ລົງຄະແນນ ລະງັບບົດບາດ ຣັສເຊັຽ ໃນສະພາ ສິທທິມະນຸສ

ທະຫານຊ່າງ ກຳລັງມ້າງປືນກົນ ຈາກຊາກຣົຖຖັງຂອງຣັສເຊັຽ ໃກ້ເມືອງ Motyzhyn ໃນວັນທີ 10 ເມສານີ້.
ທະຫານຊ່າງ ກຳລັງມ້າງປືນກົນ ຈາກຊາກຣົຖຖັງຂອງຣັສເຊັຽ ໃກ້ເມືອງ Motyzhyn ໃນວັນທີ 10 ເມສານີ້. (ຮູບພາຍ: Mykola Tymchenko (Reuters))

0:00 / 0:00

ອົງ​ການ​ຂ້າ​ຫຼວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ລົງ​ຄະ​ແນນ​ສຽງ ໃຫ້​ໂ​ຈະ ຫຼື ລະ​ງັບ​ບົດ​ບາດຂອງປະ​ເທດ​ຣັ​ດເຊັຽ ຢູ່​ສະ​ພາ​ສິທ​ທິ​ມະ​ນຸ​ສ. ການ​ລົງ​ຄະ​ແນນ​ສຽງ​ໃຫ້ການໂຈະ​ ຫຼື ລະ​ງັບ​ບົດ​ບາດ ປະ​ເທດ​ຣັສ​ເຊັຽ ຢູ່​ໃນ ສະ​ພາ​ສິທ​ທິ​ມະ​ນຸ​ສ ໄດ້​ມີ​ຂຶ້ນ ໃນ​ວັນ​ທີ 7 ເມ​ສາ 2022 ຢູ່ New York ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຫຼັງ​ຈາກ​ທີ່ມີ​ການ​ກ່າວ​ຫາ​ວ່າ ທະ​ຫານ​ຣັ​ດເຊັຽ ໄດ້​ທຳ​ການ​ສັງ​ຫານ​ໝູ່ ປະ​ຊາ​ຊົນ​ຢູ​ເຄຣນ ຢູ່​ເມືອງ ບູຊາ (Bucha) ທີ່​ຢູ່​ໃກ້​ກັບ ນະ​ຄອນ​ຫລວງ ຄຽບ (Kyiv) ຂອງປະ​ເທດ ​ຢູ​ເຄຣນ ອີງ​ຕາມ​ຂໍ້​ມູນ ຈາກອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ ຫຼື United Nations.

ສໍ​າ​ນັກ​ຂ່າວ​​ຕ່າງ​ປະ​ເທດ ​ຫຼາຍ​ສຳ​ນັກ​ໄດ້​ຣາຍ​ວ່າ ມີການ​ສັງ​ຫານ​ປະ​ຊາ​ຊົນ​ຢູ​ເຄຣນ ຫຼາຍ 100 ຄົນ ໂດຍ​ທະ​ຫານ​ຣັສ​ເຊັຽ ນັບ​ແຕ່​ວັນ​ທີ່ ທະ​ຫານ​ຣັສເຊັຽ​ເຣີ່ມ​ບຸກ​ເຂົ້າ​ຢຶດ​ເມືອງ Bucha.

ອົງ​ການ​ຂ້າ​ຫຼວງໃຫຍ່​ສະ​ຫະ​ປະ​ຊາ​ຊາດ ມີ​ສະ​ມາ​ຊິກ​ທັງ​ໝົດ 193 ປະ​ເທດ ໃນ​ນັ້ນ ​ມີ 93 ປະ​ເທດ ໄດ້ລົງ​ຄະ​ແທນ​ສຽງ​ເຫັນ​ດີ ໃຫ້​ໂຈະບົດ​ບາດຂອງຣັ​ສ​ເຊັຽ ຢູ່​ໃນ​ສະ​ພາ​ສິ​ທ​ທິ​ມະ​ນຸ​ສ, ມີ 24 ປະ​ເທດ ເຊິ່ງ​ມີ​ປະ​ເທດ​ລາວ ຢູ່​ໃນ​ນັ້ນ ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ, ແລະ 58 ປະ​ເທດງົດ​ອອກ​ສຽງ.

