ຕຳຣວດ ມາເລເຊັຽຍຶດ ກັນຊາ, ຢາບ້າ ເຊື່ອວ່າ ນຳເຂົ້າມາ ຈາກລາວ

ອຸ່ນແກ້ວ
2022.03.20
ຕຳຣວດ ມາເລເຊັຽຍຶດ ກັນຊາ, ຢາບ້າ ເຊື່ອວ່າ ນຳເຂົ້າມາ ຈາກລາວ ບັນຍາກາດ ກາສິໂນ ຄິງສ໌ໂຣມັນສ໌ ເຂດເສຖກິຈພິເສດສາມຫລ່ຽມຄໍາຂອງຈີນ ແຂວງບໍ່ແກ້ວ, ວັນທີ 26 ຕຸລາ 2021.
RFA

ຕຳ​ຣວດ​ປະ​ເທດ​ມາ​ເລ​ເຊັຽ ໄດ້ຈັບ ແລະ ຍຶດ ກັນ​ຊາ 468 ກິ​ໂລກຣາມ ແລະ ຢາ​ບ້າ 10 ກິ​ໂລກຣາມ ມູນ​ຄ່າ 1.5 ລ້ານ ຣິງ​ກິດ (Malaysian Ringgit ຫຼື RM ) ສະ​ກຸນ​ເງິນ​ມາ​ເລ​ເຊັຽ ຫຼື ປະ​ມານ 350,000 ໂດ​ລາຣ໌ ແລະ ເຈົ້າ​ໜ້າ​ທີ່​ມາ​ເລ​ເຊັຽ​ເຊື່ອ​ວ່າ ຢາ​ເສບ​ຕິດ ດັ່ງ​ກ່າວ ມາ​ຈາກ​ເຂດ​ສາ​ຫຼ່ຽມ​ຄຳ ໃນ​ເຂດ​ແດນ​ຂອງ​ປະ​ເທດ​ລາວ ຫຼັງ​ຈາກ​ທີ່​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ຈັບ​ໂຕ​ຜູ້​ຕ້ອງ​ຫາໄດ້ 2 ຄົນ ຢູ່ ເມືອງ ກົວ​ລາ ລັນ​ເກດ.

ທ່ານ  Mydin Pitchay ຜູ້​ອຳ​ນວຍ​ການ ຜ​ແນກຕຳ​ຣວດ​ສືບ​ສວນ​ອາ​ຊ​ຍາ​ກຳ ແລະ ຢາ​ເສບ​ຕິດ ຂອງ​ມາ​ເລ​ເຊັຽ ໄດ້​ກ່າວວ່າ:

ຜູ້ຄ້າຢາ ໄດ້ລັກລອບຂົນຢາເສບຕິດ ດ້ວຍທາງຣົ ເຂົ້າມາເຂດພາກເໜືອ ຂອງປະເທດມາເລເຊັຽ ທີມີຊາຍແດນຕິດກັບພາກໃຕ້ ຂອງປະເທດໄທ ກ່ອນທີ່ຈະສົ່ງມາຂາຍໃຫ້ ລູກຄ້າໃນມາເລເຊັຽ.”

Mydin Pitchay ຍັງ​ກ່າວ​ຕື່ມ​ອີກວ່າ:

ແນກຕຳຣວດສືບສວນອາຍາກັມ ແລະ ຢາເສບຕິດ ຂອງມາເລເຊັຽ ໄດ້ຍຶດຂອງກາງໄວ້ ແລະ ຢາເສບຕິດດັ່ງກ່າວ ຖືກລັກລອບຂົນມາຈາກປະເທດລາວ.”

