ກິຈກັມຜິດກົດໝາຍ ໃນຄາບ ເສຖກິຈ ພິເສດ

ເຂດເສຖກິຈພິເສດ Shwe Kokko ໃນແຂວງກາຢີນ ພາກຕາເວັນອອກສ່ຽງໃຕ້ ຂອງພະມ້າ, ເດືອນສິງຫາ 2019.
ເຂດເສຖກິຈພິເສດ Shwe Kokko ໃນແຂວງກາຢີນ ພາກຕາເວັນອອກສ່ຽງໃຕ້ ຂອງພະມ້າ, ເດືອນສິງຫາ 2019. (Video screenshot courtesy of Yatai International Holding Company Ltd)

0:00 / 0:00

ເຂດເສຖກິຈ ພິເສດ ໃນປະເທດ ລຸ່ມແມ່ນ້ຳຂອງ ເປັນຕົ້ນ ຢູ່ສປປລາວ, ກັມພູຊາ, ພະມ້າ ແລະ ວຽດນາມ ບາງແຫ່ງ ເປັນບ່ອນ ຄ້າຢາເສບຕິດ, ຄ້າຂອງເຖື່ອນ, ຊັກຟອກເງິນ ແລະ ເຮັດກິຈກັມ ​ຜິດກົດໝາຍ ປະເພດຕ່າງໆ, ໂດຍສະເພາະ ບ່ອນຫລິ້ນ ກາຊີໂນ ແລະ ໂຄງການລົງທຶນຕ່າງໆ ໃນບັນດາ 100 ປາຍ ເຂດເສຖກິຈພິເສດ ໃນປະເທດ ລຸ່ມແມ່ນ້ຳຂອງ ແທນທີ່ ຈະສົ່ງເສີມ ທາງດ້ານເສຖກິຈ ແລະ ວຽກເຮັດງານທຳ ສຳລັບ ປະຊາ­ຊົນທ້ອງຖິ່ນ ກາຍມາເປັນ ເຂດນັກລົງທຶນ ໃຊ້ເປັນແຫລ່ງ ຂຍາຍອິດທິພົນ ແລະ ເຮັດກິຈກັມ ທີ່ຜິດກົດໝາຍ ໃນປະເທດເຈົ້າພາບ ນຶ່ງໃນນັ້ນ ກໍແມ່ນ ເຂດເສຖກິຈພິເສດ Yatai Shwe Kokko ຢູ່ພະມ້າ ທີ່ລົງທຶນ ໂດຍບໍຣິສັດຈີນ.