ເຈົ້າ​ໜ້າ​ທີ່ ຢູ​ເຄຣນ ໄດ້​ຣາຍ​ງານ​ວ່າ ຢູ່ ເມືອງ Bucha ເຈົ້າ​ໜ້າ​ທີ່​ໄດ້​ພົບ​ສົບພົ​ລ​ເຮືອນຫຼາຍ 100 ສົບ ລວ​ມ​ທັງສົບ ຢູ່ຖ​ນົນ ແລະ ຢູ່ຫຼຸມ​ຝັງ​ສົບ ຫຼັງ​ຈາກ​ທະ​ຫານ​ຣັສ​ເຊັຽ ໄດ້​ຖອນ​ອອກ​ໄປ​ຈາກ​ເມືອງ​ດັ່ງ​ກ່າວ ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ.

ທ່ານ Sergiy Kyslytsya ທູດ​ຢູ​ເຄຣນ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ວ່າ: ປະ​ຊາ​ຊົນ​ຫຼາຍ 1,000 ຄົ​ນ ຢູ່ ເມືອງ Bucha ແລະ ອີກ​ຫຼາຍ 10 ເມືອງ ແລະ ບ້ານຂອງຢູ​ເຄຣນ ຖືກ​ທະ​ຫານ​ຣັສ​ເຊັຽ ສັງ​ຫານ, ທໍ​ຣະ​ມານ, ຂົ່ມ​ຂືນ, ລັກ​ພາ​ໂຕ ແລະ ປຸ້ນສະ​ດົມ. ແຕ່ ​ທາງ​ການ​ຣັສ​ເຊັຽກໍ​ປະ​ຕິ​ເສດ​ວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ສັງ​ຫານ​ໝູ່ ຢູ່​ໃນ​ເມືອງ Bucha ແຕ່​ຢ່າງ​ໃດ.

ສຳ​ນັກ​ຂ່າວ Bloomberg ຂອງ​ເຢ​ຣະ​ມັນ ໄດ້​ຣາ​ຍ​ງານ ໃນ​ວັນ​ທີ 7 ໂດ​ຍ ອ້າງ​ຂໍ້​ມູນ​ຈາກເຈົ້າ​ໜ້າ​ທີ່​ຝ່າຍ​ຄວາມ​ໝັ້ນ​ຄົງຂອງ​ເຢ​ຣະ​ມັນ ວ່າເຈົ້າ​ໜ້າ​ທີ່​ເຢ​ຣ​ະ​ມັນ ໄດ້ຂໍ້​ມູນ​ການ​ສົນທະ​ນາ​ກັນ​ ທາງວິ​ທະ​ຍຸຂອງ​ທະ​ຫານ​ຣັສ​ເຊັຽ ແລະ ເຈົ້າ​ໜ້າ​ທີ່​ເຢ​ຣະ​ມັນ ສາ​ມາດໄດ້​ຍິນ​ການ​ສົນ​ທະ​ນາ​ກັນ​ ຂອງ​ທະ​ຫານ​ຣັສ​ເຊັຽ ກ່ຽວ​ກັບ​ການ​ສັງ​ຫານ ຢູ່ບໍ​ລິ​ເວນ ນອກນະ​ຄອນ​ຫຼວງ Kyiv ຂອງ​ຢູ​ເຄຣນ, ເຊິ່ງ​ໜ້າ​ຈະ​ເປັນ​ຫຼັກ​ຖານ​ອ້າງ​ອີງ ວ່າ ຣັ​ຖ​ບານ​ຣັສ​ເຊັຽ ຢູ່​ເບື້ອງ​ຫຼັງ​ການ​ສັງ​ຫານ​ໝູ່ ຢູ່​ເມືອງ Bucha.

ນອກ​ຈາກນີ້ ສຳ​ນັກ​ຂ່າວ CNN ຍັງ​ໄດ້​ຣາຍ​ງານ​ ໃນ​ວັນ​ທີ 7 ເມ​ສາ ວ່າການ​ສົນ​ທະ​ນາ ຂອງ​ທະ​ຫານ​ຣັສ​ເຊັຽບາງ​ຕອນ ກ່ຽ​ວ​ຂ້ອງ​ໂດຍ​ກົງ​ກັບ​ການ​ສັງ​ຫານ​ໝູ່ ຢູ່​ເມືອງ Bucha ທີ່​ມີ​ການ​ບັນ​ທຶກ​ເອົາ​ໄວ້ ນັບ​ແຕ່​ມີ​ການ​ຣາຍ​ງານ​ຂ່າວ ທຳ​ອິດ​ກ່ຽວ​ກັບການ​ສັງ​ຫານ​ໝູ່.