ກັນ​ຊາ​ຖືກລັກ​ລອບ ​ຂົນ​ສົ່ງ​ມາ​ຈາກ​ປະ​ເທດ​ລາວ ກ່ອນ​ທີ່​ຈະ​ມາ​ບັນ​ຈຸ​ໃສ່​ຫໍ່ ແລະ ເກັບ​ໄວ້ເພື່ອ​ນຳ​ອອກ​ໄປ​ຈຳ​ໜ່າຍ ແຕ່ ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ​ຈັບ​ໄດ້ ຫຼັງ​ຈາກ​ທີ່ ໄດ້​ຈັບ​ຜູ້​ຕ້ອງ​ຫາ​ໄດ້ 2 ຄົນ ຢູ່ ເມືອງ ກົວ​ລາ ລັນ​ເກດ ແລ້ວນຳ​ໄປ​ສູ່​ການ​ຈັບ​ຂອງ​ກາງ​ທີ່​ເປັນ​ກັນ​ຊາ ແລະ ຢາ​ບ້າ ຢູ່​ໃນ​ເຮືອນ​ຂອງ​ຜູ້​ຕ້ອງ​ຫາ ໃນ​ອາ​ທິດນີ້.

Mydin Pitchay ໄດ້​ກ່າວ​ວ່າ:

ເຈົ້າໜ້າທີ່ເຊື່ອວ່າ ຢາເສບຕິດດັ່ງກ່າວ ລັກລອບມາທາງຣົ ຜ່ານຊາຍແດນປະເທດໄທ.”

ຜູ້​ຕ້ອ​ຫາ​ທີ່​ຊາວ​ມາ​ເລ​ເຊັຽ ​ທີ່​ຖືກ​ຕຳ​ຣວດ​ຈັບ​ໄດ້ ອາ​ຍຸ 31 ປີ ແລະ 47 ປີ ທີ່​ເປັນ​ຜູ້​ຈຳ​ຂາຍ​ກັນ​ຊາ ແລະ ຢາ​ບ້າ ນັບ​ແຕ່​ຕົ້ນ​ເດືອນ​ມີ​ນາ ເປັນ​ຕົ້ນ​ມາ ຊຶ່ງ​ຜູ້​ຕ້ອງ​ຫາ​ຄົນ​ນຶ່ງ ເຄີຍ​ຖືກ​ບັນ​ທຶກວ່າ​ພົວ​ພັນອາ​ຊ​ຍາ​ກັມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດ​ຈຸ​ບັນ ມີ​ການ​ດຳ​ເນີນ​ການ ແລະ ຕັດ​ຊາ ໃນ​ປະ​ເທດ​ລາວ ​ຕ​ລອດ​ປີ ຍ້ອນ​ວ່າ ​ມີປູກ​ໂດຍ​ໃຊ້​ລະ​ບົບ​ຊົ​ລ​ປະ​ທານ ແລະ ຍ້ອນ​ເຫດ​ນັ້ນ ທາງ​ການ​ມາ​ເລ​ເຊັຽ ຈຶ່ງ​​ພົບ​ວ່າ ຈຳ​ນວນ​ຢາ​ເສບ​ຕິດ​ທີ່ເຈົ້າ​ໜ້າ​ທີ່ມາ​ເລ​ເຊັຽ​ຍຶດ​ມາໄດ້ ຖືກ​ລັກ​ລອບ​ຂົນ​ສົ່ງ​ເຂົ້າ​ມາ ​ທາງ​ພາກ​ເໜືອຂອງ​ມາ​ເລ​ເຊັຽ.

ເຈົ້າ​ໜ້າ​ທີ່​ຕຳ​ຣວດ ມາ​ເລ​ເຊັຽກ່າວ​ວ່າ:

ລາຄາຢາເສບຕິດ ຂຶ້ກັບລະດັບຄຸນະພາບ ແລະ ເກຼດຂອງຢາ ແລະ ຢູ່ປະເທດມາເລເຊັຽ ມີຜູ້ຕິດຢາເສບຕິດເກືອບ 1 ລ້ານ ຄົນ.”

