ຊາວກຳພູຊາປະທ້ວງ ວຽດນາມ

ກຸ່ມ ປະທ້ວງ ຊາວ ກຳພູຊາ ກວ່າ 1 ພັນ ຄົນ ຈະເຂົ້າ ໄປ ໃນເຂດ ຊາຍແດນ ທີ່ ມີຄວາມ ຂັດແຍ່ງ ກັບ ວຽດນາມ.

ປະຊາຊົນ ກໍາພູຊາ ທີ່ປະທ້ວງ ວຽດນາມ ໃນ ກໍຣະນີ ຂັດແຍ້ງ ເຂດຊາຍແດນ Citizen Journalist

ສະມາຊິກ ສະພາ ພັກ ຝ່າຍຄ້ານ ກຳພູຊາ ໄດ້ ນຳພາ ປະຊາຊົນ, ທີ່ ສນັບສນູນ ພັກ ກວ່າ 1 ພັນ ຄົນ ເດີນທາງ ເຂົ້າໄປ ໃນ ພື້ນທີ່ ຊາຍແດນ ກຳພູຊາ ວຽດນາມ ທີ່ ກຳລັງ ເປັນເຂດ ທີ່ ຍັງມີ ຄວາມ ຂັດແຍ່ງ ກັນຢູ່ ທີ່ ແຂວງ ສວາຍຣຽງ ໃນ ວັນອາທິດ ຜ່ານມາ, ຊຶ່ງ ເປັນບ່ອນ ດຽວກັນ ທີ່ ມີການ ປະທະ ກັນກັບ ຊາວວຽດນາມ ໃນ ເດືອນ ກ່ອນ.

ນາຍ ຣຽງ ເຂັມມະຣິນ, ສະມາຊິກ ພັກ ຝ່າຍຄ້ານ ຊຶ່ງ ເປັນນຶ່ງ ໃນ ຈຳນວນ ສະມາຊິກ ສະພາ ສອງຄົນ ທີ່ ນຳ ປະຊາຊົນ ລົງ ພື້ນທີ່ ບ່ອນ ຂັດແຍ່ງ ກ່າວວ່າ, ພັກ ຂອງທ່ານ ໄດ້ ຈັດ ຣົດຕູ້ 100 ຄັນ ເພື່ອ ຮັບຂົນ ນັກ ເຄື່ອນໄຫວ ຈາກ ກຸງ ພະນົມເປັນ ມາເບີ່ງ ບ່ອນ ປັກຫລັກ ໝາຍ ເຂດແດນ ເລກທີ 202 ແລະ 203 ທີ່ ເມືອງ ກຳປົງຣໍ ແຂວງ ສວາຍຣຽງ.

ເຈົ້າຫນ້າທີ່ ຮັກສາ ຄວາມ ປອດພັຍ ກວ່າ ສອງ ຮ້ອຍຄົນ, ຈາກ ສອງ ປະເທດ ຖືກ ຣະດົມ ກຳລັງ ເຂົ້າມາ ດູແລ ສະຖານະການ ຕາມແນວ ຊາຍແດນ ໃນ ພື້ນທີ່ ດັ່ງກ່າວ, ແລະ ເຮັດວຽກ ຮ່ວມກັນ ເພື່ອ ບໍ່ໃຫ້ ປະຊາຊົນ ຈາກ ສອງ ປະເທດ ປະທະ ກັນອີກ ໃຫມ່.

ນັບເປັນ ເທື່ອ ທີສອງ ທີ່ ສະມາຊິກ ສະພາ ກຳພູຊາ ໄດ້ ນຳພາ ຜູ້ ສນັບສນູນ ໄປເຂດ ດັ່ງກ່າວ, ຫລັງຈາກ ຄວາມ ພຍາມຍາມ ຄັ້ງ ທຳອິດ ທີ່ ຈະເຂົ້າໄປ ບ່ອນ ປັກຫລັກ ຫມາຍ ນັ້ນ ຖືກ ຊາວ ວຽດນາມ ປະທະ. ການໄປ ເທື່ອນີ້ ທາງການ ວຽດນາມ ກໍອອກ ຄຳສັ່ງ ຫ້າມ ຄົນ ກຳພູຊາ ເຂົ້າໄປ ໃນເຂດ ດັ່ງກ່າວ ຄືເກົ່າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org