ຕຳຣວດ ມາເລເຊັຽຍຶດ ກັນຊາ, ຢາບ້າ ເຊື່ອວ່າ ນຳເຂົ້າມາ ຈາກລາວ

ບັນຍາກາດ ກາສິໂນ ຄິງສ໌ໂຣມັນສ໌ ເຂດເສຖກິຈພິເສດສາມຫລ່ຽມຄໍາຂອງຈີນ ແຂວງບໍ່ແກ້ວ, ວັນທີ 26 ຕຸລາ 2021.
ບັນຍາກາດ ກາສິໂນ ຄິງສ໌ໂຣມັນສ໌ ເຂດເສຖກິຈພິເສດສາມຫລ່ຽມຄໍາຂອງຈີນ ແຂວງບໍ່ແກ້ວ, ວັນທີ 26 ຕຸລາ 2021. (RFA)

0:00 / 0:00

ຕຳ​ຣວດ​ປະ​ເທດ​ມາ​ເລ​ເຊັຽ ໄດ້ຈັບ ແລະ ຍຶດ ກັນ​ຊາ 468 ກິ​ໂລກຣາມ ແລະ ຢາ​ບ້າ 10 ກິ​ໂລກຣາມ ມູນ​ຄ່າ 1.5 ລ້ານ ຣິງ​ກິດ (Malaysian Ringgit ຫຼື RM ) ສະ​ກຸນ​ເງິນ​ມາ​ເລ​ເຊັຽ ຫຼື ປະ​ມານ 350,000 ໂດ​ລາຣ໌ ແລະ ເຈົ້າ​ໜ້າ​ທີ່​ມາ​ເລ​ເຊັຽ​ເຊື່ອ​ວ່າ ຢາ​ເສບ​ຕິດ ດັ່ງ​ກ່າວ ມາ​ຈາກ​ເຂດ​ສາ​ຫຼ່ຽມ​ຄຳ ໃນ​ເຂດ​ແດນ​ຂອງ​ປະ​ເທດ​ລາວ ຫຼັງ​ຈາກ​ທີ່​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ຈັບ​ໂຕ​ຜູ້​ຕ້ອງ​ຫາໄດ້ 2 ຄົນ ຢູ່ ເມືອງ ກົວ​ລາ ລັນ​ເກດ.

ທ່ານ Mydin Pitchay ຜູ້​ອຳ​ນວຍ​ການ ຜ​ແນກຕຳ​ຣວດ​ສືບ​ສວນ​ອາ​ຊ​ຍາ​ກຳ ແລະ ຢາ​ເສບ​ຕິດ ຂອງ​ມາ​ເລ​ເຊັຽ ໄດ້​ກ່າວວ່າ:

" ຜູ້ ຄ້າ ຢາ ໄດ້ ລັກ ລອບ ຂົນ ຢາ ເສບ ຕິດ ດ້ວຍ ທາງ ຣົ ເຂົ້າ ມາ ເຂດ ພາກ ເໜືອ ຂອງ ປະ ເທດ ມາ ເລ ເຊັຽ ທີ ມີ ຊາຍ ແດນ ຕິດ ກັບ ພາກ ໃຕ້ ຂອງ ປະ ເທດ ໄທ ກ່ອນ ທີ່ ຈະ ສົ່ງ ມາ ຂາຍ ໃຫ້ ລູກ ຄ້າ ໃນ ມາ ເລ ເຊັຽ ."

Mydin Pitchay ຍັງ​ກ່າວ​ຕື່ມ​ອີກວ່າ:

" ແນກຕຳ ຣວດ ສືບ ສວນ ອາ ຍາ ກັມ ແລະ ຢາ ເສບ ຕິດ ຂອງ ມາ ເລ ເຊັຽ ໄດ້ ຍຶດ ຂອງ ກາງ ໄວ້ ແລະ ຢາ ເສບ ຕິດ ດັ່ງກ່າວ ຖືກ ລັກລອບ ຂົນ ມາ ຈາກ ປະ ເທດ ລາວ ."

