ຜູ້ຣາຍງານພິເສດ ຂອງ ສປຊ ປະນາມ ກອງກຳລັງ ທະຫານພະມ້າ

ໂພເກ ອາຍຸ 17 ປີ ຢູ່ (ຮູບຊ້າຍມື) ແລະ ລາມິນເຊນ ອາຍຸ 15 ຖືກທະຫານພະມ້າ ຂ້າຕັດຄໍ ຢູ່ເຂດສະກາງ ເຊິ່ງສົບຂອງທັງສອງຖືກພົບເຫັນ ໃນວັນທີ 27 ກຸມພາ 2023.
ໂພເກ ອາຍຸ 17 ປີ ຢູ່ (ຮູບຊ້າຍມື) ແລະ ລາມິນເຊນ ອາຍຸ 15 ຖືກທະຫານພະມ້າ ຂ້າຕັດຄໍ ຢູ່ເຂດສະກາງ ເຊິ່ງສົບຂອງທັງສອງຖືກພົບເຫັນ ໃນວັນທີ 27 ກຸມພາ 2023. (ນັກຂ່າວ ພົລເມືອງ)

0:00 / 0:00

ຜູ້​ນຳ​ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ກ່າ​ວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ຜແນກ​ພາ​ສາ​ພະ​ມ້າ ວ່າ ເຍົາ​ວະ​ຊົນ​ພະ​ມ້າສອງ​ຄົນ ທີ່​ຖືກຂ້າ​ຕັດ​ຄໍ ສັງ​ກັດ​ຢູ່​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ.

ເຍົາ​ວະ​ຊົນດັ່ງ​ກ່າວ ໄດ້​ພາ​ກັນຝັງ​ລະ​ເບີດ ໄວ້​ໃນ​ດິນ ໃນ​ຂະ​ນະ​ທີ່​ກຳ​ລັງ​ຖອຍ​ທັບ ຫຼັງ​ຈາກ​ທີ່​ຕໍ່​ສູ້​ກັບທະ​ຫານ​ພະ​ມ້າ ຢູ່​ພາກ​ເໜືອ​ຂອງເຂດ​ສະ​ກາງ ແລະ ເຂົາ​ເຈົ້າ​ຖືກ​ຈັບຢູ່​ໃກ້​ກັບ​ ບ້ານ ນີ ອອງ ຢິນ.

ຫົວ​ໜ້າ ​ກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ກ່າວ​ວ່າ ພວກ​ເຮົາ​ໄດ້​ພົບ​ສົບ​ ຂອງ​ເຂົາ​ເຈົ້າ ໃນ​ຕອນ​ເຂົ້າ​ຂອງວັນ​ທີ 27 ກຸມ​ພາ ແລະ ໄດ້​ລະ​ບຸ​ເຖິງສ​ະ​ຖານ​ທີ່ ທີ່​ພວກ​ເຂົາ​ຖືກ​ສັງ​ຫານ ໂດຍ ທະ​ຫານ​ພະ​ມ້າ.

ຜູ້​ທີ່​ຖືກ​ເຄາະ​ຮ້າຍ 2 ຄົນ ມີຊື່​ວ່າ ລາ​ມິນ​ເຊນ ອາ​ຍຸ 15 ປີ, ແລະ ໂພ​ເກ ອາ​ຍຸ 17 ປີ. ຫົວ​ໜ້າ ​ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ກ່າວ​ວ່າ ທ່ານ ໄດ້​ເຂົ້າໄປ​ຖາມ​ຊາວ​ບ້ານ​ ທ້ອງ​ຖິ່ນກ່ຽວ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນ, ແຕ່ວ່າ ບໍ່​ມີ​ຊາວ​ບ້າ​ນ​ຄົນ​ໃດຢູ່​ໃນ​ໝູ່​ບ້ານ ຕິດ​ຕາມການ​ບຸກ​ທະ​ລາຍ ​ຂອງ​ພວກ​ທະ​ຫານ​ພະ​ມ້າ.

ໃນ​ອີກ​ເຫດ​ການ​ນຶ່ງ, ຫົວ​ໜ້າ​ ກອງ​ກຳ​ລັງ​ ປົ​ກ​ປ້ອງ​ປະ​ຊາ​ຊົນ ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ນັກ​ຣົບ​ເຍົາ​ວະ​ຊົນ​ທັງ​ 2 ຖືກ​ຂ້າຕັດ​ຄໍ ຫຼັງ​ຈາກວັນ​ທີ 27 ກຸມ​ພາ ທີ່​ມີ​ການ​ຕໍ່​ສູ້​ກັບ​ທະ​ຫານ​ພະ​ມ້າ.

ກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຈຳ​ເປັນ​ຕ້ອງ​ໄດ້​ຖອຍ​ທັບ ຈາກ​ການ​ຕໍ່​ສູ້​ກັບ​ທະ​ຫານ​ພະ​ມ້າ ຢູ່​ບ້ານຂັນ​ຄໍ ຍ້ອນ​ວ່າ ຂາດ​ແຄນ​ລູກ​ປືນ. ໃນ​ເວ​ລາ​ເຂົາ​ເຈົ້າ​ກັບ​ຄືນ​ ໃນ​ຕອນ​ເຊົ້າ ເຂົາ​ເຈົ້າ​ກໍ​ພົບ​ສົບ​ຂອງ​ທະ​ຫານ​ ທີ່​ເປັນ​ເຍົາ​ວະ​ຊົນ​ທັງ​ 2.

ທະ​ຫານ​ພະ​ມ້າ ໄດ້​ສັງ​ຫານ ຜູ້​ທີ່​ຖືກ​ສົງ​ໄສວ່າ​ເປັນ​ກຸ່ມ ກອງ​ກຳ​ລັງ​ປົ​ກ​ປ້ອງ ​ປະ​ຊາ​ຊົນ ໃນ 14 ເມືອງ ຢູ່​ເຂດ​ສະ​ກາງ ນັບ​ແຕ່​ມີ​ການ​ປະ​ກາດ ​ກົດໄ​ອ​ຍະ​ການ​ເສິກ ເຊິ່ງ​ເປັນ​ກົດ​ໝາຍ​ພິ​ເສດ ​ຂອງ​ທະ​ຫານ​ປະ​ກາດ​ໃຊ້ ໃນ​ເວ​ລາ​ທີ່​ມີ​ການ​ຣັ​ຖ​ປະ​ຫານ ນັບ​ແຕ່​ເດືອນ​ກຸມ​ພາ 2021 ເປັນ​ຕົ້ນ​ມາ.

ທ່ານ ທອມ ແອນດຣູ ຜູ້​ຣາຍ​ງານ​ພິ​ເສດ ​ຂອງ​ສະ​ຫະ​ປະ​ຊາ​ຊາດ ສຳ​ລັບ​ປະ​ເທດ​ພະ​ມ້າ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ວ່າ ວິ​ທີ​ການ​ທໍ​ລະ​ມານ​ຂອງ ​ທະ​ຫານ​ພ​ະ​ມ້າ ລວມ​ມີ ການ​ນຳ​ໃຊ້​ຄວາມ​ຮຸນ​ແຮງ ເພື່ອ​ສ້າງ​ຄວາມ​ຢ້ານ​ກົວ ແລະ ກໍ່​ການ​ຮ້າຍ ໂດຍ​ສະ​ເພາະ​ຢູ່​ເຂດ ທີ່​ມີ​ການ​ຕໍ່​ຕ້ານ​ທີ່​ເຂັ້ມ​ແຂງ ຕໍ່ກັບທະ​ຫານພະ​ມ້າ.

ການ​ບັນ​ທຶກ​ເຫດ​ການ​ດັ່ງ​ກ່າວ ແລະ ເຫດ​ການ​ອື່ນໆ ເວົ້າ​ເຖິງຄວາມ​ປ່າ​ເຖື່ອນ ​ຂອງ​ທະ​ຫານ​ພະ​ມ້າ ຜູ້​ທີ່​ກໍ່​ອາ​ສະ​ຍາ​ກຳ​ສົງຄາມ ແລະ ອາ​ຊະ​ຍາ​ກັມ​ຕໍ່​ມະ​ນຸສ​ຊາດ ຈະ​ຕ້ອງ​ຮູ້​ວ່າ ພວກ​ເຂົາຈ​ະ​ຕ້ອງ​ຮັບ​ຜິດ​ຊອບ.

