ເຂດສະກາງ ພະມ້າ ສູ້ດຸເດືອນ ປະຊາຊົນ ອົບພະຍົບ 20,000 ຄົນ

ທະຫານພະມ້າ ໄດ້ບຸກໂຈມຕີເຂດສະກາງອີກຄັ້ງ ແລະ ເຮັດໃຫ້ມີປະຊາຊົນ ປະມານ 20,000 ຄົນ ອົບພະຍົບ ຈາກບ້ານເຮືອນຂອງຕົນເອງ ແລະບ້ານເຮືອນຖືກທຳລາຍ ລວມທັງທີ່ຜ່ານມາ ກໍມີຊາວບ້ານຫຼາຍຄົນຖືກຈັບ ໃນຂໍ້ຫາຕໍ່ຕ້ານ ຣັຖບານທະຫານພະມ້າ.

ຊາວບ້ານໜີການສູ້ຣົບ ຢູ່ເຂດສະກາງ ຂອງພະມ້າ. ຖ່າຍວັນທີ 19 ເມສາ 2023. ນັກຂ່າວ ພົລເມືອງ

ມີ​ປະຊາຊົນ 20,000 ປາຍ ຄົນ ຕ້ອງຖິ້ມບ້ານເຮືອນຂອງຕົນເອງ ຢູ່ເຂດສະກາງ ໃນຂະນະທີ່ທະຫານພະມ້າ ໄດ້ເປີດການບຸກໂຈມຕີ ຢ່າງໜັກ ຕໍ່ກຸ່ມກອງກຳລັງປົປ້ອງປະຊາຊົນ ຫຼື PDFD. ການໂຈມຕີໄດ້ມີຂຶ້ນ ຫຼັງຈາກນຶ່ງອາທິດ ທີ່ທະຫານພະມ້າໂຈມຕີ ທາງອາກາດໃສ່ໝູ່ບ້ານ ຢູ່ເຂດເມືອງກັນບາລູ ໃນເວລາທີ່ກີການເປີດຫ້ອງການບໍຣິຫານທ້ອງຖິ່ນ ເຮັດໃຫ້ມີຜູ້ເສັຽຊີວິດ 200 ຄົນ ຈາກໂຕເລກອັບເດດຫຼ້າສຸດ.

ເຂດ​ສະກາງ ເປັນຈຸດເດືອດ ໃນການຕໍ່ຕ້ານທະຫານພະມ້າ ແລະ ເປັນສູນກາງການຮູ້ຣົບທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ທະຫານພະມ້າ ເຂົ້າມາຢຶດອຳນາດ ໃນວັນທີ 1 ກຸມພາ 2021.

ມີ​ທະຫານພະມ້າປະມານ 100 ຄົນ ເຂົ້າມາບຸກທະລາຍໝູ່ບ້ານ ມີອິນດວງ ໃນວັນ​​ພຸດທີ່ຜ່ານມາ, ເຮັດໃຫ້ກຸ່ມກອງກຳລັງປົປ້ອງປະຊາຊົນ 5 ຄົນ ເສັຽຊີວິດ ອີງຕາມຂໍ້ມູນາກເຈົ້າໜ້າທີ່ກຸ່ມກອງກຳລັງປົກປ້ອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່. ກອງກຳລັງປົປ້ອງປະຊາຊົນ ໄດ້ຕອບໂຕ້ ຍິງປະທະກັນກັບທະຫານພະມ້າ.

ຊາວ​ບ້ານທີ່ຢູ່ໃກ້ບ້ານ ອອງຕາ ໄດ້ກ່າວວ່າ ຫຼັງຈາກທີ່ມີການຕໍ່ສູ້ກັນ, ພວກທະຫານມ້າ ກໍຍິງປືນໃຫຍ່ໃສ່ບ້ານອື່ນໆ ທຳລາຍວັດ ແລະ ເຜົາເຮືອນຂອງປະຊາຊົນ 3 ຫຼັງ ໃນໝູ່ບ້ານເຂົາເຈົ້າ.