ໃນ​ເວ​ລາ​ດຽວ​ກັນ, ສຳ​ນັກ​ຂ່າວ Benar News ກໍ​ລາຍ​ງານ​ວ່າ ຍັງ​ມີ​ການ​ຜ​ລິດ​ຢາ​ເສບ​ຕິດຢູ່​ເຂດ​ສາມ​ຫຼ່ຽມ​ຄຳ ເປັນ​ຕົ້ນ ​ພະ​ມ້າ, ລາວ ແລະ ໄທ​ຍ ໂດຍ​ສະ​ເພາະ ​ມີ​ການ​ລັກ​ລອບ​ເອົາ​ຢາ​ເສບ​ຕິດ​ມາ​ຈາກ ເຂດ​ຣັ​ຖ​ສານ ຢູ່​ປະ​ເທດ​ພະ​ມ້າ ຊຶ່ງ​ເປັນ​ແຫຼ່ງ​ຜ​ລິດ​ຢາ​ບ້າ​ທີ່​ໃຫຍ່ ເພື່ອ​ສົ່ງ​ອອກ​ຕ​ລາດ​ໂລກ ກ່ອນ​ທີ່​ຈະ​ສົ່ງ​ເຂົ້າ​ໄປ​ປະ​ເທດ​ມາ​ເລ​ເຊັຽ ທາງ​ຣົ​ຖ ແລະ ທາງ​ເຮືອ.

ທ່ານ Mydin Pitchay ກ່າວ​ວ່າ: ຜູ້​ລັກ​ລອບຂົນ​ຢາ​ເສບ​ຕິດ ຈະ​ຜ່ານ​ທາງ​ທະ​ເລ ຈາກ ແຂວງ​ສະ​ຕູນ ປະ​ເທດ​ໄທ​ຍ ໄປ​ຫາ ເກາະ​ລັງ​ກາ​ວີ, ຣັ​ຖ​ເກ​ດາ, ແລະ ສົ່ງ​ຕໍ່​ໄປ ເກາະ ຣັດ​ປູ​ລໍ ແລະ ເກາະເທ​ລັກຄຳ​ບາ ກ່ອນ​ທີ່​ຈະເຂົ້າ​ໄປ ເມືອງ  ສັນ​ໄກ ຈາ​ວີ ຫຼື ກົວ​ລາຈູ​ລູ, ທີ່​ຂຶ້ນ​ກັບ ຣັ​ຖ ປີ​ນັງ.

ອີງ​ຕາ​ມ​ທາງ​ການ​ຂອງ​ມາ​ເລ​ເຊັຽ, ແຫຼ່ງ​ຂອງ​ຢາ​ເສບ​ຕິດ ທີ່​​ເຂົ້າ​ມາເລ​ເຊັຽ ດ້ວຍ​ທາງ​ທະ​ເລ ແລະ ອາ​ກາດ ແລະ ອີກ​ດ້ານ​ນຶ່ງ ກໍ​ຄື ມີ​ການ​ຂົ​ນ​ສົ່ງ​ຢາ​ເສບ​ຕິດ​ທາງ​ຣົ​ຖ ໂດຍ ຜ່ານ ແຂວງ​ນະ​ຣາ​ທິ​ວາດ​ຂອງໄທ​ຍ ຜ່ານ​ເມືອງ​ຕາກ​ໃບ ແລະ ສຸໄຫງ​ໂກ​ໂລກ ເຂົ້າ​ໄປ​ເມືອງ ​ທຳ​ເພັດ ແລະ ຣັນ​ຕູ, ຣັຖປານ​ນັງຂອງ​ມາ​ເລ​ເຊັຽ.

ສະ​ເພາະ​ການ​ຍຶດ ແລະ ຈັບ​ຢາ​ເສບ​ຕິດ ຢູ່​ປະ​ເທດ​ລາວ.

ວັນທີ 17 ມີນາ 2022 ນີ້ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວຍຶດຢາບ້າ ໄດ້ 45 ເປົາ ເກືອບ 12 ລ້ານ​ເມັດ.

ໃນ​ວັນ​ທີ 3 ມີ​ນາ 2022 ສານ​ປະ​ຊາ​ຊົນ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ຕັດ​ສິນ​ປະ​ຫານ​ຊີ​ວິດ ທ້າວ ສີ​ສຸກ ດາວ​ເຮືອງ ຈຳ​ເລີຍ​ທີ 1 ອາ​ຍຸ 45 ປີ ໃນ​ສະ​ຖາ​ນະ​ຄ້າ​ຢາ​ເສບ​ຕິດ, ຟອກ​ເງິນ ແລະ ຄ້າ​ອາ​ວຸດ​ເສິກ​ຣາຍ​ໃຫຍ່​ຂອງ​ລາວ.​

ທ້າວ ສີ​ສຸກ ດາວ​ເຮືອງ ອາ​ຊີບ​ທຸ​ຣະ​ກິດ ຢູ່​ບ້ານ​ຂຸນ​ຕາ​ທົ່ງ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ຖືກ​ເຈົ້າ​ໜ້າ​ທີ່ ຕຳ​ຣວດຈັບ​ໄດ້ ໃນ​ວັນ​ທີ 1 ເມ​ສາ 2017 ຢູ່​ ແຂວງ​ຫລວງ​ພ​ຣະ​ບາງ.