ໃນ​ອາ​ທິດນີ້, ທະ​ຫານ​ພະ​ມ້າ ໄດ້​ເຂົ້າ​ມາ​ບຸກ​ທະ​ລາຍ​ໝູ່​ບ້ານ ຢູ່​ເຂດ​ສະ​ກາງ, ເປັນ​ເຫດ​ເຮັດ​ໃຫ້ມີ​ຊາວ​ບ້ານ 3 ຄົນ​ເສັຽ​ຊີ​ວິດ ແລະ ໄດ້​ທຳ​ລາຍ​ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ 700 ຫຼັງ ແລະ ເຫດ​ການ​ອື່ນໆ ທີ​ເກີດ​ຂຶ້ນ​ຢູ່ເຂດ​ສະ​ກາງ ກໍ​ຄື ມີ​ຄົນ​ພົບ​ສົບ 16 ສົບ ຢູ​ບ້ານ ນີ​ອອງ​ຢິນ ຢູ່​ເຂດ​ເມືອງ ມີ​ອິນ​ມູ. ທະ​ຫານ​ພະ​ມ້າ ໄດ້​ລັກ​ພາ​ໂຕ​ຊາວ​ບ້ານ 17 ຄົນ ຢູ່​ບ້ານ ຕາ​ ເຕັງ ໃນ​ວັນ​ທີ 1 ມີ​ນາ.

ຊາວ​ບ້ານ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ ທະ​ຫານ​ພະ​ມ້າເກືອບ 100 ຄົນ ໄດ້​ເຂົ້າ​ໄປ​ບຸກ​ທະ​ລາຍ​ໝູ່​ບ້ານ​ຕາ​ເຕງ. ຊາວ​ບ້​ານ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ ບ້ານຕາ​ເຕງ ແລະ ບ້ານ ນີ​ອອງ​ຢິນ ຢູ່​ເມືອງ ມີ​ອີນ​ມູ ຖືກ​ຂັ້ນ​ກາງ​ລະ​ຫວ່າງ ແມ່​ນ້ຳ​ມູ. ຊາວ​ບ້ານບໍ່​ຍອມ​ໜີ ຍ້ອນ​ ເຂົາ​ເຈົ້າ​ຄິດ​ວ່າ ທະ​ຫານຈະ​ບໍ່​ເຂົ້າ​ມາ​ໝູ່​ບ້ານ. ຍັງ​ມີ​ສົບ​ຜູ້​ເສັຽ​ຊີ​ວິດເປັນ​ຜູ້​ຊາຍ 7 ຄົນ ທີ່​ຊາວ​ບ້ານ​ໄດ້​ພົບ ຢູ່​ບ້ານ ນີ​ອອງ​ຢິນ ແລະ ຍັງ​ມີ​ສົບ​ຂອງ​ຜູ້​ຊາຍອີກ 6 ຄົນ ແລະ ຜູ້​ຍິງ 3 ຄົນ ຖືກ​ພົບ​ເຫັນ​ຢູ່​ບ່ອນ​ອື່ນ​ໆອີກ. ຜູ້​ເສັຽ​ຊີ​ວິດ​ທັງ​ໝົດ​ຖືກ​ຍິງ​ໃສ່​ຫົວຈາກ​ທາງ​ດ້ານ​ຫຼັງ. ຜູ້​ເສັຽ​ຊີ​ວິດ 16 ຄົນ ທັງ​ໝົດ​ອາ​ຍຸ ລະ​ຫວ່າງ 30-50 ປີ ແລະ ຍັງ​ບໍ່​ມີ​ຂໍ້​ມູນ​ຈະ​ແຈ້ງວ່າ ຜູ້​ທີ່​ຖືກ​ລັກ​ພາ​ໂຕ​ຄົນ​ອື່ນໆ ນັ້ນ ຍັງ​ມີ​ຊີ​ວິດ​ຢູ່​ຫຼືບໍ່.