ຊາວ​ບ້ານ ໄດ້ກ່າວຕື່ມວ່າ ມີຊາວບ້ານ 5 ຄົນ ຖືກທະຫານພະມ້າ ຈັບໂຕໄປ ເພື່ອເປັນໂຕປະກັນ ໃນເວລາທີ່ເຂົເຈົ້າອອກ ຈາກບ້ານອອງຕາ

ຊາວ​ບ້ານ ມີອິນ ດວງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ ມີປະຊາຊົນຫຼາຍພັນຄົນ ຢູ່ບ້ານໃກ້ຄຽງ ໄດ້ໜີອອກຈາກບ້ານ. ຊາວບ້ານກ່າວຕື່ມອີກວ່າ ມີ 10 ໝູ່ບ້ານ ຢູ່ເຂດພາກໃຕ້ຂອງບ້ານ ມີ ອິນ ດວງ ທີ່ມີປະຊາຊົນປະມານ 18,000 ຄົນ ແລະ ມີປະຊາຊົນອີກ 2,000 ຄົນ ຢູ່ບ້ານທີ່ຢູ່ພາກເໜືອຂອງບ້ານ ມີ ອິນ ດວງ ໄດ້ພາກັນຫຼົບໜີ.

ກອງ​ກຳລັງປົກປ້ອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ 21 ບ້ານ ບໍ່ມີຄົນຢູ່ເລີຍ. ວິທຍຸເອເຊັຽເສຣີ ໄດ້ໂທຫາ ໂຄສົກທະຫານພະມ້າ ຢູ່ເຂດສະກາງ ເພື່ອຖາມຂໍ້ມູນເລື່ອງນີ້, ແຕ່ ບໍ່ມີໃຜຮັບໂທລະສັບ. ໃນເດືອນຕຸລາ 2022 ທີ່ຜ່ານມາ, ອົງການສະຫະປະຊາຊາຕ ໄດ້ປະກາດວ່າ ມີປະຊາຊົນ 50,000 ຄົນ ໄດ້ຫຼົບໜີຈາກການສູ້ຣົບຢູ່ເຂດສະກາງ ນັບແຕ່ທະຫານພະມ້າເຂົ້າມາຢຶດອຳນາດໃນເດືອນກຸມພາ 2021. ຊາວເມືອງດັ່ງກ່າວ ຕ້ອງຕໍ່ຕ້ານກັບທະຫານພະມ້າ ທີ່ຍຶດອຳນາດມາແຕ່ ວັນທີ 1 ກຸມພາ 2021, ໂດຍ ເຂົ້າເຈົ້າມີການຈັດຕັ້ງກຸ່ມ ກອງກຳລັງປົກປ້ອງປະຊາຊົນ ຫຼື PDF ຫຼັງຈາກທະຫານເຂົ້າມາຍຶດອຳນາດ ຈາກພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕຂອງພະມ້າ ແລະ ມີການຕັດສັນຍາໂທລະສັບ ແລະ ອິນເຕີເນັດ.

ປະ​ຊາຊົນທີ່ໜີການສູ້ຣົບ ໄດ້ກ່າວວ່າ:

“ພວກ​ເຮົາຕ້ອງໜີປະເລົ້າເຂົ້າ, ສັດລ້ຽງ ບໍ່ວ່າ ຈະເປັນງົວ ແລະ ແບ້. ພວກເຮົາເປັນຫ່ວງສັດລ້ຽງ ຖ້າວ່າ ສັດລ້ຽງຖືກຍິງຕາຍ ພວກເຮົາຈະບໍ່ມີຫຍັງເຫຼືອ ພວກເຮົາບໍ່ມີວຽກເຮັດ ແລະ ຍາກທີ່ຫາລ້ຽງອບຄົວ.”

ນອກ​ຈາກນີ້ ປະ​ຊາ​ຊົນຊາວ​ເມືອງປາ​ເລ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ 4 ຄົນ​ເສັຽ​ຊີ​ວິດ ລວມ​ມີ​ເດັກ​ຍິງ ຍ້ອນ​ການ​ໂຈມ​ຕີ​ຂອງ​ທະ​ຫານ​ພະ​ມ້າ ຫຼັງ​ຈາກ​ທີ່​ຊາວ​ບ້ານ ໄດ້​ພາ​ກັນ​ກັບ​ຄືນ​ມາ​ບ້ານ ໃນ​ຂະ​ນະ​ທີ່ ເຂົາ​ເຈົ້າ​ກຳ​ລັງລ້ຽງ​ງົວ ແລ ເກືອ​ໝູ ຢູ່.

ແຫຼ່ງ​ຂ່າວ ຈາກ​ເມືອງ​ປາ​ເລ ໄດ້​ໃຫ້​ສຳ​ພາດ​ວ່າ ຜູ້​ທີ່​ຖືກ​ເຄາະ​ຮ້າຍ ເປັນ​ແມ່​ຍິງ ອາ​ຍຸ 45 ປີ ແລະ ເດັກ​ຍິງ ອາ​ຍຸ 15 ປີ ແລະ ແມ່​ຍິງ ອາ​ຍຸ 54 ປີ, ແລະ ອີກ ນຶ່ງ​ຄົນ ເປັນ​ຜູ້​ຊາຍ.

