ຣັຖບາລພະມ້າຈະຊົດເຊີຍ ຊາວບ້ານ ຜູ້ເສັຽດິນ
2020.02.24
ຣັຖບານພະມ້າ ຈະຈ່າຍຄ່າຊົດເຊີຍ ແກ່ຊາວບ້ານຜູ້ທີ່ຖືກໂຍກຍ້າຍ ໃນໂຄງເຂດເສຖກິດພິເສດ ທ່າເຮືອນ້ຳເລິກ ແລະ ເຂດອຸດສາຫະກັມ ກໍ້ຟູ ຂອງບໍຣິສັດຈີນ ໃນເນື້ອທີ່ປະມານ 1800 ເຮັກຕາ ພາກຕາເວັນຕົກ ຂອງແຄ້ວນຣາໄຄ່ ຊຶ່ງປະຊາຊົນ ຕ້ອງການເປັນເງິນສົດ ແລະ ສິ່ງປຸກສ້າງໃນຄ່າເສັຽຫາຍ ຂອງພວກຂະເຈົ້າ, ອິງຕາມຄຳເວົ້າຂອງເຈົ້າຫນ້າທີ່ ຜູ້ທີ່ຮັບຜິດຊອບໂຄງການພະມ້າ ໃນມື້ວັນສຸກຜ່ານມາ.
ທ່ານວ່າ ໂຄງການເຂດເສຖກິດພິເສດ ກໍ້ຟູ ຈະກວມເອົາເນື້ອທີ່ທັງຫມົດປະມານ 1800 ເຮັກຕາ ໃນນັ້ນ 600 ເຮັກຕາເປັນທ່າເຮືອນ້ຳເລິກ ສ່ວນທີ່ເຫລືອ ເປັນເຂດອຸດສາຫະກັມ ຊຶ່ງດິນສ່ວນໃຫຍ່ແມ່ນຍຶດມາຈາກປະຊາຊົນທ້ອງຖິ່ນ ຜູ້ທີ່ອາສັຍຢູ່ໃນເຂດດັ່ງກ່າວ. ທ່ານ ອອງຕູ ຮອງຣັຖມົນຕຣີ ກະຊວງການຄ້າ ກ່າວວ່າ:
“ເຂດເສຖກິດອື່ນ ທີ່ສ້າງໂດຍ ບໍຣິສັດຍີ່ປຸ່ນ ທີ່ມີຊື່ວ່າ ເຂດເສຖກິດພິເສດ ທີລາວາ ຫ່າງຈາກນະຄອນຢ້າງກຸ້ງປະມານ 16 ໄມ ທີ່ສ້າງ ສຳເຣັດ ແລ້ວນັ້ນ ຣັຖບານພະມ້າກໍຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ເປັນຢ່າງດີ, ດັ່ງນັ້ນ ທາງການ ພະມ້າ ກໍຈະເຮັດ ແບບດຽວກັນ ໃນໂຄງການເຂດເສຖກິດພິເສດ ກໍ້ຟູ້, ທ່ານກ່າວກ່ຽວກັບເຣື້ອງນີ້ ໃນກອງປະຊຸມສພາທີ່ກຸງເນປາດໍ ທ່ານວ່າ ຊາວນາຜູ້ທີ່ເສັຽ ເນື້ອທີ່ດິນ ແລະ ເຄື່ອງປູກຂອງຝັງ ຈາກໂຄງການດັ່ງກ່າວ ຈະໄດ້ຮັບຄ່າຊົດເຊີຍຢ່າງສົມເຫດ ສົມຜົລ ແລະວ່າ ນອກຈາກຄ່າຊົດເຊີຍ ກ່ຽວກັບເສັຽພື້ນທີ່ແລ້ວ ຊາວບ້ານຍັງຈະໄດ້ຄ່າຊົດເຊີຍ ຈາກການເສັຽວິຖີຊິດວິດ ການເປັນຢູ່ຂອງພວກຂະເຈົ້ານຳອີກ.”