ທ່ານ Zelensky ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄຣນ ໄດ້​ກ່າວ​ໃນ​ວັນ​ທີ 7 ເມ​ສາ ​ວ່າ: ຣັສ​ເຊັຽບໍ່ໄດ້ສົນ​ຫຍັງ​ກັບ​ເຣື່ອງ​ສິທ​ທິ​ມະ​ນຸ​ສ ເປັນ​ເວ​ລາ​ດົນ​ແລ້ວ. ຄື​ດັ່ງ​ທີ່​ໂລກ​ໄດ້​ເຫັນ ຄວາມ​ໂຫດ​ຮ້າຍ ແລະ ອາ​ສຍາ​ກັມ ​ຢູ່ ຖ​ນົນ​ເກືອບ​ໝົດ​ທຸກ​ສາຍ ຢູ່​ເມືອງ Bucha ແລະ ເມືອງ ອື່ນໆ ຢູ່ນະ​ຄອນ​ຫຼວງ Kyiv ຫຼັງ​ຈາກ​ທີ່​ທະ​ຫານ​ຣັສ​ເຊັຽ ໄດ້​ຖອນ​ອອກ​ໄປແລ້ວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຣັສ​ເຊັຽ ກໍ​ໄດ້​ປະ​ຕິ​ເສດ​ວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ເສັຽ​ຊີ​ວິດ​ຂອງ​ພົ​ລ​ເຮືອນ ຢູ່​ເມືອງ Bucha ແລະ ໄດ້​ກ່າວ​ອ້າງວ່າ ບໍ່​ມີ​ຫຼັກ​ຖານ ໂດຍ​ທີ່ມີ​ການ​ສ້າງ​ຮູບ​ພາບ​ຄວາມ​ເສັຽ​ຫາຍ​ຂຶ້ນ​ມາ ຫຼັງ​ຈາກ​ທີ່​ທະ​ຫານ​ຣັສ​ເຊັຽ ໄດ້​ຖອນ​ອອກ​ໄປ​ຈາກ​ເມືອງ​ດັ່ງ​ກ່າວ.

ການ​ສູ້​ຣົບ​ກັນ​ ລະ​ຫວ່າງ ຢູ​ເຄຣນ ກັບ ຣັສ​ເຊັຽ ຍັງ​ຄົງດໍ​າ​ເນີນ​ໄປ​ ເຖິງວ່າ ຣັສ​ເຊັຽ​ຈະ​ຖອນ​ທະ​ຫານ​ອອກ​ຈາກ ເຂດ​ນະ​ຄອນ​ຫຼວງ Kyiv ກໍ​ຕາມ ແລະ ເຮັດ​ມີ​ໃຫ້​ມີ​ປະ​ຊາ​ຊົນ​ທີ່ບໍ​ຣິ​ສຸດ ຕ້ອງ​ເສັຽ​ຊີ​ວິດ​ເປັນ​ຈຳ​ນວນ​ຫຼາຍ.

ຫຼ້າ​ສຸດ ໃນ​ວັນ​ທີ 8 ເມ​ສາ ມີ​ການ​ຍິງ​ຈະ​ຣວດໂຈມ​ຕີ ສະ​ຖານ​ນີ​ຣົ​ຖ​ໄຟ ຢູ່​ເມືອງ Kramatorsk ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄຣນ ເຊິ່ງ​ເປັນ​ບ່ອນ​ທີ່ ພົ​ລ​ເຮືອນ ໃຊ້​ເປັນ​ບ່ອນ​ເດີນ​ທາງ​ໜີ​ການ​ສູ້​ຣົບ.

ສຳ​ນັກ​ຂ່າວ CNN ໄດ້​ຣາຍ​ງານ ໂອຍ​ອ້າງຄຳ​ເວົ້າ​ຈາກເຈົ້າ​ໜ້າ​ທີ່ຢູ​ເຄຣນ ວ່າ​ຢ່າງ​ໜ້ອຍ​ມີ​ຜູ້​ເສັຽ​ຊີ​ວິດ 50 ຄົນ ລວມ​ມີ​ເດັກ​ນ້ອຍ 5 ຄົນ.

ທ່ານ Pavlo Kyrylenko ຫົ​ວ​ໜ້າ​ຝ່າຍ​ບໍ​ຣິ​ຫານ ກອງ​ທັບ​ຢູ​ເຄຣນປະ​ຈຳ​ເຂດ​ດັ່ງ​ກ່າວ ໄດ້​ກ່າວ​ວ່າ ໃນ​ເບື້ອງ​ຕົ້ນ ມີ​ປະ​ຊາ​ຊົນເກືອບ 100 ຄົນ ໄດ້​ຮັບ​ບາດ​ເຈັບ ລວມ​ມີ​ເດັກ​ນ້ອຍ ແລະ ແມ່​ຍິງ​ຢູ່​ນຳ ເຊິ່ງ​ຜູ້​ບາດ​ຈັບ ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແລ້ວ.

ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ທ້ອງ​ຖິ່ນ ໄດ້​ກ່າວ​ໃນ​ຖ​ແລງ​ການ​ວ່າ ຈະ​ຣວດ​ຍິງ​ມາ​ໃສ່ ບ່ອນ​ທີ່​ຄົນ​ກຳ​ລັງລໍ​ຖ້າ​ຂຶ້ນ​ຣົ​ຖ​ໄຟ ຫຼື ຊານ​ຊະ​ລາ ໂດຍ ທີ່​ມີ​ປະ​ຊາ​ຊົນ​ຫຼາຍ 100 ຄົນ ກຳ​ລັງ​ລໍ​ຖ້າຂຶ້ນ​ຣົ​ຖ ເພື່ອ​ຈະອົ​ພ​ຍົບ​ໜີ.

ການ​ໂຈມ​ຕີ​ພົ​ລ​ເຮືອນ​ຄັ້ງ​ນີ້ ເຈົ້າ​ໜ້າ​ທີ່​ຝ່າຍ​ຢູ​ເຄຣນ​ອ້າງວ່າ ຣັສ​ເຊັຽເປັນ​ຝ່າຍ​ໂຈມ​ຕີ. ເຈົ້າ​ເມືອງ Kramator​sk ກ່າວ​ຢູ່ໃນຖ​ແລງ​ການ ວ່າ​: ນີ້​ເປັນ​ການ​ພິ​ສູດ​ອີກ​ຄັ້ງ​ວ່າ ຣັ​ດ​ເຊັຽໄດ້​ສັງ​ຫານ​ພົ​ລ​ເຮືອນ​ຊາວ​ຢູ​ເຄຣນ ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ ໂດຍ ທີ່​ຣັສ​ເຊັຽ ມີ​ຈຸດ​ປະ​ສົງ​ດຽວ​ເທົ່າ​ນັ້ນ ຄື ການ​ສັງ​ຫານ.

ເຈົ້າ​ເມືອງ Kramator​sk ໄດ້​ກ່າວ​ວ່າ ແຕ່​ລະ​ມື້ ມີ​ປະ​ຊາ​ຊົນ 8,000 ຄົນ ໄປ​ສະ​ຖານ​ນີ​ຣົ​ຖ​ໄຟ​ດັ່ງ​ກ່າວ ເພື່ອ​ອົ​ພ​ຍົມ​ໜີ​ສົງ​ຄາມ ໃນ​ 2 ອາ​ທິດ​ທີ່​ຜ່ານ​ມາ ແຕ່ໃນ​ມື້​ເກີດ​ເຫດ​ຈະ​ຣວດ​ໂຈມ​ຕີ ມີ​ປະ​ຊາ​ຊົນ​ຢູ່​ສ​ະຖານ​ນີ​ຣົດ​ໄຟ 4,000 ຄົນ.

ທ່ານ Dmytro Kuleba ຣັ​ຖ​ມົນ​ຕ​ຣີ ຕ່າງ​ປະ​ເທດ​ຂອງ​ຢູ​ເຄຣນ ໄດ້​ເອີ້ນ​ການ​ໂຈມ​ຕີ​ດັ່ງ​ກ່າວ​ວ່າ: “ເປັນ​ການ​ຂ້າ​ຄົນ ໂດຍ​ເຈ​ຕ​ນາ.”

ທ່ານ Dmytro Kuleba ກ່າວ​ວ່າ: ຣັ​ສ​ເຊັຽ​ຮູ້​ດີ​ວ່າ ສະ​ຖານ​ນີ​ຣົ​ຖ​ໄຟ ຢູ່​ເມືອງ Kramatorsk ເຕັມ​ໄປ​ດ້ວຍ​ພົ​ລ​ເຮືອນ ທີ່​ກຳ​ລັງ​ລໍ​ຖ້າອົ​ພ​ຍົມ​ອອກ​ໄປ.