ທະ​ຫານ​ພະ​ມ້າ​ໄດ້ ກະ​ທຳ​ການ​ທາ​ລຸນ ແລະ ສັງ​ຫານ​ຜູ້​ນຳ​ກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນໃນ​ລະ​ດັບ​ທ້ອງ​ຖິ່ນ ໃນ​ຊ້ວງ​ທີ່​ມີ​ການ​ບຸກ​ລະ​ລາຍ​ໝູ່​ບ້ານ ໃນ​ວັນ​ທີ 1 ມີ​ນາ ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ, ແຕ່ ໂຄ​ສົ​ກ​ຂອງ​ທະ​ຫານ​ພະ​ມ້າ ທ່ານ ອາຍ​ ເລັງ ຢູ່​ເຂດ​ສະ​ກາງ ໄດ້​ກ່າວ​ຕໍ່​ວິທະຍຸ ເອ​ເຊັຽ​ເສ​ຣີ ວ່າ ທ່ານບໍ່​ຮູ້​ເລື່ອງນີ້. ຂໍ້​ມູນ​ຈາກນັກ​ຂ່າວ ທີ່​ຢູ່​ຝ່າຍ​ທະ​ຫານ​ພະ​ມ້າ ເປີດ​ເຜີຍ​ວ່າ ການ​ຕໍ່​ສູ້​ກັນ​ລະ​ຫວ່າງ ທະ​ຫານພ​ະ​ມ້າ ແລະ ກອງ​ກຳ​ລັງ​ ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ລະ​ເບີດ​ຂຶ້ນ ຢູ່​ບ້ານ ຕາ​ເຕງ ເຂດ​ສະ​ກາງ ໃນ​ວັນ​ທີ 1 ມີ​ນາ, ແລະ ຢູ່​ບ້ານ ນີ​ອອງ ຢິນ ໃນ​ວັນ​ທີ 2 ມີ​ນາ ເຊິ່​ງ​ມີ​ສະ​ມາ​ຊິກ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ 15 ຄົນ​ຖືກ​ຈັບ​ໂຕ. ອີງ​ຕາມ​ວີ​ດີ​ໂອ ແລະ ຮູບ​ພາບ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ ທີ່​ເຜີຍ​ແຜ່​ລົງ​ທາງ​ສື່​ສັງ​ຄົມ​ອອນ​ລາຍນ໌, ສົບ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ ຢູ່​ໃນ​ຊຸດ​ພົນ​ລະ​ເຮືອນ ໂດຍ ສະ​ເພາະ​ນຸ່ງ​ຜ້າ​ສະ​ໂລ່ງ ແລະ ເສົ້າ​ເຊີດ, ແລະ ບາງ​ຄົນກໍ​ຖືກ​ຍິງ​ໃສ່​ຫົວ.

ສະ​ມາ​ຄົມ​ ໃຫ້​ການ​ຊ່ວຍ​ເຫຼືອ​ນັກໂທດ​ ການ​ເມືອງ ໄດ້​ກ່າວ​ວ່າ ມີ​ຜູ້​ເສັຽ​ຊີ​ວິດ​ແລ້ວ 3,000 ປາຍ​ຄົນ ຍ້ອນ​ຖືກ​ທະ​ຫານ​ພະ​ມ້າ ​ຈັບ​ໂຕ ແລະ ສັງ​ຫານ ນັບ​ແຕ່​ທະ​ຫານ​ພະ​ມ້າ​ ເຂົ້າ​ມາ​ຍຶດ​ອຳ​ນາດ ໃນ​ປີ 2021.

ປະຊາຊົນພະມ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າວ່າ ມີປະຊາຊົນປະມານ 10,000 ຄົນ ຢູ່ສອງເມືອງໃນເຂດສະກາງ ຕ້ອງໄດ້ຖິ້ມບ້ານເຮືອນຂອງຕົນເອງ ຍ້ອນວ່າ ທະຫານພະມ້າ ເປີດການໂຈມຕີພາກພື້ນດິນ ຢູ່ເຂດເໜືອຂອງສະກາງ.

ມີທະຫານພະມ້າປະມານ 100 ຄົນເຣີ່ມເຜົາເຮືອນຂອງປະຊາຊົນ ຢູ່ເຂດເມືອງ ຢິມມາບິນ ແລະ ໄດ້ຍິງປືນໃຫຍ່ໂຈມຕີຊາວບ້ານ ທີ່ຢູ່ໃກ້ກັບເຂດເມືອງ ຊາລິງຢີ້ ໃນອີກ 2 ມຶ້ື້ ຕໍ່ມາ.

ປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ພວກທະຫານໄດ້ລຽງລາຍ ເຂົ້າມາບຸກທະລາຍໝູ່ບ້ານ ແລະ ເຂົາເຈົ້າໄດ້ເຜົາເຮືອນຂອງປະຊາຊົນ ຢູ່ບ້ານ ຕັນຕໍຈີ້ ແລະ ຈະສັງເກດເຫັນວ່າ ຄວັນໄຟປິວຂຶ້ນ.

ປະຊາຊົນ ຢູ່ 9 ບ້ານ ຢູ່ ເມືອງຢິນມາບິນ ແລະ ອີກ 4 ບ້ານ ຢູ່ເມືອງ ຊາລິນຢີ້ ໄດ້ພາກັນໜີອອກຈາກບ້ານໄປລີ້ຢູ່ປ່າ ເພື່ອຫຼົບໜີຈາກພວກທະຫານພະມ້າ.

