ຫົວໜ້າ ສະຫະພັນແຮງງານ ຄົນສຳຄັນ ຂອງກັມພູຊາ ເຂົ້າຮ່ວມກຸ່ມຕໍ່ຕ້ານ ຣັຖບານ

ຫົວໜ້າສະຫະພັນ ແຮງງານຄົນສຳຄັນ ຂອງກັມພູຊາ ເຂົ້າຮ່ວມກຸ່ມຕໍ່ຕ້ານ ຣັຖບານ ຂອງພັກຝ່າຍຄານ ກັມພູຊາ ເພື່ອຈະໃຫ້ຊະນະ ການເລືອກຕັ້ງ ທີ່ຈະມີຂຶ້ນໃນກາງປີປີນີ້ ຊຶ່ງພັກຣັຖບານ ສ້າງຄວາມແຕກແຍກ ແລະກໍ່ກວນພັກຝ້າຍ ມາໂດຍຕລອດ.

ລັກສະນະທ່າທາງ ຂອງທ່ານ Rong Chhun ຫົວໜ້າສະຫະພັນ ແຮງງານກັມພູຊາ ຫຼັງຈາກຖືກປ່ອຍໂຕ ອອກຈາກຂຸກ ທີ່ນະຄອນຫຼວງພະນົມເປນ ໃນວັນທີ 12 ພຶສຈິກາ ປີ 2021. AFP

ທ່ານ Rong Chhun ຫົວຫນ້າສະຫະພັນແຮງງານ ຄົນສຳຄັນ ຂອງກັມພູຊາ ປະກາດເຂົ້າຮ່ວມພັກຝ່າຍຄ້ານກັມພູຊາ ໂດຍເວົ້າວ່າ ທ່ານຕ້ອງການຊອ່ຍພັກຝ່າຍຄ້ານ ຊະນະການເລືອກຕັ້ງໃນຄັ້ງນີ້. ທ່ານ Rong Chhun ອາຍຸ 53 ປີ ຫົວໜ້າສະຫາພັນແຮງງານ ກັມພູຊາ ແລະກໍມີຕຳແຫນ່ງ ສຳຄັນທາງການເມືອງຫລາຍຕຳແຫນ່ງ ຮ່ວມທັງເປັນສະມາຊີກຄະນະກັມມະການ ຄວບຄຸມການເລືອກຕັ້ງແຫ່ງຊາຕນຳອີກ.

ໃນຄຳປາໄສ ໃນວັນອັງຄານ ທ່ານເວົ້າວ່າ ການທີ່ທ່ານເຂົ້າຮ່ວມພັກຝ່າຍຄ້ານ ເພາະທ່ານຫວັງວ່າ ຈະຊ່ອຍພັກດັ່ງກ່າວ ຊະນະການເລືອກຕັ້ງ ໃນກັມພູຊາທີ່ຈະມີຂຶ້ນໃນວັນທີ 23 ເດືອນກໍຣະກະດາປີ 2023 ນີ້ ທ່ານວ່າ ການສນັບສນູນການເລືອກຕັ້ງ ຂອງທ່ານໃນຄຳຂວັນທີ່ວ່າ ຕໍ່ສູ້ເພື່ອເສຣີພາບ ສິດທິມະນຸສ ຄວາມຍຸທຕິທັມ ແລະປະຊາທິປະໄຕ ໃນກັມພູຊາຈາກກຸ່ມຜະເດັດການຮຸນເຊນ.

