ທາງການລາວ-ເກົາຫຼີໃຕ້ ຮ່ວມມືກັນ
ເກົາຫລີໃຕ້ ສົ່ງ ຜູ້ຕາງໜ້າ ມາຍັງ ສປປ ລາວ ເພື່ອຂໍຄວາມ ຊ່ວຍເຫຼືອ ແກ້ໄຂ ບັນຫາ ໃນກໍຣະນີ ຊາວ ເກົາຫລີເໜືອ ທີ່ ຂໍລີ້ພັຍ.
-
2013-06-24 -
-
-
Your browser doesn’t support HTML5 audio
ເກົາຫລີໃຕ້ ສົ່ງ ຜູ້ຕາງໜ້າ ມາຍັງ ສປປ ລາວ ເພື່ອຂໍຄວາມ ຊ່ວຍເຫຼືອ ແກ້ໄຂ ບັນຫາ ໃນກໍຣະນີ ຊາວ ເກົາຫລີເໜືອ ທີ່ ຂໍລີ້ພັຍ.
ໃນຣະຫວ່າງ ຕົ້ນເດືອນ ມີຖຸນາ ນີ້ ທາງການ ເກົາຫລີໃຕ້ ໄດ້ສົ່ງ ອະດີດ ຣັຖມົນຕຣີ ຕ່່າງປະເທດ ຂອງຕົນ ໄປ ສປປລາວ ໃນນາມ ທູດພິເສດ ເພື່ອ ຂໍຄວາມຮ່ວມມື ແກ້ໄຂ ບັນຫາ ກ່ຽວກັບ ຊາວ ເກົາຫລີເໜືອ ທີ່ ໄດ້ຫລົບໜີ ຜ່ານທາງ ສປປລາວ ດ້ວຍ ຈຸດປະສົງ ຂໍໄປລີ້ໄພ ຢູ່ ເກົາຫລີໃຕ້ ຊຶ່ງ ກໍມີ ຫລາຍ ກໍຣະນີ ໃນຣະຍະ ຜ່ານມາ.
ຫ້ອງການໃຫຍ່ ຂອງ ອົງການ ຂ່າວ Yonhap ທີ່ ກຸງໂຊລ ໄດ້ແຈ້ງວ່າ ທ່ານ Yu Myung-hwan ອະດີດ ຣັຖມົນຕຣີ ຕ່າງປະເທດ ເກົາຫລີໃຕ້ ໄດ້ພົບ ກັບ ທ່ານ ທອງລຸນ ສີສຸລີດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງປະເທດ ລາວ ໃນກາງເດືອນ ມີຖຸນາ ນີ້ ເພື່ອ ພິຈາຣະນາ ຫາວິທີ ຊ່ວຍເຫລືອ ຊາວ ເກົາຫລີເໜືອ ທີ່ ໄດ້ຫລົບໜີ ເດີນທາງ ເຂົ້າເມືອງລາວ ແລະ ຂໍໃຫ້ສົ່ງ ຕໍ່ໄປຍັງ ເກົາຫລີໃຕ້ ດ້ວຍຄວາມ ປອດໄພ.
ພາຍຫລັງ ການຢ້ຽມຢາມ ຂອງ ທ່ານ Yu ຊາວ ເກົາຫລີເໜືອ 20 ຄົນ ທີ່ລີ້ໄພ ຢູ່ ສະຖານທູດ ເກົາຫລີໃຕ້ ໃນ ນະຄອນຫລວງ ວຽງຈັນ ກໍໄດ້ຮັບ ອະນຸຍາດ ເດີນທາງ ຕໍ່ໄປຍັງ ເກົາຫລີໃຕ້ ໃນຣະຍະ ເວລາ ທີ່ໄວກວ່າ ແຕ່ກ່ອນ ທີ່ ເຄີຍມີມາ.
ຢ່າງໃດກໍຕາມ ທາງການ ເກົາຫລີໃຕ້ ໄດ້ມີການ ປະສານງານ ຮ່ວມກັບ ທາງການລາວ ໃນດ້ານ ການຮ່ວມມື ຂໍຄວາມ ຊ່ວຍເຫລືອ ຢ່າງເປັນ ທາງການ ພາຍຫລັງທີ່ ມີ ເຍົາວະຊົນ ເກົາຫລີເໜືອ 9 ຄົນ ທີ່ ຜ່ານເຂົ້າ ເມືອງລາວ ແຕ່ ຖືກ ເຈົ້າໜ້າທີ່ລາວ ຈັບ ສົ່ງກັບໄປ ເກົາຫລີເໜືອ ຜ່ານທາງ ສປຈີນ ໃນເດືອນ ພຶສພາ ຜ່ານມາ.
ຂ່າວທ້າຍ ອາທິດ ຜ່ານມາວ່າ ເຍົາວະຊົນ ເກົາຫຼີ ເໜືອ 9 ຄົນ ຫລັງຈາກ ໄດ້ກັບໄປຮອດ ເກົາຫຼີເໜືອ ກໍຖຶກນໍາ ໄປ ປະກົດໂຕ ຜ່ານທາງ ໂທຣະທັດ ແລ້ວ ອ້າງວ່າ ພວກຕົນຖຶກ ລັກພາຕົວ ເພື່ອເດີນທາງໄປ ເກົາຫຼີ ໃຕ໊ ຊື່ງ ບໍ່ກົງກັບ ຣາຍງານ ຂອງ ອົງການຂ່າວ ເກົາຫຼີໃຕ້ ແລະ ອົງການ ສິດທິມະນຸດ ສາກົນ.