ແຕ່ບໍ່ໄດ້ບອກຣາຍລະອຽດວ່າ ຈະຈ່າຍແບບໃດ,ຈະຈ່າຍເທົ່າໃດແລະເວລາໃດໃຫ້ແກ່ຊາວບ້ານ. ກໍ໊ຟູ ເປັນເມືອງໃຫຍ່ໃນແຄ້ວນຣາໄຄ່ ຕັ້ງຢູ່ໃກ້ກັບທ່າເຮືອ ໃນເຂດພາກຕເວັນຕົກສ່ຽງເຫນືອ ຂອງເກາະ ຣຳຣີ ໃນອ່າວ ຄອມເບີແມ ຫ່າງຈາກນະຄອນ ຢ້າງກຸ້ງ ທາງພາກ ຕາເວັນຕົກ ສ່ຽງເຫນືອ ປະມານ 250 ໄມ ເປັນເຂດທີ່ທະເລນ້ຳເລິກ ເຕັມໄປດ້ວຍແກສ ທັມມະຊາດ ນ້ຳມັນ ແລະຊັພຍາກອນ ທັມມະຊາດ ແຮ່ທາດ ປະເພດຕ່າງໆ.
ເຂດເສຖກິດພິເສດທ່າເຮືອນ້ຳເລິກກໍ້ຟູ ເປັນໂຄງການທີ່ສຳຄັນ ໃນເສັ້ນທາງ ເສຖກິດສາຍໄຫມ BELT@ROAD ຂອງຈີນ ແລະ ກໍເປັນເສັ້ນທາງກົນໄກ ຂອງຣັຖບານຈີນ ທີ່ຈະເຊື່ອມຕໍ່ຫລາຍປະເທດ ເອເຊັຽທາງນ້ຳໃນຂົງເຂດ ເສັ້ນທາງນີ້ ຈະສາມາດ ເຮັດໃຫ້ຈີນ ເຂົ້າເຖິງ ອ່າວບັງການ ຊຶ່ງເປັນເສັ້ນທາງລັດໃນການຂົນສົ່ງນ້ຳມັນໄປຈີນ ຈາກປະເທດອາຣັບ ແທນທີ່ຈະຜ່ານຊອ່ງແຄບ ມາລາກາ. ແລະເຂດເສຖກິດພິເສດທ່າເຮືອນ້ຳເລິກກໍ້ຟູ ແຫ່ງນີ້ ຈະເຮັດໃຫ້ຈີນສາມາດ ເຂົ້າເຖິງແຫຼ່ງແກສ ທັມມະຊາດ ໃນອ່າວບັງການ ແລະ ສະຖານີເຈາະນ້ຳມັນ ທີ່ລົງທືນໂດຍບໍຣິສັດ ນ້ຳມັນຈີນ PETRO-CHINA.
ໂຄງການທັງສອງ ໂຄງການນີ້ ຖືກປະນາມຈາກປະຊາຊົນທ້ອງຖິ່ນ ໂດຍສະເພາະຊາວປະມົງ ຜູ້ທີ່ເສັຽອາຊີບ ໃນການປະມົງ ເພາະບໍ່ ສາມາດຕຶກປາ ເພື່ອສ້າງຣາຍໄດ້ມາລ້ຽງຄອບຄົວໄດ້ ອີກຕໍ່ໄປ ຍ້ອນຖືກຫ້າມຈາກທາງການ ແລະ ບໍຣິສັດຜູ້ລົງທຶນ ເປັນຕົ້ນຈີນ.
ນັກວິຊາການພະມ້າ ທ່ານນຶ່ງເວົ້າວ່າ ປະຊາຊົນທອ້ງຖິ່ນ ເປັນຫວ່ງກ່ຽວກັບຄວາມເສັຽຫາຍ ຕໍ່ຊິວິດການເປັນຢູ່ ຂອງພວກຂະເຈົ້າ ຈາກ ໂຄງການດັ່ງກ່າວ ດັ່ງທ່ານກ່າວໃນຕອນນື່ງວ່າ:
“ປະຊາຊົນເປັນຫ່ວງຕໍ່ຊິວິດການເປັນຢູ່ ຂອງພກວຂະເຈົ້າເປັນຕົ້ນ ການຫາລ້ຽງຊິບ ວຽກເຮັດງານທໍາ ແລະອື່ນໆ ຖ້າຣັຖບານເດີນຫນ້າ ໃນໂຄງການດັ່ງກ່າວ”.