ທ່ານວ່າ ທ່ານລາອອກ ຈາກຕຳແໜ່ງຕ່າງໆ ຫລາຍຕຳແຫນ່ງ ທີ່ທ່ານມີຢູ່ ໃນສະຫະພັນແຮງງານກັມພູຊາໃນປັດຈຸບັນ ເພື່ອຕັ້ງໃຈໃນການຫາສຽງເລືອກຕັ້ງ ທ່ານຍັງບອກອີກວ່າ ເຖີງແມ່ນວ່າ ທ່ານເຂົ້າຮ່ວມພັກຝ່າຍຄ້ານ ທ່ານຍັງຈະເປັນນັກເຄືືອນໄຫວ ເພື່ອສິດທິນາຍຄຣູ ແລະສິດທິແຮງງານກັມພູຊາ ທົ່ວປະເທດເໝືອນເດີມ ຈະບໍ່ປ່ຽນແປງ ທ່ານວ່າ:

ທ່ານຍັງສະມາດ ຊ່ອຍແຮງງານກັມພູຊາ ແລະນາຍຄຣູໄດ້ທຸກເມື່ອ ຖ້າຕ້ອງການທ່ານ ການເປັນນັກການເມືອງບໍ່ໄດ້ປ່ຽນແປງ ຈຸດມຸ້ງໝັ້ນໃນການຊອ່ຍເຫລືອ ປະຊາຊົນກັມພູຊາ ແຕ່ຢ່າງໃດ.

ທ່ານ Sok Eysan ໂຄສົກຣັຖບານທ່ານ ຮຸນເຊນກ່າວວ່າ ບໍ່ເປັນການແປກໃຈແຕ່ຢ່າງໃດ ທີ່ ທ່ານ Rong Chhun  ຫົວໜ້າສະຫະພັນແຮງງານກັມພູຊາ ຕັດສິນໃຈເຂົ້າຮ່ວມພັກຝ່າຍຄ້ານ ຍ້ອນວ່າ ຄວາມຄິດຄວາມເຫັນ ແລະການສະແດງອອກ ຂອງທ່ານໃນໄລຍະຜ່ານມາຮອດປັດຈຸບັນ ກໍແມ່ນ ການສະແດງອອກ ຂອງພັກຝ່າຍຄ້ານຕໍ່ຕ້ານຣັຖບານ ມາຕຣອດ.

ທ່ານ ຍັງປະຕິເສດວ່າ ຄວາມເຫັນຂອງ ທ່ານ Rong Chhun ທີ່ວ່າ ທ່ານຈະສະມາດຊ່ອຍພັກຝ່າຍຄ້ານຊະນະການເລືອກຕັ້ງໄດ້ນັ້ນ ອາດເປັນໄດ້ຍາກ.

ທ່ານ Kimsour Phirith ສະມາຊິກພັກຝ່າຍຄ້ານກັມພູຊາ ເວົ້າວ່າ ທ່ານເຊື່ອວ່າ ພັກຝ່າຍຄ້ານຈະໄດ້ຮັບຜົລປໂຍດ ຈາກປະສົບປະການຂອງທ່ານ Rong Chhun ໃນການເລືອກຕັ້ງຄັ້ງນີ້ ແລະວ່າ ທ່ານອາດຈະຖືກແຕ່ງຕັ້ງ ໃຫ້ດຳຣົງຕຳແຫນ່ງສຳຄັນ ໃນຄນະກັມມະການຄວບຄຸມການເລືອກຕັ້ງ ໃນກັມພູຊາ ທີ່ຈະຊ່ອຍພັກຝ່າຍຄ້ານ ຫາສຽງຈາກແຮງງານກັມພູຊາໄດ້ ຢ່າງຖ້ວມລົ້ນ. ກ່ຽວກັບຄຳຖາມທີ່ວ່າ ການເລືອກຕັ້ງໃນກັມພູຊາ ເທື່ອນີ້ຈະມີຄວາມໂປ່ງໄສແລະຍຸດຕິທັມບໍ່ ທ່ານ ຊຳຣັງສີ ຫົວໜ້າພັກຝ່ານຄ້ານທີ່ລີ້ພັຍ ຢູ່ປະເທດຝຣັ່ງເສດຕອບວ່າ:

ເປັນໜ້າເສັຽດາຍ NO, ຍ້ອນມາຕຖານການເລືອກຕັ້ງ ໃນກັມພູຊາຕ່ຳແລະສິດເສຣີພາບ ຂອງປະຊາຊົນຊາວກັມພູຊາ ບໍ່ຖືກເຄົາຣົບນັບຖື.

