ຈີນຫ້າມອອກວີຊາໃຫ້ແມ່ຍິງ ໂສດ ກໍາພູຊາ

 ຈີນຫ້າມອອກວີຊາໃຫ້ແມ່ຍິງ ໂສດ ກໍາພູຊາ
ຈີນຫ້າມອອກວີຊາໃຫ້ແມ່ຍິງ ໂສດ ກໍາພູຊາ (RFA)

0:00 / 0:00

ການອອກຄໍາສັ່ງ ຂອງ ຣັຖບານຈີນ ບໍ່ໃຫ້ອອກ ວີຊາ ແກ່ແມ່ຍິງໂສດ ກໍາພູຊາ ນັ້ນຖືກກຸ່ມ ສິດທິມະນຸດ ໂຈມຕີ ຢ່າງໜັກວ່າ ເປັນການ ຈໍາແນກ ແລະ ເປັນໄປໃນ ທາງທີ່ຜິດ.

ເມື່ອບໍ່ດົນ ມານີ້ ກະຊວງການ ຕ່າງປະເທດ ຈີນ ໄດ້ ອອກຖແລງ ຮຽກຮ້ອງໃຫ້ ສະຖານທູດ ແລະ ກົງສູນຈີນ ໃນ ປະເທດ ໃກ້ຄຽງ ພຍາຍາມ ຢຸດ ການຄ້າ ແມ່ຍິງ ກໍາພູຊາ ເພື່ອ ໄປແຕ່ງງານ ກັບ ຜູ້ຊາຍຈີນ ຢູ່ ປະເທດຈີນ ແລະ ຍັງແນະນໍາ ໃຫ້ ສະຖານທູດ ແລະ ກົງສູນ ໃນ ປະເທດໄທ ວຽດນາມ ແລະ ສປປລາວ ເຊົາອອກວີຊາ ໃຫ້ແມ່ຍິງ ໂສດ ກໍາພູຊາ ແລະ ແນະນໍາ ໃຫ້ ສະຖານທູດ ແລະ ກົງສູນ ກໍາພູຊາ ໃນ ປະເທດຈີນ ບໍ່ໃຫ້ອອກ ໃບຢັ້ງຢືນ ໃດໆ ແກ່ ແມ່ຍິງໂສດ ກໍາພູຊາ ເພື່ອ ປ້ອງກັນບໍ່ໃຫ້ ຄົນກາງ ນໍາເອົາ ແມ່ຍິງ ກໍາພູຊາ
ໄປແຕ່ງງານ ກັບ ຄົນຈີນ ໄດ້.

ທ່ານ ແອັມ ສໍາອາດ ເຈົ້າໜ້າທີ່ ກຸ່ມ ສິດທິມະນຸດ Licadho ກ່າວວ່າ ທ່ານ ຮູ້ສຶກ ຕົກຕລຶງ ທີ່ໄດ້ຍິນ ຄໍາຖແລງການ ຂອງ ກະຊວງ ການ ຕ່າງປະເທດ ຈີນ. ທ່ານວ່າ ມັນເປັນ ມາຕການ ທີ່ແຂງ ບໍ່ມີ ປະເທດໃດ ເຄີຽເຮັດແນວນີ້. ຫາກຈີນຖືວ່າ ເປັນການ ປົກປ້ອງ ແມ່ຍິງ ກໍດີ ແຕ່ວ່າ ມັນອາຈມີ ຜົນກະທົບ ຕໍ່ ແມ່ຍິງ ຄົນອື່ນໆ ທີ່ຕ້ອງການ ໄປທ່ອງທ່ຽວ ໃນ ປະເທດຈີນ.

ຄໍາາຖແລງການ ຂອງ ກະຊວງ ການຕ່າງ ປະເທດຈີນ ໄດ້ ແຈ້ງອີກວ່າ ແມ່ຍິງໂສດ ກໍາພູຊາ ຄວນໄດ້ ຮັບວີຊາ ເຂົ້າໄປ ເຮັດວຽກ ເທົ່ານັ້ນ ຖ້າຫາກ ມີ ໃບຢັ້ງຢືນ ເປັນທາງການ ຈາກ ບໍຣິສັດ ແລະ ອອກວີຊາ ທ່ອງທ່ຽວໃຫ້ ຖ້າວ່າ ເອົາເງິນ ຈໍານວນ 10,000 ໂດລາ ສະຫະຣັດ ເຂົ້າບັນຊີ ໃນ ທະນາຄານ ປະເທດຈີນ.