ທ່ານ ຕຸນກ້ຽວ ຜູ້ຈັດການໂຄງການພັທນາຊົນນະບົດ ໃນເຂດກໍ້ຟູ ກ່າວວ່າ ປະຊາຊົນທ້ອງຖິ່ນ ປະນາມວ່າໂຄງການດັ່ງກ່າວ ບໍ່ໄດ້ສ້າງ ຜົລປໂຍດ ແກ່ ຊາວບ້ານ ແຕ່ຢ່າງໃດ.
"ປະຊາຊົນທ້ອງຖິ່ນ ບໍ່ມີສ່ວນຮ່ວມ ແລະບໍ່ໄດ້ອອກຄວາມຄິດຄວາມເຫັນ ໃນໂຄງການນີ້ ແລະບໍ່ມີສິດ ໃນການບໍຣິຫານຈັດການກ່ອນຈະ ເກີດເປັນໂຄງການ ທາງການບໍ່ໄດ້ຖາມຄຳເຫັນ ຂອງຊາວບ້ານເລີຍ ຣັຖບານພະມ້າ ຕົກລົງທຸກຢ່າງກັບຈີນ. ຣັຖບານພະມ້າບໍ່ໂປ່ງໃສ ໃນໂຄງການນີ້."
ທ່ານຍັງໄດ້ເອີ່ຍເຖິງການສູ້ລົບ ຣະຫວ່າງກຳລັງທະຫານຣັຖບານ ກັບກຸ່ມຂະບົດຕໍ່ຕ້ານຣັຖບານ ຜູ້ທີ່ຕ້ອງການສິດທິການປົກຄອງ ຕົນເອງ ໃນເຂດນີ້ ນື່ງໃນບັນຫາກໍແມ່ນໂຄງການເຂດເສຖກິດພິເສດ ແຫ່ງນີ້ ທີ່ປະຊາຊົນຕ້ອງການ ມີສ່ວນຮ່ວມໃນ ຜົລປໂຍດ. ທ່ານວ່າ
"ພວກທ່ານເປັນຫ່ວງຢ້ານວ່າ ການຕໍ່ສູ້ ຈະເພີ້ມຄວາມຮຸ່ນແຮງຂຶ້ນ ຖ້າຫາກຣັຖບານສືບຕໍ່ ໂຄງການນີ້ ປາສຈາກປະຊາຊົນທ້ອງຖິ່ນເຂົ້າຮ່ວມ ໃນການແບ່ງປັນຜົລປະໂຍດ ຢ່າງເປັນທັມ."
ອົງການສິ້ງຊອມເຂດເສຖກິດພິເສດກໍ້ຟູ ຊຶ່ງເປັນອົງການພາກປະຊາສົງຄົມ ໄດ້ຮຽກຮ້ອງໃຫ້ຣັຖບານ ສ້າງວຽກເຮັດງານທຳ ແລະ ຣາຍໄດ້ ໃຫ້ແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ແທນທີ່ຈະໃຫ້ແຕ່ຄ່າຊົດເຊີຍ ແລ້ວບັງຄັບໃຫ້ຂະເຈົ້າໂຍກຍ້າຍ.
ທ່ານ ບາຊີນ ສະມາຊິກສະພາ ຈາກເຂດກໍ້ຟູ ກ່າວວ່າ ທັງສອງ ຈີນ ແລະ ຣັຖບານພະມ້າ ມີຄວາມຜິດໃນການເອົາປຽບປະຊາຊົນຜູ້ທີ່ ຖືກໂຍກຍ້າຍ ທ່ານວ່າ
"ບໍຣິສັດຈາກປະເທດຕາເວັນຕົກ ຂະເຈົ້າຈະໃຊ້ມາຕຖານ ທີ່ຖືກຕ້ອງແລະເຫມາະສົມ ໃນການໃຫ້ຄ່າຊົດເຊີຍຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການຂອງເຂົາ ແຕ່ຈີນບໍ່ສົນໃຈ ໃນຄວາມເປັນຢູ່ ຂອງຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການ ຂອງຈີນ."