ການຕັດສິນໃຈ ເຂົ້າຮ່ວມພັກຝ່າຍຄ້ານຂອງທ່ານ Rong Chhun ມີຂຶ້ນຫລັງຈາກທີ່ທ່ານຮຸນເຊນ ທຳການປາບປາມ ສະມາຊິກພັກຝ່າຍຄ້ານຢ່່າງຮຸ່ນແຮງ ໃນໄລຍະຫລັງໆມານີ້ ເພື່ອສ້າງຄວາມແຕກແຍກໃຫ້ແກ່ພັກຝ່າຍຄ້ານ ໃນການຫາສຽງ ເຮັດໃຫ້ແກ່ນນຳພັກ 3 ຄົນຖືກຟອ້ງສານ ແລະນຶ່ງຄົນຖືກຈັບ ຊຶ່ງນັກສັງເກດການເຫັນວ່າ ການຈັບກຸມ ແລະຟອ້ງແກ່ນນຳພັກຝ່າຍຄ້ານ ຈາກຣັຖບານຂອງທ່ນຮຸນເຊນ ແມ່ນມີການເມືອງແອບແຝງ ເພື່ອທັບມ້າງຊື່ສຽງ ແກ່ນນຳຄົນສຳຄັນຂອງພັກຝ່າຍຄ້ານ ກ່ອນການເລືອກຕັ້ງ ທົ່ວປະເທດໃນວັນທີ 23 ກໍຣະກະດາ ປີນີ້.

ໃນປີ 2020 ເຈົ້າໜ້າທີ່່ກັມພູຊາໄດ້ຈັບ ແລະຕັດສິນໃສ່ຄຸກທ່ານ Rong Chhun ເປັນເວລາ 2 ປີຍ້ອນປະນາມ ທ່ານຮຸນເຊນວ່າ ບໍ່ສາມາດແກ້ໄຂບັນຫາຂໍ້ຂັດແຍ່ງ ເຂດຊາຍແດນກັບວຽດນາມ.

ທ່ານ Em Sovannara ນັກວິເຄາະ ທາງດ້ານການເມືອງ ກັມພູຊາ ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາຂແມວ່າ ການຕັດສິນໃຈ ເຂົ້າຮ່ວມພັກຝ່າຍຄ້ານຕ້ານ ຣັຖບານຮຸນເຊນຂອງທ່ານ Rong Chhun ເປັນການດີສຳລັບກຸ່ມຕໍ່ສູ້ ເພື່ອປະຊາທິປະໄຕໃນກັມພູຊາ. ທ່ານວ່າ:

ນີ້ເປັນກະແສໃຫ້ມີການຕື່ນຕົວ ສຳລັບຜູ້ຕໍ່ສູ້ເພື່ອປະຊາທິປະໄຕໃນກັມພູຊາ ໃນການເຂົ້າຮ່ວມພັກຝ່າຍຄ້ານ ພວກຂະເຈົ້າຈະບໍ່ຄວາມຢ້ານກົວໃດໆ ທີ່ຈະສມັກເປັນສະມາຊິກສະພາ ເຂົ້າຮ່ວມກັບພັກຝ່າຍຄ້ານໃນການຫາສຽງ ເລືອກຕັ້ງ ອີກຕໍ່ໄປ.

ໃນຂນະດຽວກັນ ທ່ານ ຮຸນເຊັນ ກໍມີການນາບຂູ່ສະມາຊິກ ຝ່າຍຄ້ານຢູ່ທຸກມື້ ເພື່ອສ້າງຄວາມແຕກແຍກໃຫ້ແກ່ກຸ່ມພັກຝ່າຍຄ້ານ ກ່ອນການເລືອກຕັ້ງໃນເດືອນ ກໍຣະກະດາ ປີນີ້ ຊຶ່ງເປັນ ຍຸທທະວິທີ ຂອງທ່ານ ໃນການສຽງເລືອກຕັ້ງ ເພື່ອສ້າງຄວາມແຕກແຍກ ໃຫ້ແກ່ກຸ່ມດັ່ງກ່າວ.

