ການ ຕໍ່ສູ້ ກັນຢູ່ ຣັຖສານ ຂອງ ພະມ້າ

ມີປະຊາຊົນຢ່າງໜ້ອຍ 40 ພັນຄົນ ອົພຍົບໜີການສູ້ຣົບ ລະຫວ່າງ ທະຫານພະມ້າ ແລະ ກຸ່ມກອງກຳລັງປ້ອງກັນຕົວ ຢູ່ເຂດ ຣັຖສານ ຂອງພະມ້າ.

ມີປະຊາຊົນຢ່າງໜ້ອຍ 40 ພັນຄົນ ອົພຍົບໜີການສູ້ຣົບ ລະຫວ່າງ ທະຫານພະມ້າ ແລະ ກຸ່ມກອງກຳລັງປ້ອງກັນຕົວ ພຶສຈິກາ 2021 ນັກຂ່າວ ພົລເມືອງ

ມີ​ປະ​ຊາ​ຊົນປະ​ມານ 30 ພັນ​ຄົນ ຈາກ 30 ບ້ານ ຢູ່​ເມືອງ ດີ​ພາ​ວິນ ແລະ ອີກ 10 ພັນ​ຄົນ ຢູ່​ເມືອງປາ​ກອນ ຣັ​ຖ​ສານ ປະ​ເທດ​ພະ​ມ້າ ພັນ​ກັນ​ຫລົບ​ໄພ​ໜີ​ການ​ສູ້​ຣົບ​ກັນ ຍ້ອນ​ວ່າ ຣັ​ຖ​ບານ​ທະ​ຫານ​ພະ​ມ້າ ໄດ້​ປະ​ຕິ​ບັດ​ການ​ທາງ​ທະ​ຫານກວາດ​ລ້າງ​ກຸ່ມ​ຕໍ່​ຕ້ານໃນ​ພື້ນ​ທີ່​ດັ່ງ​ກ່າວ ໃນ​ວັນ​ທີ 8-9 ພຶ​ສ​ຈິ​ກາ ​ອີ​ງ​ຕາມ​ຂໍ້​ມູນ​ຈາກ​ກຸ່ມກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ຂອງ​ປະ​ຊາ​ຊົນ.

ມີ 50 ໝູ່​ບ້ານ ກາຍ​ເປັນ​ເປົ້າ​ໂຈມ​ຕີ​ຂອງ​ຝ່າຍ​ທະ​ຫານ​ພະ​ມ້າ ແລະ ຊາວ​ບ້ານຫຼາຍ​ຄົນ ກໍ​ໜີ້​ເຂົ້າ​ປ່າ​ໄປ​ຮ່ວມ​ກັບ​ກຸ່ມກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ​ຂອງ​ປະ​ຊາ​ຊົນ ຢູ່​ເຂດ​ຫ່າງ​ໄກ ເພື່ອຕໍ່​ສູ້​ຕ້ານ​ກັບ​ທະ​ຫານ​ພະ​ມ້າ ຫຼັງ​ຈາກ​ທະ​ຫານ​ພະ​ມ້າ​ເຂົ້າ​ມາ​ຢຶດ​ອຳ ​ນາດໃນ​ວັນ​ທີ 1 ກຸມ​ພາ ຈາກ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ.

ສະ​ມາ​ຊິກກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງຂອງ​ເມືອງ Depavin ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີຜ​ແນກ ​ພາ​ສາ​ພະ​ມ້າ ໃນ​ວັນ​ທີ 10 ພຶ​ສ​ຈິ​ກາ ວ່າ: ທະ​ຫານ​ພະ​ມ້າ​ໄດ້ ບຸກ​ໂຈມ​ຕີ​ດ້ວຍ​ການ​ຍິງ​ປືນ​ໃສ່​ຫຼາຍ​ໝູ່​ບ້ານ ໃນ​ຕອນ​ເຊົ້າ​ຂອງວັນ​ທີ​ອັງ​ຄານ, ເຜົາ​ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ ແລະ ຈັບ​ໂຕ​ຊາວ​ບ້ານເປັນ​ໂຕ​ປ​ະ​ກັນ.