ປະຊາຊົນເວົ້າວ່າ ພວກທະຫານຈັບ ແລະ ຂ້າພົນ​ລະ​ເຮືອນ, ເຜົາບ້ານຂອງເຂົາເຈົ້າ ເພື່ອລົງໂທດພວກເຂົາທີ່ໃຫ້ການສນັບສນູນ ກຸ່ມກອງກຳລັງປົກປ້ອງປະຊາຊົນ ເຊິ່ງເປັນກຸ່ມທີ່ສ້າງຕັ້ງຂຶ້ນຕ້ານກັບທະຫານພະມ້າ.

ສະຖາບັນນະໂຍບາຍ ແລະ ຍຸທສາຕຂອງພະມ້າ ໄດ້ກ່າວວ່າ ມີຕຶກອາຄານປະມານ 40,000 ຫຼັງ ຢູ່ເຂດສະກາງ ຖືກທຳລາຍ ນັບແຕ່ວັນທີ 1 ກຸມພາ 2021 ຫາ ວັນທີ 14 ມົກກະຣາ 2023 ເຊິ່ງເປັນຊ້ວງເວລາທີ່ທະຫານພະມ້າ ເຂົ້າມາຢຶດອຳນາດ ຈາກພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງພະມ້າ.

ສະຖານບັນດັ່ງກ່າວ ຍັງຣາຍງານອີກວ່າ ມີອາຄານຂອງປະຊາຊົນ 20,000 ຫຼັງ ຢູ່ໃນເຂດສະກາງຖືກທຳລາຍ ນັບແຕ່ເດືອນພຶສຈິກາ 2022 ມາຮອດ ກາງເດືອນມົກກະຣາ 2023, ລວມທັງຕຶກອາຄານບ້ານເຮຶອນ ຂອງປະຊາຊົນ 5,000 ຫຼັງ ຢູ່ເມືອງ ຕາບາຢິນ ແລະ ຕຶກອາຄານບ້ານເຮືອນ ຂອງປະຊາຊົນ 4,600 ຫຼັງ ຢູ່ ເມືອງ ສະເວບູ ຖືກທຳລາຍເຊັ່ນດຽວກັນ.

ທ່ານ ກະ ຢໍ ເດັດ ອອງ ນັກວິໃຈອາວຸໂສ ປະຈຳສະຖານບັນ ນະໂຍບາຍ ແລະ ຍຸທສາຕ ຂອງພະມ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ໂຕເລກຄວາມເສັຽຫາຍແທ້ຈິງ ຕາມເວລາອັນແນ່ນອນ ຈະສູງກວ່ານັ້ນ.

ທ່ານ ກ່າວວ່າ ພວກເຮົາຈະຮວບຮວມ ເອົາໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຍ້ອນວ່າ ພວກເຮົາກຳລັງດຳເນີນການຢູ່ ໂດຍ ສະເພາະການເອົາໂຕເລກ ຈາກການຣາຍງານຂອງສື່ມວນຊົນອິສຣະ ແລະ ຖແລງການຂອງອົງການຈັດຕັ້ງ ພາກປະຊາສັງຄົມ.

ທະຫານພະມ້າ ໄດ້ຣາຍງານວ່າ ຣັຖບານສະມັກຄີແຫ່ງຊາດ ເຊິ່ງເປັນຣັຖບານເງົາຂອງພະມ້າ ແລະ ກຸ່ມກອງກຳລັງເອກຣາດກະສິນ ແລະ ກຸ່ມກອງກຳລັງປົກປ້ອງ ປະຊາຊົນ ຫຼື PDF ໄດ້ໂຈມຕີ ແລະ ທຳລາຍເປົ້າໝາຍ ທີ່ເປັນພົລເຮືອນ ຢູ່ເຂດສະກາງ ແລະ ຣັຖກະສິນ.

ມີບ້ານເຮືອນ ຂອງປະຊາຊົນປະມານ 1,000 ຫຼັງ ຢູ່ເຂດເມືອງ ສະເວກູ ແລະ ເມືອງຕາເສ ຢູ່ ເຂດສະກາງ ຖືກເຜົາ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ກອງກຳລັງ ປົກປ້ອງປະຊາຊົນ ຢູ່ເມືອງຕາບາຢິນ ໄດ້ປະຕິເສດຄຳກ່າວອ້າງ ຂອງທະຫານພະມ້າ ໂດຍ ຕອບໂຕ້ວ່າ ທະຫານພະມ້າເອງ ເປັນຜູ້ທຳລາຍບ້ານເຮືອນຂອງປະຊາຊົນ ແລະ ທ່ານຍັງກ່າວຢ້ຳວ່າ ກຸ່ມກອງກຳລັງປົກປ້ອງ ປະຊາຊົນ ບໍ່ເຄີຍທຳລາຍບ້ານເຮືອນຂອງປະຊາຊົນ. ທ່ານ ກ່າວຕື່ມວ່າ ຫຼັງຈາກທີ່ວາງລະເບີດບ້ານເຮືອນ ຂອງປະຊາຊົນ, ພວກທະຫານພະມ້າກໍພາກັນຈູດລະເບີດ.