ທ່ານ ຮຸນເຊນກ່າວ ໃນເວທີຫາສຽງ ວ່າງອາທີ່ິຜ່ານມາ ທີ່ກຸງພນົມເປັນວ່າພັກຝ່າຍຄ້ານໂຊກດີ ທີ່ທ່ານ ບໍ່ໄດ້ສັ່ງກຸ່ມອັນຕະພານ ໄປທັບມ້າງແລະໂຈມຕີສູນບໍຣິການ ແລະຫ້ອງການຫາສຽງ ຂອງພັກຝ່າຍຄ້ານ ໂດຍເວົ້າວ່າ:

ທ່ານມີສອງວິທີໃນການທັບມ້າງ ກຸ່ມພັກຝ່າຍຄ້ານ ນຶ່ງແມ່ນເອົາຂຶ້ນສານ. ສອງ ແມ່ນໂຈມຕີ ຫ້ອງການຫາສຽງເລືອກຕັ້ງ ແລະຕາມຈັບທີ່ບ້ານ ຍ້ອນພວກທ່ານບໍ່ຟັງຄວາມ ທ່ານວ່າ ວິທີໃດທ່ານຕ້ອງການໃຫ້ບອກ ຢ່າເປັນຄົນຂາດມາຣະຍາດ.

ທ່ານ ຮຸນເຊນ ຍັງໄດ້ອະນຸຍາດໃຫ້ທ່ານ Ho Vann ອະດີດສະມາຊິກ ພັກຝ່າຍຄ້ານ ທີ່ໜີໄປລີ້ພັຍຢູ່ສະຫະຣັຖ ສາມາດກັບຄືນມາກັມພູຊາໄດ້ ຖ້າທ່ານ ຍົກເລີກການເປັນສະມາຊິກພັກ ຝ່າຍຄ້ານຂອງທ່ານ ຊຳຣັງສີ.

ນີ້ ເປັນເທື່ອທີ ສາມ ພາຍໃນສອງອາທິດຜ່ານມາ ທີ່ທ່ານ ຮຸນເຊນ ຜູ້ເປັນນາຍົກຣັຖມົນຕຣີ ກັມພູຊາ ມາແຕ່ປີ 1985 ໂຈມຕີພັກຝ່າຍຄ້ານຢ່າງບໍ່ລົດລະ ກ່ອນການເລືອກຕັ້ງ ໃນເດືອນກໍຣະກະຊິມາເຖິງນີ້.

ກ່ອນໜ້ານີ້ ວ່າງອາທິດຜ່ານມາທ່ານ Thach Setha ຮອງຫົວຫນ້າພັກ Candlelight Party ຊຶ່ງເປັນພັກຝ່າຍຄ້ານ ທີ່ຕັ້ງຂຶ້ນໃໝ່ ຖືກເຈົ້າໜ້າທີ່ກັມພູຊາ ຈັບໃນຂໍ້ຫາຂຽນ CHECK ປອມ ຊຶ່ງຂໍ້ກ່າວຫາດັ່ງກ່າວ ກຸ່ມພັກຝ່າຍຄ້ານບອກວ່າ ມີການເມືອງແອບແຝງ.

ແລະວ່າງ ສອງອາທິດກ່ອນ ທ່ານ ຮຸນກໍໄດ້ໂຈມຕີ ທ່ານ Kong Korm ອະດີດຮອງຣັຖມົນຕຣີກະຊວງຕ່າງປະເທດ ຜູ້ຊຶ່ງໃນປັດຈຸບັນ ເປັນທີ່ປືກສາໃຫ້ແກ່ພັກຝ່າຍຄ້ານ ບອກໃຫ້ທ່ານສົ່ງເຮືອນຣັຖຄືນ ທີ່ທ່ານ ແລະຄອບຄົວອາສັຍຢູ່ໃນຊ່ວງທ່ານເປັນຮອງຣັຖມົນຕຣີ ຕ່າງປະເທດ ຊຶ່ງໃນປັດຈຸບັນມີມູນຄ່າກວ່າ 10 ລ້ານໂດລ້າຣ໌.