ສະ​ມາ​ຊິກກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ​ຂອງ​ໄດ້ ກ່າວ​ວ່າ: ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ກັງ​ວົນ​ ກໍ​ຄື ເຮືອນ​ປະ​ຊາ​ຊົນ​ທີ່​ເຮັດ​ດ້ວຍໄມ້ ແລະ ທັງມີນ້ຳ​ມັນ​ຢູ່​ໃນ​ເຮືອນ ຈຶ່ງ​ເຮັດ​ໃຫ້ເກີດ​ໄຟ​ໄໝ້​ເຮືອນ​ໄດ້​ງ່າຍ.

ທ່ານ Ko Thukha ຜູ້​ນຳ​ກອງ​ກຳ​ລັງ​ປ້ອງກັນຕົວ​ເອງຂອງ​ປ​ະ​ຊາ​ຊົນ ໄດ້​ກ່າ​ວ​ວ່າ ພວກ​ທະ​ຫານ​ພະ​ມ້າ ໄດ້​ເລີ່ມ​ຍິ່ງ​ປືນ​ມາ​ໃສ່​ໝູ່​ບ້ານທີ່​ຊື່​ວ່າ Wunyan ແລະ ລາມ​ໄປ​ບ້ານ​ໃກ້​ຄຽງ ໃນ​ການ​ຍິງ​ປະ​ທະ​ກັນ​ໃນ​ອັງ​ຄານ​ທີ່​ຜ່ານ​ມາ. ທ່ານ ກ່າວ​ວ່າ ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ ຢ່າງ​ໜ້ອຍ 6 ຫຼັງ ຖືກ​ພວກ​ທະ​ຫານ​ພະ​ມ້າ​ເຜົາ​ຖິ້ມ ແລະ ມີ​ຜູ້​ຍິງ​ຢ່າງ​ໜ້ອຍ 3 ຄົນ ຢູ່​ໃນ​ໝູ່​ບ້ານ ຖືກ​ຈັບ​ເປັນ​ຕົວ​ປະ​ກັນ.

ທະ​ຫານ​ພະ​ມ້າ ຍອມ​ຮັບ​ວ່າ ໄດ້​ບຸກ​ໂຈມ​ຕີ​ຫຼາຍ​ໝູ່​ບ້ານ ຢູ່​ເຂດ​ພາກ​ຕະ​ເວັນ​ຕົກ​ຂອງ​ເມືອງ Depavin ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ຫຼັງ​ຈາກ​ທີ່​ໄດ້​ສົ່ງ​ກຳ​ລັງ​ທະ​ຫານ ພ້ອມ​ໄດ້​ດ້ວຍ​ຍົນ 3 ລຳ ເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວ.

ນອກ​ຈາກນີ້, ທະ​ຫານ​ພະ​ມ້າ ຍັງ​ຄົງ​ລະ​ດົບ​ຍິງ​ປືນ​ໃສ່​ຄ້າຍ​ກອງ​ກຳ​ລັງປ້ອ​ງກັນ​ຕົວ​ເອງ ຂອງ​ປະ​ຊາ​ຊົນ ຢູ່​ເມືອງ​ປາ​ກັນ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ແລະ ຍິງ​ປືນ​ໃສ່​ໝູ່​ບ້ານ ລາ​ຕູ ອີ​ງ​ຕາມ​ຂໍ້​ມູນ​ຈາກ ກຸ່ມກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ​ຂອງ.

ຕົວ​ແທນ​ກຸ່ມກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ ໄດ້​ກ່າວ​ວ່າ: ທະ​ຫານ​ພະ​ມ້າ ໄດ້​ລະ​ດົບ​ຍິງ​ປືນ​ໃຫຍ່​ໃສ່​ຄ້າຍທະ​ຫານກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ ທີ່​ຢູ່​ໃກ້​ກັບ​ໝູ່​ບ້ານ ແລະ ທະ​ຫານ​ພະ​ມ້າ​ກໍ​ພາ​ກັນ​ເຜົາ​ເຮືອນ​ຂອງ​ປະ​ຊາ​ຊົນ.

ທ່ານ ກ່າວ​ຕື່ມ​ອີກວ່າ ບໍ່​ຄິດ​ວ່າ ຈະ​ມີ​ບ້ານ​ເຮືອນ​ປະ​ຊາ​ຊົນ​ເຫຼືອ​ຢູ່ ພວກ​ເຮົາ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃກ້​ໝູ່​ບ້ານ​ໄດ້ ນອກ​ຈາກ​ເບິ່ງ​ຢູ່​ໄກໆ.