ໃນ​ຂະ​ນະ​ທີ່ ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ປ້​ອງ​ກັນ ​ປະ​ເທດ​ຣັສ​ເຊັຽ ໄດ້​ອອກ​ຖ​ແລງ​ການ ໃນ​ວັນ​ທີ 8 ເມ​ສາ ໂດຍ​ເອີ້ນ​ການ​ໂຈມ​ຕີ​ນັ້ນ​ວ່າ “ເປັນ​ການໃສ່​ຢາ​ກັນ ຫຼື ເຮັດ​ໃຫ້ເກີດ​ຄວາມ​ຄຽດ​ແຄ້ນ” ໂດຍ ​ທ່ານ ​ປະ​ຕິເສດວ່າ ຣັສ​ເຊັຽ ບໍ່​ໄດ້​ມີ​ການ​ໂຈມ​ຕີແບບບໍ່​ເລືອກ​ເປົ້າ​ໝາຍ ຄືກັບ​ຣັສ​ເຊັຽ​ໄດ້​ປະ​ຕິ​ເສດ ກໍ​ລະ​ນີ ການ​ສັງ​ຫານ​ໝູ່ ຢູ່​ເມືອງ Bucha.

ໃນ​ຖ​ແລງ​ການ​ຂອງ ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັສ​ເຊັຽ ຍັງ​ໄດ້​ລະ​ບຸ​ວ່າ: ຖ​ແລງ​ການຂອງ​ຝ່າຍ​ຊາດ​ຍິ​ຍົມ​ຢູ​ເຄຣນ​ ທີ່​ວ່າ ຣັສ​ເຊັຽ​ເປັນ​ຜູ້​ໂຈມ​ຕີ​ນັ້ນ ເປັນ​ການເຮັດ​ໃຫ້​ເກີດ​ຄວາມ​ຄຽດ​ແຄ້ນ ແລະ ມັນ​ບໍ່​ຖືກ​ກັບ​ຄວາມ​ເປັນ​ຈິງ.

ເຈົ້າ​ໜ້າ​ທີ່​ຢູ​ເຄຣນ ຮ້ອງ​ຂໍ​ຊາດ​ NATO ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ ເພື່ອຂໍ​ການ​ ສ​ນັບ​ສ​ນູນທາງ​ອາ​ວຸດເພີ່ມ​ເຕີມໃຫ້ແກ່​ຢູ​ເຄຣນ ເປັນ​ກໍ​ລະ​ນີ​ຮີບ​ດ່ວນ ເພື່ອ​ນຳ​ມາປົກ​ປ້ອງພົ​ລ​ເຮືອນ​ຈາກ​ການ​ບຸກ​ໂຈມ​ຕີ​ຂອງ​ຣັສ​ເຊັຽ.

ຣັ​ຖ​ມົນ​ຕ​ຣີຕ່າງ​ປະ​ເທດ ຢູ​ເຄຣນ ທ່ານ Dmytro Kuleba ໄດ້​ເດີນ​ທາງ​ໄປ​ກ່າວ​ຄຳ​ປາ​ໄສ ຢູ່ Brussel ປະ​ເທດ ເບລ​ຢ້ຽມ ໂດຍ ມີ​ພັນ​ທ​ະ​ມິ​ຕ ຕາ​ເວັນ​ຕົກເຂົ້າ​ຮ່ວມ​ຮັບ​ຟັງ ເຊິ່ງ ທ່ານກ່າວ​ພຽງ​ສັ້ນໆ ວ່າ: “ອາ​ວຸດ ອາ​ວຸດ ອາ​ວຸດ”

ຣັ​ຖ​ມົນ​ຕ​ຣີຕ່າງ​ປະ​ເທດ ຢູ​ເຄຣນ ກ່າ​ວ​ວ່າ: “ພວກ​ເຮົາ​ມີ​ອາ​ວຸດ​ຫຼາຍ​ເທົ່າ​ໃດ ແລະ ອາ​ວຸດ​ມາ​ເຖິງ​ຢູ​ເຄຣນ​ຫຼາຍ​ເທົ່າ​ໃດ ກໍ​ຍິງ​ຈະ​ຮັກ​ສາ​ຊີ​ວິດ​ມະ​ນຸ​ສ ໄດ້​ຫຼາຍ​ເທົ່າ​ນັ້ນ”.

ທ່ານ ຍັງ​ກ່າວ​ວ່າ: ​ຍັງ​ມີຫຼາຍ​ເມືອງ ແລະ ຫຼາຍ​ບ້ານ ຈະ​ບໍ່​ຖືກ​ທຳ​ລາຍ ແລະ ຢູ່​ເມືອງ Bucha ບໍ່​ມີ​ຫຍັງ​ເຫຼືອ​ເລີຍ.

