ທູຕເກົາຫລີໃຕ້ຫາທາງ ປົກປ້ອງຜູ້ລີ້ພັຍ


2013.06.07
F-korea ສະຖານທູຕ ເກົາຫລີເໜືອ ທີ່ນະຄອນຫລວງວຽງຈັນ
AFP/Hoang Dinh Nam

 

ສະຖານທູດ ເກົາຫລີໃຕ້ ໃນ ນະຄອນຫລວງ ວຽງຈັນ ຍ້າຍ ພວກລີ້ພັຍ ເກົາຫລີເໜືອ ຄົນອື່ນ ອີກ 18 ຄົນ ໄປຢູ່ບ່ອນ ປອດພັຍ.

ຂ່າວ The Chosun Ilbo ຣາຍງານວ່າ ຊາວ ເກົາຫລີເໜືອ ອີກ 18 ຄົນ ທີ່ໂຕນໜີ ອອກຈາກ ປະເທດມາ ແລະ ອາສັຍ ຢູ່ບ້ານທີ່ ປອດພັຍ ຂອງ ສະຖານທູດ ເກົາຫລີໃຕ້ ປະຈໍາລາວ ຖືກຍ້າຍໄປ ຢູ່ບ້ານພັກ ທີ່ເປັນຂອງ ສະຖານທູດ ແລະ ບ້ານທູດ ເມື່ອ ວັນອັງຄານ ຜ່ານມານີ້. ການຍ້າຍນັ້ນ ມີຂຶ້ນພາຍຫລັງ ທີ່ ທາງການລາວ ຈັດສົ່ງ ພວກເດັກນ້ອຍ ລີ້ພັຍ ເກົາຫລີເໜືອ 9 ຄົນ ກັບຄືນ ປະເທດ ເມື່ອວັນທີ 27 ພຶສພາ ຜ່ານມາ.

ນັກການທູດ ເກົາຫລີໃຕ້ ເວົ້າວ່າ ຣັຖບານ ຂອງຕົນ ໄດ້ຕັດສິນໃຈ ຍ້າຍທັງ 18 ຄົນ ນັ້ນ ໄປຢູ່ບ່ອນ ທີ່ປອດພັຍ ກວ່າ ຊຶ່ງໃນກຸ່ມນີ້ ກໍມີວັຍລຸ້ນ ຮ່ວມຢູ່ດ້ວຍ. ການຕັດສິນໃຈ ດັ່ງກ່າວ ມີຂຶ້ນ ພາຍຫລັງ ປະທານາທິບໍດີ Park Geun-hye ໄດ້ເນັ້ນເຖິງ ຄວາມ ສໍາຄັນ ໃນການ ດູແລ ເບິ່ງແຍງ ຊາວ ເກົາຫລີເໜືອ ທີ່ໂຕນໜີ ມາໄດ້ນັ້ນ. ນັກເຄື່ອນໄຫວ ທີ່ໃຫ້ການ ສນັບສນູນ ຊາວເກົາຫລີເໜືອ ຢູ່ລາວ ນັ້ນ ເວົ້າວ່າ ຊາວ ເກົາຫລີເໜືອ ທີ່ໂຕນໜີ ອອກປະເທດ ແລະ ອາສັຍ ຢູ່ລາວ ຊົ່ວຄາວນັ້ນ ຮູ້ສຶກ ຫວາດຣະແວງ ຢ່າງຍິ່ງ ເມື່ອຮູ້ເຣື່ອງ ການເນຣະເທດ ຊາວຫນຸ່ມ ເກົາຫລີເໜືອ ກຸ່ມ 9 ຄົນ ນັ້ນ. ແລະ ພວກທີ່ມີ ແຜນເດີນ ທາງຈາກຈີນ ເຂົ້າມາ ລາວນັ້ນ ກໍຮູ້ສຶກວ່າ ບໍ່ສາມາດ ເຂົ້າມາແລ້ວ ແລະ ກໍຄິດວ່າຈະ ພະຍາຍາມ ສ່ຽງໂຊກ ເຂົ້າຜ່ານທາງ ພະມ່າ.

ຂະນະດຽວກັນ ຜູ້ແທນ ສະພາ ເກົາຫລີໃຕ້ Kim Jae-won ກໍເດີນທາງ ເຖິງ ນະຄອນຫລວງ ວຽງຈັນ ພ້ອມດ້ວຍ ເຈົ້າໜ້າທີ່ ການຕ່າງປະເທດ ຊຶ່ງທ່ານວ່າ ຈະຢູ່ລາວ ຈົນຮອດວັນ ອັງຄານ ໜ້າ ແລະຈະພົບ ປະກັບ ບັນດາ ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ແລະ ເຈົ້າໜ້າທີ່ ຣັຖບານລາວ ເພື່ອຊີ້ແຈງ ເຖິງທ່າທີ ຂອງ ເກົາຫລີໃຕ້ ແລະ ຫາທາງ ເພື່ອ ການຮ່ວມມື ກ່ຽວກັບ ເຣື່ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.