ການ​ຕໍ່​ສູ້​ກັນ ​ລະ​ຫວ່າງ ທະ​ຫານ​ພະ​ມ້າ ແລະ ກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ​ຂອງ​ປະ​ຊາ​ຊົນ ເປັນ​ໄປຢ່າງ​ດຸ​ເດືອດ ໃນ​ເຂດ​ພື້ນ​ທີ່​ດັ່ງ​ກ່າວ ໂດຍ ທະ​ຫານ​ພະ​ມ້າມີ​ເປົ້າ​ໝາຍ​ທີ່​ຈະ​ຜັກ​ດັນ​ໃຫ້​ທະ​ຫານ​ຝ່າຍກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ ​ຖອຍ​ອອກ​ຈາກ​ຄ້າຍ​ ຫຼື ຈຸດ​ທີ່ໝັ້ນ​ຂອງ​ຕົນ​ເອງ.

ແຕ່​ໂຄ​ສົກ​ຂອງ​ຣັ​ຖ​ບານ​ທະ​ຫານ​ພະ​ມ້າ ພົນ​ຕ​ຣີ ໂຊ​ມິນ ຕັນ ກໍ​ໄດ້​ປະ​ຕິ​ເສດ​ວ່າ ບໍ່​ມີ​ເຫດ​ຜົ​ລ​ຫຍັງ​ທີ່​ຈະ​ໄປ​ເຜົາ​ເຮືອນ​ປະ​ຊາ​ຊົນ.

ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ຍິງ​ປະ​ທະ​ກັນ ກັບ ກຸ່ມກອງ​ກຳ​ລັງ​ປ້ອງ​ກັ​ນ​ຕົວ​ເອງ 15 ຄົນ ຢູ່​ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ຂອງ​ເມືອງ Pekon. ທະ​ຫານ​ພະ​ມ້າ ​ໄດ້ຢຶດ​ລູ​ກ​ປືນ ແລະ ສູນ​ຝຶກ​ແອບ ແລະ ເຕັ້ນ​ນອນຂອງ​ກຸ່ມກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ.

ທ່ານ Aung Myo Min ຣັຖ​ມົນ​ຕ​ຣີ​ກະ​ຊວງ​ສິດ​ທິ​ມະ​ນຸດຂອງ​ຣັ​ຖ​ບານ​ເງົາ​ພະ​ມ້າ ຈາກ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕ ໄດ້​ກ່າວ​ວ່າ ຖ້າ​ມີ​ການ​ເຜົາ​ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ ຖື​ວ່າ ທະ​ຫານ​ພະ​ມ້າ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ.

ທ່ານ ກ່າວ​ຕື່ມ​ອີກວ່າ: ພວກ​ເຮົາ ໄດ້​ຮັບ​ຄຳ​ຮ້ອງ​ທຸກ​ຫຼາຍພັນ ສະ​ບັບ ກ່ຽວ​ກັບ​ບັນ​ຫານີ້ ແຕ່​ວ່າ ພວກ​ເຮົາ​ຈະ​ຕ້ອງ ກວດ​ສອບ​ເບິ່ງ​ທຸກ​ຢ່າງ ກ່ອນ​ທີ່​ພວກ​ເຮົາ​ຈະ​ດຳ​ເນີນ​ການ​ຕາມ​ກົດ​ໝາຍ.

ກ່ອ​ນ​ໜ້າ​ນີ້ ໃນ​ເດືອນ​ກັນ​ຍາ ທີ່​ຜ່ານ​ມາ, ຕາງ​ໜ້າ​ໃຫ້​ຣັ​ຖ​ບານ​ເງົາ​ຂອງ​ພະ​ມ້າ ຈາກ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕ ທີ່​ຊະ​ນະ​ການ​ເລືອກ​ຕັ້ງ ແລະ ເປັນ​ຝ່າຍ​ກົງ​ກັນ​ຂ້າມ​ກັບ​ທະ​ຫານ​ພະ​ມ້າໄດ້​ອອກ​ຮຽນ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ພະ​ມ້າ​ທົ່ວ​ປະ​ເທດ​ລຸກ​ຂຶ້ນ​ຕໍ່​ສູ້​ຕ້ານ​ກັບ​ຜ​ະ​ເດັດ​ການ​ທະ​ຫານ​ພະ​ມ້າ.