ກັນ​ຊາ​ຖືກລັກ​ລອບ ​ຂົນ​ສົ່ງ​ມາ​ຈາກ​ປະ​ເທດ​ລາວ ກ່ອນ​ທີ່​ຈະ​ມາ​ບັນ​ຈຸ​ໃສ່​ຫໍ່ ແລະ ເກັບ​ໄວ້ເພື່ອ​ນຳ​ອອກ​ໄປ​ຈຳ​ໜ່າຍ ແຕ່ ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ​ຈັບ​ໄດ້ ຫຼັງ​ຈາກ​ທີ່ ໄດ້​ຈັບ​ຜູ້​ຕ້ອງ​ຫາ​ໄດ້ 2 ຄົນ ຢູ່ ເມືອງ ກົວ​ລາ ລັນ​ເກດ ແລ້ວນຳ​ໄປ​ສູ່​ການ​ຈັບ​ຂອງ​ກາງ​ທີ່​ເປັນ​ກັນ​ຊາ ແລະ ຢາ​ບ້າ ຢູ່​ໃນ​ເຮືອນ​ຂອງ​ຜູ້​ຕ້ອງ​ຫາ ໃນ​ອາ​ທິດນີ້.

Mydin Pitchay ໄດ້​ກ່າວ​ວ່າ:

" ເຈົ້າ ໜ້າ ທີ່ ເຊື່ອ ວ່າ ຢາ ເສບ ຕິດ ດັ່ງ ກ່າວ ລັກ ລອບມາ ທາງ ຣົ ຜ່ານ ຊາຍ ແດນ ປະ ເທດ ໄທ ."

ຜູ້​ຕ້ອ​ຫາ​ທີ່​ຊາວ​ມາ​ເລ​ເຊັຽ ​ທີ່​ຖືກ​ຕຳ​ຣວດ​ຈັບ​ໄດ້ ອາ​ຍຸ 31 ປີ ແລະ 47 ປີ ທີ່​ເປັນ​ຜູ້​ຈຳ​ຂາຍ​ກັນ​ຊາ ແລະ ຢາ​ບ້າ ນັບ​ແຕ່​ຕົ້ນ​ເດືອນ​ມີ​ນາ ເປັນ​ຕົ້ນ​ມາ ຊຶ່ງ​ຜູ້​ຕ້ອງ​ຫາ​ຄົນ​ນຶ່ງ ເຄີຍ​ຖືກ​ບັນ​ທຶກວ່າ​ພົວ​ພັນອາ​ຊ​ຍາ​ກັມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດ​ຈຸ​ບັນ ມີ​ການ​ດຳ​ເນີນ​ການ ແລະ ຕັດ​ຊາ ໃນ​ປະ​ເທດ​ລາວ ​ຕ​ລອດ​ປີ ຍ້ອນ​ວ່າ ​ມີປູກ​ໂດຍ​ໃຊ້​ລະ​ບົບ​ຊົ​ລ​ປະ​ທານ ແລະ ຍ້ອນ​ເຫດ​ນັ້ນ ທາງ​ການ​ມາ​ເລ​ເຊັຽ ຈຶ່ງ​​ພົບ​ວ່າ ຈຳ​ນວນ​ຢາ​ເສບ​ຕິດ​ທີ່ເຈົ້າ​ໜ້າ​ທີ່ມາ​ເລ​ເຊັຽ​ຍຶດ​ມາໄດ້ ຖືກ​ລັກ​ລອບ​ຂົນ​ສົ່ງ​ເຂົ້າ​ມາ ​ທາງ​ພາກ​ເໜືອຂອງ​ມາ​ເລ​ເຊັຽ.