ຊາວ​ບ້ານ​ກ່າວ​ວ່າ ເຫດ​ເກີດ​ໃນ​ຕອນສວາຍ ທະ​ຫານ​ພະ​ມ້າ​ພາ​ກັນ​ເຂົ້າ​ມາ ທາງ​ຕາ​ເວັນ​ອອກ​ຂອງ​ບ້ານ ແລະ ຊາວ​ບ້ານກໍ​ພາ​ກັນ​ໜີ. ຊາວ​ບ້ານ​ກ່າວ​ຕື່ມ​ວ່າ ມີ​ຜູ້​ຍິງ 2 ຄົນ ແລະ ເດັກ​ຍິງ 1 ຄົນ ເສັຽ​ຊີ​ວິດ, ທີ່​ຖືກ​ພົບ​ສົບ​ຢູ່​ຫ້ອງ​ນ້ຳ ແລະ ມີ​ຜູ້​ຊາຍ​ເສັຽ​ຊີ​ວິດ ​ທີ່​​ຖືກ​ເຊືອກ​ມັດ​ຄໍ​ຢູ່.

ໃນ​ທີ່​ສຸດ ພວກ​ທະ​ຫານ ກໍ​ອອກ​ຈາກ​ໝູ່​ບ້ານ ຊາວ​ບ້ານ​ຈຶ່ງ​ເຂົ້າ​ມາ​ພົບ​ສົບ​ຜູ້​ເສັຽ​ຊີ​ວິດ ຫຼັງ​ຈາກ​ທີ່​ເຂົ້າ​ເຈົ້າ​ເຂົ້າ​ມາ​ບ້ານ. ຊາວ​ບ້ານ ໄດ້​ກ່າວ ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ສົບ​ຜູ້​ເສັຽ​ຊີ​ວິດ ຖືກ​ຝັງ ນອກ​ໝູ່​ບ້ານ. ຍັງ​ບໍ່​ຈະ​ແຈ້ງວ່າ ເປັນ​ຍ້ອນ​ສາ​ເຫດ​ຫຍັງ ໜ່ວຍ​ງານ​ຂອງ​ທະ​ຫານພະ​ມ້າ ຈຶ່ງ​ບຸກ​ໂຈມ​ຕີບ້ານ ແລ້ວສັງ​ຫານ​ປະ​ຊາ​ຊົນ. ປະ​ຊາ​ຊົນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ ຊາວ​ບ້ານ​ກຳ​ລັງ​ລ້ຽງ​ງົວ ແລະ ເກືອ​ໝູ​ຢູ່ ໃນ​ບ້ານ ແລະ ເຂົາ​ເຈົ້າ​ກໍ​ຖືກ​ຍິງ ໂດຍ​ທະ​ຫານ​ພະ​ມ້າ.

ປະ​ຊາ​ຊົນ ກ່າວ​ວ່າ:

“ພວກ​ທະ​ຫານ​ພະ​ມ້າ ບໍ່​ສົນ​ກັບ​ຊີ​ວິດ​ມະ​ນຸ​ສ ປະ​ຊາ​ຊົນ​ຖືກ​ທໍ​ລະ​ມານ ແລະ ຖືກ​ສັງ​ຫານ ພວກ​ເຮົາ​ມີ​ການ​ບັນ​ທຶກວີ​ດີ​ໂອ ຢູ່​ໃນ​ພື້ນ​ທີ່​ ທີ່​ມີ​ການ​ສັງ​ຫານ ແລະ ຫຼຸມ​ສົບ.”

ປະ​ຊາ​ຊົນ​ກ່າວ​ວ່າ ມີ​ການ​ສຳ​ເນົາ​ວີ​ດີ​ໂອ ໃຫ້​ແກ່​ໜ່ວຍ​ງານກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ເຊິ່ງເຂົາ​ເຈົ້າ​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ສົ່ງ​ວີ​ດີ​ໂອ​ດັ່ງ​ກ່າວ ໃຫ້​ໂຕ​ແທນຣັ​ຖ​ບານ​ເງົາຂອງ​ພະ​ມ້າ. 

ແຫຼ່ງ​ຂ່າວ ຈາກ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ​ວ່າ: “ຜູ້​ທີ່​ຕົກ​ເປັນ​ເຫຍື່ອ ແມ່ນ​ພົ​ລ​ເຮືອນ ແລະ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງກັບ ຝ່າຍ​ຕໍ່​ຕ້ານ​ທະ​ຫານ.”