ພັກຣັຖບານແລະທ່ານ ຮຸນເຊັນ ປະຕິເສດຢູ່ຕຣອດວ່າ ການກະທຳຕໍ່ກຸ່ມພັກຝ່າຍຄ້ານ ບໍ່ມີການເມືອງແອບແຝງ ແຕ່ກຸ່ມພັກຝ່າຍຄ້ານເວົ້າວ່າ ການກະທຳຂອງທ່ານ ຮຸນເຊນຕໍ່ພັກຝ່າຍຄ້ານ ເປັນໂຕຢ່າງຂອງການລືບລ້າງພັກຝ່າຍໃນກັມພູຊາ.

ກຸ່ມພັກຝ່່າຍຄ້ານ ຕ້ານການກະທຳຂອງດັ່ງກ່າວ ຂອງທ່ານ ຮຸນເຊນແລະຮຽກຮ້ອງ ໃຫ້ຢຸດຕິການກະທຳທີ່ບໍ່ຖືກຕ້ອງຕາມກົດໝາຍ ຂອງທ່ານ ຮຸນເຊນ ທຸກຮູບແບບ ກຸ່ມດັ່ງກ່າວ ເວົ້າວ່າ ຈະສືບຕໍ່ວຽກງານການຫາສຽງເລືອກຕັ້ງ ແບບເປັນທັມ ເພື່ອໃຫ້ການເລືອກຕັ້ງ ເປັນປະຊາທິປະໄຕ ແລະຍຸຕິທັມ ໃນກັມພູຊາ. ທ່ານ ຊຳຣັງສີ ກ່າວຕື່ມວ່າ:

ພວກເຮົາຕ້ອງການ ການສນັບສນູນຈາກນານາຊາຕ ໃນກນຄວບຄຸມການເລືອກຕັ້ງ ໃນກັມພູຊາ ເພື່ອຄ້ຳປະກັນການສໍ້ໂກງ ແລະການນາບຂູ່ຕ່າງໆນາໆ ໃນການຫາສຽງເລືອກຕັ້ງ.

ກຸ່ມພັກຝ່າຍຄ້ານ ຍັງໄດ້ຮຽກຮ້ອງໃຫ້ພັກຣັຖບານ ທີ່ນຳໂດຍທ່ານ ຮຸນເຊນໃຫ້ເຄົາຮົບນັບຖື ສົນທິສັນຍາປາຣີ ປີ 1991 ທີ່ປະກາດໃຫ້ກັມພູຊາ ເປັນປະເທດປະຊາທິປະໄຕ ປົກຄອງດ້ວຍລະບົບກົດໝາຍ ແລະມີການເລືອກຕັ້ງແບບເສຣີ ຈາກພັກການເມືອງຕ່າງໆ ເຂົ້າຮ່ວມປາສຈາກການນາບຂູ່ ແລະປະຫັດປະຫານ ຈາກພັກໃດພັກນຶ່ງ.