ລະເບີດແຕກ ​ເຮັດໃຫ້ບ້ານເຮືອນຂອງປະຊາຊົນ ຫຼາຍຫຼັງຖືກໄຟ ໃໝ້ ແລະ ຍຸບໂຕລົງ. ພວກທະຫານພະມ້າ ໄດ້ວາງລະເບີດຕາມພື້ນດິນ ກ່ອນທີ່ຈະໜີອອກຈາກໝູ່ບ້ານ. ປັດຈຸບັນ ປະຊາຊົນບາງຄົນ ໄດ້ກ່າຍເປັນເຍື່ອຂອງລະເບີດດັ່ງກ່າວ. ທ່ານ ໄດ້ກ່າວຕື່ມວ່າ ຫາທະຫານພະມ້າ ສັງກັດຢູ່ກອງພົນ ຢູ່ເຂດສະກາງ ແລະ ຈາກເມືອງ ຜ່ອງປີອິນ ໄດ້ທຳການໂຈມຕີໝູ່ບ້ານອື່ນໆ ອີກ. ອີງຕາມຂໍ້ມູນຈາກສຳນັກງານສະຫະປະຊາຊາດ ເພື່ອການຮ່ວມມືດ້ານມະນຸສທັມ, ມີປະຊາຊົນພະມ້າ 650,000 ຄົນ ຕ້ອງໜີຈາກບ້ານເຮືອນຂອງຕົນເອງ ຢູ່ເຂດສະກາງ ນັບຕັ້ງແຕ່ທະຫານພະມ້າ ເຂົ້າມາຍຶດອຳນາດ ຈາກຣັຖບານທີ່ມາຈາກການເລືອກຕັ້ງ ໃນວັນທີ 1 ກຸມພາ 2021 ທີ່ຜ່ານມາ.

ບໍ່ສະເພາະປະຊາຊົນເທົ່ານັ້ນ ທີ່ຕ້ອງຫຼົບໜີຈາກປືນໃຫຍ່ ຂອງທະຫານພະມ້າ ແຕ່ ນັກຂ່າວສື່ມວນຊົນພະມ້າ ເອງກໍຕ້ອງມີຄວາມສ່ຽງ ໃນການຣາຍງານຂ່າວ.

ທ່ານ ເຕັດລາຕໍ້ ນັກຂ່າວທີ່ເປັນນັກຖ່າຍຮູບ ຂອງປະມ້າ ໄດ້ກ່າວວ່າ:

“ຂ້ອຍໄປກັບກຸ່ມກອງກຳລັງ ປົກປ້ອງປະຊາຊົນ ທີ່ຢູ່ໃກ້ກັບກຸ່ມທະຫານພະມ້າ ເພື່ອຖ່າຍຮູບ ແລະ ວີດີໂອ ເຫດການທີ່ເກີດ ທັນໃດນັ້ນ ກໍມີລູກປືນໃຫຍ່ ຂອງທະຫານພະມ້າ ມາຕົກໃກ້ກັບຈຸດທີ່ຂ້ອຍຢູ່ ແລະ ມີຫຼາຍເຫດການ ທີ່ຂ້ອຍຕ້ອງແລ່ນໜີ້ ຫ່າລູກປືນ ເພືອໄປຖ່າຍຮູບ.”

ສະຖາບັນນະໂຍບາຍ ແລະ ຍຸທສາຕຂອງພະມ້າ ໄດ້ຣາຍງານອີກວ່າ ປະຊາຊົນຢູ່ເຂດ ສະຖາງ 15 ເປີເຊັນ ຕ້ອງຖືກບັງຄັບໃຫ້ໜີໄປຢູ່ຄ້າຍ ຜູ້ອົບພະຍົບ ນັ້ນໝາຍຄວາມວ່າ ປະຊາຊົນທຸກໆ 100 ຄົນ ຈຳເປັນຕ້ອງໜີ ໄປຢູ່ຄ້າຍຜູ້ອົບພະຍົບ 15 ຄົນ.