ເກົາຫຼີເໜືອ 9 ຄົນ ຖືກນໍາສເນີ ຕໍ່ສື່ມວນຊົນ
2013.06.21

ທາງການ ເກົາຫລີເໜືອ ຈັດໃຫ້ ຊາວຫນຸ່ມ 9 ຄົນ ທີ່ ໂຕນໜີ ແລ້ວຖືກ ທາງການລາວ ສົ່ງກັບຄືນ ໄປປະກົດຕົວ ຕໍ່ ສື່ມວລຊົນ ຂອງ ທາງການ ເມື່ອວັນພຸດ ທີ່ ຜ່ານມາ.
ຊາວຫນຸ່ມ 9 ຄົນ ຍັງໄດ້ໃຫ້ ປະກາດເຖິງ ຄວາມຈົງຮັກ ພັກດີ ຂອງ ພວກເຂົາ ຕໍ່ທາງການ ເກົາຫລີເໜືອ ແລະ ທັງໃຫ້ ກ່າວຫາ ເກົາຫລີໃຕ້ ວ່າ ພຍາຍາມ ລັກພາຕົວ ພວກເຂົາໄປ. ຕາມຣາຍງານຂ່າວ Chosun Ilbo ໃນວັນທີ 21 ມີຖຸນາ 2013 ນີ້.
ເຈົ້າໜ້າທີ່ ອົງການ ຂ່າວ KCNA ຂອງ ເກົາຫລີເໜືອ ເວົ້າວ່າ ພວກຊາວໜຸ່ມ ທີ່ໄດ້ ໂຕນໜີ ອອກຈາກ ປະເທດ ໄດ້ກັບມາສູ່ ອ້ອມແຂນ ຖິ່ນລໍາເນົາ ຂອງພວກເຂົາ ພາຍຫລັງ ທີ່ ຖືກຣະບອບ ຮຸ່ນ ເກົາຫລີໃຕ້ ຫລອກລວງ ໃຫ້ໜີອອກ ຈາກ ເກົາຫລີເໜືອ.
ຜູ້ໂຕນໜີ ລີ້ພັຍ ເກົາຫລີເໜືອ 9 ຄົນ ນີ້ ເຊື່ອກັນວ່າ ເປັນເດັກນ້ອຍ ກໍ່າພ້າ, ໄດ້ພຍາຍາມ ທີ່ ຈະໄປໃຫ້ເຖິງ ເກົາຫລີໃຕ້ ໂດຍຜ່ານຈີນ ແລະລາວ ແຕ່ຖືກ ສາຍລັບ ເກົາຫລີເໜືອ ຕິດຕາມ ຮາວີ ເຮັດໃຫ້ ພວກເຂົາ ຕ້ອງເຂົ້າສູນ ກັກກັນ ຂອງລາວ ແລະ ຖືກສົ່ງກັບຄືນ ເກົາຫລີເໜືອ ເມື່ອທ້າຍເດືອນ ທີ່ແລ້ວ.
ຊາວໜຸ່ມ 9 ຄົນ ນີ້ ບາງຣາຍງານ ແຈ້ງວ່າ ພວກເຂົາເປັນ ວັຍລຸ້ນ ແລະ ບາງຂ່າວ ກໍວ່າ ພວກເຂົາມີ ອາຍຸ ຣະຫວ່າງ 15 ຫາ 23 ປີ. KCNA ເອີ້ນຊື່ ຂອງພວກເຂົາ ແລະເວົ້າວ່າ ຜູ້ນໍາ ເກົາຫລີເໜືອ ກິມຈັອງອຶນ ອ້າແຂນ ຮັບພວກເຂົາ ດ້ວຍ ຄວາມຮັກ ຊ່ວຍພວກເຂົາ ບໍ່ໃຫ້ຕົກ ສູ່ ຄວາມມືດມົນ ຕລອດໄປ. KCNA ອ້າງວ່າ ທັງ 9 ຄົນ ນັ້ນ ໄດ້ອາສັຍ ຢູ່ເຮືອນ ຂອງ ນັກເຄື່ອນໄຫວ ເກົາຫລີໃຕ້ ແຫ່ງນຶ່ງ ໃນປະເທດຈີນ ເປັນເວລາ ປະມານ ແຕ່ 5 ເດືອນ ຫາ 3 ປີ ແລະ ໄດ້ຂີ່ຣົດ ຂ້າມ ຊາຍແດນ ເຂົ້າ ປະເທດລາວ ແລ້ວ ທາງການລາວ ກໍໄດ້ຊ່ວຍ ຈັດສົ່ງ ພວກເຂົາ ກັບຄືນ ເກົາຫລີເໜືອ ພາຍຫລັງ ທີ່ຮູ້ວ່າ ພວກເຂົາ ຖືກ ລັກພາຕົວ ໄປ.