ໃນ​ສ່ວນ​ຂອງ​​ສະ​ຫະ​ພາບ​ຢູ​ໂຣບ ຫຼື EU ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ ກໍ​ໄດ້​ອອກ​ມາ​ຕ​ການ​ຄວ້ຳ​ບາດຕໍ່​ຮັ​ດ​ເຊັຽອີກ​ຄັ້ງ ເຊິ່ງ​ລວມ​ເອົາ​ການ​ຢຸດ​ຊື້​ຖ່ານ​ຫິນ​ຈາກ​ຣັສ​ເຊັຽ ເພື່ອ​ຕອບ​ໂຕ້​ການທີ່​ຣັສ​ເຊັຽ ມາກໍ່​ອາ​ສ​ຍາ​ກັມ​ສົງ​ຄາມ​ໃນ​ຢູ​ເຄຣນ.

ນອກ​ຈາກ​ການ​ຢຸດ​ສັ່ງ​ຊື້​ຖ່ານ​ຫິນ​ຈາກ​ຣັສ​ເຊັຽ​ແລ້ວ, ສະ​ຫະ​ພາບ​ຢູ​ໂຣບ ຍັງ​ອອກ​ມາ​ຕ​ການຂວ້າມ​ບາດ​ຕໍ່ ຄົນ​ໃນ​ຄອບ​ຄົວ​ຂອງ ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ​ຣັສ​ເຊັຽ ໂດຍ​ສະ​ເພາະລູກ​ສາວ, ​ຫ້າມບໍ່​ໃຫ້​ເຮືອ​ບັນ​ທຸກ​ສິນຄ້າ​ ຂອງ​ຣັສ​ເຊັຽ​ເຂົ້າ​ຈອດ​ຢູ່​ທ່​າ​ເຮືອ ຂອງ​ປະ​ເທດ​ສະ​ຫະ​ພາບ​ຢູ​ໂຣບ, ຫ້າມ​ການ​ສົ່ງ​ອອກ​ເທັກ​ໂນ​ໂລ​ຢີ ໄປ​ຣັ​ສ​ເຊັຽ. ນອກ​ຈາກນີ້ ທະ​ນາ​ຄານຣັສ​ເຊັຽ ກໍ​ຕົກ​ເປັນ​ເປົ້າ​ໝາຍການ​ຄວ້ຳ​ບາດ​ນຳ​ອີກ.

ເຈົ້າ​ໜ້າ​ທີ່ຢູ​ເຄຣນ ແລະ ສະ​ຫະ​ພາບ​ຢູ​ໂຣບ ບາງ​ປະ​ເທດ ໄດ້​ຮຽກ​ຮ້ອງ​ໃຫ້ສະ​ມາ​ຊິກອີກ 27 ປະ​ເທດ ໃຫ້​ຢຸດການ​ນຳ​ເຂົ້າ ພ​ລັງ​ງານ​ຈາກ​ຣັສ​ເຊັຽ ທັນ​ທີ, ແຕ່ ກໍ​ຍັງ​ມີ​ປະ​ເທດ ເຢ​ຣະ​ມັນ​ ແລະ ຮັງ​ກາ​ຣີ ຍັງ​ຄົງ​ນຳ​ເຂົ້າ​ພ​ລັງ​ງານ​​ຈາກຣັສ​ເຊັຽຢູ່ ຍ້ອນ​ 2 ​ປະ​ເທດນີ້ ມີ​ຄວມ​ກັງ​ວົນ​ເຣື່ອງ​ຜົ​ລ​ກະ​ທົບຕໍ່ລາ​ຄາ​ພ​ລັງ​ງານ.

ສະ​ຫະ​ພາບ​ຢູ​ໂຣບ ໄດ້ ກ່າວ​ວ່າ ມີການ​ນຳ​ເຂົ້າແກ​ສ​ທັມ​ມະຊາດ 45 ເປີ​ເຊັນ, ແລະ ນ້ຳ​ມັນ 25 ເປີ​ເຊັນ ມາ​ຈາກ​ຣັສ​ເຊັຽ. ມູນ​ຄ່າ​ກາ​ນ​ນຳ​ເຂົ້າພ​ລັງ​ງານ​ຈາກ​ຣັສ​ເຊັຽ ແມ່ນ 38 ຕື້ ໂດ​ລາຣ໌ ນັບ​ແຕ່​ຣັສ​ເຊັຽ ເຂົ້າ​ມາ​ເຮັດ​ສົງ​ຄາມ​ໃນ​ຢູ​ເຄຣນ.