ເຈົ້າ​ໜ້າ​ທີ່​ຕຳ​ຣວດ ມາ​ເລ​ເຊັຽກ່າວ​ວ່າ:

" ລາ ຄາ ຢາ ເສບ ຕິດ ຂຶ້ ກັບ ລະ ດັບ ຄຸ ນະ ພາບ ແລະ ເກຼດ ຂອງ ຢາ ແລະ ຢູ່ ປະ ເທດ ມາ ເລ ເຊັຽ ມີ ຜູ້ ຕິດ ຢາ ເສບ ຕິດເກືອບ 1 ລ້ານ ຄົນ ."

ໃນ​ເວ​ລາ​ດຽວ​ກັນ, ສຳ​ນັກ​ຂ່າວ Benar News ກໍ​ລາຍ​ງານ​ວ່າ ຍັງ​ມີ​ການ​ຜ​ລິດ​ຢາ​ເສບ​ຕິດຢູ່​ເຂດ​ສາມ​ຫຼ່ຽມ​ຄຳ ເປັນ​ຕົ້ນ ​ພະ​ມ້າ, ລາວ ແລະ ໄທ​ຍ ໂດຍ​ສະ​ເພາະ ​ມີ​ການ​ລັກ​ລອບ​ເອົາ​ຢາ​ເສບ​ຕິດ​ມາ​ຈາກ ເຂດ​ຣັ​ຖ​ສານ ຢູ່​ປະ​ເທດ​ພະ​ມ້າ ຊຶ່ງ​ເປັນ​ແຫຼ່ງ​ຜ​ລິດ​ຢາ​ບ້າ​ທີ່​ໃຫຍ່ ເພື່ອ​ສົ່ງ​ອອກ​ຕ​ລາດ​ໂລກ ກ່ອນ​ທີ່​ຈະ​ສົ່ງ​ເຂົ້າ​ໄປ​ປະ​ເທດ​ມາ​ເລ​ເຊັຽ ທາງ​ຣົ​ຖ ແລະ ທາງ​ເຮືອ.

ທ່ານ Mydin Pitchay ກ່າວ​ວ່າ: ຜູ້​ລັກ​ລອບຂົນ​ຢາ​ເສບ​ຕິດ ຈະ​ຜ່ານ​ທາງ​ທະ​ເລ ຈາກ ແຂວງ​ສະ​ຕູນ ປະ​ເທດ​ໄທ​ຍ ໄປ​ຫາ ເກາະ​ລັງ​ກາ​ວີ, ຣັ​ຖ​ເກ​ດາ, ແລະ ສົ່ງ​ຕໍ່​ໄປ ເກາະ ຣັດ​ປູ​ລໍ ແລະ ເກາະເທ​ລັກຄຳ​ບາ ກ່ອນ​ທີ່​ຈະເຂົ້າ​ໄປ ເມືອງ ສັນ​ໄກ ຈາ​ວີ ຫຼື ກົວ​ລາຈູ​ລູ, ທີ່​ຂຶ້ນ​ກັບ ຣັ​ຖ ປີ​ນັງ.

ອີງ​ຕາ​ມ​ທາງ​ການ​ຂອງ​ມາ​ເລ​ເຊັຽ, ແຫຼ່ງ​ຂອງ​ຢາ​ເສບ​ຕິດ ທີ່​​ເຂົ້າ​ມາເລ​ເຊັຽ ດ້ວຍ​ທາງ​ທະ​ເລ ແລະ ອາ​ກາດ ແລະ ອີກ​ດ້ານ​ນຶ່ງ ກໍ​ຄື ມີ​ການ​ຂົ​ນ​ສົ່ງ​ຢາ​ເສບ​ຕິດ​ທາງ​ຣົ​ຖ ໂດຍ ຜ່ານ ແຂວງ​ນະ​ຣາ​ທິ​ວາດ​ຂອງໄທ​ຍ ຜ່ານ​ເມືອງ​ຕາກ​ໃບ ແລະ ສຸໄຫງ​ໂກ​ໂລກ ເຂົ້າ​ໄປ​ເມືອງ ​ທຳ​ເພັດ ແລະ ຣັນ​ຕູ, ຣັຖປານ​ນັງຂອງ​ມາ​ເລ​ເຊັຽ.