ໃນຂນະດຽວກັນ ໃນອາທິດນີ້ ທ່ານ ຮຸນເຊນ ຍັງທ້າທາຍ ທ່ານ Thach Setha ຮອງປະທານພັກຝ່າຍຄ້ານ CANDLE LIGHT PARTY ວ່າ ທ່ານຈະຖືກນຳຂຶ້ນສານ ໃນຂໍ້ຫາຂຽນ CHECK ປອມ ຈະບໍ່ມີການເມືອງແອບແຝງໃດໆ ຍ້ອນການກະທຳທີ່ຜິດ ກົດໝາຍຂອງທ່ານເອງ ທ່ານບອກວ່າ ແກ່ນນຳພັກຝ່າຍຕ້ອງຂໍໂທດ ຮັຖບານ ຖ້າບໍ່ຢາກການຂຶ້ນສານ ຊຶ່ງໃນປັດຈຸບັນ ທ່ານ ຮຸນເຊນ ກຳລັງໃຫ້ໜ່ວຍງານດ້ານກົດໝາຍ ຂອງທ່ານ ຮິບໂຮມຂໍ້ມູນກ່ຽວກັບພັກ Candlelight PARTY ວ່າ ໄດ້ຮັບອະນຸຍາດຈາກຣັຖບານ ໃນການຕັ້ງພັກດັ່ງກ່າວບໍ ເພືອໂຈມຕີຣັຖບານກ່ອນການເລືອກຕັ້ງ ຖ້າບໍ່ໄດ້ຮັບອະນຸຍາດ ກຸ່ມດັ່ງກ່າວ ຈະຖືກດຳເນີນຄະດີໃນຂໍ້ຫາປຸກກະແສຕໍ່ຕ້ານຣັຖບານ ໃນຂນະດຽວກັນ ທ່ານ Ho Vann ອະດິດສະມາຊີກພັກຝ່າຍຄ້ານ ທີ່ໜີໄປລີ້ພັຍຢູ່ສະຫະຣັຖ ຜູ້ທີ່ທ່ານ ຮຸນເຊນ ອະນຸາດໃຫ້ກັບມາກັມພູຊາ ໄດ້ນັ້ນ ທ່ານເອງບອກວ່າ ທ່ານຈະພິຈາຣະນາການອະພັຍ ຍະໂທດຂອງທ່ານຮຸນ ເຊນ ຍ້ອນວ່າ ຜ່ານມາ ສະມາຊິກພັກຝ່າຍຫລາຍຄົນ ທີ່ໂຕນໜີໄປລີ້ພັຍຢູ່ຕ່າງປະເທດ ເມື່ອກັບບ້ານຍອ້ນການອະພັຍຍະໂທດ ຂອງທ່ານຮຸນເຊນຖືກຈັບໃສ່ຄຸກ ເປັນຫລອກໃຫ້ກັບກັມພູຊາ ຂອງທ່ານ ຮຸນເຊນ. ທ່ານວ່າ:

ນີ້ເປັນການຕັດສິນໃຈ ຄັ້ງສຳຄັນຕໍ່ຊີວີດຂອງທ່ານ ທ່ານຮັກປະເທດຊາດ ຮັກປະຊາຊົນກັມພູຊາແລະຮັກບ້ານເກີດເມືອງນອນ ຂອງທ່ານ ແຕ່ຍັງກັງວົນ ກັບສິ່ງທີ່ບໍ່ປາຖນາ ທີ່ອາດຈະເກີດຂຶ້ນກັບທ່ານ ຖ້າກັບເມືອກັມພູຊາ.

ທ່ານ ຮຸນເຊນ ໄດ້ປົກຄອງ ກັມພູຊາມາເປັນເວລາ 38 ປີ ແຕ່ປີ 1985 ເປັນຕົ້ນມາ ໂດຍບໍ່ມີພັກການເມືອງໃດກ້າທີ່ ຈະທ້າທາຍອຳນາດການປົກຄອງ ຂອງທ່ານ ນັກວິເຄາະ ທາງດ້ານການເມືອງກັມພູຊາຫລາຍທ່ານ ບໍ່ວ່າ ຈາກພາຍໃນແລະຕ່າງປະເທດເວົ້າວ່າ ເປັນການປົກຄອງ ແບບຜເດັດການດ້ວຍບຸກຄົນ ຄົນດຽວຫລື ກຸ່ມຄົນກຸ່ມດຽວ ບໍ່ເປັນການປົກຄອງແບບປະຊາທິປະໄຕ ສິດທິມະນຸສ ແລະສິດເສຣີພາບປະຊາຊົນຊາກັມພູຊາ ໂດຍທົ່ວໄປ ຊຶ່ງໃນບາງປະເທດອາຊຽນ ກໍມີການປົກຄອງແບບນີ້ ເໝືອນກັນ ນຶ່ງໃນນັ້ນ ກໍແມ່ນປະເທດເພື່ອນບ້ານ ກັມພູຊາ ດັ່ງວຽດນາມ ແລະ ສປປ ລາວ ຮ່ວມດ້ວຍພະມ້າ. ສບາຍດີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org