ທ້າວ ສີ​ສຸກ ດາວ​ເຮືອງ ຖືກ​ສານ​ຕັດສິນປະ​ຫານ​ຊີ​ວິດ ແລະ ພ້ອມ​ດຽວ​ກັນ​ນັ້ນ ສານ​ປະ​ຊາ​ຊົນ​ນະ​ຄອນ​ຫລວງວຽງ​ຈັນ ກໍ​ໄດ້​ສັ່ງ​ຕັດ​ສິນ​ຈຳ​ຄຸກນັກ​ໂທດ ຜູ້​ຮ່ວມ​ຂະ​ບວນ​ການ​ຂອງ ທ້າວ ສີ​ສຸກ ອີກ 4 ຄົນ ປະ​ກອບ​ດ້ວຍ:  

  1. ສັ່ງ​ຕັດ​ສິນ​ຈຳ​ຄຸກ 7 ປີ 3 ເດືອນ ທ້າວ ຜ່ອງ​ສີ ນວ​ນ​ນີ​ວົງ ຈຳ​ເລີຍທີ 2 ອາ​ຍຸ 44 ປີ ໃນ​ສະ​ຖາ​ນະມີຢາ​ເສບ​ຕິດ​ໄວ້​ຄອບ​ຄອງ, ຟອກ​ເງິນ, ຊື້​ຊັບ​ພົ​ລ​ເມືອງຜິດ​ກົດ​ໝາຍ ແລະ ໃຊ້​ເອກ​ສານ​ປອມ.
  2. ສັ່ງ​ຕັດ​ສິນ​ຈຳ​ຄຸກ ຕ​ລອດ​ຊີ​ວິດ ນາງ ອຸ​ໄລ​ວັນ ພາ​ວິ​ວົງ​ກອນ ຈຳ​ເລີຍ​ທີ 3 ອາຍຸ 60 ປີ ໃນ​ຖາສະ​ນະ​ຄ້າ​ຂາຍ​ຢາ​ເສບ​ຕິດ ແລະ ຟ​ອກ​ເງິນ.
  3. ສັ່ງ​ຕັດ​ສິນ​ຈຳ​ຄຸກ 7 ປີ ທ້າວ ທົງ​ໄຊ ຈຳ​ເລີຍ​ທີ 4 ອາ​ຍຸ 27 ປີ ໃນ​ສະ​ຖາ​ນະ​ມີ​ຢາ​ເສບ​ຕິດ​ໄວ້​ຄອບ​ຄອງ ແລະ ມີ​ອາ​ວຸດ​ເສິກ​ໄວ້ ໃນ​ຄອບ​ຄອງ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​.
  4. ສັ່ງ​ຕັດ​ສິນ​ຈຳ​ຄຸກ 4 ປີ 11 ເດືອນ 11 ວັນ ທ້າວ ວິ​ປະ​ກອນ ບຸ​ບ​ຜາ​ປະ​ເສີດ ຈຳ​ເລີຍ​ທີ 5 ອາ​ຍຸ 28 ປີ ໃນ​ສະ​ຖາ​ນະ​ຂາຍ​ອາ​ວຸດ​ເສິກ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຕາມ​ກົດ​ໝາຍ.