ຕ່າງ​ໜ້າ​ໃຫ້​ຣັ​ຖ​ບານ​ເງົາ​ຂອງ​ພະ​ມ້າ​ ໄດ້​ກ່າວ​ ຕອນ​ນຶ່ງວ່າ: ມື້ນີ້ ວັນ​ທີ 7 ກັນ​ຍາ 2021 ພວກ​ເຮົາ​ຮຽກຮ້ອງ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ໃຫ້​ລຸກ​ຂຶ້ນ​ມາ​ເຮັດ​ການ​ປະ​ຕິ​ວັດ ນີ້​ແມ່ນ​ການ​ປະ​ຕິ​ວັດ​ປະ​ຊາ​ຊົນ ຫຼື ປະ​ຊາ​ຊົນ​ພະ​ມ້າທົ່ວ​ທຸກ​ມຸມ​ຂອງ​ປະ​ເທດ ​ລຸກ​ຂຶ້ນ​ມາ​ຕໍ່​ສູ້​ກັບກັບ​ທະ​ຫານ​ພະ​ມ້າ ທີ່​ນຳ​ໂດຍ​ມິນ​ອອງ​ລາຍ

ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອມະ​ນຸດ​ສ​ທັມ ຫຼື OCHA ໄດ້​ກ່າວ​ໃນ​ເດືອນ​ກັນ​ຍາ ທີ່​ຜ່ານ​ມາ​ວ່າ ມີ​ປະ​ຊາ​ຊົນຫຼາຍ 120,000 ຄົນ ຕ້ອງ​ໜີ​ຈາກ​ຖິ່ນ​ຖານ ຍ້ອນ​ການ​ສູ້​ຮົບ ນັບ​ແຕ່​ເດືອນ​ພຶ​ສ​ພາ ຢູ່​ຣັ​ຖ ກະ​ຢາ ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ຣັ​ຖ​ສານ. ນອກ​ຈາກນີ້ ຍັງ​ມີ​ປະ​ຊາ​ຊົນອີກຫຼາຍ 10 ພັນ ຄົນ ຢູ່ ຣັ​ຖ​ສິນ, ກາ​ສິນ, ແລະ ກາ​ຢິນ, ແລະ ເຂດ​ເມກ​ເວ ແລະ ສະ​ກາງ ນຳ​ອີກ​ດ້ວຍ.

ໃນ​ເດືອນ​ສິ່ງ​ຫາ​ທີ່​ຜ່ານ​ມາ, ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອມະ​ນຸດ​ສ​ທັມ ໄດ້​ປະ​ກາດ​ວ່າ ຈຳ​ນວນ​ປະ​ຊາ​ຊົນທີ່​ຕ້ອງ​ການຄວາມ​ຊ່ວຍ​ເຫຼືອ​​ດ້ານ​ມະ​ນຸດ​ສ​ທັມ ຢູ່​ພະ​ມ້າ ເພີ່ມຂຶ້ນເກືອບ 2 ລ້ານ​ຄົນ ນັບ​ແຕ່​ມີ​ການ​ຣັ​ຖ​ປະ​ຫານ​ຢຶດ​ອຳ​ນາດ​ເປັນ​ຕົ້ນ​ມາ. ໃນນັ້ນ 50 ພັນ ຄົນ ໜີ​ໄພ​ຈາກ​ການ​ສູ້​ຮົບ ແລະ ເຂົ້າ​ໄປ​ຢູ່​ໃນ​ຄ້າຍ​ຜູ້​ອົ​ພ​ຍົບ ນັບ​ແຕ່ມີ​ຂໍ້​ຂັດ​ແຍ່ງ​ກັນລະ​ຫວ່າງ​ທະ​ຫານ​ພະ​ມ້າ ແລະ ກອງ​ກຳ​ລັງ​ຊາດ​ຕິ​ພັນ ຫຼື ກຸ່ມ​ຊົນ​ຊາດ​ຊົນ​ເຜົ່າ.

ປະ​ຊາ​ຊົນ​ຄົນ​ໜຸ່ມ​ສາວ​ຂອງ​ພະ​ມ້າ ຫຼາຍ​ພັນຄົນ ພາ​ກັນ​ໜີ​ເຂົ້າ​ປ່າຈັບ​ອາ​ວຸດ​ຕໍ່​ສູ້ ຕ້ານ​ກັບທະ​ຫານ​ພະ​ມ້າ.