ນອກ​ຈາກນີ້, ທະ​ຫານ​ພະ​ມ້າ ໄດ້​ບຸກ​ທະ​ລາຍ ສະ​ມາ​ຊິກ​ສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ໃຫ້​ສານ​ຕັດ​ສິນ ​ຈຳ​ຄຸກ​ຕ​ລອດ​ຊີ​ວິດ ສະ​ມາ​ຊິກ​ພັກ​ຫຼາຍ​ຄົນ ຢູ່ ເຂດ​ພາກ​ໃຕ້​ຂອງ​ຣັ​ຖ​ຊານ.

ສານພະ​ມ້າ ໄດ້ຕັດ​ສິນ​ປະ​ຫານ​ຊີ​ວິດ ທ້າວ ເພກອ​ນ ແລະ ທ້າວ ເມືອງເຢັນ ແລະ ທ້າວ ໂຈ​ເຊບ, ນອກ​ຈາກນີ້ ສານທະຫານພະມ້າ ຢູ່ພາກເໜືອເຂດຣັຖສະກາງ ໄດ້ສັ່ງຕັດສິນຈຳຄຸກ ຜູ້ຍິງຊາວພະມ້າ 9 ຄົນ ເປັນເວລາ 12 ປີ ຍ້ອນພວກເຂົາຖືກກ່າວຫາວ່າ ເປັນກຸ່ມກອງກຳລັງປົກປ້ອງປະຊາຊົນ ຫຼື PDFD. ກຸ່ມກອງກຳລັງປົກປ້ອງປະຊາຊົນ ຖືກຈັດຕັ້ງຂຶ້ນໂດຍປະຊາຊົນພະມ້າ ເພື່ອຕໍ່ຕ້ານກຸ່ມທະຫານພະມ້າທີ່ຣັປະຫານຢຶດອຳນາດຈາກຣັບານພະມ້າທີ່ມາຈາກການເລືອຕັ້ງໃນເດືອນກຸມພາ 2021 ທີ່ຜ່ານມາ. ບັນດາຜູ້ຍິງທັງ 9 ຄົນຖືກດຳເນີນຄະດີ ພາຍໃຕ້ກົດໄອຍະການເສິກຂອງທະຫານພະມ້າ ໂດຍສານທະຫານພະມ້າ ແລະ ເຂົາເຈົ້າຖືກຕັດສິນຈຳຄຸກໃນເດືອນຕຸລາ 2022 ທີ່ຜ່ານມາ ອີງຕາມແຫຼ່ງຂ່າວ ທີ່ໃກ້ຊິດຄ້າຍຄຸມຂັງ ແລະ ເຈົ້າໜ້າທີ່ກຸ່ມກອງກຳລັງປົກປ້ອງປະຊາຊົນ. ຂໍ້ມູນດັ່ງກ່າວ ຕ້ອງໃຊ້ເວລາ 1 ເດືອນ ກ່ອນທີ່ຈະມີການເຜີຍແຜ່ ຍ້ອນວ່າ ເຈົ້າໜ້າທີ່ທະຫານພະມ້າ ບໍ່ໄດ້ແຈ້ງໃຫ້ຄອບຄົວຜູ້ທີ່ຖືກສັ່ງຈຳຄຸກຮັບຮູ້. ຜູ້ຍິງທີ່ຖືກສານ ຕັດສິນທັງໝົດ ມີອາຍຸປະມານ 20 ປີ ເຂົາເຈົ້າໄດ້ຖືກຈັບໂຕ ໃນເວລາທີ່ທະຫານພະມ້າ ໄດ້ບຸກລະທາຍຄ້າຍ ຂອງກຸ່ມກອງກຳລັງປົກປ້ອງ ປະຊາຊົນ ຢູ່ເມືອງກາເລ ໃນວັນທີ 16 ພຶຈິກາ 2021 ທີ່ຜ່ານມາ ເຊິ່ງເຂົ້າເຈົ້າຖືກຄຸມຂັງຢູ່ໃນຄຸກເມືອງກາເລ. ພວກເຂົາແຕ່ລະຄົນໄດ້ຮັບໂທດຈຳຄຸກ 2 ປີ ພາໃຕ້ມາຣາ 505 ແລະ ອີກ 10 ປີ ພາໃຕ້ມາຣາ 50 ຂອງກົດໝາຍ ຕ້ານການກໍ່ການຮ້າຍຂອງທະຫານພະມ້າ. ເຈົ້າໜ້າທີ່ກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ ແມ່ຍິງເຫຼົ່ານັ້ນ ບໍ່ໄດ້ໂທດໜັກ ແຕ່ ເຂົາເຈົ້າກໍຖືກບັງຄັບໃຫ້ເຮັດວຽກຢູ່ໃນຄຸກ.