ປັດ​ຈຸ​ບັນ ການ​ຜ​ລິດ ແລະ ການ​ຄ້າ​ຂາຍ​ຢາ​ເສບ​ຕິດ ໄດ້​ກາຍ​ເປັນ​ຂບວນ​ການ​ຂ້າມ​ຊາດ ທີ່​ຣັ​ຖ​ບານລາວ ຕ້ອງ​ເລັ່ງ​ສະ​ກັດ ແລະ ປາບ​ປາມ ຢ່າງ​ເຂັ້ມ​ງວດ ເພາະວ່າ ບັນ​ຫາ​ຢາ​​ເສບ​ຕິດ​ໃນ​ລາວ ຍັງ​ບໍ່​ຫຼຸດ​ລົງ ແລະ ມີ​ທ່າ​ອ່ຽງ​ຂ​ຍາຍ​ໂຕ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ໃນ​ເດືອນ​ກຸມ​ພາ ທີ່​ຜ່ານ​ມາ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບຂອງ​ລາວ ຂຶ້ນ​ບັນ​ຊີ​ລາຍ​ຊື່ ນັກ​ຄ້າ​ຢາ​ເສບ​ຕິດ ຈຳ​ນວນ 2,000 ປາຍ​ຄົນ ​ທີ່​ຈະ​ຕ້ອງ​ເຝົ້າ​ລະ​ວັງ ແລະ ຕິດ​ຕາມ​ໂຕ​ມາ​ດຳ​ເນີນ​ຄະ​ດີ ຊຶ່ງ​ສ່ວນ​ຫຼາຍແລ້ວ ຈະ​ເປັນ​ເຄືອ​ຂ່າຍຂອງ​ຂບວນ​ການ​ຄ້າ​ຢາ​ເສບ​ຕິດຂ້າມ​ຊາດ, ຜູ້​ຕ້ອງ​ຫາ​ຄະ​ດີ​ຢາ​ເສບ​ຕິດ ທີ່​ເຄີຍ​ຕິດ​ຄຸກ​ມາ​ກ່ອນ​ໜ້ານີ້ ແລະ ກຸ່ມ​ທີ່​ມີ​ໝາຍ​ຈັບ​ແລ້ວ ແຕ່​ຍັງ​ຫາ​ໂຕບໍ່​ພົບ.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ປ້ອງ​ກັນຄວາມ​ສ​ງົບ ທ່ານນຶ່ງ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ວ່າ:

ຕາມທິດທາງຊີ້ນຳຂອງຫົວໜ້າກົມໃຫຍ່ຕຳຣວດ ຫັ້ນແຫຼະ ຫຼາຍໄດ໋ໆ ເພາະວ່າ ມັນ ເປັນໝາຍເກົ່າໆ ມັນຂຶ້ນຊຸດທີ່ເຊົາກະເປົ້າໝາຍໃໝ່ ຂຶ້ນຕໍ່ມັນກະມີລອດແຫຼະເມື່ອເຮົາເກັບຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍ ແລ້ວເນາະ ໄທເຮົາກະໄດ້ຕິດຕາມ ດ້ວຍ ການເຄື່ອນໄຫຍຂອງເຂົາ ຣາຍໃຫຍ່ ຣາຍຍ່ອຍ ຄືກັນໝົດຫັ້ນນ່າ.”

ເຈົ້າ​ໜ້າ​ທີ່ ທ່ານນີ້ ກ່າວ​ຕື່ມ​ວ່າ ຄົນ​ທີ່​ຖືກ​ຂຶ້ນລາຍ​ຊື່ ທັງ​ໝົດ ຖ້າ​ເປັນ​ກຸ່ມ​ເຄືອ​ຂ່າຍ ຂອງ​ຂບວນ​ການ​ຄ້າຢາ​ເສບ​ຕິດ​ຂ້າມ​ຊາດ ຈະ​ເປັນ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູນ​ກາງ ເປັນ​ຜູ້​ຕິດ​ຕາມ ແລະ ເຝົ້າ​ລະ​ວັງ ທຸ​ກ​ການ​ເຄື່ອນ​ໄຫວ, ແຕ່​ກໍ​ຕ້ອງ​ມີ​ຫຼັກ​ການ​ຫຼາຍ​ຢ່າງ ໃນ​ການ​ເຂົ້າ​ໄປ​ກວດ​ຄົ້ນ ຫຼື ຈັບ​ໂຕ ມາ​ສືບ​ສວນ-​ສອບ​ສວນ. ສ່ວນ​ກຸ່ມ ຄ້າ​ຂາຍ​ຢາ​ເສບ​ຕິດ​ລາຍ​ຍ່ອຍ ກໍ​ຈະ​ໃຫ້​ເຈົ້າ​ໜ້າ​ທີ່ ​ລະ​ດັບ​ເມືອງ ແລະ ແຂວງ ເປັນ​ຜູ້​ຕິດ​ຕາມ ແລະ ດຳ​ເນີ​ນ​ຄ​ະ​ດີ.