ທ່ານກ່າວຕຶ່ມວ່າ ຣັຖບານພະມ້າເປັນຜູ້ຖືກປະນາມຢ່າງຫນັກ ຈາກຊາວບ້ານ ຍ້ອນອະນຸຍາດໃຫ້ຈີນ ສຳປະທານ ປາສຈາກຄວາມເຫັນ ຂອງປະຊາຊົນ ແລະວ່າ ມີຂ່າວລືວ່າ ປະຊາຊົນຜູ້ທີ່ໄດ້ຮັບຜົລກະທົບ ຈະບໍ່ໄດ້ຄ່າຊົດເຊີຍ ທີ່ສົມເຫດສົມຜົລ ທີ່ພວກຂະເຈົ້າ ຄວນໄດ້ຮັບ.
ນັກວິຊາການຕ່າງຊາດເວົ້າວ່າ ການຍຶດທີ່ດິນຊາວບ້ານ ໃຫ້ແກ່ນັກລົງທຶນຕ່າງປະເທດສຳປະທານ ໃນໂຄງການຕ່າງໆໃນພະມ້າ ປາສຈາກ ການໃຫ້ຄ່າຊົດເຊີຍ ທີ່ສົມເຫດສົມຜົລ ກຳລັງແຜ່ລາມຫລາຍ ໃນພະມ້າໃນປັດຈຸບັນ ແລະໃນຫລາຍປະເທດ ໃນຂົງເຂດ ເປັນຕົ້ນ ກຳພູຊາ ສປປລາວ ແລະວຽດນາມ.
ໂຄງການໃຫຍ່ໆ ຂອງຈີນໃນພະມ້າ ແລະ ໃນຫລາຍປະເທດໃນຂົງເຂດອາຊຽນ ບໍ່ໃຫ້ຄວາມສົນໃຈ ໃນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊິວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ເປັນຕົ້ນທີ່ກຳພູຊາ ກໍແມ່ນໂຄງການເຂື່ອນເຊຊານ ແລະໂຄງການ ເສຖກິດຕ່າງໆ ທີ່ ສປປລາວ ກໍແມ່ນໂຄງການສ້າງເຂື່ອນ ຫລາຍໂຄງການ ໂຄງການຣົດໄຟຄວາມໄວສຸງ ໂຄງການເຂດເສຖກິດພິເສດ ທີ່ພະມ້າ.
ນອກຈາກໂຄງການທ່າເຮືອນຳເລິກ ແລະເຂດອຸດສາຫະກັມ ທີ່ກໍ້ຟູແລ້ວ ກໍຍັງມີໂຄງການ ຂຸດຄົ້ນແຮ່ທອງແດງ ເລີດປະດັງ ຢູ່ເມືອງຊາລິງກີ ແຂວງຊາແກ້ງ ຂອງບໍຣິສັດວັນບາວຂອງຈີນ ແລະໂຄງການສ້າງເຂື່ອນໃສ່ແມ່ນ້ຳ ສາຣະວິນ ໄມສອນ ໃນເຂດກາຈີນ ຊຶ່ງເປັນເຂື່ອນຂນາດ ໃຫຍ່ ໃນແມ່ນ້ຳ ສາຣະວິນ ທີ່ເປັນແຫລ່ງອູ່ເ ຂົ້າອູ່ນ້ຳຂອງພະມ້າ ຊາວນາຫລາຍມື່ນຄົນ ຈະຖືກໂຍກຍ້າຍ.
ແຕ່ເຖີງຢ່າງໃດກໍຕາມ ນັກວິຊາການຕ່າງຊາດ ທ່ານນັ້ນກ່າວຕຶ່ມວ່າ ໂຄງການໃຫຍ່ໆ ຂອງຈີນ ສ່ວນໃຫຍ່ ຈະໃຫ້ຜົລປະໂຍດແກ່ຈີນ ຫລາຍກວ່າ ປະຊາຊົນ ແລະຣັຖບານພະມ້າ ຍ້ອນຣັຖບານພະມ້າ ຕິດຫນີ້ຈີນ ຫລາຍຈຶ່ງອະນຸຍາດໃຫ້ຈີນ ສຳປະທານ ໂຄງການຕ່າງໆ ເພື່ອໃຊ້ຫນີ້.