານພິເສດ ດ້ານສິດທິມະ ນຸດ ຂອງສະຫະປະຊາຊາດ ໄດ້ອອກຖະແຫລງການເມື່ອວັນທີ 22 ກັນຍາ 2023 ວ່າ ມາເຖິງປັດຈຸບັນມີ ປະຊາຊົນລາວ ທັງໝົດ 9 ຄົນທີ່ໄດ້ຮັບເຄາະຮ້າຍຈາກມາດຕະການດັ່ງກ່າວ. ສະເພາະຈໍານວນ ທີ່ໄດ້ຮັບລາຍງານ ກໍມີ:
2 ຄົນ ຖືກຂ້າ ຄື ທ້າວ ແຫລວຄໍາ ລໍສະຫັວດ ແລະທ້າວ ບຸນສວນ ກິດຕິຢາໂນ; 1 ຄົນ ຖືກຈັບ ແລ້ວຫາຍສາບສູນ ແລະຖືກຂ້າ ຄືທ້າວ ພູວົງ ໄຊຍະແສງ; 3 ຄົນ ຖືກຈັບເວລາກັບມາຈາກໄທ ປັດຈຸບັນຖືກຈໍາຄຸກຍາວນານ ຄື ນາງ ຫລອດຄໍາ ທໍາມະວົງ, ທ້າວ ສຸກັນ ໃຈທັດ ແລະທ້າວ ສົມພອນ ພິມມະສອນ; 2 ຄົນຫາຍສາບສູນ ຄືທ້າວ ອັອດ ໄຊຍະວົງ ແລະທ້າວ ເພັດພູທອນ ພິລາຈັນ ແລະອີກ 1 ຄົນ ທີ່ຖືກບັງຄັບໃຫ້ຫາຍສາບສູນ ຄື ທ່ານ ສົມບັດ ສົມພອນ.
ປັດຈຸບັນ ສປປລາວ ໄດ້ເຂົ້າຮ່ວມ ເປັນພາຄີສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ ຂອງອົງການສະຫະປະຊາຊາດ 7 ສະບັບ ໃນຈໍານວນທັງໝົດ 9 ສະບັບ ຊຶ່ງໃນນັ້ນ ມີລວມທັງສົນທິສັນຍາສາກົນ ວ່າດ້ວຍສິດທິທາງການເມືອງ ແລະສິດທິຂອງພົນລະເຮືອນ, ສົນທິສັນຍາສາກົນ ວ່າດ້ວຍສິດທິທາງດ້ານເສດຖະກິດ ສັງຄົມ ແລະວັດທະນະທໍາ, ສົນທິສັນຍາສາກົນ ວ່າດ້ວຍການຈໍາກັດ ທຸກຮູບແບບຂອງການຈໍາແນກເຊື້ອຊາດ.
ເວົ້າເຖິງສົນທິສັນຍາສາກົນ, ສິ່ງທີ່ປະຊາຊົນລາວ ແລະຊາວໂລກ ຖືວ່າສໍາຄັນທີ່ສຸດອີກແນວນຶ່ງ ທີ່ ລັດຖະາບນ ສປປລາວ ຄວນໃຫ້ສັດຕະຍາບັນ ນັ້ນຄືໃຫ້ສັດຕະຍາບັນ ໃນສົນທິສັນຍາວ່າດ້ວຍ ການປົກປ້ອງທຸກຄົນ ຈາກການບັງຄັບໃຫ້ຫາຍສາບສູນ ຊຶ່ງທ່ານ Volker Türk ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານສິດທິມະນຸດ ກໍໄດ້ຮຽກຮ້ອງໃຫ້ ສປປ ລາວ ໃຫ້ສັດຕະຍາບັນ ໃນສົນທິ ສັນຍາສາກົນສະບັບນີ້.