ຈຳ​ນວນນັກ​ຄ້າຢາ​ເສບ​ຕິດ ​ມີ 2,000 ປາຍ​ຄົນ ສ່ວນ​ຫຼາຍ​ເປັນ​ຄົນ​ລາວ ໃນ​ປະ​ເທດ ແລະ ມີ​ຄົນ​ວຽດ​ນາມ, ຄົນ​ຈີນ ແລະ ຄົນ​ໄທ​ຍ ​ອີກ​ຈຳ​ນວນ​ນຶ່ງ ຊຶ່ງກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ບໍໍ່​ເປີດ​ເຜີຍ​ລາຍ​ຊື່ ເພາະ​ກັງ​ວົນວ່າ ຈະ​ກະ​ທົບ​ຕໍ່​ການ​ຕິດ​ຕາມ ມາສືບ​ສວນ-ສອບ​ສວນ. ນອກ​ຈາກນີ້ ທາງ​ການ​ລາວ ແລະ ໄທ​ຍ ກໍ​ຍັງ​ໄດ້​ມີ​ການ​ຮ່ວມ​ມື​ກັນຕ້ານ ແລະ ສະ​ກັດ​ກັ້ນການ​ຄ້າ​ຂາຍ​ ຢາ​ເສບ​ຕິດ​ຂ້າມ​ຊາດ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ ປະ​ເທດ​ໄທ​ຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ວ່າ:

ໃນໂຕສາມຫຼ່ຽມຄຳ ແລ້ວ ພື້ນທີ່ໂຄງສ໌ໂຣມັນສ໌ ເນື່ອງຈາກວ່າ ມັນບໍ່ແມ່ນພື້ນທີ່ຂອງເຮົາ ຊິໃຫ້ເຮົາໄປຄວບຄຸມພື້ນທີ່ ຄົງເປັນໄປບໍ່ໄດ້ ແຕ່ເຮົາຄວບຄຸມຖານະການ ໂດຍທີ່ວ່າ ຄວບຄຸມຄົນໄທຍ ແລະ ການເຂົ້າ-​ອອກ ການກວດສອບປວັດ ການຕິດຕັ້ງອຸປກອນພິເສດຕ່າງໆ ເພື່ອເຝົ້າລະວັງ ແລະ ຕິດຕາມ ຄົນທີ່ຂ້າມໄປ ຂ້າມມາ ອັນນີ້ ຄື ໃນສິ່ງທີ່ທາງການໄທເຮົາໃຫ້ຄວາສຳຄັນ.”

ຣັ​ຖ​ບານລາວ ໄດ້​ນຳ​ເອົາ​ບັນ​ຫາ​ຢາ​ເສບ​ຕິດ ຂຶ້ນ​ມາ​ເປັນ​ວາ​ລະ​ແຫ່ງ​ຊາດ ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ສະ​ກັດ​ກັ້ນ, ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ ໃຫ້​ຫຼຸດໜ້ອຍ​ຖອຍ​ລົງ ແລະ ເນັ້ນ​ຢ້ຳ​ໃຫ້ ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ ເອົາ​ໃຈ​ໃສ່ ຄອຍ​ເປັນ​ຫູ​ເປັນ​ຕາ.

ທ່ານ ພັນຄຳ ວິ​ພາ​ວັນ ນາ​ຍົກຣັັຖ​ມົນ​ຕ​ຣີ ກ່າວ​ໃນ​ກອງ​ປະ​ຊຸມ​ສ​ມັມ​ສາ​ມັນ ເທື່ອ​ທີ 2 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 9 ໃນ​ທ້າຍ​ປີ 2021 ຕອນນີ້​ວ່າ:

ສຸມໃສ່ແກ້ໄຂ ບັນຫາຢາເສບຕິດຂອງປະເທດເຮົາ ໃຫ້ຜ່ອນຄາຍລົງ ຢ່າງຈະແຈ້ງ ຈຳເປັນ ແລະ ຮີບດ່ວນຂອງຊາດ ທີ່ສະສົມມາຫຼາຍປີ ໃຫ້ຜ່ອນຄາຍລົງໃນກຳນົດເວລາທີ່ແນ່ນອນ ໂດຍ​​ຖືເອົາ ການແກ້ໄຂບັນຫາດັ່ງກ່າວ ນັ້ນ ເປັນໜ້າທີ່ພັນທະ ແລະ ຄວາຮັບຜິດຊອບ​ ຂອງທຸກພາກສ່ວນໃນສັງຄົມ.”