ຕົວ​ແທນ​ຣັ​ຖ​ບານ​ທະ​ຫານ​ພະ​ມ້າ​ຂອງ​ພົນ​ເອກ​ມິນ​ອອງ​ລາຍ ຖືກນາໆ ຊາດ​ຂວ້າມ​ບາດຫຼາຍ​ເວ​ທີ.

ເມື່ອບໍ່​ດົນ​ມານີ້ ບັນ​ດາ​ປະ​ເທດ​ອາ​ຊຽນ 9 ປະ​ເທດ ບໍ່​ເຊີນ ພົນ​ເອກ ມິນອອງ​ລາຍ ເຂົ້າ​ຮ່ວມ​ປະ​ຊຸມສຸດຍອດ​ຜູ້​ນຳ​ອາ​ຊຽນຄັ້ງ​ທີ 38 ທີ່​ຈັດ​ຂຶ້ນ​ແຕ່​ວັນ​ທີ 26-28 ຕຸ​ລາ ທີ່​ຜ່ານ​ມາ ຍ້ອນ​ວ່າ ທະ​ຫານ​ພະ​ມ້າບໍ່​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ຂອງ​ອາ​ຊຽນໃນ​ການ​ເຮັດ​ໃຫ້​ສ​ຖາ​ນະ​ການ​ປະ​ເທດ​ພະ​ມ້າ​ກັບ​ເຂົ້າ​ໄປ​ສູ່​ຄວາມ​ສ​ງົບ.

ນອກ​ຈາກນີ້ ຢູ່​ໃນ​ກອງ​ປະ​ຊຸມຂອງ​ສະ​ຫະ​ປະ​ຊາ​ຊາດ ວ່າ​ດ້ວຍ​ພາ​ວະ​ໂລກ​ຮ້ອນ ຢູ່​ເມືອງ Glasgow ປະ​ເທດ Scotland ໃນ​ອາ​ທິດ​ນີ້ ກໍ​ບໍ່​​ອະ​ນຸ​ຍາດ​ໃຫ້​ໂຕ​ແທນ​ຈາກທ​ະ​ຫານ​ພະ​ມ້າ​ເຂົ້າ​ຮ່ວມ.  

ນອກ​ຈາກນີ້ ລະບົບທະນາຄານຂອງປະເທດພະມ້າຫລົ້ມ ນັບແຕ່ມີການຣັປະຫານໃນວັນທີ 1 ກຸມພາ ເຮັດໃຫ້ປະຊາຊົນໄປຝາກເງິນຢູ່ທະນາຄານກາງແລະ ທະນາຄານເອກະຊົນຂອງພະມ້າ ໜ້ອຍລົງ, ແຕ່ ມີຄົນພາກັນໄປຖອນເງິນຫລາຍຂຶ້ນ

ທະ​ນາຄານກາງຂອງພະມ້າ ປະສົບກັບບັນຫາເງິນທຶນບໍ່ພຽງພໍ ທີ່ຈະອອກໃຫ້ແກ່ທະນາຄານເອກະຊົນ ທີ່ຈະເອົາເງິນມາທົດແທນ ຈຳນວນເງິນທີ່ປະຊາຊົນຖອນອອກໄປໃນແຕ່ລະມື້.

ເປັນ​ເວລາຫຼາຍເດືອນທີ່ມີການຣັປະຫານ, ປັດຈຸບັນ ທະນາຄານເອກະຊົນ ກຳລັງຈໍກັດຈຳນວນເງິນທີ່ປະຊາຊົນຈະຖອນອອກ ຢູ່ຕູ້ເອທີເອມ ຊຶ່ງລູກຄ້າຄົນນຶ່ງຖອນບໍ່ໃຫ້ເກີນ 300,000 Kyat [ສະກຸນເງິນພະມ້າ] ຫລື ເທົ່າກັບ 128 ໂດລາ ຕໍ່ມື້ ແຕ່ກ່ອນທີ່ຈະມີຣັປະຫານ ລູກຄ້າທະນາຄານຄົນນຶ່ງສາມາດຖອນເງິນໄດ້ເຖີງ 1 ລ້ານ Kyat ຕໍ່ມື້

