ອຸດສາຫະກັມໂຮງແຮມ ຈະຂາດແຮງງານ
2013.05.29

ສະມາຄົມ ໂຮງແຮມ ໄທ ກັບຂົງເຂດ ຮ່ວມມືກັນ ຕ້ານ ບັນຫາ ການຂາດແຄນ ແຮງງານ ທີ່ມີ ຄຸນນະພາບ.
ທ່ານ ສຸຣະພົງ ເຕຈະຣູວິຈິດ ປະທານ ສະມາຄົມ ໂຮງແຮມ ແຫ່ງ ປະເທດໄທ ກ່່າວວ່າ ບັນຫາ ດັ່ງກ່າວໄດ້ສເນີ ໃນກອງປະຊຸມ ຣະຫວ່າງ ສະມາຄົມ ໂຮງແຮມ ໄທ ກັບ ສະມາຄົມ ໂຮງແຮມ ຮ້ານອາຫານ ໃນຂົງເຂດ ສອງຝ່າຍ ໄດ້ ຕົກລົງ ກັນວ່າ ຈະຮ່ວມກັນ ຊອກຫາ ຄຳຕອບ ເພື່ອ ຄໍ້າປະກັນ ການຂາດແຮງງານ ຣະຍະຍາວ ໃນ ອຸດສາຫະກັມ ການໂຮງແຮມ ບ້ານພັກ ໃນຂົງເຂດ.
ປະເທດ ສິງກະໂປ ປະເຊີນກັບ ບັນຫາ ການຂາດແຄນ ແຮງງານ ມາດົນແລ້ວ ແຕ່ປະເທດໄທ ກໍຈະເລີ້ມ ຮູ້ສຶກ ຂາດແຮງງານ ໃນ ອຸດສາຫະກັມ ໂຮງແຮມ ດັ່ງກ່າວ ທັງສອງປະເທດ ມີການເຕີບໂຕ ທາງດ້ານ ການທ່ອງທ່ຽວ ຢ່າງ ວ່ອງໄວ ໃນຣະຍະ ປີ ຫລັງໆມານີ້.
ປັດຈຸບັນ ໂຮງແຮມ ໃນປະເທດໄທ ສ່ວນໃຫຍ່ ຈະຈ້າງແຮງງານ 85-90% ເຮັດວຽກ ຕື່ມເວລາ ໃນການ ປະຕິບັດ ຫນ້າທີ່ ແຕ່ລະວັນ ຍ້ອນບໍ່ ສາມາດຈ້າງ ແຮງງານ ທີ່ມີ ຄຸນນະພາບ ມາເຮັດ ໂດຍການ ຍົກຣະດັບ ພະນັກງານ ທີ່ມີຢູ່ ຜ່ານການ ຝຶກອົບຮົມ ຂອງໂຮງແຮມ.
ບົນພື້ນຖານ ຄວາມຮ່ວມມື ອາຊຽນ ກຸ່ມພະນັກງານ ໂຮງແຮມ ຈະເຮັດວຽກກັນ ເປັນກຸ່ມ ຢ່າງໃກ້ຊິດ ປະເທດ ອະນຸ ພູມີພາກ ແມ່ນ້ຳຂອງ ດັ່ງ ກຳພູຊາ ສປປລາວ ພະມ້າ ແລະ ວຽດນາມ ມີແຮງງານ ທີ່ບໍ່ມີ ຄຸນນະພາບ ເປັນຈຳນວນ ຫລວງຫລາຍ ປະເທດໄທ ມາເລເຊັຽ ສິງກະໂປ ແລະ ອິນໂດເນເຊັຽ ຈະຊ່ອຍ ຝຶກອົບຮົມ ຍົກຣະດັບ ຄວາມສາມາດ ຂອງແຮງງານ ດັ່ງກ່າວ ຜ່ານການ ຈ້າງງານ ໃນແຕ່ລະ ປະເທດ.