ທ່ານ ກ່າວ​ຕື່ມອີກວ່າ: “ແມ່​ຍິ່ງເຫຼົ່ານັ້ນ ທີ່ຢູ່ໃນຄຸກ ຍັງມີສຸພາບທີ່ດີ ເຂົາເຈົ້າເຮັດວຽກຕາມທີ່ເຈົ້າໜ້າທີ່ສັ່ງ ໂດຍເຂົາເຈົ້າເຮັດວຽກຕັດຫຍິບ.”

ແມ່​ຍິງທີ່ຖືກຈັບນັ້ນ ຊື່ວ່າ ລາ ຕັນ ຫວີ, ມາ ສອນ ດວງ, ຄາລອນ ສານ, ລາ ມອມ ຄາມ, ວັນລາ ລອນ, ມາລາ ປຽນ ເປວ, ຊາມ ຊູ ຊາ ອຳແມນ ລຳ ດິມ, ນິ ອອງ ດອນ ກິອຽນ.

ນາງ ລາ ຕັນ ຫວີ ໄດ້​ບອກຄອບຄົວຂອງລາວ ວ່າ ຜູ້ຍິງທັງໝົດ ຖືກທະຫານພະມ້າຈັບໂຕໄປ ເປັນເວລາ ເກືອບ 5 ເດືອນ. ໃນເວລານັ້ນ, ເຂົາເຈົ້າບໍ່ສາມາດຕິດຕໍ່ຫາໃຜໄດ້ ຢູ່ນອກຄຸກ. ຕໍ່ມາເຂົາເຈົ້າຈຶ່ງໄດ້ຮັບອະນຸຍາດໃຫ້ຕິດຕໍ່ຫາຄອບຄົວ ແຕ່ວ່າ ບໍ່ອະນຸຍາດໃຫ້ບອກຄອບຄົວວ່າ ເຂົາເຈົ້າຖືກສານຕັດສິນຕອນໃດ ເຊິ່ງຂໍ້ມູນດັ່ງກ່າວ ຫາກໍ່ຖືກຮັບຮູ້ໃນທ້າຍປີ 2022 ໂດຍ ຜ່ານທະນາຍຄວາມ ແລະ ເຈົ້າໜ້າທີ່ຄຸກ. ນອກ​ຈາກນີ້, ໃນ​ເດືອນ​ຕຸ​ລາ ປີ 2022 ທີ່​ຜ່ານ​ມາ, ທ່ານ ຕູ​ຣູ ຄູ​ໂບ​ຕ້າ ເປັນ​ນັກ​ຂ່າວ​ຍີ່​ປຸ່ນ ຖືກ​ສານ​ທະ​ຫານ​ພະ​ມ້າຕັດ​ສິນ​ຈຳ​ຄຸກ 7 ປີ ໃນຂະ​ນະ​ທີ່​ ​ລາວ​ເອງກຳ​ລັງ​ຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ​ຂອງ​ປະ​ຊາ​ຊົນ​ຊາວ​ພະ​ມ້າ ໂດຍ ສານ​ທະ​ຫານ​ພະ​ມ້າ​ຕັດ​ສິນ​ວ່າ ລາວ​ມີ​ຄວາມ​ຜິດຂໍ້​ຫາ​ປະ​ຈານ​ປະ​ເທດ​ພະ​ມ້າ ແລະ ລະ​ເມີດ​ກົດ​ໝາຍການ​ສື່​ສານ​ທາງ​ອິນ​ເຕີ​ເນັດ. ນັກ​ຂ່າວ ຍີ່​ປຸ່ນ​ຄົນ​ນີ້ ຖືກ​ສານ​ຕັດ​ສິນ 3 ປີ ໃນ​ຂໍ້​ຫາ​ທີນຶ່ງ ແລະ ຖືກ​ຕັດ​ສິນ​ອີກ 7 ປີ ໃນ​ຂໍ້​ຫາ​ທີສອງ, ແຕ່​ວ່າ ໃນ​ການຕັດ​ສິນ​ກໍ​ໄດ້​ລວ​ມ​ເອົາ​ການ​ລົງ​ໂທດ 7 ປີ ເທົ່າ​ນັ້ນ. ນອກ​ຈາກນີ້ ນັກ​ຂ່າວ​ຄົນ​ນີ້ ຍັງ​ຈະ​ຖືກດຳ​ເນີນ​ຄະ​ດີອີກໃນ​ຂໍ້ຫາ​ທີ 3 ວ່າ​ດ້ວຍ​ການລະ​ເມີດກົດ​ໝາຍກວດ​ຄົນ​ເຂົ້າ​ເມືອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org