ສະ​ເພາະ​ການ​ຍຶດ ແລະ ຈັບ​ຢາ​ເສບ​ຕິດ ຢູ່​ປະ​ເທດ​ລາວ.

ວັນທີ 17 ມີນາ 2022 ນີ້ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວຍຶດຢາບ້າ ໄດ້ 45 ເປົາ ເກືອບ 12 ລ້ານ​ເມັດ.

ໃນ​ວັນ​ທີ 3 ມີ​ນາ 2022 ສານ​ປະ​ຊາ​ຊົນ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ຕັດ​ສິນ​ປະ​ຫານ​ຊີ​ວິດ ທ້າວ ສີ​ສຸກ ດາວ​ເຮືອງ ຈຳ​ເລີຍ​ທີ 1 ອາ​ຍຸ 45 ປີ ໃນ​ສະ​ຖາ​ນະ​ຄ້າ​ຢາ​ເສບ​ຕິດ, ຟອກ​ເງິນ ແລະ ຄ້າ​ອາ​ວຸດ​ເສິກ​ຣາຍ​ໃຫຍ່​ຂອງ​ລາວ.​

ທ້າວ ສີ​ສຸກ ດາວ​ເຮືອງ ອາ​ຊີບ​ທຸ​ຣະ​ກິດ ຢູ່​ບ້ານ​ຂຸນ​ຕາ​ທົ່ງ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ຖືກ​ເຈົ້າ​ໜ້າ​ທີ່ ຕຳ​ຣວດຈັບ​ໄດ້ ໃນ​ວັນ​ທີ 1 ເມ​ສາ 2017 ຢູ່​ ແຂວງ​ຫລວງ​ພ​ຣະ​ບາງ.

ທ້າວ ສີ​ສຸກ ດາວ​ເຮືອງ ຖືກ​ສານ​ຕັດສິນປະ​ຫານ​ຊີ​ວິດ ແລະ ພ້ອມ​ດຽວ​ກັນ​ນັ້ນ ສານ​ປະ​ຊາ​ຊົນ​ນະ​ຄອນ​ຫລວງວຽງ​ຈັນ ກໍ​ໄດ້​ສັ່ງ​ຕັດ​ສິນ​ຈຳ​ຄຸກນັກ​ໂທດ ຜູ້​ຮ່ວມ​ຂະ​ບວນ​ການ​ຂອງ ທ້າວ ສີ​ສຸກ ອີກ 4 ຄົນ ປະ​ກອບ​ດ້ວຍ:

  1. ສັ່ງ​ຕັດ​ສິນ​ຈຳ​ຄຸກ 7 ປີ 3 ເດືອນ ທ້າວ ຜ່ອງ​ສີ ນວ​ນ​ນີ​ວົງ ຈຳ​ເລີຍທີ 2 ອາ​ຍຸ 44 ປີ ໃນ​ສະ​ຖາ​ນະມີຢາ​ເສບ​ຕິດ​ໄວ້​ຄອບ​ຄອງ, ຟອກ​ເງິນ, ຊື້​ຊັບ​ພົ​ລ​ເມືອງຜິດ​ກົດ​ໝາຍ ແລະ ໃຊ້​ເອກ​ສານ​ປອມ.
  2. ສັ່ງ​ຕັດ​ສິນ​ຈຳ​ຄຸກ ຕ​ລອດ​ຊີ​ວິດ ນາງ ອຸ​ໄລ​ວັນ ພາ​ວິ​ວົງ​ກອນ ຈຳ​ເລີຍ​ທີ 3 ອາຍຸ 60 ປີ ໃນ​ຖາສະ​ນະ​ຄ້າ​ຂາຍ​ຢາ​ເສບ​ຕິດ ແລະ ຟ​ອກ​ເງິນ.
  3. ສັ່ງ​ຕັດ​ສິນ​ຈຳ​ຄຸກ 7 ປີ ທ້າວ ທົງ​ໄຊ ຈຳ​ເລີຍ​ທີ 4 ອາ​ຍຸ 27 ປີ ໃນ​ສະ​ຖາ​ນະ​ມີ​ຢາ​ເສບ​ຕິດ​ໄວ້​ຄອບ​ຄອງ ແລະ ມີ​ອາ​ວຸດ​ເສິກ​ໄວ້ ໃນ​ຄອບ​ຄອງ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​.
  4. ສັ່ງ​ຕັດ​ສິນ​ຈຳ​ຄຸກ 4 ປີ 11 ເດືອນ 11 ວັນ ທ້າວ ວິ​ປະ​ກອນ ບຸ​ບ​ຜາ​ປະ​ເສີດ ຈຳ​ເລີຍ​ທີ 5 ອາ​ຍຸ 28 ປີ ໃນ​ສະ​ຖາ​ນະ​ຂາຍ​ອາ​ວຸດ​ເສິກ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຕາມ​ກົດ​ໝາຍ.

ປັດ​ຈຸ​ບັນ ການ​ຜ​ລິດ ແລະ ການ​ຄ້າ​ຂາຍ​ຢາ​ເສບ​ຕິດ ໄດ້​ກາຍ​ເປັນ​ຂບວນ​ການ​ຂ້າມ​ຊາດ ທີ່​ຣັ​ຖ​ບານລາວ ຕ້ອງ​ເລັ່ງ​ສະ​ກັດ ແລະ ປາບ​ປາມ ຢ່າງ​ເຂັ້ມ​ງວດ ເພາະວ່າ ບັນ​ຫາ​ຢາ​​ເສບ​ຕິດ​ໃນ​ລາວ ຍັງ​ບໍ່​ຫຼຸດ​ລົງ ແລະ ມີ​ທ່າ​ອ່ຽງ​ຂ​ຍາຍ​ໂຕ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ໃນ​ເດືອນ​ກຸມ​ພາ ທີ່​ຜ່ານ​ມາ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບຂອງ​ລາວ ຂຶ້ນ​ບັນ​ຊີ​ລາຍ​ຊື່ ນັກ​ຄ້າ​ຢາ​ເສບ​ຕິດ ຈຳ​ນວນ 2,000 ປາຍ​ຄົນ ​ທີ່​ຈະ​ຕ້ອງ​ເຝົ້າ​ລະ​ວັງ ແລະ ຕິດ​ຕາມ​ໂຕ​ມາ​ດຳ​ເນີນ​ຄະ​ດີ ຊຶ່ງ​ສ່ວນ​ຫຼາຍແລ້ວ ຈະ​ເປັນ​ເຄືອ​ຂ່າຍຂອງ​ຂບວນ​ການ​ຄ້າ​ຢາ​ເສບ​ຕິດຂ້າມ​ຊາດ, ຜູ້​ຕ້ອງ​ຫາ​ຄະ​ດີ​ຢາ​ເສບ​ຕິດ ທີ່​ເຄີຍ​ຕິດ​ຄຸກ​ມາ​ກ່ອນ​ໜ້ານີ້ ແລະ ກຸ່ມ​ທີ່​ມີ​ໝາຍ​ຈັບ​ແລ້ວ ແຕ່​ຍັງ​ຫາ​ໂຕບໍ່​ພົບ.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ປ້ອງ​ກັນຄວາມ​ສ​ງົບ ທ່ານນຶ່ງ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ວ່າ:

“ຕາມ​ທິດ​ທາງ​ຊີ້​ນຳຂອງ​ຫົວ​ໜ້າ​ກົມ​ໃຫຍ່​ຕຳ​ຣວດ ຫັ້ນ​ແຫຼະ ຫຼາຍ​ໄດ໋ໆ ເພາະ​ວ່າ ມັນ ເປັນ​ໝາຍ​ເກົ່າໆ ມັນ​ຂຶ້ນ​ຊຸດ​ທີ່​ເຊົາ​ກະ​ເປົ້າ​ໝາຍ​ໃໝ່ ຂຶ້ນ​ຕໍ່​ມັນ​ກະ​ມີ​ຕ​ລອດ​ແຫຼະ, ເມື່ອ​ເຮົາ​ເກັບ​ຂໍ້​ມູນ ແລະ ຂຶ້ນ​ບັນ​ຊີ​ເປົ້າ​ໝາຍ ແລ້ວ​ເນາະ ໄທ​ເຮົາ​ກະ​ໄດ້​ຕິດ​ຕາມ ດ້ວຍ ການ​ເຄື່ອນ​ໄຫຍ​ຂອງ​ເຂົາ ຣາຍ​ໃຫຍ່ ຣາຍ​ຍ່ອຍ ຄື​ກັນ​ໝົດ​ຫັ້ນ​ນ່າ.”

ເຈົ້າ​ໜ້າ​ທີ່ ທ່ານນີ້ ກ່າວ​ຕື່ມ​ວ່າ ຄົນ​ທີ່​ຖືກ​ຂຶ້ນລາຍ​ຊື່ ທັງ​ໝົດ ຖ້າ​ເປັນ​ກຸ່ມ​ເຄືອ​ຂ່າຍ ຂອງ​ຂບວນ​ການ​ຄ້າຢາ​ເສບ​ຕິດ​ຂ້າມ​ຊາດ ຈະ​ເປັນ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູນ​ກາງ ເປັນ​ຜູ້​ຕິດ​ຕາມ ແລະ ເຝົ້າ​ລະ​ວັງ ທຸ​ກ​ການ​ເຄື່ອນ​ໄຫວ, ແຕ່​ກໍ​ຕ້ອງ​ມີ​ຫຼັກ​ການ​ຫຼາຍ​ຢ່າງ ໃນ​ການ​ເຂົ້າ​ໄປ​ກວດ​ຄົ້ນ ຫຼື ຈັບ​ໂຕ ມາ​ສືບ​ສວນ-​ສອບ​ສວນ. ສ່ວນ​ກຸ່ມ ຄ້າ​ຂາຍ​ຢາ​ເສບ​ຕິດ​ລາຍ​ຍ່ອຍ ກໍ​ຈະ​ໃຫ້​ເຈົ້າ​ໜ້າ​ທີ່ ​ລະ​ດັບ​ເມືອງ ແລະ ແຂວງ ເປັນ​ຜູ້​ຕິດ​ຕາມ ແລະ ດຳ​ເນີ​ນ​ຄ​ະ​ດີ.

ຈຳ​ນວນນັກ​ຄ້າຢາ​ເສບ​ຕິດ ​ມີ 2,000 ປາຍ​ຄົນ ສ່ວນ​ຫຼາຍ​ເປັນ​ຄົນ​ລາວ ໃນ​ປະ​ເທດ ແລະ ມີ​ຄົນ​ວຽດ​ນາມ, ຄົນ​ຈີນ ແລະ ຄົນ​ໄທ​ຍ ​ອີກ​ຈຳ​ນວນ​ນຶ່ງ ຊຶ່ງກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ບໍໍ່​ເປີດ​ເຜີຍ​ລາຍ​ຊື່ ເພາະ​ກັງ​ວົນວ່າ ຈະ​ກະ​ທົບ​ຕໍ່​ການ​ຕິດ​ຕາມ ມາສືບ​ສວນ-ສອບ​ສວນ. ນອກ​ຈາກນີ້ ທາງ​ການ​ລາວ ແລະ ໄທ​ຍ ກໍ​ຍັງ​ໄດ້​ມີ​ການ​ຮ່ວມ​ມື​ກັນຕ້ານ ແລະ ສະ​ກັດ​ກັ້ນການ​ຄ້າ​ຂາຍ​ ຢາ​ເສບ​ຕິດ​ຂ້າມ​ຊາດ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ ປະ​ເທດ​ໄທ​ຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ວ່າ:

"ໃນ ​ໂຕ​ສາມ​ຫຼ່ຽມ​ຄຳ ແລ້ວ ພື້ນ​ທີ່​ໂຄງ​ສ໌​ໂຣ​ມັນສ໌ ເນື່ອງ​ຈາກວ່າ ມັນ​ບໍ່​ແມ່ນ​ພື້ນ​ທີ່​ຂອງ​ເຮົາ ຊິ​ໃຫ້​ເຮົາ​ໄປ​ຄວບ​ຄຸມ​ພື້ນ​ທີ່ ຄົງ​ເປັນ​ໄປ​ບໍ່​ໄດ້ ແຕ່​ເຮົາ​ຄວບ​ຄຸມ​ສ​ຖານະ​ການ ໂດຍ​ທີ່​ວ່າ ຄວບ​ຄຸມ​ຄົນ​ໄທ​ຍ ແລະ ການ​ເຂົ້າ-​ອອກ ການກວດ​ສອບ​ປວັດ ການ​ຕິດ​ຕັ້ງ​ອຸ​ປກອນພິ​ເສດ​ຕ່າງໆ ເພື່ອ​ເຝົ້າ​ລະ​ວັງ ແລະ ຕິດ​ຕາມ ຄົນ​ທີ່​ຂ້າມ​ໄປ ຂ້າມ​ມາ ອັນ​ນີ້ ຄື ໃນ​ສິ່​ງທີ່​ທາງ​ການ​ໄທ​ຍ​ເຮົາ​ໃຫ້​ຄວາ​ມ​ສຳ​ຄັນ."

ຣັ​ຖ​ບານລາວ ໄດ້​ນຳ​ເອົາ​ບັນ​ຫາ​ຢາ​ເສບ​ຕິດ ຂຶ້ນ​ມາ​ເປັນ​ວາ​ລະ​ແຫ່ງ​ຊາດ ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ສະ​ກັດ​ກັ້ນ, ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ ໃຫ້​ຫຼຸດໜ້ອຍ​ຖອຍ​ລົງ ແລະ ເນັ້ນ​ຢ້ຳ​ໃຫ້ ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ ເອົາ​ໃຈ​ໃສ່ ຄອຍ​ເປັນ​ຫູ​ເປັນ​ຕາ.

ທ່ານ ພັນຄຳ ວິ​ພາ​ວັນ ນາ​ຍົກຣັັຖ​ມົນ​ຕ​ຣີ ກ່າວ​ໃນ​ກອງ​ປະ​ຊຸມ​ສ​ມັມ​ສາ​ມັນ ເທື່ອ​ທີ 2 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 9 ໃນ​ທ້າຍ​ປີ 2021 ຕອນນີ້​ວ່າ:

“ສຸມ​ໃສ່​ແກ້​ໄຂ ບັນ​ຫາ​ຢາ​ເສບ​ຕິດຂອງ​ປະ​ເທດ​ເຮົາ ໃຫ້​ຜ່ອນ​ຄາຍລົງ ຢ່າງ​ຈະ​ແຈ້ງ ຈຳ​ເປັນ ແລະ ຮີບ​ດ່ວນຂອງ​ຊາດ ທີ່​ສະ​ສົມ​ມາ​ຫຼາຍ​ປີ ໃຫ້​ຜ່ອນ​ຄາຍ​ລົງ​ໃນ​ກຳ​ນົດ​ເວ​ລາ​ທີ່​ແນ່ນອນ ໂດຍ​​ຖື​ເອົາ ການ​ແກ້​ໄຂບັນ​ຫາ​ດັ່ງ​ກ່າວ ນັ້ນ ເປັນ​ໜ້າ​ທີ່​ພັນ​ທະ ແລະ ຄວາ​ມ​ຮັບ​ຜິດ​ຊອບ​ ຂອງ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ.”

