ກົນໄກໃໝ່ເພື່ອການພັທນາ
2015.10.20
ຣັຖມົນຕຣີ ຕ່າງ ປະເທດ ຈາກ 6 ປະເທດ ອານຸ ພູມີພາກ ແມ່ນໍ້າຂອງ ລາວ, ໄທ, ຈີນ, ພະມ້າ, ກໍາພູຊາ, ແລະ ວຽດນາມ ຈະ ພົບປະ ຫາລືກັນ ສ້າງຕັ້ງ ກົນໄກ ໃໝ່ ສໍາລັບ ພັທນາ ພູມີພາກ, ກອງປະຊຸມ ກໍານົດ ໃຫ້ມີຂຶ້ນ ໃນ ວັນທີ 12 ພຶສຈິກາ 2015 ນີ້ ທີ່ ເມືອງ ຈິງຫົງ ແຂວງ ຢຸນນານ. ຕາມ ການເປີດເຜີຍ ຂອງທ່ານ ຊັງ ຊີຮວນ ປະທານ ສະມາຄົມ ການທູດ ຈີນ ຕໍ່ ໜັງສືພິມ ເດີ ເນຊັນ.
ທ່ານ ຊັງ ຊີຮວງ ວ່າ 6 ປະເທດ ນີ້ ມີກົນໄກ ການຮ່ວມມື ຫຼາຍຢ່າງ ແລ້ວ ຮ່ວມທັງ ການພັທນາ ໂຄງຮ່າງ ພື້ນຖານ ອານຸ ພູມີພາກ ຫລື GMS, ກັມມາທິການ ແມ່ນໍ້າຂອງ ສາກົນ MRC ສໍາລັບ ການໃຊ້ ແລະ ຄຸ້ມຄອງ ນໍ້າໃນ ແມ່ນໍ້າຂອງ, ຍຸທສາດ ການ ຮ່ວມມື ດ້ານ ເສຖກິດ ທີ່ ມີຊື່ວ່າ ອີຣະວະດີ ເຈົ້າພຣະຍາ ແມ່ນໍ້າຂອງ ຫລື ACMECS ສໍາລັບ 5 ປະເທດ ເທົ່ານັ້ນ ໂດຍ ບໍ່ມີ ຈີນ ຮ່ວມຢູ່ນໍາ.
ທ່ານວ່າ ກົນໄກ ທີ່ ກ່າວມານີ້ ເວົ້າເຖິງ ການ ຮ່ວມມື ສະເພາະ ບັນຫາໃດ ບັນຫານຶ່ງ ແລະ ຂົງເຂດໃດ ຂົງເຂດນຶ່ງ ເທົ່ານັ້ນ. ພວກເຮົາ ຕ້ອງການ ກົນໄກ ການຮ່ວມມື ທີ່ກວມເອົາ ໝົດທຸກ ບັນຫາ ການເມືອງ ຄວາມ ໝັ້ນຄົງ ເສຖກິດ ແລະ ສັງຄົມ. ທ່ານວ່າ ກົນໄກ ອານຸ ພູມີພາກ ແມ່ນໍ້າຂອງ GMS ແມ່ນ ລິເລີ້ມ ຂຶ້ນໂດຍ ທະນາຄານ ພັທນາ ເອເຊັຽ ທີ່ ກວມເອົາ ໝົດ 6 ປະເທດ ແຄມ ແມ່ນໍ້າຂອງ, ແຕ່ວ່າ ມີແຕ່ ເວົ້າເຖິງ ການພັທນາ ໂຄງຮ່າງ ພື້ນຖານ ເທົ່ານັ້ນ ມັນ ຍັງບໍ່ທັນ ມີເວທີ ອ່າງ ແມ່ນໍ້າຂອງ.
ສໍາລັບ ການ ສົນທະນາ ບັນຫາ ການເມືອງ ຄວາມ ໝັ້ນຄົງ ແລະ ບັນຫາ ຄວາມສັມພັນ ພົລເມືອງ ຕໍ່ ພົລເມືອງ, ທ່ານ ຊັງ ຊີຮວນ ເປັນ ອາດີດ ເອກອັຄຣາຊທູດ ຈີນ ປະຈໍາ ປະເທດໄທ ໄດ້ ເດີນທາງ ໄປ ປະເທດ ໄທ ເມື່ອ ອາທິດ ທີ່ແລ້ວນີ້ ເພື່ອ ຮືຟື້ນ ແນວຄິດ ລິເລີ້ມ ທີ່ ກ່າວມານີ້, ຊຶ່ງ ຄວາມຈິງ ແລ້ວ ແມ່ນ ປະເທດໄທ ເປັນຜູ້ ສະເໜີ ກ່ອນ ຢູ່ ນອກ ກອງປະຊຸມ ສຸດຍອດ ອາຊຽນ ຢູ່ ປະເທດ ພະມ້າ ເມື່ອ ປີ ທີ່ແລ້ວນີ້.
ບັນຫາ ທີ່ສາມາດ ນໍາມາ ສົນທະນາ ກັນ ໃນເວທີ ອ່າງ ແມ່ນໍ້າຂອງ ນີ້ ກໍມີ ຜົນກະທົບ ຕໍ່ ສິ່ງແວດລ້ອມ ຈາກການ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ສາຍ ຫລັກ, ການ ເດີນເຮືອ, ການຄ້າ ຜິດ ກົດໝາຍ, ການ ລັກລອບ ຂົນສົ່ງ ສິນຄ້າ ແລະ ຢາເສບຕິດ.
ປະເທດ ລຸ່ມ ແມ່ນໍ້າຂອງ ທີ່ ມີຄວາມ ເປັນຫ່ວງນໍາ ຜົນກະທົບ ຈາກ ການສ້າງ ເຂື່ອນ ຢູ່ທາງ ເບື້ອງເທິງ ສາມາດ ນໍາເອົາ ບັນຫາ ມາ ສົນທະນາ ກັບ ປະເທດ ທີ່ ມີເຂື່ອນ ຢູ່ ທັງເບື້ອງ ເໜືອ ໄດ້. ກົນໄກ ການຮ່ວມມື ໃໝ່ ນີ້ ຈະ ມີຊື່ວ່າ ການຮ່ວມມື ແມ່ນໍ້າຂອງ ລ້ານຊ້າງ ຊຶ່ງ ປະກອບ ດ້ວຍ 3 ຂັ້ນ ຄື ເຈົ້າໜ້າທີ່ ຣະດັບສູງ ຣະດັບ ຣັຖມົນຕຣີ ແລະ ຣະດັບ ຜູ້ນໍາ ປະເທດ.