ປັດ​ຈຸບັນ ລູກຄ້າບາງຄົນບໍ່ສາມາດຖອນເງິນໄດ້ເລີຍ ຍ້ອນວ່າ ຕູ້ເອທີເອມ ບໍ່ມີເງິນສົດ. ແຕ່ລະມື້ ມີປະຊາຊົນຫລາຍ 100 ຄົນ ພາກັນໄປຢືນຖ້າລຽນແຖວຍາວ ເພື່ອໄປຖອນເງິນຈາກທະນາຄານ

ເຈົ້າ​ໜ້າທີ່ທະນາຄານເອກະຊົນ ທ່ານ ນຶ່ງ ໄດ້ກ່າວຕໍ່ວິທະຍຸເອເຊັຽເສຣີ ພະແນກພະສາພະມ້າ ວ່າ ບໍ່ມີໃຜເອົາເງິນໄປຝາກ ໃນທະນາຄານ​, ມີແຕ່ຄົນໄປຖອນເງິນອອກ.

ເຈົ້າ​ຂອງທຸລະກິດ ຜູ້ທີ່ມີເງິນຫລາຍ ບໍ່ໄດ້ເອົາເງິນໄປຝາກຢູ່ທະນາຄານອີກ ຍ້ອນວ່າ ເຂົາເຈົ້າເປັນຫ່ວງຄວາມປອດໄພ ແລະ ຍ້ອນເຫດນີ້ ທະນາຄານກໍບໍ່ມີເງິນສົດ.

ສ່ວນວ່າ ຣັ​ບານທະຫານ ກ່າວວ່າ ຈຳເປັນຕ້ອງໄດ້ຢຶດອຳນາດ ຍານາງ ອອງ ຊານ ຊູຈີ ຫົວໜ້າພັກສັນນິບາດ ແຫ່ງຊາດເພື່ອປະທິປະໄຕ ທີ່ນະການເລືອກຕັ້ງແບບເດັດຂາດ ຍ້ອນການໂກງເລືອກຕັ້ງ ແຕ່ ທະຫານພະມ້າ ຍັງບໍ່ມີຫຼັກຖານຢັ້ງຢືນ ແລະ ການຣັປະຫານ ໄດ້ສ້າງຄວາມບໍ່ງົບໃນປະເທດພະມ້າ.

ການ​ທີ່ຣັບານເງົາຂອງພະມ້າ ໄດ້ປະກາດແຜນການເພື່ອດຳເນີນການວັນ ດີເດ ລຸກຮືຂຶ້ນ ດ້ວຍການນັບນູນຂອງເຄືອຂ່າຍ ກອງກຳລັງປົກປ້ອງກັນຕົວເອງປະຊາຊົນ ທີ່ຖືກສ້າງຕັ້ງຂຶ້ນປ້ອງປົກປ້ອງປະຊາຊົນ.

ນັບ​ແຕ່ມີການຣັປະຫານຢຶດອຳນາດຢູ່ປະເທດພະມ້າ, ທະຫານພະມ້າໄດ້ຍິງປະຊາຊົນເສັຽຊີວິດໄປແລ້ວເກືອບ 1,000 ຄົນ ແລະ ຈັບກຸມຊາຊົນໄປແລ້ວຫຼາຍ 1,000 ຄົນ.

ໃນ​ຂ​ນະ​ດຽວ​ກັນ ຫ້ອງ​ການ​ຫຼາຍ 10 ແຫ່ງ ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕ  ກາຍ​ເປັນ​ເປົ້າ​ໂຈມ​ຕີ ແລະ ວາງ​ລະ​ເບີດ ນັບ​ແຕ່​ທະ​ຫານ​ພະ​ມ້າ​ໄດ້​ຢຶດ​ອຳ​ນາດໃນ​ເດືອ​ນມົກ​ກະ​ຣາ ເປັນ​ຕົ້ນ​ມາ.

ທ່ານ Kyaw Htwe, ສະ​ມາ​ຊິກ​ຄ​ະ​ນະ​ກັມ​ການ​ພັກສັນ​ນິ​ບາດ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕຂອງ​ພະ​ມ້າ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ມີ​ເຫດ​ການວາງ​ລະ​ເບີດ 44 ຄັ້ງ ຢູ່​ໜ້າ​ຫ້ອງ​ການ​ຂອງ​ພັກ ໃນ​ທົ່ວ​ປະ​ເທດ ນັບ​ແຕ່​ມີ​ການ​ຣັ​ຖ​ປະ​ຫານ​ເປັນ​ຕົ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org