ໃນ​ປີ 2020-2021 ທີ່​ຜ່ານ​ມາ ປະ​ເທດ​ລາວ ມີ​ຄະ​ຢາ​ເສບ​ຕິດເສບ​ຕິດ​ທັງ​ໝົດເກືອບ 3,000 ເຣື່ອງ​ຈັບ​ກຸມຜູ້​ຕ້ອງ​ຫາ ໄດ້ເກືອບ 4,000 ຄົນ ຍຶດ​ຂອງ​ກາງ​ຢາ​ບ້າໄດ້ 125 ລ້ານ​ເມັດ, ຢາ​ໄສ 2,500 ກິ​ໂລກຣາມ ແລະ ສານ​ເສບ​ຕິດ​ອີກ​ຫຼາຍ​ຢ່າງ. ອີ​ງ​ຕາມ​ຂໍ້​ມູນ​ຈາກ​ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ.

ສຳ​ລັບ​ເປົ້າ​ໝາຍ​ເຂດ​ລໍ່​ແຫຼມ ນຳ​ເຂົ້າ-ອອກ ຢາ​ເສບ​ຕິ​ດ ມີ 9 ຈຸດ ແລະ ເຂດ​ລໍ່​ແຫຼມ ນຳ​ເຂົ້າ-ອອກ ສານ​ຕັ້ງ​ຕົ້ນ ທີ່​ໃຊ້​ໃນ​ການ​ການ​ຜ​ລິດ​ຢາ​ເສບ​ຕິດ​ມີ 4 ຈຸດ ແຕ່​ຈຸດ​ສຳ​ຄັນ ທີ່​ສຸດ​ຄື ພື້ນ​ທີ່​ສາມ​ຫຼ່ຽມ​ຄຳ ແຂວງ ບໍ່​ແກ້ວ.

ໃນ​ປີ 2020 ທີ່​ຜ່ານ​ມາ ອົງ​ການ UNODC ໄດ້​ຣາຍ​ງານ​ວ່າ ປະ​ເທດ​ໄທ​ຍ ແລະ ລາວ​ມີ​ການ​ຜ​ລິດ​ຢາ​ເສບ​ຕິດ ແລະ ຄ້າ​ມະ​ນຸດ ຂ​ຍາຍ​ໂຕ​ຢ່າງ​ຕໍ່​ເນື່ອງ ມີ​ການ​ຍຶດ​ສານ​ເສບ​ຕິດ ປະ​ເພດ Methamphetamine ສະ​ເພາະ ໃນ​ເຂດ​ເອ​ເຊັຽ​ຕາ​ເວັນ​ອອກ ແລະ ເອ​ເຊັຽ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ຫຼາຍເຖິງ 140 ຕັນ ໂດຍ ສ່ວນ​ໃຫຍ່ຜ​ລິດ​ໃນ​ຣັ​ຖ​ສານ ຂອງ​ພະ​ມ້າ ຕ​ຣົງ​ກັນ​ຂ້າມ ຊາຍ​ແດນ​ໄທ​ຍ ແລະ ລາວ ແລະ ດ້ວຍ​ການ​ຜ​ລິດ​ເພີ່ມ​ຂຶ້ນ ຈຶ່ງ​ເຮັດ​ໃຫ້​ໄທ​ຍ ແລະ ລາວ ກາຍ​ເປັນ​ຈຸດ​ຄ້າ​ຂາຍ ​ຢາ​ເສບ​ຕິດ​ທີ່​ສຳ​ຄັນ​ແຫ່ງ​ນຶ່ງ​ຂອງ​ໂລກ.