ໃນ​ປີ 2020-2021 ທີ່​ຜ່ານ​ມາ ປະ​ເທດ​ລາວ ມີ​ຄະ​ຢາ​ເສບ​ຕິດເສບ​ຕິດ​ທັງ​ໝົດເກືອບ 3,000 ເຣື່ອງ​ຈັບ​ກຸມຜູ້​ຕ້ອງ​ຫາ ໄດ້ເກືອບ 4,000 ຄົນ ຍຶດ​ຂອງ​ກາງ​ຢາ​ບ້າໄດ້ 125 ລ້ານ​ເມັດ, ຢາ​ໄສ 2,500 ກິ​ໂລກຣາມ ແລະ ສານ​ເສບ​ຕິດ​ອີກ​ຫຼາຍ​ຢ່າງ. ອີ​ງ​ຕາມ​ຂໍ້​ມູນ​ຈາກ​ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ.

ສຳ​ລັບ​ເປົ້າ​ໝາຍ​ເຂດ​ລໍ່​ແຫຼມ ນຳ​ເຂົ້າ-ອອກ ຢາ​ເສບ​ຕິ​ດ ມີ 9 ຈຸດ ແລະ ເຂດ​ລໍ່​ແຫຼມ ນຳ​ເຂົ້າ-ອອກ ສານ​ຕັ້ງ​ຕົ້ນ ທີ່​ໃຊ້​ໃນ​ການ​ການ​ຜ​ລິດ​ຢາ​ເສບ​ຕິດ​ມີ 4 ຈຸດ ແຕ່​ຈຸດ​ສຳ​ຄັນ ທີ່​ສຸດ​ຄື ພື້ນ​ທີ່​ສາມ​ຫຼ່ຽມ​ຄຳ ແຂວງ ບໍ່​ແກ້ວ.

ໃນ​ປີ 2020 ທີ່​ຜ່ານ​ມາ ອົງ​ການ UNODC ໄດ້​ຣາຍ​ງານ​ວ່າ ປະ​ເທດ​ໄທ​ຍ ແລະ ລາວ​ມີ​ການ​ຜ​ລິດ​ຢາ​ເສບ​ຕິດ ແລະ ຄ້າ​ມະ​ນຸດ ຂ​ຍາຍ​ໂຕ​ຢ່າງ​ຕໍ່​ເນື່ອງ ມີ​ການ​ຍຶດ​ສານ​ເສບ​ຕິດ ປະ​ເພດ Methamphetamine ສະ​ເພາະ ໃນ​ເຂດ​ເອ​ເຊັຽ​ຕາ​ເວັນ​ອອກ ແລະ ເອ​ເຊັຽ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ຫຼາຍເຖິງ 140 ຕັນ ໂດຍ ສ່ວນ​ໃຫຍ່ຜ​ລິດ​ໃນ​ຣັ​ຖ​ສານ ຂອງ​ພະ​ມ້າ ຕ​ຣົງ​ກັນ​ຂ້າມ ຊາຍ​ແດນ​ໄທ​ຍ ແລະ ລາວ ແລະ ດ້ວຍ​ການ​ຜ​ລິດ​ເພີ່ມ​ຂຶ້ນ ຈຶ່ງ​ເຮັດ​ໃຫ້​ໄທ​ຍ ແລະ ລາວ ກາຍ​ເປັນ​ຈຸດ​ຄ້າ​ຂາຍ ​ຢາ​ເສບ​ຕິດ​ທີ່​ສຳ​ຄັນ​ແຫ່ງ​ນຶ່ງ​ຂອງ​ໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.